ຄະນະປະເມີນຜົລ ແລະ ແກ້ໄຂພັຍພິບັດ ເຂື່ອນແຕກແຂວງອັດຕະປື ເລັ່ງສລຸບການປະເມີນຜົລເສັຽຫາຍ ປະເພດ ສິ່ງປູກສ້າງ ເພື່ອຊົດເຊີຍ ໃຫ້ແກ່ຊາວບ້ານເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ເຈົ້າໜ້າທີ່ເມືອງສນາມໄຊ ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ວ່າ:
" ເພາະ ວ່າ ຂໍ້ ມູນ ບາງ ບ້ານ ມັນ ຍັງ ບໍ່ ທັນ ໄດ້ ແລ້ວ ມັນ ບໍ່ ທັນ ໄດ້ ລົງ ໂຕ ກັນໄດ້ ຫັ້ນ ນ່າ ໂຕວັດ ມັນ ມີ ຄ່າ ຫັ້ ນເດ້ ມັນ ປະ ເມີນບໍ່ ໄດ້ ມີ ແຕ່ ຊິ ຍື່ນຂຶ້ນ ເມືອ ທາງ ເທິງ ພຸ້ນ ໂລດ ມັນ ຊິ ເໝາະ ບໍ່ ກັບ ລາ ຄາ ທີ່ ວ່າ ສະ ພາບ ການ ເໜັງ ຕີງ ຂອງ ເງິນ ປັດ ຈຸ ບັນ ຫັ້ນ ນ່າ ຄັນ ເພິ່ນ ເປັນ ເອ ກະ ພາບ ກະ ແລ້ວ ປະ ມານ ເດືອນ 7 ຄັນ ຖ້າ ວ່າ ມັນ ຊິ ຍັງ ປັບ ປຸງ ໃໝ່ ກະ ຕ້ອງ ໄດ້ ຄືນ ."
ທ່ານ ກ່າວຕື່ມວ່າ ປັດຈຸບັນ ຍັງບໍ່ສາມາດສລຸບໂຕເລກຜົລເສັຽຫາຍໄດ້ທັງໝົດ ເພາະຍັງມີຫຼາຍບ້ານ ກໍຫຍຸ້ງຍາກໃນການປະເມີນລາຄາຜົລເສັຽຫາຍ ແລະ ບໍ່ຮູ້ວ່າຈະປະເມີນລາຄາແບບໃດ ເປັນຕົ້ນວ່າ ຄຳ 1 ບາດ ຈະຕ້ອງປະເມີນຕາມລາຄາທີ່ຊື້ເວລານັ້ນ ຫຼື ປະເມີນຕາມສະພາບລາຄາໃນປັດຈຸບັນ ແລະ ຍັງມີວັດຖຸມີຄ່າ ເປັນຕົ້ນພຣະເຄື່ອງ ແລະ ອັດຖິຂອງບູຮານ ທີ່ສືບທອດກັນມາແຕ່ສມັຍກ່ອນ.
ທາງການແຂວງອັດຕະປື ຈະເລັ່ງດຳເນີນການ ສລຸບຜົລເສັຽຫາຍທັງໝົດ ເພື່ອສເນີໃຫ້ຣັຖບານກາງ ກວດກາ ແລະ ພິຈາຣະນາເພີ່ມຕື່ມ ພາຍໃນເດືອນກໍຣະກະດານີ້ ຖ້າຣັຖບານເຫັນດີ ຕໍ່ຜົລຂອງການປະເມີນ ກໍຈະຈ່າຍເງິນຊົດເຊີຍໃຫ້ແກ່ຊາວບ້ານ ແຕ່ຖ້າບໍ່ຜ່ານກໍຕ້ອງໄດ້ກັບມາປະເມີນຄືນໃໝ່.
ຂະນະທີ່ຊາວບ້ານທີ່ຖືກຜົລກະທົບ ຈາກເຂື່ອນແຕກ ເມືອງສນາມໄຊ ກໍຍັງລໍຖ້າ ແລະ ຄາດຫວັງຈະໄດ້ຮັບຄ່າຊົດເຊີຍໄວທີ່ສຸດ ເພາະວ່າເຂົາເຈົ້າຕ້ອງການເງິນ ມາລົງທຶນໃສ່ການກະເສດ, ການລ້ຽງສັດ ແລະ ໃຊ້ຈ່າຍອື່ນໆ ເພື່ອຟື້ນຟູສະພາບການເປັນຢູ່ ພາຍໃນຄອບຄົວຂອງຕົນເອງ ໃຫ້ດີຂຶ້ນກວ່າເກົ່າ ຫຼັງຈາກທີ່ຕ້ອງທົນລຳບາກ ມາຫຼາຍປີ.
ຊາວບ້ານ ລໍຖ້າ ເງິນຊົດເຊີຍ ປະເພດສິ່ງປູກສ້າງ ແລະ ວັດຖຸມີຄ່າ ມາແຕ່ 2021 ເພາະວ່າ ເຂົາເຈົ້າຈະເອົາເງິນດັ່ງກ່າວໄປລົງທຶນປູກຕົ້ນໄມ້ ແລະ ເຮັດນາ ແຕ່ປັດຈຸບັນທາງການ ກໍຍັງປະເມີນລາຄາບໍ່ລົງໂຕ.
ຊາວບ້ານເມືອງສນາມໄຊ ຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ວ່າ:
" ກະ ຍັງ ບໍ່ ທັນ ໄດ້ ເທື່ອ ນີ້ ກະ ລໍ ຖ້າ ລົງ ໄຮ່ ແນວ ເຮັດ ແນວ ຫາ ລໍ ຖ້າ ເງິນ ກະ ຍັງ ບໍ່ ທັນ ໄດ້ ເທື່ອ ຢາກ ເອົາ ເຮັດ ສວນ ມັນ ສວນ ຫຍັງ ນີ້ ແລ້ວ ກະ ບໍ່ ມີ ເງິນລົງ ທຶນ ແດ່ ລໍ ຖ້າ ເງິນ ເພີ່ມ ແຫຼະ ຫາກ ຍັງ ບໍ່ ທັນ ໄດ້ ."
ເງິນຊົດເຊີຍຮອບທີ 2 ຊັກຊ້າ ແລະ ຍັງບໍ່ມີກຳນົດວ່າ ຊາວບ້າຈະໄດ້ເມື່ອໃດ ເຊິ່ງຊາວບ້ານ ຍັງບໍ່ຮູ້ວ່າຂັ້ນຕອນເປັນແນວໃດ ແລະ ພາກສ່ວນໃດຮັບຜິດຊອບ.
ຊາວບ້ານເມືອງສນາມໄຊ ອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ວ່າ:
" ເທື່ອ ແລ້ວນີ້ 39 ລ້ານ ແລະ ຍັງ 10 ປາຍ [ ລ້ານ ກີບ ] ລະ ຍັງ ບໍ່ ທັນ ຈ່າຍໂຕ ຫັ້ນ ນ່າ ຍັງ ມີ ການ ຂັດ ແຍ່ງ ກັນ ເປັນ ນຳ ແຂວງ ບໍ່ ຫຼື ວ່າ ເປັນ ຣັ ຖ ບານເພິ່ນ ບໍ່ ເຮັດ ແນວ ນັ້ນ ຫຼື ວ່າ ບໍ ຣິ ສັດ ປະ ກັນ ພັຍ ແຕ່ ວ່າ ທ າງ ປະ ຊາ ຊົນ ກໍ ວ່າ ເປັນ ນຳ ແຂວງ ຫັ້ນ ແລ້ວ ."
ທາງດ້ານ ເຈົ້າໜ້າທີ່ແຂວງອັດຕະປື ກ່າວວ່າ ປັດຈຸບັນ ການປະເມີນຜົລເສັຽຫາຍ ປະເພດສິ່ງປູກສ້າງ ເງິນສົດ ແລະ ວັດຖຸມີຄ່າອື່ນໆ ຍັງຢູ່ລະຫວ່າງການດຳເນີນການ ຍັງບໍ່ທັນສຳເຣັດ 100 ເປີເຊັນ ເພາະຈະຕ້ອງເກັບກໍາຂໍ້ມູນ ໃຫ້ລະອຽດ ຈະແຈ້ງ ຕາມຫຼັກການສາກົນ ແລະ ຍຸຕິທັມກັບຊາວບ້ານ ຂະນະທີ່ຜົລມີຫຼາຍພັນຄອບຄົວ ທີ່ໄດ້ຮັບຜົລເສັຽຫາຍ ຈາກເຂື່ອນແຕກເວລານັ້ນ.
ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ ວ່າ:
" ໃນ ການກວດ ກາ ສຳ ຣວດ ຂໍ້ ມູນ ຜົ ລ ເສັຽ ຫາຍນີ້ ກະ ເຫັນ ວ່າ ນອນ ຢູ່ ໃນ ຣະ ບຽບ ການ ຂອງ ສາ ກົ ລ ມັນ ກະ ຍາກ ມັນ ຈຳ ນວນ ຫຼາຍພັນ ຄົນ ແລ້ວ ກະ ທັງ ຊັບ ສິ່ງ ຂອງ ບໍ່ມີ ສ ະຖິ ຕິ ມັນ ບໍ່ ມີຂໍ້ ມູນໄວ້ ເອົາ ກະ ອີງ ໃສ່ ຄຳ ບອກ ເລົ່າ ອີງ ໃສ່ ຫຼັກ ຖານ ການ ຢືນຢັນ ຂອງ ບ້ານ ໃກ້ ຄຽງເປັນ ຖານ ຂໍ້ ມູນ ."
ໄລຍະຜ່ານມາ ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຫຼື PNPC ໄດ້ມອບເງິນຊົດເຊີຍ ໃຫ້ກັບຊາວບ້ານ ກັບທາງການລາວໄປແລ້ວ ປະມານ 800 ຕື້ກີບ ເພື່ອຊົດເຊີຍຕໍ່ສະພາບຈິດໃຈແກ່ຊາວບ້ານ, ຜູ້ເສັຽຊີວິດ, ຜູ້ບາດເຈັບ, ນຳໃຊ້ໃນຊີວິດປະຈຳນວັນ 250,000 ກີບ ຕໍ່ເດືອນ ແລະ ຟື້ນຟູສນາມໄຊຄືນໃໝ່, ການບຸກເບີກທີ່ດິນ ແລະ ການພັທນາອື່ນໆ.
ປັດຈຸບັນ ເງິນສົດ 250,000 ກີບ ຕໍ່ຄົນ ຕໍ່ເດືອນ ຈ່າຍໃຫ້ພຽງແຕ່ຄອບຄົວ ທີ່ບໍ່ສາມາດກຸ້ມໂຕເອງໄດ້ ໂດຍສະເພາະຄອບຄົວທີ່ມີຫົວໜ້າ ຄອບຄົວເປັນເພດຍິງ, ຜູ້ພິການ ແລະ ຜູ້ສູງອາຍຸໃນຄອບຄົວທຸກຍາກ, ເດັກນ້ອຍກຳພ້າ-ກຳພອຍ. ນອກຈາກນີ້ ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຍັງຮອບຜິດຊອບສ້າງເຮືອນຢູ່ຖາວອນ ໃຫ້ຊາວບ້ານ ຈຳນວນ 700 ຫຼັງ ມູນຄ່າ 24.5 ລ້ານໂດລ້າຣ໌, ແຕ່ການກໍ່ສ້າງຍັງບໍ່ທັນສຳເຣັດ.
ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍຣະກະດາ 2018 ເຮັດໃຫ້ມີຜູ້ເສັຽຊີວິດ 71 ຄົນ, ອີງຕາມການຂໍ້ມູນ ຈາກເຈົ້າໜ້າທີ່ແຂວງອັດຕະປື.