ບໍ່ແຮ່ຣະເບີດຫິນ ຊາວບ້ານ ບໍ່ຍິນດີ

ໄຊຍາ
2020.08.12
F-Xaysomboune ແຂວງໄຊສົມບູນ ເປັນແຂວງຕັ້ງຂຶ້ນ ເມື່ອປີ 2013 ປະກອບດ້ວຍ 5 ເມືອງ ຄື: ເມືອງອະນຸວົງ, ເມືອງລ້ອງແຈ້ງ, ເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງທ່າໂທມ. ໃນເຂດໃກ້ຄຽງຄື: ເມືອງຊະນະສົມບູນ ທີ່ມີການຂຸດຄົ້ນ ບໍ່ທອງແດງ, ບໍ່ຄໍາ, ບໍ່ເງິນ, ຢູ່ ພູເບັ້ຽ, ພູຄໍາ ເປັນຕົ້ນ.
RFA

ຊາວບ້ານຫ້ວຍນໍ້າເຢັນ ແລະ ບ້ານທົ່ງຄູນ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຮັບຄວາມເດືອດຮ້ອນ ຈາກ ການຣະເບີດຫິນຂຸດຄົ້ນແຮ່ຄຳ ແຮ່ທອງ ສົ່ງສຽງດັງສະນັ່ນຣົບກວນ ຊາວບ້ານ. ດັ່ງຊາວບ້ານຜູ້ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 12 ສິງຫາ ວ່າ: ບໍ່ຍິນດີ ທີ່ນັກລົງທຶນ ຈະເຂົ້າມາຊອກຄົ້ນສຳຣວດ ແຮ່ຄຳ ແຮ່ທອງ.

"ຫຼາຍຄົນກະບໍ່ທັນເຫັນດີ ຫັ້ນແຫຼະ ເຂົ້າມາຂຸດບໍ່ແຮ່ເຂດເຮົາ ກະບໍ່ເຫັນດີຄືກັນຫັ້ນແຫຼະ ກະໄດ້ຍິນເຂົາເວົ້າຢູ່ວ່າ ມີຈີນແດ່ ມີວຽດແດ່ ຕອນເຂົາຣະເບີດແຮງຂນາດແບບ ປະຕູເຫຼັກດັງ ຂະລ່າງຂະລ່າງ ຖ້ວຍຢາ ໃນຕູ້ຈົນແຕກໝົດ ໃນເຮືອນກໍຈົນແຕກ ຈົນໝົດສານເຄມີ ນີ້ມີບ່ອນບໍ່ຄຳຢູ່ນໍ້າຍ້ອນແຫ່ງມີ ສານເຄມີຫຼາຍກ່ວາໝູ່."

ຕໍ່ກັບເຫດການສຳຣວດຂຸດຄົ້ນແຮ່ໃນປີ 2014 ຊາວບ້ານເຄີຍພາກັນ ປະທ້ວງມາແລ້ວ ເນື່ອງຈາກແຮງສັ່ນສະເທືອນ ຂອງຣະເບີດຫິນ ເຮັດໃຫ້ບ້ານເຮືອນເສັຽຫາຍ. ເຖິງວ່າຈະມີ ເຈົ້າໜ້າທີ່ ລົງມາກວດກາ ແຕ່ກໍ່ມິດງຽບໄປ. ດັ່ງຊາວບ້ານຜູ້ໄດ້ຮັບຜົລກະທົບ ກ່າວຕື່ມວ່າ:

"ປະຊາຊົນປະທ້ວງຫຼາຍວ່າເຂົາຣະເບີດແລະເຮືອນແຕກ ເຂົາມາສຳຣວດເຂົາກໍຖ່າຍຮູບໄປ ແລະ ກໍບໍ່ໄດ້ຂ່າວເຂົາເວົ້າຫຍັງຮອດປານນີ້ ງຽບຫາຍໄປເລີຍເຮືອນ ເອື້ອຍປີນັ້ນຍຸບແຕກ ຈົນໄດ້ແປງແປງໃໝ່ຫັ້ນ ເຂົາຣະເບີດທຸກມື້ເລີຍນ່າ."

ນອກຈາກຜົລກະທົບ ທີ່ເຮັດໃຫ້ເຮືອນຊານແຕກ ແລ້ວການສຳຣວດບໍ່ແຮ່ ດັ່ງກ່າວ ຍັງເຮັດໃຫ້ ແມ່ນໍ້າໃນເຂດນັ້ນຂຸ່ນ, ດັ່ງຊາວບ້ານອີກ ທ່ານນຶ່ງ ໄດ້ກ່າວວ່າ:

"ມັນມີນາຍທຶນເນາະ ພວກເກົ່າກະມີ ພວກໃໝ່ກະມີຫັ້ນນ່າ ຜົລກະທົບກະຄືດິນ ຂອງເຂົາເຈົ້າລ້ຽງງົວລ້ຽງຄວາຍ ແລ້ວກໍເອົາດິນເຂົາເຈົ້າ ແລະຜັກນີ້ກະຄືໃຊ້ນໍ້າ, ນໍ້ານີ້ມັນນໍ້າໃຫຍ່ ທີ່ ເຂົາເຈົ້າໃຊ້ຕລອດເຂົາເຈົ້າຂຸດຄົ້ນ ມາແລ້ວນໍ້າກະຂຸ່ນ ບາງເທື່ອກະມີສານເປື້ອນລົງມາ ເພີ່ນກະແກ້ຢູ່ ກະຄືວ່າເວົ້າຫຼາຍບໍ່ໄດ້."

ໃນຂນະທີ່ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງໄຊສົມບູນ ໄດ້ຣາຍງານວ່າ ປັຈຈຸບັນທົ່ວແຂວງໄດ້ອະນຸມັດໃຫ້ນັກລົງທຶນ ທັງລາວ ວຽດນາມ ຈີນ ເຂົ້າມາລົງທຶນສຳຣວດ ແຮ່ທາດ ໃນແຂວງໄຊສົມບູນ ໃນນັ້ນແມ່ນມີນັກລົງທຶນ ຈີນ ເຂົ້າມາລົງທຶນຫຼາຍກ່ວາໝູ່.

"ກຳລັງສຶກສາພວກນຶ່ງ ກຳລັງສຳຣວດ ຢູ່ແຂວງໄຊສົມບູນ ເຮົາຫັ້ນນ່າຢູ່ປະມານປີນຶ່ງ ສ່ວນຫຼາຍກໍນາຍທຶນຂອງຈີນ ຮ່ວມກັບລາວຫັ້ນນ່າ ເຮົາກາບັນລຸໃນເຊັນສັນຍາ ຫັ້ນເນາະ ກ່ຽວກັບສິ່ງແວດລ້ອມຕ່າງໆ ເຮົາກະມີກົດໝາຍຄຸ້ມຄອງຢູ່ ເຮົາກະເຮັດໄປຕາມຣະບຽບຫຼັກການ ກົດໝາຍຫັ້ນລະ."

ປັດຈຸບັນແຂວງໄຊສົມບູນ ເປັນແຂວງນຶ່ງ ທີ່ໄດ້ຮັບຄວາມສົນໃຈ ຈາກນັກລົງທຶນເຂົ້າມາສຳຣວດແຮ່ທາດ. ດັ່ງໃນປີ 2019 ຜ່ານມາກໍໄດ້ມີ ບໍຣິສັດຮ່ວມທຶນໄດ້ລົງນາມ ເຊັນບົດບັນທຶກ ຄວາມເຂົ້າໃຈກັບທາງ ແຂວງໄຊສົມບູນ ດັ່ງ ເຊັ່ນ ບໍຣິສັດ ສີສະເກດ ສຳຣວດ ແລະ ຂຸດຄົ້ນ ແຮ່ຈຳກັດຜູ້ດຽວ ໄດ້ລົງທຶນຊອກຄົ້ນສຳຣວດ ແລະສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈຂອງແຮ່ຄຳ, ແຮ່ທອງແດງ ແລະແຮ່ອື່ນໆ ຢູ່ເຂດຜາຂາວ ຫາ ພູກອງເຂົ້າ, ຍອດນໍ້າຜາໃຫຍ່ ເມືອງອານຸວົງ ແລະ ເມືອງລ່ອງແຈ້ງ.

ສ່ວນ ບໍຣິສັດ ເອັກດີດີ ໄດ້ຮັບອະນຸຍາດ ຈາກຣັຖບານ ໃຫ້ເຂົ້າມາຂຸດຄົ້ນ ສຳຣວດແຮ່ທອງ, ຄຳ ແລະ ແຮ່ອື່ນໆ ຢູ່ເມືອງຮົ່ມ ແລະ ເມືອງອານຸວົງ ນອກຈາກນີ້ກໍຍັງມີຫຼາຍບໍຣິສັດ ທີ່ເຂົ້າໄປລົງທຶນ ໃນຂແນງການພະລັງງານ ແລະບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.