ກຸ່ມບໍຣິສັດວຽດເຟືອງ ໄດ້ຂຸດຄົ້ນແຮ່ທາດບອກຊິກ ຢູ່ບ້ານດາກມັນ, ບ້ານກອນຢົງ ແລະບ້ານປຣາເກົ່າ ເມືອງດາກຈຶງ ແຂວງເຊກອງ ເກີນຂອບເຂດເນື້ອທີ່ ໄດ້ຮັບສັມປະທານ ຊຶ່ງອີງຕາມເອກສານ ຂອງຄະນະກັມມະການ ເມືອງດາກຈຶງ ລົງວັນທີ 3 ສີງຫາປີ 2022 ໄດ້ລະບຸວ່າ ເນື້ອທີ່ຂຸດຄົ້ນແຮ່ທາດ ບອກຊິກໃນບ້ານດັ່ງກ່າວ ມີພຽງແຕ່ 5 ເຮັກຕ້າຣ໌ ເທົ່ານັ້ນ ແຕ່ໃນສພາບໂຕຈີງພົບວ່າ ມີການຂຸດຄົ້ນຮອດ 100 ເຮັກຕ້າຣ, ເກີນຂອບເຂດທີ່ກຳນົດໃຫ້ ໃນການສັມປະທານເຖິງ 95 ເຮັກຕ້າຣ໌ ອີງຕາມການຣາຍງານ ຂອງສື່ສັງຄົມ ອອນລາຍນ໌ ທີ່ມີຊື່ວ່າ “ເມືອງດາກຈຶງ ດິນແດນບໍ່ຄຳ ແຮ່ເມັດໃຫຍ່” ໃນວັນທີ 8 ພຶສຈິກາຜ່ານມາ.
ກ່ຽວກັບເຮື່ອງນີ້ ວິທຍຸ ເອເຊັຽເສຣີິ ກໍໄດ້ຕິດຕໍ່ໄປຫາ ຜແນກ ພະລັງງານ ແລະບໍ່ແຮ່ ແຂວງເຊກອງ ເພື່ອຣາຍລະອຽດເພີ່ມຕື່ມ ຊຶ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ກ່າວວ່າ ຫາກໍຮູ້ກ່ຽວກັບເຮື່ອງນີ້ ຜ່ານສືສັງຄົມອອນລາຍນ໌ ດັ່ງກ່າວ ແລະກໍໄດ້ຣາຍງານໄປຫາຫນ່ວຍງານ ກ່ຽວກັບ ກຳລັງປຶກສາຫາລືກັນຢູ່ ໃນເວລານີ້ ແຕ່ເຈົ້າໜ້າທີ່ ອີກທ່ານນຶ່ງເວົ້າວ່າ ທາງໜ່ວຍງານ ຈະຕັ້ງຄະນະກັມມະການລົງໄປກວດກາ ສະພາບໂຕຈິງວ່າ ແມ່ນແທ້ ຫລືບໍ ຊຶ່ງໃນປັດຈຸບັນ ກໍບໍ່ສາມາດໃຫ້ຣາຍລະອຽດ ຫລາຍກວ່ານີ້ໄດ້ ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶສຈການີ້ວ່າ:
“ໂຕນີ້ຍັງບໍ່ທັນໃຫ້ຄຳຕອບ ໄດ້ເດີວ່າ ເປັນຄວາມຈິງແທ້ບໍເນາະ ເພາະວ່າມື້ເຊົ້ານີ້ກໍໄດ້ລົມ ກັບທີມງານຄະນະກວດກາ ຂອງເມືອງຢູ່ ວ່າເພິ່ນຍັງຊິລົງໄປ ເບິ່ງພື້ນທີ່ໂຕຈິງກ່ອນເນາະ.”
ນອກຈາກນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາຊາວບ້ານ ແລະອຳນາດປົກຄອງບ້ານ ໃນເຂດບ້ານດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ ຫາຜູ້ທີ່ຢູ່ພື້ນທີ່ນັ້ນໄດ້ ໃນຂະນະທີ່ຊາວບ້ານ ທ່ານນຶ່ງຜູ້ທີ່ຮູ້ ກ່ຽວກັບການຂຸດຄົ້ນ ແຮ່ທາດບອກຊິກ ຢູ່ເຂດດັ່ງກ່າວ ແຕ່ບໍ່ຢູ່ໃນເຂດນັ້ນ ກໍເຊື່ອວ່າ ບໍ່ຣິສັດວຽດນາມ ຂຸດຄົ້ນເກີນຂອບເຂດ ທີ່ທາງການກຳນົດໃຫ້ ເພາະເຫັນບໍຣີສັດຂຸດຄົ້ນໃນ ເນື້ອທີ່ເປັນຈຳນວນຫລາຍກາຍ 5 ເຮັກຕ້າຣ໌ ແນ່ນອນ ສ່ວນຣາຍລະອຽດ ລາວເອງກໍບໍ່ສາມາດຮູ້ ໄດ້ຄັກແນ່ວ່າຫລາຍປານໃດ.
ດັ່ງທ່ານເວົ້າວ່າ:
“ກາຍແນ່ນອນຢູ່ແລ້ວ ກະບໍ່ເຂົ້າໃຈຄືກັນໂອ່ ໂຕເພິ່ນເຮັດອັນນີ້ໆ ກ່ຽວກັບບອກຊິກນີ້ຫລາຍເຕີບ ໃນເບື້ອງຕົ້ນກໍເວົ້າວ່າ ມີແຕ່ 5-6 ເຮັກຕ້າຣ໌ນີ້ແຫລະ ໂຕນີ້ເຂົາຂໍກັບເມືອງບໍ ກະບໍ່ເຂົ້າໃຈຄືກັນ.”
ຊາວບ້ານ ເມືອງດາກຈຶງອີກນາງນຶ່ງ ເວົ້າວ່າ ສຳລັບການຂຸດຄົ້ນ ແຮ່ທາດບອກຊິກ ຢູ່ເມືອງດາກຈຶງ ຂອງບໍຣິສັດ ວຽດນາມ ໃນເຂດດັ່ງກ່າວນັ້ນ ກໍເປັນທີ່ຮູ້ຈັກກັນດີ ຂອງຊາວບ້ານ ສ່ວນໃຫຍ່ຢູ່ເມືອງດາກຈຶງ ຊຶ່ງຫລາຍຄົນ ຮູ້ພຽງແຕ່ວ່າ ເປັນບໍຣິສັດ ຂອງນັກລົງທຶນວຽດນາມ ແລະເປັນໂຄງການ ຂຸດຄົ້ນແຮ່ທາດ ທີ່ໄດ້ຮັບສັມປະທານ ຈາກຣັຖບານລາວ ໂດຍຕຣົງ ເທົ່ານັ້ນ.
ດັ່ງນາງເວົ້າວ່າ:
“ກະມີຫລາຍຢູ່ໄດ໋ ຫລາຍຈຸດຢູ່ ກະມີຢູ່ໃດ, ບ່ອນເຂົາເຈົ້າສັມປະທານ ສ່ວນຫລາຍຈະເປັນເຊື້ອຊາຕ ວຽດນາມ ທີ່ຮ່ວມມືກັບລາວ ເປັນການອະນຸມັດ ຂອງຣັຖບານ ບໍແມ່ນຂອງເມືອງ ແລະແຂວງ.”
ຊາວບ້ານ ອີກນາງນຶ່ງ ຢູ່ເຂດເທສບານເມືອງດາກຈຶງ ເວົ້າວ່າ ນາງເອງກໍຮູ້ກ່ຽວກັບ ການຂຸດຄົ້ນແຮ່ທາດບອກຊິກ ດັ່ງກ່າວ ແຕ່ບໍ່ຮູ້ຣາຍລະອຽດ ກ່ຽວກັບການຂຸດຄົ້ນ ຍ້ອນໄລຍະທາງ ໄປບ່ອນຂຸດ ຂ້ອນຂ້າງໄກພໍສົມຄວນ ດົນໆ ຜ່ານໄປເທື່ອນຶ່ງ ຈຶ່ງບໍ່ຮູ້ດີ.
ດັ່ງນາງເວົ້າວ່າ:
“ມີໆ ຢູ່ດາກຈຶງ ເຂົາເຈົ້າຈະຢູ່ໄກເນາະ ແລ້ວເຮົາລະບໍ່ຮູ້ເຂົາ ເຮົາຢູ່ໃນເມືອງຂາຍ ແຕ່ອາຫານ ໄກເຕີບ 10 ກວ່າ ກິໂລ ເອື້ອຍຢູ່ໃນເມືອງເລີຍ.”
ກ່ອນໜ້ານີ້ ໃນເດືອນກັນຍາ ປີ 2018 ກຸ່ມບໍຣິິສັດວຽດເຟືອງ ໄດ້ເຊັນສັນຍາ ກັບທາງການລາວ ເພື່ອສຳຣວດຂຸດຄົ້ນ ແລະສ້າງໂຮງງານ ປຸງແຕ່ງແຮ່ທາດ ບອກຊິກ ໃນເນື້ອທີ່ທັງໝົດ ປະມານ 100 ກິໂລແມັດມົນທົນ ໂດຍໃຊ້ງົບປະມານ 650 ລ້ານໂດລ້າຣ໌, ອີງຕາມການຣາຍງານ ຂອງສຳນັກຂ່າວວຽດນາມ ພລັສ (Plus) ແລະໃນເດືອນພຶສພາ ຜ່ານມາ ບໍຣິສັດດັ່ງກ່າວ ກໍໄດ້ເຮັດພິທີວາງສີລາຣືກ ກໍ່ສ້າງ ຫ້ອງການຂອງ ໂຄງການອຸດສາຫະກັມ ບອກຊິກ-ອາລູມີນຽມ ໂດຍມີເຈົ້າແຂວງ ເຊກອງ ແລະຄະນະກ່ຽວຂ້ອງ ເຂົ້າຮ່ວມພິທີ ຊຶ່ງ ທ່ານ ເຫລັກກ້າ ສີວິໄລ ເຈົ້າແຂວງ ແຂວງເຊກອງ ກໍໄດ້ກ່າວວ່າ ໂຄງການພັທນາ ອຸດສາຫະກັມບອກຊິກ-ອາລູມີນຽມ ແມ່ນນອນຢູ່ໃນ ບໍຣິມະສິດສຳຄັນ ຂອງຣັຖບານລາວ ແລະເປັນປັດໄຈ ສຳຄັນຕໍ່ການຂັບເຄື່ອນ ການພັທນາເສຖກິຈ-ສັງຄົມ, ການແກ້ໄຂ ຄວາມທຸກຍາກແລະຍົກລະດັບຊີວິຕ ການເປັນຢູ່ຂອງປະຊາຊົນ ແຂວງເຊກອງໃຫ້ດີຂຶ້ນ ອີງຕາມການຣາຍງານ ຂອງຂ່າວເຊກອງ ໃນວັນທີ 13 ພືສພາ ປີ 2022.