ມ້າງເຮືອນຊາວບ້ານແລ້ວບໍ່ ແປງຄືນ

0:00 / 0:00

ປະຊາຊົນ ຢູ່ເຂດບໍ່ໂອ ຈຳນວນນຶ່ງ ທີ່ຖືກທາງໂຄງການ ປັບປຸງທາງໃໝ່ ມ້າງເຮືອນພວກເຂົາເຈົ້າ ບໍ່ດີໃຈ ຈົ່ມວ່າ ຍ້ອນມ້າງເຮືອນ ອອກ ແລ້ວ ບໍ່ສ້ອມແປງໃຫ້. ຕາມທີ່ ທາງໂຄງການ ໄດ້ສັນຍາກັບ ປະຊາຊົນ ເອົາໄວ້ ແມ່ນເຮືອນຫລັງໃດ ຖືກມ້າງ ກໍຈະສ້ອມແປງ ຄືນໃຫ້ຄື ເກົ່າ ຄືບໍ່ໃຫ້ຄ່າຊົດເຊີຍ ຄວາມເສັຽຫາຍ. ຕາມຄຳເວົ້າ ຂອງຊາວເມືອງຫາດຊາຍຟອງ ຜູ້ບໍ່ປະສົງອອກຊື່ ໃນມື້ວັນທີ 25 ມິນາ 2017 ນີ້:

"ມີຈຳນວນນຶ່ງບໍ່ດີໃຈ ໄປມ້າງຂອງຂະເຈົ້າແລ້ວ ບໍ່ສ້ອມແປງຄືນ ສ່ວນຫລາຍແຫລະ ບໍ່ແລ້ວ ມ້າງຂອງຂະເຈົ້າແລ້ວ ກໍຖິ້ມເອະເຍະໄວ້".

ທ່ານເວົ້າວ່າ ຊາວບ້ານບາງຄອບຄົວ ຖືກທາງໂຄງການ ປັບປຸງທາງ ມ້າງເຮືອນໄປ ນຶ່ງສ່ວນສີ່, ບາງຄອບຄົວກໍ ນຶ່ງສ່ວນສາມ ແລະບາງ ຄອບຄົວ ກໍຖືກມ້າງ ເຄິ່ງນຶ່ງກໍມີ, ແຕ່ເມື່ອມ້າງອອກແລ້ວ ທາງໂຄງການກໍເສີຍ ບໍ່ເອົາຫົວໃສ່ໃຈຊາ ປະຖິ້ມໄປ. ສ່ວນທີ່ສ້ອມແປງ ໃຫ້ຄືນ ກໍສ້ອມແປງ ແບບບໍ່ລະອຽດ ເຮັດພໍແລ້ວມື. ດັ່ງທີ່ທ່ານກ່າວວ່າ:

"ບາງຫລັງມັນຖືກ ນຶ່ງສ່ວນສາມຂອງເຮືອນ ບາງເຮືອນກໍຖືກນຶ່ງສ່ວນສີ່ ແມ່ນຫຍັງໄປຫັ້ນແຫລະ ຍັງວ່າເວົາລວມແລ້ວ ມ້າງແລ້ວກໍບໍ່ເຮັດຄືນ ລະອຽດ".

ທ່ານເວົ້າຕື່ມວ່າ ເຮືອນແຄມທາງ ທີ່ຖືກຊ່ອມແປງຄືນແລ້ວ ແມ່ນເຮືອນຂອງຊາວຄ້າຂາຍ, ພວກເຂົາເຈົ້າພາກັນ ສ້ອມແປງເອົາເອງ, ຖ້າໃຫ້ ທາງໂຄງການ ມາສ້ອມແປງໃຫ້ ມັນຊ້າ, ເມື່ອສ້ອມແປງແລ້ວ ກໍຄ້າຂາຍຕໍ່ໄປ.

ປັດຈຸບັນ ປະຊາຊົນຍັງສົນໃຈ ນຳຮ່ອງຣະບາຍນ້ຳ ຕາມເສັ້ນທາງ ຍ້ອນເຫັນວ່າ ການສ້າງຫົນທາງ ບໍ່ຣະອຽດ ເຣຶ່ອງຮ່ອງ ລະບາຍນ້ຳ ໃນ ຣະດູຝົນ ຈະລະບາຍ ໄປທົ່ງນາ ຫລືວ່າຈະເອົາລົງ ນ້ຳຂອງ, ຢ້ານນ້ຳຖ້ວມບ້ານເຮືອນ ເພາະຫົນທາງ ຢູ່ສູງກວ່າເຮືອນ. ຕາມຄຳເວົ້າຂອງ ຊາວເມືອງ ຫາດຊາຍຟອງ.