ໂຮງງານ ເກືອ ກາລີ ຢູ່ ບ້ານ ດອງບອງ ເມືອງ ນາຊາຍທອງ ນະຄອນ ຫລວງ ວຽງຈັນ ໄດ້ ສ້າງ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ແລະ ຍັງ ມີບັນຫາ ໃນການ ຈ່າຍ ເງິນ ເດືອນ ໃຫ້ ພະນັກງານ ນໍາອີກ.
ເນື້ອທີ່ ດິນນາ ຂອງ ຊາວບ້ານ 20 ຄອບຄົວ ທີ່ ຢູ່ໃກ້ ກັບ ໂຮງງານ ໄດ້ຮັບ ຜົນກະທົບ ຈາກ ນໍ້າເສັຽ ທີ່ ໂຮງງານ ເກືອກາລີ ປ່ອຍ ອອກໄປ ເຮັດໃຫ້ ເຂົາເຈົ້າ ບໍ່ສາມາດ ເຮັດ ນາ ໄດ້ເລີຍ ນັບ ຕັ້ງແຕ່ ຕັ້ງ ໂຮງງານ ມາ. ຣາຍ ຣະອຽດ ໃຫ້ທ່ານ ຟັງສຽງ ຂອງ ຊາວ ບ້ານ ຜູ້ ທີ່ໄດ້ຮັບ ຜົນ ກະທົບ ນັ້ນເບິ່ງ: ...ສຽງ ຊາວບ້ານ..
ໃນຂນະ ທີ່ ເຈົ້າໜ້າທີ່ ໜ່ວຍງານ ສິ່ງ ແວດລ້ອມ ກໍ ບອກວ່າ ຍັງບໍ່ທັນ ໄດ້ຮັບ ຂ່າວ ເທື່ອ ກ່ຽວກັບ ເຣື້ອງນີ້, ແຕ່ ເຈົ້າໜ້າທີ່ ເວົ້າວ່າ ຜ່ານມາ ມີນໍ້າ ຢູ່ ໂຮງງານ ໄຫລຊຶມ ລົງໃສ່ ໜອງນໍ້າ ເຮັດໃຫ້ ປາຕາຍ ແລະ ເຈົ້າໜ້າທີ່ ກໍລົງ ກວດກາ. ໃຫ້ທ່ານ ຟັງສຽງ ເຈົ້າໜ້າທີ່ ເບິ່ງ: ສຽງຂອງ ເຈົ້າໜ້າທີ່.
ທ່ານ ຜູ້ຟັງ ນອກຈາກ ນີ້ ໃນ ວັນທີ 18 ມິນາ ຜ່ານມາ ມີ ບັນດາ ຄົນງານ ທີ່ ເຮັດວຽກ ຢູ່ ໂຮງງານ ເກືອກາລີ ແຫ່ງນີ້ ພາກັນ ປະທ້ວງ ຍ້ອນ ເຂົາເຈົ້າ ບໍ່ໄດ້ຮັບ ເງິນ ເປັນເວາ 2 ເດືອນ. ອີງຕາມ ການ ບອກເລົ່າ ຂອງ ກັມມະກອນ ໂຮງງານ: ຟັງສຽງ ຂອງ ກັມມະກອນ: ສຽງ.
ແຕ່ວ່າ ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ຫ້ອງການ ແຮງງານ ແລະ ສວັດດີການ ສັງຄົມ ເມືອງ ນາຊາຍທອງ ກໍໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ ເຫດການ ທີ່ ເກີດຂຶ້ນ ບໍ່ແມ່ນ ການ ປະທ້ວງ ເປັນການ ເຂົ້າໃຈ ຜິດກັນ ຣະຫວ່າງ ກັມມະກອນ ແລະ ນາຍຈ້າງ.
ທ່ານ ຜູ້ຟັງ ບັນຫາ ກັມມະກອນ ແລະ ນາຍຈ້າງ ທີ່ ເກີດຂຶ້ນ ເບິ່ງ ຄືວ່າ ບໍ່ແມ່ນ ເຣື້ອງໃຫຍ່ ແຕ່ ຖ້າເບິ່ງ ໃຫ້ເລິກ ແລ້ວ ມັນ ກໍເປັນ ເຫດການ ນຶ່ງ ທີ່ ກັມມະກອນ ໂຮງງານ ກ້າ ລຸກຂຶ້ນ ປະທ້ວງ ນາຍຈ້າງ. ແລະ ບັນຫາ ສະພາບ ແວດລ້ອມ ກໍເຊັ່ນ ດຽວກັນ ການ ປ່ອຍນໍ້າເສັຽ ຈາກ ໂຮງງານ ເກືອ ກາລີ ເຮັດໃຫ້ ປະຊາຊົນ ບໍ່ ສາມາດ ເຮັດນາ ໄດ້.
ກັມມະກອນ ເຮັດວຽກ ບໍ່ໄດ້ ຄ່າຈ້າງ ຈະ ສາມາດ ຢູ່ໄດ້ ແນວໃດ ແລະ ຊາວບ້ານ ບໍ່ ສາມາດ ເຮັດນາ ໄດ້ ຍ້ອນ ໂຮງງານ ປ່ອຍນໍ້າ ເສັຽ ລົງໃສ່ ນາ ເຂົາເຈົ້າ ຈະ ຢູ່ໄດ້ ແນວໃດ. ຖ້າ ທັງສອງ ຢ່າງ ນີ້ ບໍ່ ສາມາດ ແກ້ໄຂ ໄດ້ ແລ້ວ ເຮົາຍັງຈະ ມີຄວາມ ພູມໃຈ ກັບ ການ ລົງທຶນ ຢູ່ບໍ? ໃນ ຂນະທີ່ ຍັງ ບໍ່ທັນມີ ຫລັກຄໍ້າ ປະກັນ ວ່າ ການ ລົງທຶນ ນັ້ນ ແມ່ນ ເພື່ອ ຜົນປໂຍດ ຂອງ ປະຊາຊົນ ແທ້ຈິງ.
