ປະຊາຊົນ ທ່ານນຶ່ງ ທີ່ເຄີຍເດີນທາງ ໄປຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງສນາມໄຊ ແຂວງອັດຕະປື ເວົ້າຜ່ານເຟສບຸກຄ໌ວ່າ: ລາວ ມີຄວາມເປັນຫ່ວງຫຼາຍ ກ່ຽວກັບ ເຄື່ອງໃຊ້ ທີ່ຫຼາຍພາກສ່ວນ ໄດ້ຂົນໄປບໍຣິຈາກ ແກ່ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ຈົນຮອດດຽວນີ້ ເຄື່ອງລົ້ນສາງແລ້ວ ແຕ່ຍັງບໍ່ຮອດ ມືປະຊາຊົນ ທີ່ໄດ້ຮັບຜົລກະທົບເທື່ອ ເຖິງແມ່ນວ່າ ເຫດນໍ້າຖ້ວມ ຈະຜ່ານມາ ຫຼາຍມື້ແລ້ວກໍຕາມ, ດັ່ງ ຄຳເວົ້າ ຂອງນາງ ໃນຕອນນຶ່ງວ່າ:
“ຂ້າພະເຈົ້າ ໄປເຫັນກັບຫູກັບຕາແລ້ວ ຮູ້ສຶກອາຍ ຜູ້ທີ່ວ່າ ເພີ່ນຂົນມາຈາກຫລາຍໆຮ້ອຍກິໂລແມັດ ມັນລຳບາກຊໍ່າໃດ ສິໄປຮອດຫັ້ນ ແລ້ວໄປຮອດ ຫັ້ນຫລາຍ ຈົນລົ້ນອອກມານະ ກະຄືທ່ານເຫັນຫັ້ນແຫລະ 6 ມື້ 7 ມື້ ຜ່ານໄປ ເປັນຫຍັງ ການແຈກເຄື່ອງບໍ່ຮອດ ເປັນຫຍັງສາງລົ້ນ ແຕ່ເປັນຫຍັງ ປະຊາຊົນ ບໍ່ໄດ້ຮັບເຄື່ອງ.”
ນາງເວົ້າຕື່ມວ່າ ສຳລັບ ຍອດບໍຣິຈາກ ທີ່ປະຊາຊົນ ທົ່ວປະເທດ ແລະ ຈາກຕ່າງປະເທດ ພາກັນບໍຣິຈາກ ໃຫ້ຜູ້ປະສົບພັຍນໍ້າຖ້ວມ ກໍຍັງບໍ່ທັນ ຮອດມືຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ແຕ່ຢ່າງໃດ ຕົ້ນເຫດວ່າ ພາກສ່ວນກ່ຽວຂ້ອງ ຄວນຟ້າວແຈກເຄື່ອງຂອງ ແລະ ໃຫ້ເງິນຊ່ອຍ ເຫຼືອປະຊາຊົນ ບໍ່ຈຳເປັນຕ້ອງລໍຖ້າ ໃຫ້ສລຸບຂໍ້ມູນຄວາມເສັຽຫາຍແລ້ວກ່ອນ ຈຶ່ງຄ່ອຍແຈກນຳຫລັງ ເພາະປະຊາຊົນ ໃນພື້ນທີ່ ຕ້ອງການ ໄດ້ຮັບການຊ່ອຍເຫລືອ ແບບຮີບດ່ວນ.
ນາງກ່າວຕື່ມວ່າ ບໍ່ພຽງແຕ່ເທົ່ານັ້ນ ຢູ່ບໍລິເວນສູນພັກ ສຳລັບຜູ້ປະສົບພັຍນໍ້າຖ້ວມ ກໍຍັງຂາດມຸ້ງ ຮວມທັງເຕັ້ນ ກາງປ້ອງກັນຝົນ ແລະ ສູນບາງແຫ່ງ ກໍຢູ່ໃນສະພາບແອອັດ ຈຳນວນຫ້ອງບໍ່ພໍ ກັບຈຳນວນ ຜູ້ໄດ້ຮັບຜົລກະທົບ ຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ ບັນຫານີ້ຕື່ມ.
ທ່ານສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ສປປລາວ, ກ່າວຜ່ານໜັງສືພີມ ທາງການລາວວ່າ ດຽວນີ້ ໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ຮີບຊ່ອຍເຫລືອ ຜູ້ປະສົບພັຍ ທີ່ບໍ່ມີບ່ອນອາສັຍ ຮວມທັງ ຈັດການເຣື່ອງອາຫານ, ວິດຖ່າຍເຄື່ອນທີ່ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ໃຫ້ແກ່ ຜູ້ໄດ້ຮັບ ຜົລກະທົບ ແລະ ບໍ່ອານຸຍາດໃຫ້ ປະຊາຊົນ ເດີນທາງເມືອເຮືອນ ເພື່ອໄປທຳຄວາມສະອາດເຮືອນ ທີ່ຖືກນໍ້າຖ້ວມ ຍ້ອນມີ ຄວາມສ່ຽງ ຕິດເຊື້ອພຍາດ.