ເກີດນໍ້າຖ້ວມ ກະທັນຫັນ 7 ແຂວງ, ທາງການສັ່ງ ອົບພະຍົບ

ໄຊຍາ
2022.08.12
ເກີດນໍ້າຖ້ວມ ກະທັນຫັນ 7 ແຂວງ, ທາງການສັ່ງ ອົບພະຍົບ ສະພາບ ນ້ຳຖ້ວມໂຕເມືອງ ໃນນະຄອນຫຼວງວຽງຈັນ (ຮູບຊ້າຍມື), ສະພາບເຮືອນ ປະຊາຊົນ ທີ່ຖືກນ້ຳສຸໄຫຼ ຢູ່ພາກໃຕ້ (ຮູບກາງ) ແລະ ສະພາບຂົວຖືກນ້ຳເຊາະຂາດ ຢູ່ແຂວງໄຊຍະບູຣີ (ຮູບຂວາມື).
ນັກຂ່າວ ພົລເມືອງ

ເກິດເຫດພະຍຸ ດີເພຣສຊັນ (Depression) ພັດເຂົ້າປະເທດລາວ ເຮັດໃຫ້ມີນໍ້າຖ້ວມຢູ່ 7 ແຂວງ ຮວມມີແຂວງໄຊຍະບູຣີ, ຫຼວງພຣະບາງ, ຫົວພັນ, ສວັນນະເຂດ, ສາຣະວັນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ.

ທາງການແຂວງໄຊຍະບູຣີ ໄດ້ອອກແຈ້ງການສຸກເສີນ ໄປຍັງ 11 ເມືອງພາຍໃນແຂວງ ໃຫ້ຕຣຽມຄວາມພ້ອມ ໃນການຊ່ອຍເຫຼືອ ປະຊາຊົນ. ເຈົ້າໜ້າທີ່ ອົງການກາແດງ ແຂວງໄຊຍະບູຣີ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ສິງຫາ 2022 ນີ້ວ່າ:

ກຳລັງຂຶ້ນເນາະເຈົ້າ. ທາງພວກເຮົາກຳລັງກຽມພ້ອມ ປັດຈຸບັນນີ້ແຂວງໄຊຍະບູຣີ ຍັງບໍ່ທັນຖ້ວມເທື່ອ ແຕ່ຄືວ່າເມືອງຫົງສາ, ເມືອງຊຽງຮ່ອນ ອ່າປັດຈຸບັນນີ້ ແມ່ນໄດ້ຖ້ວມແລ້ວເນາະເຈົ້າ. ຂົວຫັ້ນແມ່ນຕັ້ງຈາກແຂວງໄຊຍະ ໄປເມືອງຫົງສາເນາະເຈົ້າເນາະ ອັນມີຂົວຂາດມັນຕັດຂາດເລີຍ ບໍ່ສາມາດສັນຈອນໄປໄດ້ເຈົ້າ. ຄືຖ້າຝົນຈະຕົກອີກນີ້ ທາງເຮົາຊິໄດ້ເກັບເຄື່ອງ ຊ່ອຍພໍ່ແມ່ປະຊາຊົນ ຕາມອັນແຄມນໍ້າເນາະເຈົ້າ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແລະ ຫົວໜ້າກັມມະການ ຄຸ້ມຄອງພັຍພິບັດ ແຂວງໄຊຍະບູຣີ ໄດ້ກ່າວວ່າ ເນື່ອງຈາກແຂວງໄຊຍະບູຣີ ໄດ້ຮັບຜົລກະທົບຈາກພະຍຸມູ້ຫຼານ ເຮັດໃຫ້ທົ່ວແຂວງມີນໍ້າຖ້ວມ 5 ເມືອງ, ເສັ້ນທາງຕັດຂາດ ລະຫວ່າງເມືອງໄຊຍະບູຣີ ຫາ ເມືອງຫົງສາ, ພື້ນທີ່ການຜລິຕ ແລະ ສັດລ້ຽງ ຂອງປະຊາຊົນ ໄດ້ຮັບຜົລເສັຽຫາຍຈຳນວນນຶ່ງ. ສະເພາະເທສບານເມືອງໄຊຍະບູຣີ ແມ່ນໍ້າຮຸ່ງແມ່ນຂຶ້ນເຖີງຈຸດສ່ຽງພັຍ ໃນລະດັບ 5-6.5 ແມັດ ຊຶ່ງຮອດຈຸດອັນຕຣາຍ ທີ່ຢູ່ໃນລະດັບ 7 ແມັດ ໂດຍພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ປະກາດພາວະສຸກເສີນ ພ້ອມກຽມກຳລັງພົລ ເພື່ອເຂົ້າຊ່ອຍເຫຼືອ ປະຊາຊົນປະມານ 600 ຄົນ.

ຝົນຕົກໜັກໃນຫຼາຍບ້ານ ແລະເມືອງຈຶ່ງເຮັດໃຫ້ຂົວ ເຊື່ອມຕໍ່ລະຫວ່າງເມືອງໄຊຍະບູຣີ ຫາ ເມືອງຫົງສາ ບໍຣິເວນ ບ້ານທ່າ ເມືອງໄຊຍະບູຣີ ຫັກຂາດສົ່ງຜົລໃຫ້ປະຊາຊົນ ໃນພື້ນທີ່ ບໍ່ສາມາດໃຊ້ເສັ້ນທາງ ດັ່ງກ່າວໃນການສັນຈອນໄປ-ມາ ໄດ້.

ດັ່ງຊາວບ້ານ ຢູ່ບ້ານທ່າ ເມືອງໄຊຍະບູຣີກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກໍຖ້ວມຢູ່ຕາມອັນນ່າ ເຂດຊົນນະບົດ ແລ້ວນີ້ມັນເສັ້ນທາງຂາດ ເຂດອັນນ່າເສັ້ນທາງໄຊຍະບູຣີ ຫາເມືອງຫົງສາ ຫຍຸ້ງຍາກ ເພາະສົ້ນຂົວຂາດແລ້ວ. ຂາດມື້ວານນີ້ຍັງບໍ່ທັນໄດ້ຮັບຮູ້ເທື່ອ.

ໃນຂະນະດຽວກັນ ກໍມີຣາຍງານວ່າ ເມືອງໂພນໄຊ ແຂວງຫຼວງພຣະບາງ ນໍ້າກໍໄດ້ຖ້ວມແລ້ວ ຈາກນໍ້າທີ່ມາຈາກປ່າໄດ້ໄຫຼສຸ ບ້ານເຮືອນຂອງປະຊາຊົນ ຮວມທັງສັດລ້ຽງ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ແຂວງຫຼວງພຣະບາງ ຜູ້ບໍ່ປະສົງອອກຊື ແລະຕຳແໜ່ງກ່າວວ່າ:

ໂພນໄຊໜັກເຈົ້າ. ຖ້ວມຫຼາຍ ຖ້ວມໜັກໜ່ວງ ໄຟຟ້ານີ້ ກໍໄດ້ຮັບຜົລກະທົບຢູ່ ເສົາລົ້ມຫຼາຍຕົ້ນ ສະເພາະແຕ່ເມືອງໂພນໄຊ ເພາະຂະເຈົ້າຈະມີນໍ້າປ່າ. ນໍ້າປ່າເນາະສະເພາະນໍ້າປ່ານີ້ ຫ້ວຍຮ່ອງມັນຈະໄຫຼສຸມາໂຮມນໍ້າປ່າ ແລ້ວມັນຈະພັດເອົາຕູບ ເອົາອັນເລົ້າເປັນເລົ້າໄກ່ ແມ່ນຫຍັງຂອງປະຊາຊົນເນາະ. ເຮືອນຊານໄປເບິດເນາະ ເສົາໄຟຟ້າກໍໄດ້ຮັບຜົລກະທົບ ຄືກັນເນາະ. ປະຊາຊົນນີ້ກໍໂຍກຍ້າຍຢູ່ ແຕ່ວ່າເພິ່ນໂຍກຍ້າຍອອກໄປເບິດແລ້ວເນາະ.

ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວກ່າວ ຕື່ມວ່າກ່ອນໜ້ານີ້ລະບົບຕາຂ່າຍໄຟຟ້າ ເມືອງໂພນໄຊ ແຂວງຫຼວງພຣະບາງ ໄດ້ຮັບຜົລກະທົບຈາກພັຍທັມຊາຕ ເນື່ອງຈາກຝົນຕົກແຮງ ເຮັດໃຫ້ເກີດນໍ້າສຸໄຫຼ, ດິນເຊາະເຈື່ອນ ແລະ ຕົ້ນໄມ້ລົ້ມທັບໃສ່ສາຍ ຕາຂ່າຍໄຟຟ້າ ສົ່ງຜົລໃຫ້ໄຟຟ້າ ພາຍໃນເຂດພື້ນທີ່ດັ່ງກ່າວ ໄຟມອດໝົດເມືອງ ແລະ ມາຮອດປັດຈຸບັນ ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ແຂວງຫຼວງພຣະບາງ ຢູ່ລະຫວ່າງການເລັ່ງ ລົງມືແກ້ໄຂສ້ອມແປງຢູ່.

ທ່ານ ທອງຈັນ ຣັດຕະນະປະດິດ ເຈົ້າເມືອງໂພນໄຊ ໄດ້ກ່າວຕໍ່ສື່ມວນຊົນວ່າ ເຫດການນໍ້າຖ້ວມນີ້ ສ້າງຄວາມເສັຽຫຼາຍສົມຄວນ ໂດຍສະເພາະແມ່ນເຮືອນ ຂອງປະຊາຊົນ ຢູ່ແຄມນໍ້າ ແລະ ພື້ນທີ່ທຳການຜລິຕຊຶ່ງປັດຈຸບັນ ຍັງບໍ່ສາມາດປະເມີນ ຄວາມເສັຽຫາຍໄດ້ເທື່ອ ເນື່ອງຈາກລະດັບນໍ້າ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະຍັງມີຝົນຕົກ ຢ່າງບໍ່ຂາດສາຍ ຍ້ອນເຫດຜົລດັ່ງກ່າວນີ້ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງລົງຊ່ອຍເກັບມ້ຽນເຄື່ອງຂອງ ແລະ ໂຍກຍ້າຍປະຊາຊົນ ໄປຢູ່ບ່ອນອື່ນຊົ່ວຄາວ. ຊາວບ້ານ ຢູ່ເມືອງໂພນໄຊ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

ຫຼາຍເຕີບ. ຂຶ້ນຮອດໝູ່ບ້ານ ແຕ່ວ່າເຮືອນຢູ່ແຖວແຄມນໍ້າ ມັນກໍເບິດແລ້ວເຂົາຖ້ວມເບິດ. ແລ້ວແຖວແຄມນໍ້າແມ່ນແຫຼະ. ແຖວແຄມນໍ້ານີ້ຮັບຜົລກະທົບຫຼາຍ ແມ່ນໂຍກຍ້າຍເບິດແລ້ວ ມີແຕ່ຂົນເຄື່ອງອອກແລ້ວ ມື້ນີ້ຂະເຈົ້າມີແຕ່ມ້ຽນຍ້າຍ ມ້ຽນເຮືອນຫຼາຍ ເຮືອນໂຕບ້ານປາກນາ ຢູ່ໂພນໄຊນີ້ແຫຼະມີແຕ່ 7-8 ຄອບຄົວນີ້ແຫຼະ ອັນທີ່ວ່າໜັກນ່າ.

ທາງດ້ານສະຖານີ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ອອກແຈ້ງແຈ້ງເຕືອນ ໄປຍັງອຳນາດການປົກຄອງທຸກພາກສ່ວນ ແລະປະຊາຊົນທີ່ອາສັຍ ລຽບຕາມແຄມນໍ້າຊໍາ ໃຫ້ຄອຍເຝົ້າລະວັງ ຕໍ່ສະພາບຝົນຕົກໜັກ ທີ່ອາຈຈະເຮັດໃຫ້ ເກີດດິນເຈື່ອນ ແລະນໍ້າຖ້ວມສຸ ຊຶ່ງສົ່ງຜົລກະທົບ ໃຫ້ເຄື່ອງຂອງຂອງຊາວບ້ານ ທີິ່ມີເຮືອນຢູ່ແຄມນໍ້າ ໄດ້ຮັບຄວາມເສັຽຫາຍ ເປັນຕົ້ນປະຊາຊົນທີ່ມີເຮືອນຢູ່ ລຽບນໍ້າຊໍາ ແລະນໍ້າແໝັ້ນ. ຊາວບ້ານ ບ້ານກາງ ເມືອງຊໍາເໜືອ ນາງນຶ່ງ ກ່າວວ່າ:

ຢູ່ບ້ານເຫັນເຂົາແຈ້ງຢູ່. ຖ້ວມຫຼາຍຢູ່ເຈົ້າກໍມີບາງສ່ວນ ກໍໄດ້ຮັບຢູ່ບາງຄອບຄົວ. ຂະເຈົ້າຢູ່ໃກ້ນໍ້າເນາະ ຢູ່ໃກ້ແຄມນໍ້າຫັ້ນນ່າ ມັນຈະຂຶ້ນເຂົ້າຂອງເສັຽຫາຍ ມີບາງຄອບຄົວແມ່ນລະ ຕ້ອງໄດ້ຍ້າຍຊົ່ວຄາວ ເພາະວ່າເວລາກໍຣະນີຝົນມັນຕົກແຮງເນາະ. ຖ້າວ່າຝົນເຊົາຕົກ ແລ້ວນໍ້າມັນກໍລົງ ເຈົ້າຖ້າວ່າຖືກແຮງ ລະກໍພວກເຮົາກໍຊ່ອຍກັນ ຂົນເຄື່ອງອອກ.

ພາຍຫຼັງຝົນຕົກໜັກ ຢ່າງຕໍເນື່ອງເປັນເວລາຫຼາຍມື້ ນອກຈາກຈະເຮັດໃຫ້ເກີດບັນຫາ ນໍ້າຖ້ວມຢູ່ເຂດເທສບານ ເມືອງຊໍາເໜືອແລ້ວ ນັ້ນຍັງສົ່ງຜົລໃຫ້ບ່ອນອື່ນໆ ນອກເຂດເທສບານ ໂດຍສະເພາະພື້ນທີ່ຕໍ່າ ລຽບຕາມແມ່ນໍ້າ ປະສົບບັນຫານໍ້າຖ້ວມຄືກັນ. ຊາວບ້ານ ບ້ານສະເຫຼີຍ ເມືອງຊໍາເໜືອ ອີກນາງນຶ່ງກ່າວວ່າ:

ຢູ່ເທສບານເມືອງຊໍາເໜືອເຈົ້າ. ຍັງໆ ມີແຕ່ຈຳນວນໜ້ອຍໆ ນຶ່ງທີ່ພວກຂະເຈົ້າ ຂະເຈົ້າເຮືອນຢູ່ຕໍ່າໆ ຢູ່ໃກ້ໆແຄມຫັ້ນນ່າ. ເມືອງອື່ນໆ ກໍຊິປະມານທາງ ທາງອັນນໍ້າເນີນ ປະມານແຖວນັ້ນແຫຼະ ເພາະວ່າຂະເຈົ້າເຮືອນປະຊາຊົນ ຂະເຈົ້າຢູ່ອ່າຮີມແມ່ນໍ້າຫັ້ນ.

ສຳລັບພັຍນໍ້າຖ້ວມ ທີ່ເກີດຂຶ້ນທາງພາກໃຕ້ ຂອງປະເທດ ທາງການລາວ ໄດ້ທະຍອຍເປີດເຜີຍ ຂໍ້ມູນຄວາມເສັຽຫາຍ ເປັນບາງສ່ວນ ເປັນຕົ້ນແຂວງສວັນນະເຂດ ເມືອງທ່າປາງທອງ ຖືກນໍ້າຖ້ວມທັງໝົດ 9 ບ້ານ ໃນນັ້ນມີເຮືອນຊານຊາວບ້ານ ທີ່ຖືກນໍ້າຖ້ວມປະມານ 60 ຫຼັງ ແລະ ເນື້ອທີ່ໄຮ່ນາ, ເລົ້າເຂົ້າ, ວັດ ແລະ ຂົວແກ້ງແກບໄດ້ຮັບຄວາມເສັຽຫາຍ.

ແຂວງສາຣະວັນ ເມືອງຄົງເຊໂດນ, ເມືອງຕະໂອ້ຍ ແລະ ເມືອງວາປີ ໃນເບື້ອງຕົ້ນໄດ້ກຳນົດຈຸດລົບພັຍ ນໍ້າຖ້ວມຊົ່ວຄາວ 90 ຈຸດ ຄາດວ່າ ມີບ້ານທີ່ຈະຖືກນໍ້າຖ້ວມ ປະມານ 100 ບ້ານ.

ແຂວງຈຳປາສັກ ຢູ່ເມືອງໂພນທອງ ສອງບ້ານຖືກນໍ້າຖ້ວມ, ເມືອງຊະນະສົມບູນນຶ່ງບ້ານ ຖືກນໍ້າຖ້ວມ ແລະຂົວຂ້າມຫ້ວຍໝາກແງວ ຢູ່ເມືອງບາຈຽງຈະເຣີນສຸກ ຖືກຕັດຂາດ ແລະ ຢູ່ນະຄອນຫຼວງວຽງຈັນ  ປັດຈຸບັນກໍມີຣາຍງານວ່າ ຫຼາຍເມືອງກໍກຳລັງຖືກນໍ້າຖ້ວມ ເຊັ່ນດຽວກັນ.

ເມື່ອບໍ່ດົນມານີ້ ກົມອຸຕຸນິຍົມ ວິທຍາ ແລະອຸຸທົກກະສາຕ ອອກແຈ້ງເຕືອນວ່າ ພະຍຸ ດີເພຣສຊັນ ກຳລັງເຄື່ອນເຂົ້າສູ່ແຂວງພາກເໜືອ ຂອງປະເທດລາວ ພ້ອມດຽວກັນນັ້ນ ລົມມໍຣະສຸມ ຕາເວັນຕົກສຽງໃຕ້ ໄດ້ມີກຳລັງແຮງ ພັດປົກຄຸມ ເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງ ແລະມີຝົນຕົກໜັກ ໃນຫຼາຍແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.