ສຳຣວດດິນ ຜູ້ໄດ້ຮັບຜົລກະທົບ ເຂື່ອນຫຼວງພຣະບາງ

0:00 / 0:00

ທາງການລາວ ເຣື່ມສໍາຣວດພື້ນທີ່ກະສິກັມ ແລະດິນປຸກສ້າງເຮືອນຈັດສັນ ໃຫ້ປະຊາຊົນ 23 ບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນ ຫລວງພຣະບາງ, ຈະສູນເສັຍທີ່ດິນທໍາການຜລິດ ແລະເຮືອນ ຢູ່ 4 ເມືອງ, 3 ແຂວງ. ໄລຍະທໍາອິດ ຈະສໍາຣວດພື້ນທີ່ໃຫ້ຊາວບ້ານ ທີ່ຖືກຜົລກະທົບໜັກ ແລະຈະຖືກໂຍກຍ້າຍ ຈໍານວນ 6 ບ້ານ, 581 ຄອບຄົວ ຊຶ່ງໃນນັ້ນ ແຂວງຫລວງພຣະບາງ ແມ່ນຢູ່ເມືອງຈອມເພັດ ມີ 4 ບ້ານ, ຢູ່ເມືອງປາກອູ 1 ບ້ານ ແລະແຂວງອຸດົມໄຊ ຢູ່ເມືອງງາ ມີ 1 ບ້ານ.

ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມົກກະຣານີ້ວ່າ ການສໍາຣວດນັ້ນ ເຕັມໄປດ້ວຍຄວາມຫຍູ້ງຍາກ ຍ້ອນພື້ນທີ່ເປັນເຂດພູດອຍ ບໍ່ມີດິນຫລາຍສໍາລັບເຮັດການກະເສດ.

ດັ່ງນັ້ນ ການບຸກເບີກຈັດສັນພື້ນທີ່ໃຫ້ຊາວບ້ານທໍາການຜລິດ ອາຈໄດ້ໜ້ອຍ ຄືໄດ້ປະມານ 0.70 ເຮັກຕາຕໍ່ຄອບຄົວເທົ່ານັ້ນ.

" ບ່ອນຢູ່ນີ້ພໍ ແຕ່ວ່າບ່ອນທໍາການຜະລິດນີ້ໂອ໋ ມັນຈະຫຍູ້ງຍາກ ນໍາບ່ອນທໍາການຜະລິດຫັ້ນ ຄອບຄົວນຶ່ງ 0.70 ເຮັກຕາເນາະ ຄັນຫລາຍຄອບຄົວ ມັນຈະພໍກັນຊີ້ນ່າ.

ທ່ານກ່າວຕື່ມວ່າ ປັດຈຸບັນ ຍັງບໍ່ທັນມີຣາຍລະອຽດ ທີ່ຈະແຈ້ງເທື່ອວ່າ ຈະບຸກເບີກພື້ນທີ່ເຮັດການກະເສດນັ້ນ ສໍາເຣັດໄດ້ມື້ໃດ ແລະທົດແທນຄວາມເສັຍຫາຍໃຫ້ຊາວບ້ານແນວໃດ ເພາະທາງສູນກາງ ກໍຍັງບໍ່ທັນແຈ້ງຣາຍລະອຽດໃດໆ ກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ ເຂື່ອນໄຟຟ້າຫລວງພຣະບາງ ມາໃຫ້ຮູ້ເທື່ອ ພຽງແຕ່ໄດ້ຮັບການຢືນຢັນວ່າ ເຂື່ອນນັ້ນຈະເກີດຂຶ້ນແທ້, ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນແຂວງຫລວງພຣະບາງ ກຽມພ້ອມໄວ້ກ່ອນ.

ສ່ວນດິນປຸກສ້າງເຮືອນຈັດສັນໃໝ່ ໄດ້ສໍາຣວດໄປແລ້ວ 2 ຈຸດ ຢູ່ບໍ່ໄກຈາກບ້ານເດີມຂອງຊາວ ບ້ານ, ມີດິນພຽງພໍສໍາລັບການປຸກສ້າງເຮືອນຈັດສັນນັ້ນ. ແຕ່ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ບຸກ ເບີກເທື່ອ.

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ທີ່ສູນເສັຍດິນ ແລະຈະຖືກໂຍກຍ້າຍ ເວົ້າວ່າ ຫາກທາງການລາວ ຈັດສັນເນື້ອທີ່ເຮັດການກະເສດໃຫ້ຊາວບ້ານ ໜ້ອຍກວ່າ 1 ເຮັກຕາຕໍ່ຄອບຄົວ ກໍຖືວ່າໄດ້ໜ້ອຍຫລາຍ, ບໍ່ສົມເຫດບໍ່ສົມຜົລ ແລະກໍຈະບໍ່ພຽງພໍສໍາລັບຊາວບ້ານໃນອະນາຄົດ.

ດັ່ງນັ້ນຈຶ່ງຢາກໃຫ້ທາງການ ພິຈາຣະນາເຣື່ອງຈໍານວນເນື້ອທີ່ດິນນັ້ນຄືນໃໝ່ ເພື່ອໃຫ້ເໝາະສົມ ແລະຍຸຕິທໍາ ສໍາລັບຜູ້ໄດ້ຮັບຜົລກະທົບ.

"ບໍ່ກຸ້ມແທ້ ແບ້ກິນ 3 ມື້ກະໝົດແຫລະ ແລ້ວສິປູກໝາກກ້ວຍ ໝາກຮຸ່ງ ລ້ຽງສັດກະໃຫ້ລ້ຽງແຕ່ແບ້ກັບໝູ ພວກງົວຄວາຍບໍ່ໃຫ້ລ້ຽງ ບໍ່ມີທຶນວ່າຊັ້ນ. ຊຸດແລ້ວນີ້ເພິ່ນກະມາ ເຈົ້າມັກບ່ອນໃດກະໄປເລືອກເອົາ ກະພາໄປເບິ່ງຕັ້ງບ້ານໃໝ່ຫັ້ນນ່າ 2 ເທື່ອ 3 ເທື່ອກະພາກັນມາເບິ່ງ ບາດສຸດທ້າຍວ່າບໍ່ໃຫ້ຢູ່ ແລ້ວມາຫຍູ້ງໃຈພໍ່ແມ່ປະຊາຊົນນີ້. "

ຊາວບ້ານ ທີ່ໄດ້ຮັບຜົລກະທົບອີກຜູ້ນຶ່ງ ຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ກໍເວົ້າວ່າ ຫາກຊາວບ້ານໄດ້ຮັບເນື້ອທີ່ເຮັດການກະເສດໜ້ອຍ ກໍຍິ່ງຈະເຮັດໃຫ້ຊາວບ້ານທຸກຍາກໄປຕື່ມ ເພາະຊາວບ້ານສ່ວນຫລາຍເຮັດການກະເສດເປັນອາຊີບຫລັກ ຫາຣາຍໄດ້ລ້ຽງຄອບຄົວ.

"ມັນໄດ້ໜ້ອຍ ເອີ ແຕ່ວ່າບາງຄັ້ງການຜະລີດ ມັນໜ້ອຍ ດິນກະສິກັມກະສິໜ້ອຍແລ້ວ ມັນສິຫຍູ້ງຍາກ ມັນມີໜ້ອຍດິນກະສິກັມບຸກເບີກຫັ້ນ ສິມາເຮັດບ້ານຄືເກົ່າກະຊິລໍາບາກ ຄືເພິ່ນວ່າຫັ້ນແຫລະ. "

ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຢູ່ເມືອງງາ ແຂວງອຸດົມໄຊ ເວົ້າວ່າ ຕ້ອງການໃຫ້ທາງການ ແລະພາກສ່ວນທີ່ກຽວຂ້ອງ ຕິດຕາມ-ກວກາເຣື່ອງດິນ ເຣື່ອງເຮືອນ ແລະທັງເຣື່ອງເງິນຊົດເຊີຍ, ການທົດແທນພື້ນທີ່ເຮັດການກະເສດ ແລະການປຸກສ້າງເຮືອນຈັດສັນ ໃຫ້ຊາວບ້ານທຸກຄອບຄົວ ທີ່ໄດ້ຮັບຜົລກະທົບນັ້ນຢ່າງສົມເຫດສົມຜົລ ແລະຍຸຕິທໍາ.

"ເບິ່ງຄືນຕື່ມເຣື່ອງການປຸກອາ ຄານບ້ານເຮືອນ ນັ້ນໃຫ້ມັນສົມເຫດສົມຜົລຫັ້ນນ່າ ເວົ້າເຣື່ອງດິນທົ່ງດິນນາຄືກັນ ມັນກະມີ 2-3 ບັນຫາທີ່ປະຊາຊົນບໍ່ພໍໃຈນ່າ ຍ້ອນດິນທົ່ງດິນນານີ້ ເພິ່ນໄລ່ເຮັກຕານຶ່ງ 100 ລ້ານກີບ. "

ເຣື່ອງການກໍ່ສ້າງເຂື່ອນໄຟຟ້າຫລວງພຣະບາງ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງ ຫລວງພຣະບາງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມົກກະຣານີ້ວ່າ ຍັງບໍ່ທັນມີຄວາມຄືບໜ້າແຕ່ຢ່າງໃດ ແລະຍັງບໍ່ມີກໍານົດເທື່ອວ່າ ຈະເຣື່ມລົງມືກໍ່ສ້າງໄດ້ມື້ໃດກັນແທ້. ໃນໄລຍະນີ້ ທາງບໍຣິສັດຜູ້ຮັບເໝົາກໍ່ສ້າງເຂື່ອນ ກໍາລັງເລັ່ງສ້າງຂົວຂ້າມນໍ້າຂອງໃຫ້ແລ້ວໄວ ແລະກໍຄືບໜ້າໄປແລ້ວກວ່າ 50%.

"ປັດຈຸບັນນີ້ ສະເພາະສ້າງເຂື່ອນແທ້ຂະເຈົ້າ ໂຈະກ່ອນເພາະວ່າ ເພິ່ນຈະໄປເລັ່ງໃສ່ຂົວ ສ້າງເຂື່ອນແທ້ ເພິ່ນຍັງບໍ່ທັນລົງມືເທື່ອ ເພິ່ນໂຈະກ່ອນ. "

ປະຊາຊົນທັງໝົດ 23 ບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ມີຢູ່ເມືອງຈອມເພັດ, ເມືອງປາກອູ ແຂວງຫລວງພຣະບາງ, ເມືອງງາ ແຂວງອຸດົມໄຊ ແລະເມືອງຫົງສາ ແຂວງໄຊຍະບູຣີ ຊຶ່ງແບ່ງອອກເປັນ 4 ກຸ່ມດັ່ງນີ້:

ກຸ່ມທີ 1 ໄດ້ຮັບຜົລກະທົບ 100% ຄືສູນເສັຍພື້ນທີ່ເຮັດການຜະລິດ ແລະຈະຖືກໂຍກຍ້າຍອອກໄປຢູ່ເຂດບ້ານຈັດສັນໃໝ່ ຈໍານວນ 6 ບ້ານ, 581 ຄອບຄົວ. ໃນນັ້ນມີບ້ານ ຫ້ວຍຍໍ້, ນາສັ້ງ, ຫ້ວຍແຂ້, ແກ້ງແຄມ, ກົກຂ້າມ ແລະບ້ານລາດຫານ.

ກຸ່ມທີ 2 ໄດ້ຮັບຜົລກະທົບ ສູນເສັຍພື້ນທີ່ເຮັດການກະເສດ ແລະອາຈຖືກໂຍກຍ້າຍບາງຄອບຄົວ ມີຢູ່ 9 ບ້ານ, 692 ຄອບຄົວ.

ກຸ່ມທີ 3 ໄດ້ຮັບຜົລກະທົບ ສູນເສັຍພື້ນທີ່ເຮັດການກະເສດບາງສ່ວນ ຢູ່ 8 ບ້ານ, 671 ຄອບຄົວ.

ແລະກຸ່ມທີ 4 ອາຈໄດ້ຮັບຜົລກະທົບຢູ່ 3 ບ້ານ, 189 ຄອບຄົວໃນເມືອງຈອມເພັດ ແລະເມືອງປາກອູ ແຂວງຫລວງພຣະບາງ ທີ່ຢູ່ທ້າຍເຂື່ອນ ຊຶ່ງຈະໄດ້ຮັບຜົລກະທົບຈາກ ຣະດັບນໍ້າຂຶ້ນ-ລົງ ບໍ່ປົກຕິ.

ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ ເປັນເຂື່ອນແບບຝາຍນໍ້າລົ້ນ ຄືກັນກັບເຂື່ອນໄຊຍະບູຣີ. ເຂື້ອນແຫ່ງນີ້ ວ່າຈະເຣື່ມກໍ່ສ້າງໃນປີ 2020 ແຕ່ບໍ່ໄດ້ທັນສ້າງ ຍ້ອນຄາບັນຫາເຣື່ອງການປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ແລະຍັງບໍ່ມີການເຊັນສັນຍາຊື້-ຂາຍໄຟຟ້າຢ່າງເປັນທາງການ. ແຕ່ກໍມີກໍານົດສ້າງໃຫ້ແລ້ວໃນປີ 2027.

ໂຄງການເຂື່ອນຫລວງພຣະບາງ ເປັນໂຄງການຮ່ວມມື ຣະຫວ່າງບໍຣິສັດໄຊຍະບູຣີພາວເວີ ແລະບໍຣິສັດ PetroVietnam Power ຂອງວຽດນາມ ທີ່ຈັດຕັ້ງບໍຣິສັດຫລວງພຣະບາງພາວເວີຈໍາກັດ ໂດຍທີ່ບໍຣິສັດໄຊຍະບູຣີພາວເວີ ຖືຫຸ້ນ 42%, ບໍຣິສັດພີທີຈໍາກັດ 38%, ບໍຣິສັດ PetroVietnam Power 10% ແລະບໍຣິສັດ ຊ.ການຊ່າງ 10%. ມູນຄ່າການລົງທຶນກໍ່ສ້າງ 3,000 ລ້ານໂດລາສະຫະຣັຖ. ຕາມແຜນ ໄຟຟ້າທີ່ຜະລິດໄດ້ ຈະສົ່ງຂາຍໃຫ້ໄທຍ ແລະວຽດນາມ.