ອໍານາດການປົກຄອງບາງເມືອງ ໃນແຂວງຫົວພັນ ຄວບຄຸມ ຫຼືຈໍາກັດການຫາໜໍ່ໄມ້ ຂອງປະຊາຊົນ ໂຕຢ່າງ ອໍານາດການປົກຄອງຂອງທຸກບ້ານ ໃນເມືອງວຽງໄຊ ກໍໄດ້ປະກາດ ຫ້າມປະຊາຊົນ ຫາໜໍ່ໄມ້ຂາຍເປັນສິນຄ້າ ນັບແຕ່ວັນທີ 15 ເດືອນກັນຍາ ເຖິງເດືອນຕຸລາ ຂອງທຸກໆປີ ເພື່ອປົກປັກຮັກສາ ປ່າໄມ້ປ່ອງໃຫ້ຍືນຍົງ ບໍ່ດັບສູນ ແຕ່ເຖິງຢ່າງໃດກໍດີ ໃນໄລຍະເວລາຫ້າມນີ້ ປະຊາຊົນ ກໍມີສິດຫາໜໍ່ໄມ້ມາກິນພາຍໃນຄອບຄົວໄດ້ຢູ່ ພຽງແຕ່ຫ້າມຂາຍ.
ນອກຈາກໄລຍະເວລານັ້ນ ທາງອໍານາດການປົກຄອງບໍ່ໄດ້ຫ້າມ ຄື ອະນຸຍາດໃຫ້ປະຊາຊົນ ສາມາດຫາໜໍ່ໄມ້ເພື່ອແປຮູບ ແລະຕາກແຫ້ງໄດ້ຕາມປົກກະຕິ ເນື່ອງຈາກເປັນໄລຍະທີ່ໜໍ່ໄມ້ງາມ, ການຄວບຄຸມຕາມໄລຍະເວລາດັ່ງກ່າວ ເປັນແນວຄິດແບບ “ເອົາແດ່ ຈົ່ງແດ່” ຕາມຍຸທສາດພັທນາໄມ້ປ່ອງ ແລະເຄື່ອງປ່າຂອງດົງ ຂອງແຂວງຫົວພັນ ໄດ້ກໍານົດໄວ້, ຕາມຄວາມເວົ້າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວຽງໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ກັນຍາ ນີ້ວ່າ:
“ແຕ່ລະປີ ຮອດວັນທີ 15 ເດືອນ 9 ພຸ້ນແຫຼະ ເຂົາຈັ່ງຊິຫ້າມແຕ່ລະບ້ານຫັ້ນ ເພື່ອໃຫ້ໜໍ່ມັນປົ່ງເປັນໄມ້ຊົມໃຊ້ ບໍຣິໂພກຢູ່ໃນຄອບຄົວນີ້ໄດ້ເນາະ ແຕ່ວ່າບໍ່ໃຫ້ເປັນສິນຄ້າແລ້ວ ອັນວ່າຫ້າມນ່າ ສໍາລັບເມືອງວຽງໄຊນີ້ ຈັດຕັ້ງປະຕິບັດມາຫຼາຍປີແລ້ວເນາະ ເຮັດມາແນວນີ້ເນາະ ໂຄງການພັທນາໄມ້ປ່ອງຫັ້ນເປັນຜູ້ຊຸກຍູ້ການຊອກການຫາຫັ້ນ ແມ່ນວ່າ ບໍ່ໃຫ້ດັບສູນເນາະ ໝາຍຄວາມວ່າ ເອົາແດ່ ຈົ່ງແດ່ ເພື່ອໃຫ້ຕົ້ນໄມ້ຫັ້ນ ມີໜໍ່ຂຶ້ນໄວ້ຊົມໃຊ້ແຫຼະເນາະ.”
ຊາວບ້ານ ຢູ່ເມືອງວຽງໄຊ ກ່າວວ່າ ຢູ່ພາຍໃນເມືອງວຽງໄຊ ມີຜູ້ປະກອບການ ບໍ່ວ່າຈະເປັນຕ່າງປະເທດ ຫຼືພາຍໃນ ທີ່ຕ້ອງການເກັບຊື້ໜໍ່ໄມ້ຫົກແບບສົດ ແລະແບບຕາກແຫ້ງ ຢູ່ເມືອງວຽງໄຊ ຈະມີເອກກະສານຈາກທາງການ ເພື່ອຊື້-ຂາຍ ນໍາປະຊາຊົນຄັກແນ່ ແລະປະຊາຊົນບໍ່ເຫັນດີ ຫາກທາງການຈະຫ້າມ ບໍ່ໃຫ້ປະຊາຊົນເກັບໜໍ່ໄມ້ປ່ອງ ມາເຮັດເປັນໜໍ່ໄມ້ແຫ້ງ ເພື່ອເປັນທຸຣະກິຈຊື້-ຂາຍ ຮັບໃຊ້ໃນຄົວເຮືອນ ຍ້ອນປະຊາຊົນບາງຄອບຄົວ ມີຣາຍຮັບທາງດຽວ ຈາກການຂາຍໜໍ່ໄມ້ ອີກທັງ ການຫາໜໍ່ໄມ້ເພື່ອຂາຍ 1 ປີ ຫາໜໍ່ໄມ້ເພື່ອແປຮູບຂາຍພຽງແຕ່ 2 ເດືອນເທົ່ານັ້ນ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ແຫຼະ ມີບາງບ້ານນິ ເພິ່ນກໍອາສັຍເພື່ອສ້າງຣາຍຮັບ ໃຫ້ຄອບຄົວກໍມີ ແຕ່ອາສັຍນີ້ ຄືທີ່ອາສັຍກໍ ບໍ່ແມ່ນໝົດປີເນາະ ມີແຕ່ປະມານ 2 ເດືອນປາຍນຶ່ງ ກໍຫາເປັນສິນຄ້າເພື່ອສ້າງຣາຍຮັບໃຫ້ຄອບຄົວ ມີບາງບ້ານນີ້ເຂົາອາສັຍແຕ່ແນວນີ້ ຜ່ານມາຜູ້ປະກອບການ ທີ່ແລ່ນໜັງສືຖືກຕ້ອງ ຕາມລະບຽບຫຼັກການຫັ້ນ ຈັ່ງສາມາດຊື້ໄດ້ໂອ້.”
ຂະນະດຽວກັນ ຈາກກໍຣະນີ ຫ້ອງການກະສິກັມ ແລະປ່າໄມ້ ເມືອງແອດ ແຂວງຫົວພັນ ໄດ້ອອກແຈ້ງການ ວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມ ບໍ່ໃຫ້ພະນັກງານ, ທະຫານ, ຕໍາຣວດ, ປະຊາຊົນ ຊາວເມືອງແອດ ເກັບໜໍ່ໄມ້ມາເຮັດເປັນໜໍ່ໄມ້ຕາກແຫ້ງ ເພື່ອທຸຣະກິຈຊື້-ຂາຍ ຕໍ່ມາ ວັນທີ 1 ກັນຍາ 2023 ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງ ເມືອງແອດ ກໍໄດ້ລົບລ້າງແຈ້ງການດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງແອດ ກ່າວວ່າ ເປົ້າໝາຍຂອງແຈ້ງການດັ່ງກ່າວ ຄື ຫ້າມບໍ່ໃຫ້ບັນດາບຸກຄົນ, ນິຕິບຸກຄົນ, ນັກທຸຣະກິຈ ທັງພາຍໃນ ແລະຕ່າງປະເທດ ເກັບຊື້-ຂາຍ ໜໍ່ໄມ້ແຫ້ງສົ່ງອອກ ແບບບໍ່ມີເອກກະສານຖືກຕ້ອງ ຈຶ່ງມີຈຸດປະສົງ ຖ້າບຸກຄົນໃດຢາກເກັບຊື້-ຂາຍ ໜໍ່ໄມ້ແຫ້ງ ໃຫ້ມາພົວພັນ ປະກອບເອກກະສານ ຂໍອະນຸຍາດການເກັບຊື້-ຂາຍ ນໍາຫ້ອງການກະສິກັມ ແລະປ່າໄມ້ເມືອງ ໃຫ້ຖືກຕ້ອງ.
ດັ່ງທ່ານຂຍາຍຄວາມ ໃນມື້ດຽວກັນນີ້ວ່າ:
“ທີ່ຈິງ ເປົ້າໝາຍມັນຢາກຫ້າມ ໃຫ້ນັກທຸຣະກິຈ ມາເຮັດເອກກະສານ ປະຊາຊົນບໍ່ໄດ້ຫ້າມ ບໍ່ມີຫຍັງ ປົກກະຕິຄືເກົ່າຫັ້ນແຫຼະ ຜິດລ໊ອກກັນໜ້ອຍນຶ່ງ ດ້ານເອກກະສານ ເພາະວ່າ ຢູ່ພີ້ ມັນພໍ່ຄ້າວຽດມັນຫຼາຍ ມັນມາສົ່ງອອກໄປວຽດ.”
ຊາວບ້ານ ຢູ່ບ້ານນາຄໍາ ເມືອງແອດ ກ່າວວ່າ ເຂດລຽບນໍ້າແອດ ໃນເຂດຫ່າງໄກສອກຫຼີກ ຂອງປີນີ້ ມີປະຊາຊົນຈະພາກັນຫຼັ່ງໄຫຼໄປຫາໜໍ່ໄມ້ຫົກ ແລະໜໍ່ໄມ້ສາງ ທີ່ມີຢູ່ຕາມທັມມະຊາຕເປັນຂະບວນການຟົດຟື້ນກວ່າປີທີ່ຜ່ານມາ ທັງເອົາມາບໍຣິໂພກໃນຄອບຄົວ ແລະຕາກແຫ້ງຂາຍເປັນສິນຄ້າ ໂດຍມີພໍ່ຄ້າ-ແມ່ຄ້າ ຈາກວຽດນາມມາເກັບຊື້ ຈຶ່ງເຮັດໃຫ້ມີເງິນ ຊື້ເຄື່ອງນຸ່ງຂອງຖືໃຫ້ລູກ-ຫຼານໄປໂຮງຮຽນ ເດັກນ້ອຍນັກຮຽນບໍ່ປະລະການຮຽນ.
ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ກໍມີເງິນເນາະ ຊື້ເຄື່ອງ ຊື້ອຸປະກອນການຮຽນ ໃຫ້ລູກໃຫ້ຫຼານຫັ້ນແຫຼະ ກໍຊື້ເຄື່ອງຮັບໃຊ້ຄອບຄົວ ຈໍານວນນຶ່ງບັນເທົາໄປຫຼາຍເຕີບເນາະ ທີ່ວ່າ ສໍາລັບຄອບຄົວ ທີ່ມີແຮງງານໄປຫາ ແລ້ວກໍມາເຮັດໜໍ່ແຫ້ງ ແລ້ວກໍມາຂາຍໃຫ້ນັກທຸຣະກິຈແຫຼະເນາະ.”
ສໍາລັບຄາລາໜໍ່ໄມ້ຕາກແຫ້ງ ຢູ່ເມືອງແອດ ປີນີ້ລາຄາດີ ສເລັ່ຽບໍ່ຫຼຸດ 60,000-80,000 ກີບ/ກິໂລ ທຽບໃສ່ຫຼາຍປີຜ່ານມາ ເພີ່ມຂຶ້ນເກີນທົບເຄິ່ງ ຈຶ່ງເປັນສາເຫດສໍາຄັນ ເຮັດໃຫ້ປະຊາຊົນພາກັນໄປຫາໜໍ່ໄມ້ ມາຕາກແຫ້ງຂາຍເປັນສິນຄ້າ. ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງແອດ.