ການຂຸດຄໍາ ຢູ່ອັດຕະປື ຂາດການກວດກາ ເກີດຜົນກະທົບຕໍ່ສິ່ງແວດລ້ອມ

ຈຳປາທອງ
2024.07.26
ການຂຸດຄໍາ ຢູ່ອັດຕະປື ຂາດການກວດກາ ເກີດຜົນກະທົບຕໍ່ສິ່ງແວດລ້ອມ ນີ້ເປັນພຽງຮູບປະກອບເຊິ່ງແມ່ນສະພາບການຂຸດຄົ້ນບໍ່ຄໍາໃນ ສປປ ລາວ.
ຮູບພາບຈາກພົນລະເມືອງ

ປະຊາຊົນຢູ່ແຂວງອັດຕະປື ພົບການຂຸດຄົ້ນແຮ່ທາດແບບຊະຊາຍ ໃນເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ແລະບໍ່ມີເຈົ້າໜ້າທີ່ທາງການ ລົງຕິດຕາມ ກວດກາເຂດສໍາປະທານຂຸດຄົ້ນ ແລະຜົນກະທົບທາງດ້ານສິ່ງແວດລ້ອມ ແລະສັງຄົມ.

ຊາວລາວຜູ້ໜຶ່ງຢູ່ເມືອງຊານໄຊ ເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍລະ ກົດນີ້ວ່າ ເຂດພູສູງ, ເຂດວັງຕັດ ທີ່ຕິດກັບຊາຍແດນວຽດນາມ ແມ່ນຖືກສໍາປະທານໄປຈົນໝົດ ເພື່ອຂຸດຄົ້ນແຮ່ທາດຕ່າງໆ ໂດຍສະເພາະ ແຮ່ຄໍາ, ເຮັດໃຫ້ປ່າໄມ້, ສັດປ່າ ແລະແຫຼ່ງນໍ້າທໍາມະຊາດ ຄ່ອຍໆຫາຍໄປ, ກະທົບໃສ່ການຫາຢູ່ຫາກິນຂອງຊາວບ້ານ ໃນຫຼາຍປີມານີ້.

ເຂດວັງຕັດ ມັນກະທົບມີແຕ່ຕົ້ນໄມ້ວິກ ປະຊາຊົນຊິເຮັດໄຮ່ ເຮັດນາບໍ່ໄດ້ຫັ້ນນ່າ ຂໍນໍາເຂົາກະບໍ່ໄດ້ ຂໍດິນກະບໍ່ໄດ້ ກະສັບສົນແບບຍັ້ນຫັ້ນແລ້ວ ເຂົາວ່າປ່າປ້ອງກັນ ປ່າແຫລ່ງນໍ້າ ປະຊາຊົນບໍ່ມີທໍາມາຫາກິນໄດ້.

ລາວເວົ້າຕື່ມວ່າ ທົ່ງພຽງອັນກ້ວາງໃຫຍ່ ໃນເຂດເມືອງຊານໄຊ ພາກສ່ວນທາງການທີ່ກ່ຽວຂ້ອງ ກໍໄດ້ອະນຸຍາດໃຫ້ບໍລິສັດຫວຽດນາມ ເຂົ້າມາສໍາປະທານປູກອ້ອຍຈົນໝົດ ເຮັດໃຫ້ຊາວບ້ານຫຼາຍຄອບຄົວ ບໍ່ມີບ່ອນທໍາມາຫາກິນທີ່ໝັ້ນຄົງ. ຊາວບ້ານອີກຜູ້ໜຶ່ງ ຢູ່ເມືອງຊານໄຊ ທີ່ຢູ່ໃກ້ກັບເຂດວັງຕັດ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕອນນີ້ ເນື້ອທີ່ດິນເປົ່າຫວ່າງ, ເນື້ອທີ່ປ່າໄມ້ ແມ່ນຖືກສໍາປະທານໄປຈົນໝົດ ບໍ່ເຫລືອໃຫ້ຊາວບ້ານ, ສັດປ່າ ໄດ້ຢູ່ອາໄສຢ່າງໝັ້ນຄົງ ໂດຍສະເພາະໂຄງການຂຸດຄົ້ນບໍ່ຄໍາວັງຕັດ ຫາກພວກເຂົາສຶກສາສໍາຫລວດພົບເຫັນຄໍາ ກໍຈະຂໍສໍາປະທານ ໃນທັນທີ ຫລັງຈາກນັ້ນ ກໍຈ່າຍເງິນຊົດເຊີຍໃຫ້

ຊາວບ້ານ ພຽງໜ້ອຍດຽວ.

ມີຫັ້ນແລ້ວ ເຮັດສວນ ເຮັດມ່ວນ ມັນຖືກບ່ອນເຂົາສໍາປະທານເຂົາກະຊົດເຊີຍເປັນ ສີ່ ຫ້າ ຫົກສິບລ້ານ ບ່ອນເຂົາສໍາຫລສດວ່າມີ ຄໍາມີພິສັງ ເຂົາໃຫ້ສໍ່ານັ້ນ ເຂົາຂຸດຄົ້ນວັງຕັດ ໄປຫາແດນຊາຍແດນ ຫວຽດນາມ ເຂົາກະເອົາຄໍາໝົດແລ້ວ. ເຂົາກະສົ່ງຄືນ.

ແລະຊາວບ້ານອີກຜູ້ໜຶ່ງຢູ່ເມືອງຊານໄຊ ກໍເວົ້າວ່າ ມີຄໍາຢູ່ບ່ອນໃດ ກໍຂຸດຄົ້ນໄປຈົນໝົດ. ແຕ່ບໍ່ເຫັນວ່າ ຊາວບ້ານໃນພື້ນທີ່ ຈະໄດ້ຮັບຜົນປະໂຫຍດນໍາ, ມີແຕ່ສ້າງຜົນກະທົບໃຫ້ຊາວບ້ານ. ແລະວ່າ ໃນໄລຍະທີ່ຜ່ານມາ ກໍມີຄົນຫຼາຍສົມ ຄວນ ທີ່ຢູ່ໃກ້ກັບເຂດບໍ່ຄໍາວັງຕັດ ໄດ້ໄປເຮັດວຽກນໍາໂຄງການ ແຕ່ທາງໂຄງ ການໃຫ້ຄ່າແຮງງານ ຫຼືຄ່າຈ້າງຖືກ ບໍ່ກຸ້ມຢູ່ບໍ່ກຸ້ມກິນ.

ພວກບໍ່ແຮ່ບໍ່ຄໍາ ເລື້ອງສິ່ງແວດລ້ອມມັັນກະເຄີຍມີ ຕາມການບຸກເບີກ ສະທ້ອນມາຫາເຮົາຫັ້ນນ່າ ຄືຫວຽດມັນຈ້າງເນາະ. ມື້ໜຶ່ງກະ 50-60 ພັນກີບນີ້ ມາທຽບໃສ່ໃສ່ທ້ອງຕະຫລາດເຮົາກະວ່າມື້ໜຶ່ງ ກະບໍ່ກຸ້ມໃດຫັ້ນ ແຕ່ວ່າເຂົາກະບໍ່ຢາກໄປປານໃດ ດຽວນີ້ ຄ່າແຮງມັນກະຕໍ່າແດ່.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຜູ້ຮູ້ຈັກວຽກງານບໍ່ແຮ່ ຢູ່ແຂວງອັດຕະປື ເວົ້າຕໍ່ວິທະ ຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍລະກົດນີ້ວ່າ ໃນເຂດວັງຕັດ ມີຫຼາຍໂຄງການຂຸດຄົ້ນແຮ່ທາດ ມີປະມານ 4 ໂຄງ ການ, ແຕ່ໂຄງການໃຫຍ່ທີ່ສຸດ ຢູ່ບໍ່ວັງຕັດ ແມ່ນຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ ຂອງນັກລົງທຶນຫວຽດນາມ ແລະວ່າ ບໍ່ມີເຈົ້າໜ້າທີ່ທາງການ ໄປຕິດຕາມ-ກວດກາຢ່າງຕໍ່ເນື່ອງ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ຢູ່ເຂດນັ້ນ ມີການຂຸດຄົ້ນແບບຊະຊາຍແທ້ ຫຼືບໍ່ ດັ່ງທີ່ທ່ານກ່າວວ່າ:

ມີແຕ່ພວກເຮົາໄດ້ໄປກໍານົດຈຸດ ຂຸດຄົ້ນຊື່ໆເນາະ ຜ່ານມາຫັ້ນນ່າ ແຕ່ວ່າ ຂະເຈົ້າກະໄດ້ເຄື່ອນໄຫວດົນແຫລະ ວັງຕັດຫັ້ນນ່າ ເຄື່ອນໄຫວດົນເຕີບແລ້ວ.

ເຈົ້າໜ້າທີ່ແຂວງອັດຕະປືທ່ານໜຶ່ງ ເວົ້າວ່າ ການລົງພື້ນຖານ ໄປຕິດຕາມ ກວດ ກາ ໂຄງການຂຸດຄົ້ນແຮ່ທາດ ໃນໄລຍະທີ່ຜ່ານມາ ສ່ວນຫຼາຍຈະໄປເລື່ອງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ສະເພາະຈຸດ ທີ່ໄດ້ຮັບຜົນກະທົບເທົ່ານັ້ນ. ໃນເມື່ອບໍ່ມີການຕິດຕາມ ກວດກາຢ່າງຕໍ່ເນື່ອງ ກໍອາດເປັນໄປໄດ້ ທີ່ໂຄງການເຫຼົ່ານັ້ນ ຈະລັກຂຸດຄົ້ນແຮ່ທາດແບບຊະຊາຍ ຍ້ອນວ່າ ເຂດວັງຕັດ ກໍຂ້ອນຂ້າງຢູ່ຫ່າງໄກເມືອງ ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:

ອ້າຍກະລົງຍໍາໂຄງການນັ້ນແຫລະ ແຕ່ວ່າເບິ່ງການເຮັດວຽກຂອງປະສານງານ ແຕ່ຂັ້ນບ້ານຂຶ້ນມາໄດ໋ ລົງເກັບກໍາດ້ານຜົນກະທົບ ໃຫ້ມັນລະອຽດ ແຕ່ວ່າບໍ່ແມ່ນເຂົາຊິລົງເປັນປະຈໍາ ລົງເປັນໄລຍະໆເອົາ ກະບໍ່ໄດ້ຈົດໄດ້ແຕ້ມດອກ ເຂົາກະພະຍາຍາມຢາກຫລີກໄດ໋.

ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ ຂອງນັກລົງທຶນຫວຽດນາມ ໄດ້ສໍາຫຼວດ, ຂຸດຄົ້ນບໍ່ແຮ່ ໃນເນື້ອທີ່ 428 ກິໂລຕາແມັດ ຫຼື 42,800 ເຮັກຕ້າຣ໌. ປັດຈຸບັນ ຢູ່ເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ແລະເມືອງດາກຈຶງ ແຂວງເຊກອງ ມີເຂດສໍາຫຼວດ ແລະປຸງແຕ່ງແຮ່ຄໍາ.

ທີ່ຜ່ານມາ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍເຄີຍສະເໜີໃຫ້ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ ຂອງນັກລົງທຶນຫວຽດນາມນີ້ ເອົາ ໃຈໃສ່ໃນບາງບັນຫາ ເປັນຕົ້ນວຽກງານ ການປົກປັກສັກສາສິ່ງແວດລ້ອມ ແລະທໍາມະຊາດ ເນື່ອງຈາກການຂຸດຄົ້ນແຮ່ທາດ ມີການນໍາໃຊ້ເຕັກນິກ ທີ່ທັນສະໄໝ ຊຶ່ງອາດຈະສົ່ງຜົນກະທົບ ຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນໃຊ້ ໃນການ ດໍາລົງຊີວິດປະຈໍາວັນ ຮວມໄປເຖິງການຊົດເຊີຍ ຄວາມເສຍຫາຍ ຍ້ອນຜົນກະ ທົບຕໍ່ທີ່ຢູ່ອາໄສ, ຕໍ່ດິນ ແລະຜົນຜະຫຼິດ ຢ່າງເໝາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.