ການຟື້ນຟູໄພພິບັດນໍ້າຖ້ວມ ຢູ່ 16 ແຂວງຊັກຊ້າ ຍ້ອນຂາດເຂີນງົບປະມານ

ສຸພັດຕາ
2024.11.15
ການຟື້ນຟູໄພພິບັດນໍ້າຖ້ວມ ຢູ່ 16 ແຂວງຊັກຊ້າ ຍ້ອນຂາດເຂີນງົບປະມານ ຊາວບ້ານ ຢູ່ແຂວງຫຼວງພຣະບາງ ກຳລັງອະນາໄມ ເຮືອນທີ່ຖືກນ້ຳຖ້ວມ 2024.
ຮູບພາບຈາກພົນລະເມືອງ

ເມື່ອວັນທີ 13 ເດືອນພະຈິກ 2024 ທີ່ຜ່ານມາ ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ລາຍງານວ່າ ເຫດການໄພພິບັດນໍ້າຖ້ວມ ໃນໄລຍະທ້າຍເດືອນກໍລະກົດ ເຖິງເດືອນສິງຫາ ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍທັງໝົດ 16 ແຂວງ ໃນປະເທດລາວ ລວມເປັນມູນຄ່າ ປະມານ 6,715 ຕື້ກີບ ແລະໄດ້ປຶກສາຫາລື ໃຫ້ມີການຟື້ນຟູສຸກເສີນ ໃຫ້ແຂວງຫຼວງນໍ້າທາ ແລະແຂວງຫົວພັນ ກ່ອນແຂວງອື່ນໆ ຍ້ອນເປັນແຂວງທີ່ໄດ້ຮັບຜົນກະທົບໜັກທີ່ສຸດ.

ເຖິງແມ່ນວ່າ ການຊ່ອຍເຫຼືອຟື້ນຟູໃນເບືື້ອງຕົ້ນ ຈະດໍາເນີນການແລ້ວກໍ່ຕາມ ເປັນຕົ້ນ ການແຈກຢາຍອາຫານ, ນໍ້າດື່ມ ລວມເຖິງ ການລ້າງຂີ້ຕົມ ແລະອະນາໄມເຮືອນ ແຕ່ການຊ່ອຍເຫຼືອ ແລະການຟື້ນຟູໄລຍະຍາວ ກໍ່ຍັງຖືວ່າ ຫຼ້າຊ້າຢູ່ຫຼາຍ ຍ້ອນງົບປະມານຂາດເຂີນບໍ່ພຽງພໍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຫ້ອງກາປົກຄອງ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ພະຈິກ 2024 ນີ້ວ່າ:

ການຟື້ນຟູໄລຍະຍາວນີ້ກໍ່ ປະຊາຊົນກໍ່ຖືວ່າ ຍັງພົບຄວາມຫຍຸ້ງຍາກຫຼາຍ ຍັງຂາດເຂີນຫຼາຍອັນຢູ່ ແບບວ່າ ເປັນເຄື່ອງຜ້າຫົ່ມເນາະ ເຄື່ອງນອນ ຫຼືວ່າ ເປັນໂຕ໊ະຕັ່ງຕູ້ ແມ່ນຫຍັງຕ່າງໆ ຖືວ່າເປັນເປື່ອຍໝົດ ມັນຖືກນໍ້າເນາະ ເປັນຈໍານວນສ່ວນຫຼາຍ ແຕ່ວ່າ ບາງຄອບຄົວກໍ່ຖືວ່າ ເຮືອນໄຫຼແມ່ນຫຍັງຕ່າງໆ ກໍ່ຖືວ່າ ບໍ່ສາມາດສ້ອມແຊມໄດ້ເທື່ອ ດຽວນີ້ ກໍ່ຖືວ່າຍັງຫຍຸ້ງຍາກຢູ່ເນາະ.”

ສໍາລັບ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ມີ 49 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກເຫດການນໍ້າຖ້ວມ ໃນເທື່ອທີ່ຜ່ານມາ ໂດຍບ້ານທີ່ໄດ້ຮັບຜົນກະທົບໜັກ ແມ່ນບ້ານປ່າສັກ, ບ້ານປຸ່ງ, ບ້ານຫຼວງ ແລະບ້ານດອນຄູນ ທີ່ຕ່າງກໍ່ໄດຮັບການຊ່ອຍເຫຼືອ ຈາກທາງການ ແລະບັນດາໜ່ວຍງານເອກະຊົນ ທີ່ເຂົ້າມາແຈກຢາຍເຄື່ອງຂອງ ທີ່ຈໍາເປັນ, ແຕ່ຢ່າງໃດກໍ່ຕາມ ການຊ່ອຍເຫຼືອດັ່ງກ່າວ ກໍ່ຍັງບໍ່ໄດ້ທົ່ວເຖິງປານໃດ, ດັ່ງຊາວບ້ານ ຢູ່ບ້ານວຽງເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ນາງໜຶ່ງກ່າວວ່າ:

ມັນກໍ່ຖືກຫຼາຍ ກໍໄທບ້ານຫັ້ນນ່າ ແຕ່ວ່າ ກໍ່ບໍ່ຄ່ອຍມີຄົນມາຊ່ອຍຫັ້ນນ່າ ເຂົາຈະໄປຊ່ອຍຢູ່ທາງບ້ານປຸ່ງ, ປ່າສັກ ອີ່ຫຍັງຫັ້ນຫຼາຍເນາະ ບ້ານພວກເອື້ອຍນີ້ ໄທເຮົາກໍ່ຍັງຈົ່ມວ່າ ໂອ່ ເປັນຫຍັງ ລົດທະຫານເນາະ ຂະເຈົ້າມາຊ່ອຍເນາະ ຂົນໄປໆແລ້ວບ້ານເອື້ອຍ ບໍ່ຄ່ອຍໄດ້ຫັ້ນນ່າ.”

ສ່ວນຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ມີ 12 ບ້ານ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ປັດຈຸບັນ ຊາວບ້ານກໍ່ໄດ້ເກັບມ້ຽນຂີ້ເຫຍື້ອ ແລະອະນາໄມເຮືອນແລ້ວ ແຕ່ກໍ່ຍັງມີຂີ້ຕົມ ຢູ່ບໍລິເວນແຄມທາງບາງສ່ວນ ທີ່ຍັງລ້າງບໍ່ໝົດ ເຮັດໃຫ້ເກີດເປັນຂີ້ຝຸ່ນຫຼາຍ ແລະຄັນເວົ້າເຖິງຄ່າຊົດເຊີຍນັ້ນ ຊາວບ້ານທີ່ໄດ້ຮັບຜົນກະທົບບາງສ່ວນ ກໍ່ຮູ້ສຶກວ່າ ການຊົດເຊີຍ ຍັງບໍ່ເໝາະສົມ ແລະບໍ່ເທົ່າທຽມ ຍ້ອນບາງຄົວເຮືອນ ທີ່ໄດ້ຮັບຜົນກະທົບຫຼາຍ ກັບໄດ້ຮັບການປະເມີນຜົນກະທົບ ວ່າເສຍຫາຍໜ້ອຍ ແລະຍັງບໍ່ໄດ້ຄ່າຊົດເຊີຍເທື່ອ, ດັ່ງເຈົ້າຂອງຮ້ານອາຫານ ບ້ານພັນໄຊ ເມືອງຊໍາເໜືອ ແຂວງຫົວພັນ ກ່າວວ່າ:

ຜູ້ໃດ ມີຜົນກະທົບຈາກຊ່ວງນໍ້າຖ້ວມ ຄືກັນນີ້ ຄັນວ່າ ເຮືອນນີ້ໄດ້ ເຮືອນນີ້ກໍ່ຕ້ອງໄດ້ຄືກັນສິ ມັນຈຶ່ງຖືກ ຕາມຄວາມຄິດເຮົາໃດ໋ ອັນນີ້ຫັ້ນນ່າ ອັນນີ້ ພິ່ນວ່າເຮືອນຫຼັງນີ້ ເສຍຫາຍໜ້ອຍ ເຮືອນຫຼັງນັ້ນເສຍຫາຍຫຼາຍ ໃຫ້ເທົ່ານີ້ບໍ ໃຫ້ເທົ່ານັ້ນບໍສິນ່າ ຫຼືວ່າ ບໍ່ໃຫ້ເລີຍສິນ່າ ມັນກໍຕາມຄວາມຄິດເຮົາ ມັນກໍ່ບໍ່ແມ່ນເນາະ.”

ສໍາລັບຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທີ່ເປັນອີກເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບ ຈາກເຫດການນໍ້າຖ້ວມ ໃນເທື່ອທີ່ຜ່ານມາເຊັ່ນກັນ ໂດຍດິນນາ ແລະໜອງປາ ຂອງປະຊາຊົນ ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຍ້ອນຖືກຂີ້ຫີນແຮ່ ຂີ້ຕົມທັບຖົມທັງໝົດ ແຕ່ໃນເບື້ອງຕົ້ນ ຊາວບ້ານໄດ້ຮັບການຊ່ອຍເຫຼືອແລ້ວ ເປັນປະເພດເຂົ້າສານ ສ່ວນໃນໄລຍະຍາວນັ້ນ ກໍ່ໄດ້ມີການຮິບໂຮມຂໍ້ມູນໄປແລ້ວ ແຕ່ກໍ່ຍັງບໍ່ຮູ້ຄັກແນ່ວ່າ ຈະມີການຊົດເຊີຍ ແລະຊ່ອຍເຫຼືອເມື່ອໃດ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ:

ສໍາລັບຂັ້ນເມືອງແທ້ນີ້ກໍ ກໍາລັງເຂົາກໍ່ເຮັດຂໍ້ມູນ ໄປສົ່ງໃຫ້ເຂົາ ແຕ່ວ່າການຊ່ອຍເຫຼືອ ຍັງບໍ່ມີການຊ່ອຍເຫຼືອ ມີແຕ່ຊຸດທໍາອິດ ເຂົ້າມາ ໃຫ້ແບບສຸກເສີນນີ່ ເຂົ້າສານ ຄອບຄົວລະ 10 ກິໂລ ມີຢູ່ເທົ່ານັ້ນ ແລ້ວກໍ່ຂໍ້ມູນອັນອື່ນໆ ເຂົາເກັບສັງລວມໄປ ທີ່ວ່າໜັກໜ່ວງ ເຂົາກໍ່ຍັງບໍ່ໃຫ້ຄໍາຕອບ ບໍ່ໃຫ້ການຊ່ອຍເຫຼືອຫຍັງແຫຼະ.”

ເຫດການໄພພິບັດນໍ້າຖ້ວມ ໃນປີນີ້ ສ້າງຜົນກະທົບ ແລະຄວາມເສຍຫາຍ ໃຫ້ປະຊາຊົນ ໃນທຸກແຂວງ ຂອງປະເທດລາວ ຍົກເວັ້ນແຂວງອັດຕະປື ແລະໄດ້ສົ່ງຜົນກະທົບໂດຍກົງ ຕໍ່ລະບົບພື້ນຖານໂຄງຮ່າງ ໃນ 89 ເມືອງ 1,167 ບ້ານ 54,314 ຄອບຄົວ 255,933 ຄົນ, ເປັນເພດຍິງ 177,259 ຄົນ ແລະ ເສຍຊີວິດ 13 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.