ຂຸດຄົ້ນແຮ່ທາດ ໃນອັດຕະປື ກະທົບຊາວບ້ານບໍ່ໜ້ອຍ

ພູວົງສ໌
2022.04.25
Share on WhatsApp
Share on WhatsApp
ຂຸດຄົ້ນແຮ່ທາດ ໃນອັດຕະປື ກະທົບຊາວບ້ານບໍ່ໜ້ອຍ ແຜນທີ່ແຂວງອັດຕະປື ທີ່ມີໂຄງການຂຸດຄົ້ນແຮ່ທາດ ຂອງບໍຣິສັດຈີນ ແລະ ວຽດນາມ ບໍ່ຕ່ຳກວ່າ 61 ໂຄງການ.
Photo: RFA

ມາຮອດປັດຈຸບັນ, ທົ່ວແຂວງອັດຕະປື ມີໂຄງການ ທີ່ລົງທຶນດ້ານແຮ່ທາດ ປະມານ 53 ບໍຣິສັດ 61 ໂຄງການ ກວມເອົາເນື້ອທີ່ທັງໝົດ 2,979 ກິໂລຕາແມັຕ ຫຼື 297,900 ເຮັກຕ້າຣ໌, ອີງຕາມການຣາຍງານ ຂອງກອງປະຊຸມ ສຣຸບວຽກງານ ພະລັງງານ ແລະ ບໍ່ແຮ່ ປະຈຳປີ 2021 ໃນມື້ວັນທີ 3 ມີນາ 2022 ທີ່ຜ່ານມານັ້ນ.

ຂະນະດຽວກັນ, ເຖິງວ່າຈະມີໂຄງການ ຂຸດຄົ້ນແຮ່ທາດ ຫຼາຍໂຄງການ, ແຕ່ປະຊາຊົນ ຈຳນວນບໍ່ໜ້ອຍ ເຫັນວ່າ ໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ທີ່ທາງການລາວ ໃຫ້ສັມປະທານ ໃນແຂວງອັດຕະປືນັ້ນ, ມັກຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼາຍພໍສົມຄວນ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງພູວົງ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ເມສາ ນີ້ວ່າ:

“ໂອ້, ກະມີແດ່ຫັ້ນແຫຼະ ບາງເທື່ອເຂົາເຮັດ ແລ້ວເຂົາກະດຸດ ເຂົາດຸດຖນົນຫົນທາງ, ຕັດໄມ້ ຕັດຕອກ ຫັ້ນແຫຼະເນາະ. ໂອ້ ບໍ່ມີໆ (ການຈ້າງງານ) ບ້ານບໍ່ມີສ່ວນຮູ້, ປະຊາຊົນ ບໍ່ມີສ່ວນຮ່ວມ, ຫັ້ນນ່າ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຫຼາຍໂຄງການ ທີ່ລົງທຶນ ຂຸດຄົ້ນແຮ່ທາດ,​ ໂດຍສະເພາະ ບໍຣິສັດວຽດນາມ ແລະ ບໍຣິສັດຈີນ ເມື່ອໄດ້ຮັບສັມປະທານ ໃຫ້ຂຸດຄົ້ນ ແລະ ປຸງແຕ່ງໄປແລ້ວ ກໍບໍ່ມີການຈ້າງຊາວບ້ານ ໃນພື້ນທີ່ ເຂົ້າໄປເຮັດວຽກນຳ ຫຼາຍປານໃດ, ຍົກເວັ້ນ ກັມມະກອນແບກຫາບ ແລະ ຍາມຮັກສາຄວາມປອດພັຍ. ສ່ວນຄົນງານອື່ນໆ ທາງບໍຣິສັດ ຜູ້ພັທນາໂຄງການ ກໍຈະນຳເຂົ້າ ມາຈາກປະເທດ ຂອງພວກເຂົາເອງ ເຊັ່ນໂຄງການລົງທຶນ ຂອງວຽດນາມ ກໍຈະເອົາຄົນງານ ຈາກວຽດນາມ ເຂົ້າມາເຮັດວຽກ.

ອີງຕາມບົດປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ລະບຸວ່າ ທຸກໂຄງການ ຈະເຫັນຜົລກະທົບ ທີ່ເກີດຂຶ້ນ ຢ່າງຈະແຈ້ງ ເປັນຕົ້ນວ່າ ຜົລກະທົບ ຕໍ່ການເຊາະເຈື່ອນ ຂອງດິນ, ຝຸ່ນລະອອງ ແລະ ສຽງດັງ, ການເຊາະເຈື່ອນ ແລະ ການພັດພາດິນຝຸ່ນຕົມ, ນ້ຳເປື້ອນ ແລະ ຄຸນນະພາບນ້ຳ, ຊັພຍາກອນປ່າໄມ້ ແລະ ສັດນ້ຳ-ສັດປ່າ, ແຕ່ຊາວບ້ານ ທີ່ຖືກຜົລກະທົບ ສ່ວນຫຼາຍ ຈະບໍ່ໄດ້ຮັບຮູ້ ເຣື່ອງດັ່ງກ່າວ.

ກ່ຽວກັບເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມນີ້, ຊາວບ້ານຜູ້ນຶ່ງ ຢູ່ບ້ານນ້ຳຊວນ, ເມືອງພູວົງ ແຂວງອັດຕະປື, ເຊິ່ງຢູ່ໃກ້ກັບໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍຣິສັດວຽດນາມ ກ່າວວ່າ ເຖິງຊາວບ້ານ ຈະບໍ່ໄດ້ໂຍກຍ້າຍ ອອກຈາກພື້ນທີ່, ແຕ່ຊາວບ້ານ ກໍສເນີໃຫ້ຜູ້ພັທນາໂຄງການ ຮັກສາສິ່ງແວດລ້ອມ ຊ່ອຍກັນ, ຫ້າມປ່ອຍນ້ຳເປື້ອນ-ນ້ຳເສັຽ ລົງຫ້ວຍ, ໂດຍຕ້ອງມີລະບົບ ບຳບັດນ້ຳເສັຽ ເພື່ອບໍ່ໃຫ້ ລະບົບນິເວດ ພາຍໃນເຂດບ້ານ ໄດ້ຮັບຜົລກະທົບ.

ປັດຈຸບັນ, ທາງໂຄງການ ກໍບອກວ່າ ມີການກວດກາ ຄຸນນະພາບນ້ຳ ເປັນປະຈຳທຸກປີ, ແຕ່ກະບໍ່ໄດ້ລາຍງານຜົລ ໃຫ້ຊາວບ້ານ ໄດ້ຮັບຮູ້ ວ່າມີປົນເປື້ອນ ຫຼືບໍ່, ໂດຍທີ່ຊາວບ້ານ ຈຳນວນນຶ່ງ ກໍຍັງອອກໄປຫາປາ ໃນຫ້ວຍມາກິນ ໄດ້ຕາມປົກກະຕິ, ແຕ່ປະຣິມານປາ ມີໜ້ອຍລົງ ແລະ ບໍ່ຮູ້ວ່າ ເປັນຍ້ອນສາເຫດໃດ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ບ້ານນ້ຳຊວນ, ເມືອງພູວົງ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ, ມີຢູ່ ມັນຫາກບໍ່ຫຼາຍ ຄືແຕ່ກ່ອນ, ຫັ້ນນ່າ, ມັນກະຫຼຸດແລ້ວປາ. ກະຈັ່ງວ່າເດີ້ອັນນັ້ນ ຄັນກວດ ກະເຫັນແຕ່ພະນັກງານແຄັມເຂົາຫັ້ນແຫຼະ ລົງກວດ. ກວດເບິ່ງນ້ຳ ເບິ່ງຫຍັງຫັ້ນແຫຼະ ແຕ່ລະຈຸດ ຕາມທີ່ຮົ່ວໄຫຼແດ່ ມັນກະພໍໄດ້ກິນຢູ່ນ່າເວົ້າແລ້ວ ປາກະ ບໍ່ໄດ້ມີບັນຫາຫຍັງດອກ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງໄຊເສດຖາ ກ່າວວ່າ ໂຄງການຂນາດໃຫຍ່ ບໍ່ວ່າຈະເປັນການຂຸດຄົ້ນແຮ່ທາດ ຫຼືສ້າງເຂື່ອນໄຟຟ້າ ມັກຈະນຳຜົລກະທົບ ມາໃຫ້ຊາວບ້ານຢູ່ແລ້ວ, ໂດຍສະເພາະ ການໂຍກຍ້າຍຖິ່ນຖານ ອອກຈາກພື້ນທີ່ ແລະ ສູນເສັຽທີ່ດິນ ທຳການກະເສດ, ໂດຍທີ່ຊາວບ້ານ ບໍ່ສາມາດຄັດຄ້ານ ຫຼືປະຕິເສດ ໂຄງການລົງທຶນ ເຫຼົ່ານັ້ນໄດ້ ແລະ ຢາກໃຫ້ທາງການລາວ ເບິ່ງຜົລກະທົບ ທີ່ເກີດຂຶ້ນ ກັບຊາວບ້ານ ໃນແຕ່ລະພື້ນທີ່ ເພາະບໍ່ຢາກເຫັນ ພີ່ນ້ອງຊາວລາວ ໄດ້ຮັບຜົລກະທົບ ແລະ ກາຍເປັນຄົນທຸກຍາກ ບໍ່ມີຮອດດິນ ທຳການກະເສດ ເພື່ອລ້ຽງຄອບຄົວ ແລະ ສ້າງລາຍໄດ້.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໄຊເສດຖາ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພວກທີ່ມາ ຢາກມາຂຸດຄົ້ນບໍ່ແຮ່ ຈັບຈອງເອົາດິນຫັ້ນ ດຽວນີ້ຫັ້ນ ດິນຫັ້ນມັນບໍ່ພຽງພໍແລ້ວ ດຽວນີ້ຫັ້ນ. ຄັນວ່າຂັ້ນເທິງ ແບ່ງໃຫ້ພວກບໍຣິສັດມານຳໃຊ້ ມາເຮັດໂຮງຈັກ-ໂຮງງານ ຈັກໜ້ອຍປະຊາຊົນເຮົາ ພັດຊິມີຜົລດ້ອຍ, ຫັ້ນນ່າ.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ດ້ານຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວວ່າ ທຸກໂຄງການລົງທຶນ ດ້ານບໍ່ແຮ່ ຖ້າຫາກເປັນເນື້ອທີ່ດິນ ຂອງທາງການລາວ ຄຸ້ມຄອງຢູ່ແລ້ວ ກໍຈະບໍ່ເກີດບັນຫາ ໜັກປານໃດ, ຍົກເວັ້ນ ປ່າໄມ້ ແລະ ສັດປ່າ ທີ່ຈະຕ້ອງສູນເສັຽໄປ ຫຼາຍສົມຄວນ.

ແຕ່ຖ້າຫາກໂຄງການ ຕັ້ງຢູ່ໃນພື້ນທີ່ຊຸມຊົນ ທີ່ມີຊາວບ້ານ ອາສັຍຢູ່ ກໍຕ້ອງພະເຊີນ ກັບຜົລກະທົບ ຢ່າງແນ່ນອນ ບໍ່ໜ້ອຍກໍຫຼາຍ, ເຊິ່ງຜົລກະທົບ ກໍຈະແຕກຕ່າງກັນໄປ ຂຶ້ນຢູ່ກັບມາຕຖານ ຂອງບໍຣິສັດນັ້ນໆ ເປັນຕົ້ນ ນ້ຳເປື້ອນ, ນ້ຳເສັຽ, ສຽງດັງ ແລະ ຝຸ່ນລະອອງ, ແຕ່ທີ່ຜ່ານມາ, ກໍຍັງບໍ່ໄດ້ຮັບລາຍງານ ກ່ຽວກັບເຣື່ອງນີ້ເທື່ອ.

ດັ່ງເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂອ້, ໂຕນີ້ບໍ່ຊ່າງຊິວ່າ ມັນຕ້ອງເບິ່ງວ່າ ພື້ນທີ່ ເບິ່ງບ່ອນໜ້າມັນ ມັນມີຊຸມຊົນບໍ່, ມີພິສັງບໍ່,​ ຫັ້ນນ່າ. ຄັນຊິເວົ້າ ຄັນເຮັດໄດ້ມາຕຖານ ມັນກະບໍ່ມີບັນຫາ ກະໄປກະທົບເຣື່ອງດິນ ເຣື່ອງດອນ ເຣື່ອງອັນນັ້ນແຫຼະ ຄັນວ່າດິນ ຂອງຫຼວງຫັ້ນ, ບໍ່ຍາກດອກ.”

ໃນຂະນະດຽວກັນ, ເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ໂຄງການລົງທຶນ ດ້ານແຮ່ທາດ ຖືເປັນໂຄງການຂນາດໃຫຍ່ ທີ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຮຸນແຮງທີ່ສຸດ ເພາະເນື້ອທີ່ ແຕ່ລະໂຄງການ ຂ້ອນຂ້າງກວ້າງ ເຮັດໃຫ້ພື້ນທີ່ປ່າໄມ້ ຖືກທຳລາຍ ເປັນຈຳນວນຫຼາຍ. ສະນັ້ນແລ້ວ, ເພື່ອແກ້ໄຂບັນຫານີ້ ທາງການລາວ ກໍໄດ້ກຳນົດເງື່ອນໄຂ ໃຫ້ທຸກບໍຣິສັດ ທີ່ໄດ້ຮັບສັມປະທານ ໂຄງການຂຸດຄົ້ນແຮ່ທາດ ຫຼືໂຄງການເຂື່ອນໄຟຟ້າ ຈະຕ້ອງໄດ້ປູກປ່າ ທົດແທນຄືນ, ໂດຍທາງການລາວ ຈະຈັດສັນເນື້ອທີ່ ປ່າໄມ້ຊຸດໂຊມ ໃຫ້ແຕ່ລະໂຄງການ ຫຼືຫາກໂຄງການໃດ ໝົດສັນຍາ ສັມປະທານແລ້ວ ກໍຈະໃຫ້ປູກປ່າຄືນໃໝ່.

ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພວກບໍ່ແຮ່ ທຸກໂຄງການ ມີໝົດແຫຼະ (ການປູກປ່າທົດແທນຄືນ), ຣັຖບານ ເພິ່ນກຳນົດມາຈັ່ງຊັ້ນໂລດ, ມັນກະມີຫຼາຍເງື່ອນໄຂ. ປູກເອງ, ແຕ່ວ່າ ເຂົາເອົາປະຊາຊົນໄປປູກ, ແຕ່ວ່າທາງພາກຣັຖເຮົາ ໄດ້ລົງຕິດຕາມ, ແຕ່ວ່າເຂົາຊິຕົກລົງກັນ ໄດ້ແນວໃດ, ຈັດຕັ້ງປະຕິບັດແນວນັ້ນ.”

ປັດຈຸບັນ, ທົ່ວແຂວງອັດຕະປື ມີໂຄງການທີ່ລົງທຶນ ດ້ານແຮ່ທາດ ປະມານ 53 ບໍຣິສັດ 61 ໂຄງການ, ກວມເອົາເນື້ອທີ່ທັງໝົດ 2,979 ກິໂລຕາແມັຕ ຫຼື 297,900 ເຮັກຕ້າຣ໌. ໃນນີ້, ເປັນໂຄງການ ໄດ້ຮັບສິດສັມປະທານ ຕາມສັນຍາ ກັບຣັຖບານ ລວມມີ 10 ບໍຣິສັດ 14 ໂຄງການ, ເນື້ອທີ່ 787 ກິໂລຕາແມັຕ ຫຼື 78,700 ເຮັກຕ້າຣ໌ ເປັນຕົ້ນ ໂຄງການແຮ່ຄຳເຂດພູກ່ອງຢ່ອງ, ໂຄງການແຮ່ຄຳ ເຂດວັງຕັດ, ໂຄງການແຮ່ເງິນ ເມືອງຊານໄຊ ແລະ ໂຄງການແຮ່ຄຳ ບ້ານນ້ຳຊວນ ຢູ່ເມືອງພູວົງ.

ນອກຈາກນີ້, ຍັງມີຂັ້ນແຂວງອະນຸຍາດ ມີ 16 ບໍຣິສັດ 23 ກິຈການ ແລະ ຂັ້ນເມືອງອະນຸຍາດ ມີ 23 ບໍຣິສັດ 24 ກິຈການ, ເຊິ່ງບໍ່ມີການເປີດເຜີຍຂໍ້ມູນ ໃຫ້ສັງຄົມຮັບຮູ້ເທື່ອວ່າ ໂຄງການເຫຼົ່ານັ້ນ ຕັ້ງຢູ່ເຂດບ້ານໃດ ແລະ ມູລຄ່າການລົງທຶນ ໜ້ອຍ-ຫຼາຍພຽງໃດ.

ສຳລັບປະເພດແຮ່ທາດ ທີ່ທາງການ ອະນຸຍາດໃຫ້ຂຸດຄົ້ນ ກໍມີຫຼາຍຊະນິດ ເປັນຕົ້ນແຮ່ຄຳ, ແຮ່ເງິນ, ຫິນອ່ອນປາໂກດິດ, ຫິນບາຊານ, ຫິນຊາຍ, ດິນໜຽວຜລິຕດິນຈີ່ ແລະ ດິນຖົມພື້ນອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.