ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ແລະ ສູນຄວາມຮ່ວມມື ຊັພຍາກອນນໍ້າ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LMC Water Center) ໄດ້ສຶກສາຮ່ວມກັນ ພາຍໃຕ້ຫົວຂໍ້ ການສຶກສາຮູບແບບການປ່ຽນແປງ ສະພາບອຸທົກກະວິທະຍາ ຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະຍຸທສາດການປັບໂຕ ຫຼື Joint Study on the Changing Pattern of Hydrological Conditions of Lancang-Mekong River Basin and Adaptation Strategies.
ຣາຍງານດັ່ງກ່າວນີ້ ລະບຸວ່າ ສະພາບອາກາດ ແລະກິຈກັມຂອງມະນຸສ ເປັນປັດໄຈຫຼັກ ທີ່ເຮັດໃຫ້ເກີດການປ່ຽນແປງ ຕໍ່ສະພາບຂອງແມ່ນໍ້າຂອງໃນປັດຈຸບັນ. ພັຍແຫ້ງແລ້ງ ທີ່ເກີດການປ່ຽນແປງດິນຟ້າອາກາດ ສົ່ງຜົລເສັຍຕໍ່ແມ່ນໍ້າຂອງ ໃນໄລຍະບໍ່ຈັກປີຜ່ານມາ ຕັ້ງແຕ່ລະດັບນໍ້າ ທີ່ຕໍ່າເປັນປວັດສາດ ໃນປີ 2019-2021 ໄປຈົນເຖິງ ກະແສນໍ້າໄຫວຢ້ອນກັບ ເຮັດໃຫ້ທະເທສາບໂຕນເລກ ໃນປະເທດກັມພູຊາ ຫົດໂຕລົງ.
ການພັທນາພື້ນຖານ ໂຄງຮ່າງທາງນໍ້າ ກໍເປັນປັດໄຈສນັບສນູນ ເຊິ່ງສົ່ງຜົລກະທົບເຖິງລະບົບການໄຫຼຂອງນໍ້າຕາມ ທັມມະຊາຕ ໂດຍມີການໄຫຼຂອງນໍ້າ ໃນໄລຍະຣະດູແລ້ງເພີ່ມຂຶ້ນ ແລະຫຼຸດການໄຫຼຂອງນໍ້າໃນຣະດູນໍ້າຖ້ວມ.
ກ່ອນໜ້ານີ້ ທ່ານ ດຣ. ອານຸລັກ ກິດຕິຄຸນ ກໍໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ຢູ່ກອງປະຊຸມສຸດຍອດ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ທີ່ຈັດຂຶ້ນລະຫວ່າງ ວັນທີ 2-5 ເມສາ 2023 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ເຖິງປັດໄຈຫຼັກ ທີ່ເຮັດໃຫ້ເກີດການປ່ຽນແປງ ຕໍ່ສະພາບຂອງແມ່ນໍ້າຂອງໃນປັດຈຸບັນ ຄື ສະພາບການປ່ຽນແປງດິນຟ້າອາກາດ ແລະໂຄງການເຂື່ອນໄຟຟ້າ ທັງໃນສາຍແມ່ນໍ້າຂອງ ແລະແມ່ນໍ້າສາຂາ.
ດັ່ງທ່່ານ ດຣ. ອານຸລັກ ກິດຕິຄຸນ ຫົວໜ້າສໍານັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວໃນຕອນນຶ່ງວ່າ:
“ແມ່ນໍ້າຂອງນີ້ ມັນກະມີການປ່ຽນແປງເນາະ ອັນປ່ຽນແປງຊັດເຈນນີ້ ກະແມ່ນ ການໄຫຼຂອງນໍ້າ ກະມີສອງປັດໄຈເນາະ ປັດໄຈນຶ່ງ ກະແມ່ນເຣື່ອງການປ່ຽນແປງດິນຟ້າອາກາດ ປັດໄຈສອງ ກະແມ່ນເຣື່ອງການສ້າງເຂື່ອນ ນັບແຕ່ຈີນມາ ລະລົງມາປະເທດສມາຊິກ MRC ເນາະ.”
ຣາຍງານນີ້ ລະບຸອີກວ່າ ປັດໄຈສໍາຄັນສອງຢ່າງ ທີ່ສົ່ງຜົລຕໍ່ການປ່ຽນແປງທາງອຸທົກວິທະຍາ ໃນລຸ່ມແມ່ນໍ້າຂອງ ຄື ປັດໄຈທາງທັມມະຊາຕ ຮວມເຖິງຮູບແບບການກາຍເປັນຝຸ່ນຕົມ, ການລະເຫີຍ, ຄຸນສົມບັດຂອງດິນ ແລະພູມິປະເທດ.
ສ່ວນກິຈກັມຂອງມະນຸສ ຄື ການພັທນາໂຄງຮ່າງພື້ນຖານ, ການຈັດການນໍ້າ, ສິ່ງປົກຫຸ້ມດິນ ແລະການປ່ຽນແປງການໃຊ້ທີ່ດິນ ເຊິ່ງທັງສອງປັດໄຈນີ້ ພົວພັນການ ແລະມີອິດທິພົນຕໍ່ປະຣິມານ, ເວລາ ແລະການແຜ່ກະຈາຍຂອງນໍ້າພາຍໃນອ່າງໂຕ່ງ. ກ່ຽວກັບຣາຍງານດັ່ງກ່າວນີ້ ຊາວບ້ານຜູ້ນຶ່ງ ໃນແຂວງພຣະບາງ ທີ່ເຮັດວຽກດ້ານສິ່ງແວດລ້ອມ ແລະຊຸມຊົນໃນລາວ ກ່າວວ່າ ຣາຍງານສບັບດັ່ງກ່າວ ຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ຂ້ອນຂ້າງຈະເປັນເຣື່ອງຂອງເທັກນິກ ຫຼາຍກວ່າ ແລະບໍ່ໄດ້ລະບຸຢ່າງຈະແຈ້ງ ວ່າ ເກີດຈາກສາເຫດໃດແທ້ ເຊິ່ງຄວນຈະແກ້ໄຂບັນຫາ ຮ່ວມກັນແນວໃດຕໍ່ໄປ.
ເຖິງຢ່າງໃດກໍຕາມ ສະພາບການປ່ຽນແປງ ຂອງແມ່ນໍ້າຂອງ ໃນປັດຈຸບັນ ກໍເຫັນໄດ້ແຈ້ງແລ້ວວ່າ ເກີດຈາກການພັທນາເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ແລະແມ່ນໍ້າສໍາຂາ ໂດຍສະເພາະ ເຣື່ອງການໄຫຼຂອງນໍ້າ ແລະການຂຶ້ນ-ລົງ ຂອງລະດັບນໍ້າ ເຊິ່ງບໍ່ເປັນໄປຕາມທັມມະຊາຕ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:
“ຣາຍງານຂອງ MRC ມັນເປັນຣາຍງານ Technical (ເທັກນິກ) ຫັ້ນນ່າ, ເຣື່ອງເຂື່ອນ ກັບເຣື່ອງການປ່ຽນແປງ ລະບົບນິເວດ ສ້າງພື້ນຖານ ການພັທນາເສຖກິຈ-ສັງຄົມ ກະພົວພັນກັບເຂື່ອນຢູ່ດີ.”
ຊາວບ້ານ ອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ເຮັດການກະເສດ ແລະຫາປາ ໃນແມ່ນໍ້າຂອງ ໄດ້ສະທ້ອນບັນຫາ ວ່່າ ໃນໄລຍະທີ່ມີການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແລະແມ່ນໍ້າສາຂາ ກໍເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງ ຂຶ້ນ-ລົງ ຜິດປົກກະຕິ ກະທົບຕໍ່ການເດີນເຮືອ, ກະທົບຕໍ່ການຫາປາ ເພາະຫາປາໄດ້ໜ້ອຍລົງ ບາງມື້ ຈະຫາບໍ່ໄດ້ຮອດ 5 ກິໂລ ຈາກປົກກະຕິ ບໍ່ຕໍ່າກວ່າ 10 ກິໂລຕໍ່ມື້ ເຊິ່ງສົ່ງຜົລກະທົບໄປເຖິງລາຍຮັບຂອງຄອບຄົວ ນໍາດ້ວຍ.
ນອກຈາກນີ້ ການຂຶ້ນ-ລົງ ຂອງລະດັບນໍ້າ ທີ່ບໍ່ເປັນໄປຕາມທັມມະຊາຕ ຍັງກະທົບຕໍ່ຊາວບ້ານ ທີ່ທໍາການກະເສດຕາມແລວແມ່ນໍ້າຂອງ ເພາະບໍ່ສາມາດຄາດການ ແລະຕຣຽມຄວາມພ້ອມ ໃນການຮັບມືກັບລະດັບນ້ໍາ ຂຶ້ນ-ລົງ ທີ່ບໍ່ປົກກະຕິ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າ ເຊິ່ງກ່ອນທີ່ຈະມີເຂື່ອນໄຟຟ້າ ຊາວບ້ານ ບໍ່ເຄີຍປະເຊີນກັບສະພາບ ການປ່ຽນແປງທີ່ຮຸນແຮງແບບນີ້ມາກ່ອນ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແຄມນໍ້າຂອງເນາະ ປູກຝັງ ແບບເຮັດກະເສດຫັ້ນນ່າ ບາດນີ້ ເຂົາປູກແລ້ວ ບາງເທື່ອນໍ້າຢູ່ດີໆເພິ່ນກະປ່ອຍມາ ມັນກະຂຶ້ນມາຖ້ວມ ມັນກະມີຜົລເສັຍຫາຍ ຜົລກະທົບຫຼາຍຢູ່ ເພິ່ນກະບໍ່ສົນນ່າ ຖ້ວມຕາຝັ່ງເຈື່ອນແດ່ ເພິ່ນບໍ່ແນະນໍາຫຍັງເຮົາເລີຍ.”
ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວວ່າ ຣາຍງານດັ່ງກ່າວ ບໍ່ໄດ້ເຈາະຈົງເຖິງບັນຫາ ແລະສາເຫດຢ່າງແທ້ຈິງ ທີ່ເຮັດໃຫ້ເກີດການປ່ຽນແປງ ຕໍໍ່ສະພາບຂອງແມ່ນໍ້າຂອງໃນປັດຈຸບັນ ແຕ່ສໍາລັບຊາວບ້ານ ທີ່ອາໄສຢູ່ໃນລຸ່ມແມ່ນໍ້າຂອງ ຫຼື ອ່າງໂຕ່ງແມ່ນໍ້າຂອງ ຕ່າງຮັບຊາບດີ ວ່າ ການປ່ຽນແປງ ຕໍ່ສະພາບຂອງແມ່ນໍ້າຂອງໃນປັດຈຸບັນ ເກີດມາຈາກໂຄງການພັທນາເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ເຊິ່ງສົ່ງຜົລຕໍ່ລະບົບນິເວດ, ສິ່ງແວດລ້ອມ ແລະປະຊາຊົນ ຢ່າງຮຸນແຮງ. ສະນັ້ນແລ້ວ ຄະນະກັມມາທິການແມ່ນໍ້າຂອງສາກົລ ຄວນຣາຍງານ ຢ່າງຕົງໄປຕົງມາ ແລະແບ່ງປັນຂໍ້ມູນ ໃຫ້ກັບຊາວບ້ານໄດ້ຮັບຮູ້ໄປເລີຍ ວ່າ ຫາກບໍ່ຢຸດເຊົາການສ້າງເຂື່ອນ ການປ່ຽນແປງຕໍ່ສະພາບຂອງແມ່ນໍ້າຂອງ ຈະບໍ່ສາມາດຟື້ນຄືນ ໃຫ້ກັັບມາອຸດົມສົມບູນໄດ້ຄືເກົ່າອີກ.
ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືຊິບໍ່ເຫັນດີນໍາ ເຂົາກະຣາຍງານຖືກຕ້ອງ ຣາຍງານທົ່ວໄປ ແຕ່ວ່າ ສິ່ງທີ່ຄວນຈະຣາຍງານຫຼາຍກວ່ານັ້ນ ເຊິ່ງມັນເປັນບັນຫາໃຫຍ່ ເຂົາກະບໍ່ເວົ້າຢ່າງທີ່ບອກຫັ້ນແຫຼະ ເຣື່ອງຂອງການກໍ່ສ້າງເຂື່ອນເນາະ ຖືວ່າ ເປັນບັນຫາໃຫຍ່ເລີຍຕອນນີ້ ມັນຈະສ້າງຄວາມປ່ຽນແປງ ມັນຈະເຮັດໃຫ້ລະບົບນິເວດ ເຮັດວຽກບໍ່ໄດ້ ອະວັຍວະພາຍໃນມັນຕາຍ ແມ່ນໍ້າຂອງ ກໍຈະບໍ່ສາມາດຟຶ້ນໄດ້.”
ອີງຕາມການຄົ້ນຄວ້າ ຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ໄດ້ຄາດຄະເນວ່າ ການປ່ຽນແປງທີ່ອາຈເກີດຂຶ້ນ ໃນໄລຍະ 20 ຫາ 50 ປີ ຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນໃນທົ່ວອ່າງ ແລະຕາມຣະດູການ, ຮອດປີ 2060 ລະດັບອຸນຫະພູມໃນອ່າງຮັບນໍ້າ ຈະເພີ່ມສູງຂຶ້ນ ໂດຍສະເລັ່ຍຕໍ່ປີ ອາດຢູ່ລະຫວ່າງ 0.4 ອົງສາ ຫາ 3.3 ອົງສາ ອີງຕາມການປ່ອຍອາຍພິດເຮືອນແກ້ວທົ່ວໂລກ.
ນອກຈາກນີ້ ພືດແລະສັດ ຫຼາຍຊະນິດ ຍັງມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ໃນນັ້ນ ມີປາຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນມີຄວາມສ່ຽງ ເນື່ອງຈາກ ຄວາມອ່ອນໄຫວ ຕໍ່ອຸທົກກະສາດ ພາຍໃຕ້ມະໂນພາປານກາງ ເຖິງປີ 2060 ການສູນເສັຍຈາກການເຊາະເຈື່ອນຂອງດິນ ຄາດວ່າ ຈະເພີ່ມຂຶ້ນອີກ 16.9%.