ບໍ່ກົ່ວສົ່ງຜົນກະທົບ ຊາວບ້ານ

ອຸ່ນແກ້ວ ສຸກສະຫວັນ
2020.04.17
F-lead-mine ບໍຣິສັດ ທີ່ຂຸດຄົ້ນບໍ່ກົ່ວ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ສ້າງສົ່ງຜົນກະທົບ ຕໍ່ຊາວບ້ານ ດ້ວຍການປ່ອຍນ້ຳເສັຽ ລົງແມ່ນ້ຳ ແລະ ເຮັດໃຫ້ດິນຊຸດໂຊມ.
ຮູບຈາກ : ນັກຂ່າວພົລເມືອງ

ການຂຸດຄົ້ນບໍ່ກົ່ວ ຢູ່ເມືອງຫີນບູນ ແຂວງ ຄຳມ່ວນ ໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທີ່ຢູ່ໃກ້ຄຽງ ໂດຍການປ່ອຍນ້ຳເສັຍລົງ ມາໃສ່ແມ່ນ້ຳ ເຮັດໃຫ້ຊາວບ້ານ ບໍ່ສາມາດ ໃຊ້ນ້ຳໃນແມ່ນ້ຳໄດ້ ແລະ ເຮັດໃຫ້ທີ່ດິນເສື່ອມໂຊມ.

ນັບແຕ່ປີ 2012 ເປັນຕົ້ນມາ ອຳນາດການປົກຄອງ ແຂວງຄຳມ່ວນ ແລະ ກະຊວງຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ ສຳປະທານ ແກ່ບໍຣິສັດພາຍໃນ ແລະ ຕ່າງປະເທດທັງໝົດ 17 ບໍຣິສັດ ເພື່ອຂຸດຄົ້ນບໍ່ກົ່ວ ຢູ່ເມືອງຫີນບູນ ໃນເນື້ອ ຫລາຍກ່ວາ 8,000 ເຮັກຕາ.

ການສຳປະທານກວມເອົາ 3 ບ້ານ ຄື ບໍ່ແນ່ງ, ບ້ານຊາວ ແລະ ທ່າຍໍ້ ແລະ ສົ່ງຜົນກະທົບຕໍ່ປະຊາຊົນເກືອບ 2,000 ຄົນ ອີງຕາມຂໍ້ມູນ ຈາກຊາວບ້ານ. ບັນຫາທີ່ເກີດຂຶ້ນກັບຊາວບ້ານ ກໍຄື, ເລື້ອງການປ່ອຍນ້ຳ ເສັຽລົງໃສ່ ແມ່ນ້ຳທີ່ປະຊາຊົນໃຊ້ອາບ ແລະ ໃຊ້ກິນໃນຊີວິດ ປະຈຳວັນນັ້ນ ເຮັດໃຫ້ເຂົາເຈົ້າໄດ້ຮັບຜົນກະທົບ. ຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຜົນກະທົບຫັ້ນລະແມ່ນອັນນຶ່ງ ລະແມ່ນນ້ຳເສັຽອ້າຍ ສະເພາະລະແມ່ນ ບໍລິສັດ ໄອດາມັນ ຖືວ່າ ເປັ່ງນ້ຳ ຖືວ່າ ເປັ່ງນ້ຳ ຖືວ່າເປັ່ງນ້ຳລົງ ຫ້ວຍຕລອດ ທີ່ຫ້ວຍປະທອກ ປະແທນ ບ້ານເຮົານີ້ນ່າ."

ບໍຣິສັດປ່ອຍນ້ຳເສັຽລົງໃສ່ນ້ຳ ຍ້ອນວ່າບໍ່ມີອ່າງບຳບັດນ້ຳ ແລະ ຊາວບ້ານເຄີຍໄປບອກບໍຣິສັດ ບໍ່ໃຫ້ປ່ອຍລົງ ແຕ່ບໍຣິສັດກໍຍັງປ່ອຍລົງ, ດັ່ງຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ:

"ນ້ຳເສັຽທີ່ວ່ານ້ຳ ເຂົາເຈົ້າບໍ່ເຮັດອ່າງບຳບັດຫັ້ນນ່າອ້າຍ ຖືວ່າປ່ອຍລົງຫ້ວຍລົງຮ່ອງ ການຈັດຕັ້ງຢູ່ນີ້ໄປເວົ້າ ມື້ຂັ້ນໄປເວົ້າຫັ້ນສອງມື້ ມື້ທີສາມກະປ່ອຍລົງມາ ເວົ້າງ່າຍໆ ກະຄື ມັນບໍ່ມີນ້ຳບຳບັດ ບ່ອນທີ່ອ່າງເຂົາ ປ່ອຍລົງມາ, ເວົ້າງ່າຍໆ ລະມັນບໍ່ມີນ້ຳບຳບັດ ທີ່ວ່າ ອ່າງເຂົາເຮັດຫັ້ນນ່າລົ້ນລົງມາ."

ນອກຈາກນີ້ ຍັງມີບັນຫາເລື້ອງທີ່ດິນ ເສື່ອມຄຸນນະພາບ ຍ້ອນວ່າບໍຣິສັດ ບໍ່ມີແຜນການປິດບໍ່ ແລະ ຟື້ນຟູທຳມະຊາດ ຫລັງຈາກທີ່ມີການ ຂຸດຄົ້ນແລ້ວ.

ອົງການ GIZ ປະຈຳປະເທດລາວ ແລະ ຄູ່ຮ່ວມງານ ທີ່ມີການສຳຣວດ-ວິໃຈ ຜົນກະທົບຈາກການຂຸດຄົ້ນກົ່ວ ໃນປີ 2019 ໄດ້ລະບຸວ່າ:

"ບໍຣິສັດທັງໝົດທີ່ມາຂຸດຄົ້ນບໍ່ກົ່ວ ຢູ່ເມືອງຫີນບູນ ບໍ່ມີແຜນການປິດບໍ່ ແລະ ບໍ່ມີແຜນການຟື້ນຟູສິ່ງແວດລ້ອມ ຫລັງຂຸດຄົ້ນແລ້ວ."

ການວິໃຈຍັງໄດ້ລະບຸອີກວ່າ: ສິ່ງທີ່ເກີດຂຶ້ນ ກໍຄື ທີ່ດິນຢູ່ເຂດທີ່ມີການຂຸດຄົ້ນ ກາຍເປັນດິນເສື່ອມໂຊມ ແລະມີສານປົນເປື້ອນ ຍ້ອນວ່າບໍ່ມີ ຊ່ຽວຊານວິຊາການພາຍໃນອົງການຂອງຣັຖບານ ແລະ ບໍຣິສັດ ມາເຮັດວຽກຟື້ນຟູທຳມະຊາດ ຢ່າງມີແບບແຜນ ຫລັງທີ່ມີການຂຸດຄົ້ນແລ້ວ.

ບໍຣິສັດ ທີ່ເຂົ້າມາສຳປະທານ ບໍ່ມີຊ່ຽວຊານວິຊາການດ້ານສິ່ງແວດລ້ອມ ແລະບໍ່ແຮ່ ເພື່ອມາວາງແຜນ ຟື້ນຟູທຳມະຊາດໃຫ້ມີປະສິດທິຜົນ ແລະ ບໍ່ມີມາດຕະການປິດບໍ່ເຂດສຳປະທານ ອີງຕາມບົດວິໃຈ. ກ່ຽວກັບເລື້ອງນີ້ ເອເຊັຽເສຣີ ໄດ້ໂທຣະສັບ ໄປຫາເຈົ້າໜ້າທີ່ຜແນກ ຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ແລ້ວ, ແຕ່ ທ່ານ ບໍ່ຮັບໂທຣະສັບ.

ເຖິງຢ່າງໃດກໍຕາມ, ກະຊວງຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຍິນຫາງສຽງຈາກປະຊາຊົນ ກ່ຽວກັບບັນຫານ້ຳເສັຍ ແລະ ຜົນກະທົບຕໍ່ດິນ-ປ່າໄມ້ເຂດສຳປະທານ, ແຕ່ກໍຍັງບໍ່ມີການແກ້ໄຂ ເລື້ອງນີ້. ເຈົ້າໜ້າທີ່ຂັ້ນສູງກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄືວ່າ ໄດ້ຍິນຢູ່ຫາງສຽງຫັ້ນ ແມ່ນຫຍັງເກາະວ່າ ໂຕງົວໂຕຄວາຍ ເປັນປອດ ເປັນຕັບ ຕັບ ຕະພືດຕະພື ໄປຫັ້ນນ່າ ກະໄດ້ຍິນຢູ່ ເຂົາກະ ບໍ່ໄດ້ມາພວມພັນ ເຖິງໄທເຮົາ ເຮົາກະບໍ່ຈັກຊິວ່າແນວໃດ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

"ເລື້ອງນ້ຳເສັຽທີ່ບໍຣິສັດປ່ອຍລົງມາໃສ່ ກໍໄດ້ຍິນດົນແລ້ວ ແຕ່ກໍຍັງບໍ່ມີຄຳຮ້ອງຈາກ ປະຊາຊົນຂຶ້ນມາຫາ ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ."

ບັນຫາແບບນີ້ ເກີດຂຶ້ນຍ້ອນວ່າ ປະຊາຊົນບໍ່ມີສ່ວນຮ່ວມ ໃນການຂະບວນການຕັດສິນໃຈ ໃນເວລາທີ່ຣັຖບານ ຈະອະນຸມັດໃຫ້ສຳປະທານ.

ຊ່ຽວຊານດ້ານກົດໝາຍທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ພື້ນທີ່ເມືອງຫີນບູນ ເຄີຍເປັນບ່ອນທຳມາຫາກິນ ຂອງປະຊາຊົນ ແຕ່ມັນຖືກປ່ຽນແທນ ດ້ວຍໂຄງການສຳປະທານ, ແນ່ນອນ ມັນຕ້ອງສົ່ງ ຜົນກະທົບ ຕໍ່ຊາວບ້ານບໍ່ຫລາບກໍ່ໜ້ອຍ ຍ້ອນວ່າ ຣັຖຜູກຂາດອຳນາດ ການຕັດສິນໃຈ ໂດຍ ທີ່ປະຊາຊົນບໍ່ມີສ່ວນຮ່ວມໃນການຕັດສິນໃຈ."

ຊ່າວຊາຍດ້ານກົດໝາຍທ່ານນີ້ ກ່າວຕື່ມອີກວ່າ:

"ການຈັດຕັ້ງປະຕິບັດກົດໝາຍ ແລະ ນີຕິກັມ ທີ່ກ່ຽວຂ້ອງ ມີຊ່ອງຫວ່າງ ໃນການດຳເນີນໂຄງການ ແລະ ບາງຄັ້ງມີແຝງດ້ວຍຄວາມບໍ່ ໂປ່ງໃສ ເຊັ່ນການສໍ້ຣາດບັງຫລວງ ແລະ ການສວຍໃຊ້ ນະໂຍຍາຍ ເພື່ອ ສ້າງຜົນປະໂຫຍດ ຂອງເຈົ້າໜ້າທີຣັຖ ເພື່ອໃຫ້ມີການອະນຸມັດ ໂຄງການໃຫ້ໄວ."

ນອກຈາກນີ້ ຊາວບ້ານ ທີ່ໄປເຮັດວຽກກັບບາງບໍຣິສັດ ກໍບໍ່ໄດ້ຮັບຄ່າຈ້າງ ເປັນເວລາຫລາຍເດືອນ. ຊາວບ້ານ ໄດ້ກ່າວວ່າ:

"ເອົາກໍາມະກອນຈໍານວນນຶ່ງເນາະ ເອົາໄປເຮັດວຽກນໍາ ກະແບບບໍ່ຈ່າຍເງິນ ຫລັງຈາກບໍ່ຈ່າຍເງິນ ລະ ຜູ້ທຸກຜູ້ຍາກເຂົາກະຢາກໄດ້ເງິນ ໄປຊື້ເຂົ້າກິນ ກະວ່າ ແຕ່ບໍ່ມີ ຂັ້ນເຂົາເມື່ອຍ ເຂົາເວົ້າໄປລະເຂົາກະອອກ ຫັ້ນນ່າ ເຮັດໄປກະບໍ່ໄດ້ເງິນ ລະພັດເວົ້າວ່າ ຜູ້ໃດອອກໄປ ລະແມ່ນບໍ່ໄດ້ເງິນລະ ແຫ່ງແລ້ວ."

ຊາວບ້ານປະມານ 10 ຄົນ ຍັງບໍ່ທັນໄດ້ເງິນຄ່າແຮງງານ. ຊຶ່ງບໍຣິສັດ ໄດ້ຕິດໜີ້ຄ່າແຮງງານ ເຂົາເຈົ້າ ຜູູ້ນຶ່ງຕ່ຳສຸດປະມານ 800,000 ກີບ ແລະ ຫລາຍສຸດປະມານ 6,000,000 ກີບ. ບໍຣິສັດບໍ່ສາມາດຈ່າຍເງິນ ໃຫ້ຊາວບ້ານໄດ້ ຍ້ອນວ່າ ລົ້ມລະລາຍ, ດັ່ງຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ລົ້ມລະລາຍແລ້ວ ລົ້ມລະລາຍໝົດແລ້ວ ດຽວນີ້ ລາວ-ເກົາຫລີ ລົ້ມລະລາຍ ຊັງຈຽງລົ້ມລະລາຍ ກະຫລາຍ ກະລົ້ມລະລາຍລະ."

ອີງຕາມຂໍ້ມູນຈາກຊາວບ້ານ, ມີປະຊາຊົນຢູ່ສາມບ້ານ ໄດ້ໄປເຮັດວຽກນຳບໍຣິສັດປະມານ 100 ຄົນ. ຊາວບ້ານກ່າວວ່າ:

"ບາງຄັ້ງ ເຂົາເຈົ້າ ກໍເຮັດວຽກບໍ່ເປັນປົກກະຕິ ແລະ ຖ້າບໍຣິສັດຕ້ອງການແຮງງານໄປເຮັດວຽກ ຊາວບ້ານກໍຈະໄປ ຊຶ່ງຄ່າຈ້າງຣາຍວັນແຕ່ 60,000 ກີບ ຮອດ 100,000 ກີບ."

ບໍຣິສັດ ທີ່ສຳປະທານ ຂຸດຄົ້ນບໍ່ກົ່ວ ຢູ່ເມືອງຫີນບູນ ລວມມີ:

1. ບໍຣິສັດ ລາວພັທນາແຮ່ທາດ ບໍ່ແໜ່ງ ບ້ານຊາວ ຈຳກັດ

2. ບໍຣິສັດບໍ່ແຮ່ ລາວ-ຈີນ

3. ບໍຣິສັດ MO ບໍ່ແຮ່ໜອງຊືນ ຈຳກັດ

4. ບໍຣິສັດ ພັທນາບໍ່ແຮ່ ນະຄອນຫລວງ ຈຳກັດ

5. ບໍຣິສັດ Lao Tai Xing

6. ບໍຣິສັດບໍ່ກົ່ວ ລາວ-ເກົາຫລີ

7. ບໍຣິສັດວິສາຫະກິດ ບໍ່ແຮ່ ກອງບັນຫາການທະຫານ ແຂວງຄຳມ່ວນ

8. ບໍຣິສັດບໍ່ແຮ່ Xing Xun

9. ບໍຣິສັດ ບໍ່ແຮ່ Sunstone

10. ບໍຣິສັດ Obac

11. ບໍຣິສັດ ໂຄງການບໍ່ກົ່ວ BBM

12. ບໍຣິສັດບໍ່ແຮ່ພູຫລວງ Production ຈຳກັດ

13. ບໍຣິສັດ ບໍ່ກົ່ວ ກັນຕະນາ

14. ບໍຣິສັດ ບໍ່ກົ່ວ ບຸນທະວີ ຈຳກັດ

15. ບໍຣິສັດ ບໍ່ກົ່ວ ລາວ ຈັກກະວານ

16. ບໍຣິສັດ ຮ່ວມທຶນ ບໍ່ແຮ່ ໄຊພູຫລວງ

17. ບໍຣິສັດ ບໍ່ກົ່ວ ແທງປິງ

ປັດຈຸບັນ ເຫລືອແຕ່ 14 ບໍຣິສັດ ທີ່ຍັງດຳເນີນການຍ້ອນວ່າ 3 ບໍຣິສັດ ໄດ້ຢຸດດຳເນີນການ ຄື: ບໍຣິສັດ ລາວພັທນາແຮ່ທາດ ບໍ່ແໜ່ງ ບ້ານຊາວ ຈຳກັດ, ບໍຣິສັດບໍ່ກົ່ວ ລາວ-ເກົາຫລີ, ບໍຣິສັດ Obac.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.