ຄາຊີໂນຄິງໂຣມັນ ແກ້ໄຂ ນໍ້າເສັຽບາງສ່ວນ

ສຸພັດຕາ
2020.06.30
f-bokeo-roman ພາບຖ່າຍ ຂອງນໍ້າເສັຽທີ່ຖືກປ່ອຍອອກຈາກ ໂຮງກາຊິໂນ ຄິງໂຣມັນ ຊຶ່ງເປັນຂອງນັກລົງທຶນຈີນ
ນັກຂ່າວພົລເມືອງ

ບັນຫານໍ້າເສັຍ ຈາກບໍ່ບໍາບັດນໍ້າເສັຍ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄຫຼລົງສູ່ແມ່ນໍ້າຂອງ ເຂດ ບ້ານພຽງງາມ ແລະ ບ້ານໃກ້ຄຽງນັ້ນ ໄດ້ຮັບການແກ້ໄຂ ເປັນ ບາງສ່ວນ ພາຍຫຼັງທີ່ທາງການ ແຂວງບໍ່ແກ້ວ ຮ່ວມກັບ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ຈັດຕັ້ງຄະນະ ລົງໄປກວດກາແກ້ໄຂ ເມື່ອທ້າຍສັປດາທີ່ຜ່ານມາ, ເຊິ່ງໄດ້ສັ່ງໃຫ້ ຜູ້ຮັບເໝົາ ສ້າງ ບໍ່ບໍາບັດນໍ້າເສັຍ ເລັ່ງສ້າງໃຫ້ສໍາເຣັດໄວທີ່ສຸດ ແລະບໍ່ໃຫ້ປ່ອຍນໍ້າເສັຍ ລົງໃສ່ແມ່ນໍ້າຂອງຢ່າງເດັດຂາດ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ  ໃນວັນທີ 30 ມິຖຸນາ ນີ້ວ່າ:

“ໜ່ວຍງານກ່ຽຂ້ອງ ເຂົ້າມາແກ້ໄຂແລ້ວ ໄປພົວພັນນໍາບໍຣິສັດທີ່ວ່າ ກ່ຽວຂ້ອງ ບໍຣິສັດບໍາບັດນໍ້າເສັຍ ເຂົາກະບໍ່ໄດ້ມາພົວພັນ ທາງບ້ານ ເຮົາເນາະ ອ່າງເກັບນໍ້າເຂົາ ແຖວເກາະດອນຊາວ ຕິດກັບຖນົນ ທີ່ວ່ານໍ້າເສັຍໄຫຼລົງນໍ້າຂອງ ຫັ່ນ.”

ທ່ານກ່າວຕື່ມວ່າ ບັນຫານໍ້າເສັຍໄຫຼລົງແມ່ນໍ້າຂອງນີ້ ໄດ້ເກີດຂຶ້ນມາຫຼາຍປີແລ້ວ ຊຶ່ງບາງເທື່ອນໍ້າທີ່ໄຫຼລົງນັ້ນ ອາຈບໍ່ໄດ້ຜ່ານການບໍາບັດ ເລີຍຍ້ອນມີກິ່ນເໝັນແຮງ ແຕ່ບໍ່ສົ່ງຜົລກະທົບຮ້າຍແຮງ ເນື່ອງຈາກຍັງບໍ່ເຖິງຂັ້ນ ເຮັດໃຫ້ປາຕາຍ ແລະຍັງບໍ່ທັນໄດ້ເຮັດໃຫ້ ຊາວບ້ານ ທີ່ສໍາຜັດນໍ້ານັ້ນ ເປັນຕຸ່ມຄັນຄາຍ.

ເມື່ອທ້າຍສັປດາທີ່ຜ່ານມາ ທ່ານເກື້ອນເພັດ ວົງຈັນ ເຈົ້າເມືອງ ເມືອງຕົ້ນເຜິ້ງ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ວ່າບັນຫານໍ້າເສັຍ ໄຫຼລົງ ແມ່ນໍ້າຂອງດັ່ງກ່າວ ເກີດຈາກການສ້າງບໍ່ບໍາບັດນໍ້າເສັຍ ທີ່ຍັງບໍ່ແລ້ວ ເຮັດໃຫ້ນໍ້າເສັຍລົ້ນ ອອກຈາກບໍ່ບໍາບັດ ແລະໄຫຼລົງສູ່ແມ່ນໍ້າຂອງ ຊຶ່ງທາງພາກສ່ວນກ່ຽວຂ້ອງ ໄດ້ແກ້ໄຂໃນເບື້ອງຕົ້ນ ດ້ວຍການສັ່ງປິດປະຕູ ຣະບາຍນໍ້າຊົ່ວຄາວ ແລະ ເຮັດບົດບັນທຶກ ຫ້າມປ່ອຍນໍ້າເສັຍ ລົງແມ່ນໍ້າຂອງອີກ ຢ່າງເດັດຂາດ ຈົນກວ່າວ່າ ຈະສ້າງບໍ່ບໍາບັດນັ້ນສໍາເຣັດ:

“ພວກເຮົາກະໄດ້ມີມາຕການແກ້ໄຂຮ່ວມກັນ ພວກເຮົາໄດ້ມີການປິດປະຕູ ຣະບາຍນໍ້າຊົ່ວຄາວແກ້ໄຂເອົາກະເປົ໋າຫັ້ນແຫຼະ ມາອັດມາຕັນ ແຫຼະບໍ່ໃຫ້ນໍ້າເສັຍ ໄຫຼລົງສູ່ແມ່ນໍ້າຂອງ ແລະພ້ອມນີ້ ພວກເຮົາໄດ້ມີການ ສ້າງບົດບັນທຶກ ແມ່ນຫ້າມບໍ່ໃຫ້ປ່ອຍນໍ້າເສັຍ ລົງສູ່ແມ່ນໍ້າຂອງ ຢ່າງເດັດຂາດ ນັບແຕ່ວັນທີ່ 24 ເດືອນ 6 ເປັນຕົ້ນໄປ ຈົນກວ່າຈະມີການ ກໍ່ສ້າງສໍາເຣັດ.”

ທ່ານກ່າວຊີ້ແຈງອີກວ່າ ຜູ້ຮັບເໝົາສ້າງບໍ່ບໍາບັດດັ່ງກ່າວ ແມ່ນບໍຣິສັດ ນໍາທຽນຊື່ ຈາກແຂວງຢູນນານ ປະເທດຈີນ ໄດ້ສ້າງມາຕັ້ງແຕ່ ປີ 2018 ມີກໍາໜົດສ້າງ ສໍາເຣັດ ໃນປີ 2020 ແຕ່ມາປະສົບ ບັນຫາ ໃນໄລຍະການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ຈຶ່ງເຮັດໃຫ້ ການກໍ່ສ້າງລ້າຊ້າ, ແຕ່ປັດຈຸບັນ ມີຄວາມຄືບໜ້າແລ້ວ 90%.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະສະເພາະກິຈ ແກ້ໄຂບັນຫາດັ່ງກ່າວ ເພື່ອຖາມຄວາມຄືບໜ້າເພີ້ມຕື່ມ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ ສະດວກໃຫ້ສັມພາດ.

ກ່ຽວກັບເຣື່ອງນໍ້າເສັຍ ຈາກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄຫຼລົງສູ່ແມ່ນໍ້າຂອງນີ້ ຊາວບ້ານ ຢູ່ເມືອງຕົ້ນເຜິ້ງຄົນນຶ່ງ ເວົ້າວ່າ ຕົນຮູ້ສຶກ ອຸ່ນໃຈທີ່ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ແລະມີການແກ້ໄຂ ບັນຫາຊົ່ວຄາວ ແຕ່ກໍຢາກໃຫ້ມີການແກ້ໄຂ ແບບຖາວອນ ແລະບໍ່ໃຫ້ມີການ ປ່ອຍນໍ້າເສັຍ ລົງແມ່ນໍ້າຂອງອີກ ເຖິງແມ່ນວ່າ ຈະຜ່ານການບໍາບັດ ແລ້ວກໍຕາມ, ດັ່ງນາງກ່າວວ່າ:

“ເຂົາເຮັດວິທີໃດນີ້ເນາະ ຖ້າເປັນໄປໄດ້ກະບໍ່ຢາກໃຫ້ປ່ອຍລົງ ຫັ້ນແຫຼະເນາະ ປະຊາຊົນບັກຫຼາຍໆບ້ານ ທໍາມາຫາກິນຢູ່ເຂດນີ້ ເຂດແຄມ ຂອງນິ່ກໍຫຼາຍໝູ່ບ້ານ ໃຫຍ່ເນາະ ທີ່ວ່າໃຊ້ຊີວິດ ຢູ່ແຄມຂອງ ຫັ່ນນະ ບາດນີ້ມັນລົງໄປ ເປັນຄືນໍ້າເປັນເວີນ ຢູ່ຫັ້ນ ມັນບໍ່ອອກໄປນະ ຫຼາຍເດືອນມາແລ້ວໂອ່.”

ທ່ານ ມົນຕຣີ ຈັນທະວົງ ນັກວິຊາການ ດ້ານແມ່ນໍ້າຂອງ ຈາກອົງກອນ Mekong Butterfly ໃນປະເທດໄທຍ ໃຫ້ຄວາມຄິດເຫັນຕໍ່ເຣື່ອງ ນີ້ວ່າ ການປ່ອຍນໍ້າເສັຍລົງສູ່ແມ່ນໍ້າຂອງ ໂດຍບໍ່ຜ່ານການ ບໍາບັດທີ່ຖືກຕ້ອງນັ້ນ ອາຈສົ່ງຜົນໃຫ້ຝູງປາຕາຍໄດ້ ດັ່ງນັ້ນ, ຈຶ່ງຄວນມີການ ບໍາບັດ ໃຫ້ເປັນນໍ້າສະອາດ ກ່ອນທີ່ຈະປ່ອຍລົງສູ່ນໍ້າ ທັມມະຊາດ, ດັ່ງທ່ານກ່າວວ່າ:

“ໂຕແມ່ນໍ້າຂອງນີ້ ມັນຂ້ອນຂ້າງໃຫຍ່ ເພາະສະນັ້ນ ຖ້າປ່ອຍລົງມາບໍ່ຫຼາຍ ແມ່ນໍ້າຂອງມັນກໍຈະຈືດຈາງ ແຕ່ວ່າທີ່ແນ່ໆແລ້ວ ຄືບໍຣິເວນ ໃກ້ຄຽງ ທີ່ນໍ້າມັນໄຫຼລົງ ກໍອາຈເສັຍຫາຍ ຍ້ອນວ່ານໍ້າເສັຍ ມີຄວາມເຂັ້ມຂຸ້ນສູງ ໃນບໍຣິເວນນັ້ນ ບໍ່ແມ່ນວ່າຈະຈືດຈາງ ຈັ່ງໃດກໍບໍ່ຄວນ ປ່ອຍລົງ ຄວນຈະບໍາບັດກ່ອນ.”

ນໍ້າເສັຍຈາກເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ໄຫຼລົງສູ່ແມ່ນໍ້າຂອງ ເປັນນໍ້າເສັຍທີ່ເກີດຈາກ ທຸຣະກິຈຕ່າງໆພາຍໃນເຂດດັ່ງກ່າວເປັນຕົ້ນ ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ຮວມທັງກາຊິໂນ ຄິງໂຣມັນ ທີ່ມີທ່ານ ຈ້າວເຫວີ່ຍ ປະທານຄະນະບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເປັນເຈົ້າຂອງ ຮ່ວມກັບ ກຸ່ມນັກລົງທຶນ ຈາກເຂດປົກຄອງພິເສດຮົງກົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.