ການແກ້ໄຂ ຂໍ້ຂັດແຍ້ງທີ່ດິນ ຢູ່ອັດຕະປື ກາຍເປັນ ສິ່ງຫຍຸ້ງຍາກ

ພອນ ພູມ​ມີ​ທອນ/ເພັດສະຫຍາມ
2025.01.30
ການແກ້ໄຂ ຂໍ້ຂັດແຍ້ງທີ່ດິນ ຢູ່ອັດຕະປື ກາຍເປັນ ສິ່ງຫຍຸ້ງຍາກ ຊາວບ້ານ ນັ່ງເຝົ້າດິນ ທີ່ພວກເຂົາບຸກເບີກແລ້ວ ໃນເຂດບ້ານໜອງຫີນ ແຂວງອັດຕະປື ຂະນະທີ່ ພວມມີການໄກ່ເກ່ຍກັນ ຂອງເຈົ້າໜ້າທີ່. ເດືອນພຶດສະພາ 2023
Credit photos: facebook fan page ວາລະສານ ທາເກັທ

ການແກ້ໄຂ ຂໍ້ຂັດແຍ້ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະ ຫຍຸ້ງຍາກ ກະທົບຕໍ່ປະຊາຊົນລາວ ບັນດາເຜົ່າ ເພາະມີທີ່ດິນ ທຳການກະເສດ ບໍ່ພຽງພໍ ຍ້ອນທາງການລາວ ນັບແຕ່ຂັ້ນສູນກາງ ລົງມາຮອດຂັ້ນແຂວງ ໄດ້ອະນຸມັດ ເນື້ອທີ່ດິນ ເປັນຈຳນວນ ຫຼາຍພັນເຮັກຕາ ໃຫ້ກັບນາຍທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສຳປະທານ ລົງທຶນ ໃນໂຄງການ ຂະໜາດໃຫຍ່. ດັ່ງຊາວລາວ ທ່ານນີ້ ໃນແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມັງກອນ ນີ້ວ່າ:

ໂອ້ຍ, ຕົວເລື່ອງ ບັນຫາທີ່ດິນນີ້, ການຈັດຕັ້ງ ຂັ້ນເມືອງ, ຂັ້ນແຂວງ ຫັ້ນແຫຼະ ຊິແກ້ກັນຈັ່ງໃດແຫຼະ ຕໍ່ໄປ ມັນວຸ້ນວາຍ ເລື່ອງທີ່ດິນ, ວຸ້ນເລື່ອງປ່າໄມ້. ປະຊາຊົນນີ້ ກະລຳບາກ ຍາກແຄ້ນແຫຼະ.

ຊາວລາວ ອີກທ່ານໜຶ່ງ ໃນແຂວງອັດຕະປື ກ່າວວ່າ ເນື້ອທີ່ດິນ ຖືເປັນຊັບພະຍາກອນ ທີ່ສຳຄັນ ຂອງປະເທດ, ປະຊາຊົນລາວ ບັນດາເຜົ່າ ໃນແຂວງອັດຕະປື ກໍມີອາຊີບ ທຳການກະເສດ ເປັນຫຼັກ ເປົ້າໝາຍ ກໍເພື່ອຫຼຸດພົ້ນ ຈາກຄວາມທຸກຍາກ.

ແຕ່ປັດຈຸບັນ, ເນື້ອທີ່ດິນ ແລະ ປ່າໄມ້ ຈຳນວນຫຼາຍ ພັດຖືກສຳປະທານ ໃຫ້ກັບນາຍທຶນ, ແຕ່ປະຊາຊົນ ບໍ່ມີຮອດເນື້ອທີ່ ທຳການກະເສດ ເປັນຕົ້ນ ໂຄງການປູກໄມ້ ອຸດສາຫະກໍາ ຢູ່ເມືອງສະໜາມໄຊ ຂອງບໍລິສັດຈີນ ກໍກາຍເປັນ ຂໍ້ຂັດແຍ້ງ ຮອດດຽວນີ້ ກະຍັງແກ້ໄຂ ບໍ່ທັນໄດ້ເທື່ອ. ດັ່ງຊາວລາວ ທ່ານນີ້ ກ່າວວ່າ:

ຄັນເຈົ້າໃຫ້ ໝູ່ສຳປະທານ, ເຈົ້າຕ້ອງເບິ່ງ ພົນລະເມືອງເຮົາຫັ້ນ ມັນພຽງພໍແລ້ວບໍ່ ຈັ່ງໃຫ້ຄົນອື່ນ ສຳປະທານ. ຄືຜ່ານມາຫັ້ນ ຂ້ອຍເຫັນວ່າ ສະພາບມັນເກີດ ຄວາມເດືອດຮ້ອນ ບໍ່ມີ ກະຍາດເອົາ ຄືຜ່ານມານ່າ.

ເຈົ້າໜ້າທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ກ່າວຍອມຮັບວ່າ ຕະຫຼອດຫຼາຍປີມານີ້, ທາງການລາວ ໄດ້ອະນຸມັດ ເນື້ອທີ່ດິນ ທັງດິນລັດ ແລະ ດິນ ຂອງປະຊາຊົນ ໃຫ້ກັບນາຍທຶນ, ໂດຍສະເພາະ ຄົນທີ່ບໍ່ມີ ໃບຕາດິນຖາວອນ ພາຍຫຼັງທີ່ ອະນຸມັດໄປແລ້ວ ຈຶ່ງກາຍເປັນ ຂໍ້ຂັດແຍ້ງຂຶ້ນ ຍ້ອນປະຊາຊົນ ເຫຼົ່ານັ້ນ ບໍ່ມີເນື້ອທີ່ ທຳການກະເສດ ຄືແຕ່ກ່ອນ. ດັ່ງທ່ານກ່າວວ່າ:

ອະນຸມັດດິນ ຈຳນວນຫຼາຍ ປະຊາຊົນ ເຂົາບໍ່ມີເນື້ອທີ່ ທຳການຜະລິດ, ຫັ້ນນ່າ. ບາດນີ້, ດິນ ຈຳນວນຫຼາຍ ສ່ວນຫຼາຍ ກະແມ່ນຢູ່ໃນປ່າໄມ້, ນັກລົງທຶນເຂົ້າມາ ເຂົາກະເຮັດ ເນື້ອທີ່ປ່າຜະລິດ ມັນບໍ່ມີ ເຂົາກະເຮັດປ່າສະຫງວນ.

ຕໍ່ກັບບັນຫານີ້, ທາງການແຂວງອັດຕະປື ກໍໄດ້ມີ ການລົງພື້ນທີ່ ໄປຕິດຕາມ-ກວດກາ ບັນດາໂຄງການ ລົງທຶນຕ່າງໆ ຢ່າງຕໍ່ເນື່ອງ, ແຕ່ການແກ້ໄຂ ຂໍ້ຂັດແຍ້ງ ເລື່ອງທີ່ດິນນັ້ນ, ກໍຕ້ອງເບິ່ງ ສະພາບບັນຫາຕົວຈິງ. ດັ່ງເຈົ້າໜ້າທີ່ ສະພາປະຊາຊົນ ແຂວງອັດຕະປື ກ່າວວ່າ:

“ພະແນກກະສິກຳ, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນີ້ນ່າ ລົງໄປກວດເບິ່ງພື້ນທີ່ ອີ່ຫຍັງຄັກແນ່, ຜົນກະທົບ ແກ້ໄຂກັນແບບໃດ ກະຈັ່ງເບິ່ງຕົວຈິງ, ຫັ້ນນ່າ. ມັນກະຕ້ອງ ມີທາງອອກ ຢູ່ແລ້ວເນາະ.”

ຫຼ້າສຸດນີ້, ທ່ານ ບຸນໂຮມ ພົມມະສານ, ປະທານແນວລາວສ້າງຊາດ ແຂວງອັດຕະປື ເວົ້າໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ 2 ໃນມື້ວັນທີ 25 ມັງກອນ 2025 ວ່າ ການນໍາໃຊ້ທີ່ດິນ ຍັງບໍ່ເປັນລະບົບ ເທົ່າທີ່ຄວນ ຍັງມີບັນຫາ ຂໍ້ຂັດແຍ້ງ ເກີດຂຶ້ນຫຼາຍ ຈຶ່ງສະເໜີໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ການຄຸ້ມຄອງ, ຈັດສັນທີ່ດິນ ຢ່າງຖືກຕ້ອງ.

ຕົວຢ່າງ ຂໍ້ຂັດແຍ້ງ ເລື່ອງທີ່ດິນ, ເຊິ່ງເກີດຂຶ້ນ ເມື່ອປີ 2023-2024 ທີ່ຜ່ານມານີ້, ໂດຍມີບໍລິສັດ ສີຊິນ  ພັດທະນາກະສິກໍາ ຈໍາກັດ ແລະ ບໍລິສັດ ກອງແກ້ວ ພັດທະນາກະສິກໍາ ຈໍາກັດ ໄດ້ຮັບສຳປະທານ ພື້ນທີ່ 300 ເຮັກຕ້າ ຢູ່ໃນເຂດ ບ້ານໜອງຫີນ ເພື່ອປູກກ້ວຍຫອມ ແລະ ໝາກຖົ່ວລຽນ ເປັນເວລາ 25 ປີ ຫຼັງຈາກໝົດອາຍຸ ສຳປະທານແລ້ວ ກໍຈະສົ່ງມອບດິນນັ້ນ ຄືນໃຫ້ແຂວງອັດຕະປື, ແຕ່ຊາວບ້ານ ຜູ້ທີ່ເປັນ ເຈົ້າຂອງທີ່ດິນ ບໍ່ຍອມ ໃຫ້ດຸດດິນເຂົາເຈົ້າ ເພາະບໍລິສັດ ບໍ່ໄດ້ແຈ້ງເຕືອນຊາວບ້ານ ແລະ ບໍລິສັດ ຍັງໄດ້ຈ່າຍເງິນ ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.