ແຂວງຄໍາມ່ວນ ປຶກສາຫາລື ປ່ຽນປະເພດປ່າສງວນພູຫິນປູນ ເປັນອຸທະຍານແຫ່ງຊາຕ

ສຸພັດຕາ
2023.09.18
ແຂວງຄໍາມ່ວນ ປຶກສາຫາລື ປ່ຽນປະເພດປ່າສງວນພູຫິນປູນ ເປັນອຸທະຍານແຫ່ງຊາຕ ຜາຫິນປູນ ທີ່ສູງຊັນ ຫຼາຍຮ້ອຍແມັດ ເປັນລັກສະນະທີ່ໂດດເດັ່ນ ທາງດ້ານພູມສັນຖານ ຂອງອຸທິຍານ ແຫ່ງຊາຕ ຫິນໜາມໜໍ່.
ຂໍຂອບໃຈຮູບພາບຈາກເພຈ ອຸທິຍານແຫ່ງຊາຕ ຫິນໜາມໜໍ່

ກອງປະຊຸມປຶກສາຫາລື ຄວາມເປັນໄປໄດ້ ໃນການຈັດປ່າສງວນແຫ່ງຊາຕ ພູຫິນປູນ ໃຫ້ເປັນອຸທະຍານແຫ່ງຊາຕ ຈັດຂຶ້ນໃນວັນທີ 29 ສິງຫາ 2023 ທີ່ຜ່ານມາ, ທັງນີ້ ກໍເພື່ອການປົກປັກຮັກສາ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ລະບົບນິເວດທັມມະຊາຕ ແລະເພື່ອສນັບສນູນ ການພັທນາເສຖກິຈໃນລາວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຄໍາມ່ວນ ຜູ້ທີ່ 1 ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກັນຍາ ນີ້ວ່າ:

“ຄັນຊິເວົ້າ ລະບຽນການກໍອັນດຽວກັນຫັ້ນແຫຼະ ແຕ່ວ່າ ຢູ່ໃນອຸທະຍານ ມັນຊິເພີ່ມເຂົ້າໃນການຈັດສັນ ແຫ່ງຣາຍໄດ້ຂອງປະຊາຊົນ ແລ້ວກໍແຫ່ງຣາຍໄດ້ຂອງພັກຣັຖ ໂດຍສະເພາະກະແມ່ນຈັດສັນ ເຣື່ອງການທ່ອງທ່ຽວຫັ້ນ ແຕ່ເຣື່ອງການອະນຸຮັກພັນພືດ ພັນສັດ ກໍອັນດຽວກັນ.”

ແຜນຍົກລະດັບ ເຂດປ່າສງວນແຫ່ງຊາຕ ເປັນອຸທະຍານແຫ່ງຊາຕ ດີກວ່າທີ່ຈະເປັນ ປ່າສງວນແຫ່ງຊາຕຊື່ໆ ຍ້ອນແຜນດັ່ງກ່າວ ມີການນໍາເອົາທິວທັດທາງດ້ານສິ່ງແວດລ້ອມ ແລະຊີວະນາໆພັນ ເຊິ່ງເປັນສະຖານທີ່ຂອງພືດ ແລະສັດສະເພາະຖິ່ນ, ທີ່ຢູ່ອາສັຍທັມມະຊາຕ ແລະຄວາມຫຼາກຫຼາຍທາງດ້ານທໍຣະນີ ເຂົ້າມາສົ່ງເສີມການທ່ອງທ່ຽວ, ການສຶກສາ, ການພັກຜ່ອນ ລວມເຖິງ ເພື່ອສ້າງອາຊີບໃຫ້ປະຊາຊົນ ສໍາລັບຜ່ານກິຈກັມຕ່າງໆ.

ເປັນຕົ້ນ ຈະຈັດໃຫ້ມີໄກດ໌ທ້ອງຖິ່ນ ພາຍ່າງສໍາຣວດເຂົ້າຖໍ້າ, ຫຼີ້ນນໍາຕົກຕາດ, ຂີ່ເຮືອ, ຂີ່ສະລິງບິນຂ້າມຮ່ອມພູ, ຍ່າງຂ້າມຂົວເຫຼັກ ຫຼືຂົວຕະໜ່າງຮັງແມງມູມ, ປີນຜາຈຸດຊົມວິວຂອງປ່າຫິິນປູນ, ຍ່າງຊົມປ່າ ສຶກສາທັມມະຊາຕ ໂດຍສະເພາະພັນໄມ້ ແລະສັດລ້ຽງລູກດ້ວຍນໍ້ານົມ ພ້ອມເພີດເພີນກັບວິວງາມໆຈາກຮ້ານອາຫານ, ເຄື່ອງດີື່ມ ຂອງປະຊາຊົນໃນທ້ອງຖິ່ນນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ມັນກໍໍຊິດີກວ່າຫັ້ນແຫຼະ ເວົ້າເຣື່ອງການຄຸ້ມຄອງ ໂຕອຸທະຍານຫັ້ນນ່າ ມັນກໍຈະຊິດີກວ່າປ່າຫຼາຍກວ່າອີກ ໂຕອຸທະຍານ ມັນກໍຊິຫຼາກຫຼາຍທາງດ້ານການທ່ອງທ່ຽວ ທ່ອງທ່ຽວຫຼາຍໆແນວ ເຂົ້າໄປອີກຫັ້ນນ່າ ເພາະວ່າ ມັນເວົ້າເຣື່ອງເຂົາເຈົ້າປັນທີ່ດິນເດ້ ໃຫ້ເນາະ ອາດຊິບໍ່ໄດ້ໂຍກຍ້າຍ ພໍ່ແມ່ປະຊາຊົນຫຍັງດອກ ມີແຕ່ສ້າງກິຈກັມອັນໃດ ທີ່ສາມາດເປັນທ່າແຮງໃນການຄຸ້ມຄອງປ່າໄມ້ຫັ້ນ ໂດຍສະເພາະ ການສົ່ງເສີມເວົ້າເຣື່ອງການທ່ອງທ່ຽວນີ້ແຫຼະ ເຂົ້າມາເພື່ອໃຫ້ຂະເຈົ້າມີສ່ວນຮ່ວມ ມີລາຍຮັບນໍາອີກ ແລ້ວກໍມີທາງຍ່າງ ເວົ້າເຣື່ອງການຊົມປ່າ ຊົມຫຍັງນີ່ແຫຼະ ສັດປ່າ ກໍຫຼາຍໆຢູ່ຫັ້ນ ກໍມີອັນ ເຈັຍ, ພວກລີງນີ້ຫຼາຍໆ ແຕ່ວ່າ ທຸກມື້ນີ້ ມັນຍັງຄາ ເວົ້າເຣື່ອງຫົນທາງມັນບໍ່ສະດວກບາງຈຸດ ບາງບ່ອນຊື່ໆ.”

ປະຊາຊົນ ຢູ່ບ້ານທ່າແຫຼມ, ບ້ານໂພນດູ່, ບ້ານມ້ວງດ່ອຍ ເມືອງທ່າແຂກ ເປັນ 3 ບ້ານ ຈະຖືກຜົລກະທົບ ຈາກການຈັດປ່າສງວນແຫ່ງຊາຕ ພູຫິນປູນ ເປັນອຸທະຍານແຫ່ງຊາຕ ຍ້ອນປະຊາຊົນສ່ວນໃຫຍ່ ຜູ້ເຊິ່ງມີຖານະທຸກຍາກ ເຖິງປານກາງ ນິຍົມຫາເຄື່ອງປ່າຂອງດົງ ເພື່ອໄວ້ກິນພາຍໃນຄອບຄົວ ແລະຈໍານວນນຶ່ງ ກໍພາກັນໃຊ້ເນື້ອທີ່ດິນຢູ່ຕີນພູ ເພື່ອປູກມັນຕົ້ນໄວ້ກິນ ແລະໄວ້ຂາຍ.

ດັ່ງປະຊາຊົນ ເມືອງທ່າແຂກ ກ່າວໃນມື້ດຽວກັນນີ້ວ່າ:

“ປະຊາຊົນແຖວນັ້ນ ເຂົາເຈົ້າກໍບໍ່ມີບ່ອນຢູ່ຫາກິນນ່າ ອາສັຍເຂົ້າໃນປ່າສງວນ ແລ້ວກໍໄປຖາກຖາງປູກມັນຕົ້ນ ປູກຫຍັງນີ້ແຫຼະ ໄວ້ເປັນສ່ວນໂຕເຂົາຫັ້ນແຫຼະເນາະ ຫາກເຂົາບໍ່ທັນໄດ້ປູກໄມ້ໃຫຍ່ ໄມ້ຫຍັງຫັ້ນນ່າ ແລ້ວເຂົ້າປ່າຫາກິນ ແບບທັມມະຊາຕ ຢູ່ເຂດນັ້ນມັນມີແຕ່ເປັນພູ ເປັນຫຍັງອ້ອມແອ້ມຫັ້ນນ່າ ໄປຫາໜໍ່ຫາໄມ້ ແລ້ວກໍຫາເຄື່ອງປ່າຂອງດົງນີ້ແຫຼະ ເປັນດອກກ້ວຍໄມ້ ກ້ວຍຫຍັງນີ້ນ່າ ເພິ່ນເຂົ້າໄປຫັ້ນນ່າ ເປັນສັດປ່ານີ້ແຫຼະ ບໍ່ໄດ້ເອົາໄປຂາຍດອກ ເຂົາເຈົ້າມີແຕ່ໄປຫາກິນໃນຄອບຄົວຫັ້ນນ່າ ເປັນໝູປ່າ, ເປັນຟານ, ເປັນກວາງ, ເປັນກະຮອກ, ກະແຕ ກໍມີຫັ້ນແຫຼະຫຼາຍ.”

ເຈົ້າໜ້າທີ່ ເມືອງທ່າແຂກ ກ່າວວ່າ ໃນກອງປະຊຸມປຶກສາຫາລື ໃນວັນທີ 29 ສິງຫາ ທີ່ຜ່ານມານັ້ນ ກໍໄດ້ມີການສເນີຜົລກະທົບຕໍ່ປະຊາຊົນ ທີ່ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ມີການຈັດສັນດິນ ເພື່ອໃຫ້ປະຊາຊົນມີເນື້ອທີ່ດິນທໍາກິນ ເນື່ອງຈາກ ທີ່ຜ່ານມາ ທາງການບໍ່ມີປ້າຍປັກຫຼັກໝາຍ ຫ້າມປະຊາຊົນ ເຂົ້າບຸກລຸກເນື້ອທີ່ປ່າສງວນ ເພື່ອທໍາການຜລິດຢ່າງຄັກແນ່ ປະຊາຊົນຈຶ່ງບໍ່ເຂົ້າໃຈ ແລ້ວຈັບຈອງເນື້ອທີ່ປ່າສງວນແຫ່ງຊາຕ ເປັນເນື້ອທີ່ປູກມັນຕົ້ນຂອງຕົນເອງ.

ດັ່ງຍານາງ ກ່າວວ່າ:

“ກໍຕ້ອງໄດ້ແມ່ນຈັດສັນ ໃຫ້ເພິ່ນຕ່າງຫາກອີກ ບໍ່ໃຫ້ເພິ່ນເຂົ້າໄປບຸກລຸກປ່າສງວນ ມັນກໍຊິມີຢູ່ບ່ອນເພິ່ນຊິແບ່ງໃຫ້ ເພິ່ນມີແຕ່ປູກເລາະຕີນພູຕີຜາ ກໍຢາກລາມເຂົ້າໄປເຂດປ່າສງວນແດ່ ເພາະວ່າ ເຮົາ ກໍບໍ່ທັນໄດ້ປັກຫຼັກໝາຍ ສ້າງແຜນທອກແຜນທີ່ລະອຽດ ປະຊາຊົນກໍຍັງບໍ່ເຂົ້າໃຈປານໃດນ່າ ເຂົາເຈົ້າກໍເລີຍເຂົ້າໄປເຮັດມີປ້າຍ ກໍບໍ່ມີ ປະຊາຊົນເຂົາເຈົ້າກໍບໍ່ເຂົ້າໃຈ ວ່າມີເນື້ອທີ່ປ່າສງວນ ຮອດໃສໆ.”

ເຖິງຢ່າງໃດກໍຕາມ ແຜນຈັດປະເພດ ປ່າສງວນແຫ່ງຊາຕ ພູຫິນປູນ ເປັນອຸທະຍານແຫ່ງຊາຕດັ່ງກ່າວ ຍັງເປັນການປົກປັກຮັກສາ ຄຸ້ມຄອງຊີວະນາໆພັນ ແລະລະບົບນິເວດທັມມະຊາຕ ໄດ້ດີກວ່າທີ່ຈະເປັນປ່າສງວນແຫ່ງຊາຕ ເນື່ອງຈາກ ຈະມີການກໍານົດ ເຂດຄຸ້ມຄອງນໍາໃຊ້ ເພື່ອການທ່ອງທ່ຽວ, ເພື່ອການຜລິດຂອງປະຊາຊົນຄັກແນ່ ແລະຈະມີການການກໍານົດເຂດອະນຸຮັກພິເສດ ບໍ່ໃຫ້ຜູ້ໃດເຂົ້າບຸກລຸກເນື້ອທີ່ ປ່າສງວນແຫ່ງຊາຕຄັກແນ່ ອີກນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ຜູ້ທີ 1 ຜູ້ດຽວກັບຂ້າງເທິງກ່າວວ່າ:

“ກໍຄິດວ່າ ມັນມີລະບົບການຈັດການຂອງມັນ ທີ່ດີມັນມີເຂດກໍານົດ ຄຸ້ມຄອງນໍາໃຊ້ກັບເຂດອະນຸຮັກພິເສດເດ້ເນາະ ເຮົາຕ້ອງໄດ້ຈັດວາງໂຕຫັ້ນ ຜ່ານມາໄທເຮົາ ກໍໄດ້ມີການຄຸ້ມຄອງ ປົກປັກຮັກສາຄືກັນ ແຕ່ວ່າ ບໍ່ໄດ້ໃຫ້ເຂົ້າ ໃນການລັກລອບ ກໍແນ່ນອນແຫຼະເນາະຂ້ອນຂ້າງກໍມີຢູ່ ໂດຍສະເພາະ ກໍຊາວບ້ານທີ່ໃກ້ຄຽງຫັ້ນແຫຼະ ພວກເຮົາໄດ້ມີການກໍານົດຂອບເຂດດິນ ໃຫ້ປະຊາຊົນຢູ່ແລ້ວເນາະ ພື້ນທີ່ໃດເປັນຂອງປະຊາຊົນ ເຮົາກໍບໍ່ໄດ້ເອົາເຂົ້າໃນຂອບເຂດພື້ນທີ່ປ່າສງວນ.”

ທ່ານກ່າວຕື່ມວ່າ ນອກຈາກຜົນທີ່ໄດ້ຮັບ ແລະຜົລກະທົບ ທີ່ໄດ້ມີການປຶກສາຫາລື ປະກອບຄໍາເຫັນແລ້ວ ໃນກອງປະຊຸມຂອງວັນທີ 29 ສິງຫາ ທີ່ຜ່ານມາແລ້ວ ກະຊວງກະສິກັມແລະປ່າໄມ້ ແລະຜແນກກະສິກັມ ແລະປ່າໄມ້ແຂວງຄໍາມ່ວນ ຈະຈັດກອງປະຊຸມ ຍົກລະດັບ ປ່າສງວນແຫ່ງຊາຕ ພູຫິນປູນ ເປັນອຸທະຍານແຫ່ງຊາຕ ຕໍ່ໄປເລື້ອຍໆ ເພິື່ອເບິ່ງຄວາມເປັນໄປໄດ້ໃນດ້ານຕ່າງໆ ໂດຍສະເພາະ ການກໍານົດຂອບເຂດ ພື້ນທີ່ປ່າສງວນແຫ່ງຊາຕ.

ສໍາລັບປ່າສງວນແຫ່ງຊາຕ ພູຫິນປູນ ແຂວງຄໍາມ່ວນ ມີເນື້ອທີ່ທັງໝົດ 150,000 ເຮັກຕ້າຣ໌ ໃນນັັ້ນ ກວມເອົາ 6 ເມືອງຂອງແຂວງ ຄື: ເມືອງທ່່າແຂກ, ເມືອງຫິນບູນ, ເມືອງຄູນຄໍາ, ເມືອງຍົມມະລາດ, ເມືອງນາກາຍ ແລະເມືອງມະຫາໄຊ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ຜູ້ທີ 2 ແລະອີງຕາມຂໍ້ມູນ ຈາກຜແນກກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.