ບໍຣິສັດ ຈູນລຽນໄຊນາ-ລາວ ຈຳກັດ ທີ່ແມ່ນທ່ານ ກິວຊີຈູນ ເປັນປະທານ ໄດ້ມີໂຄງການເຊົ່າດິນນາ ຂອງປະຊາຊົນ 149 ເຮັກຕ້າຣ໌ ທີ່ກວມເອົາ 7 ບ້ານຢູ່ເມືອງເງິນ ແຂວງໄຊຍະບູຣີ ເພື່ອປູກໝາກຖົ່ວເຫລືອງຝັກສົດຣະດູແລ້ງ ເປັນສິນຄ້າສົ່ງອອກໄປຈີນ, ມູນຄ່າການລົງທຶນຫລາຍກວ່າ 45 ຕື້ກີບ, ແຕ່ ປະຊາຊົນ ຜູ້ເປັນເຈົ້າຂອງດິນນາ ຍັງບໍ່ຍອມຮັບຄ່າເຊົ່າ ທີ່ບໍຣິສັດຈີນ ສເນີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ຍ້ອນບໍ່ຄຸ້ມຄ່າແຮງງານ ອະນາໄມຂີ້ເຫຍື້ອ ແລະຄ່າໄຖດິນຫລັງເສັດສິ້ນຣະດູການປູກແລ້ວ. ມີການຮ້ອງຂໍໃຫ້ເພີ່ມຄ່າເຊົ່າເປັນ 6 ລ້ານກີບຕໍ່ເຮັກຕ້າຣ໌, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານບີໝີ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ພຶສຈິການີ້.
" ເຂົາມາເຮັດໝາກຖົ່ວນີ້ ຮ້ອງຂໍວ່າ ຢາກໃຫ້ເພີ່ມຄ່າເຊົ່າ ເຮັກຕ້າຣ໌ນຶ່ງແມ່ນ 6 ລ້ານ ຜ່ານມານີ້ຄ່າເຊົ່ານີ້ ບໍ່ຄຸ້ມ ກໍຕົກລົງກັນວ່າ ຊິເພີ່ມໃຫ້ປີນີ້ນ່າ ແຕ່ວ່າຊິເພີ່ມແນວໃດ ຍັງບໍ່ທັນຮູ້ ເຂົາກໍບໍ່ຢາກເພີ່ມປານໃດຫັ້ນແຫລະ ບາງທີ່ກໍວ່າໝາກຖົ່ວນີ້ ມັນບໍ່ໄດ້ມ້ຽນ ອັນຄືໝາກໂມ ເຂົາກໍວ່າຄ່າອະນາໄມຫັ້ນ ມັນບໍ່ໄດ້ອະນາໄມຜ້າຢາງ ບໍ່ໄດ້ອະຍາມັຍຄືໝາກໂມຫັ້ນ ມີແຕ່ວ່າໄປໄຖໄປຫຍັງຫັ້ນຊື່ໆ. "
ທ່ານເວົ້າຕື່ມວ່າ ປະຊາຊົນມີບົດຮຽນ ຈາກປີທີ່ແລ້ວ ທີ່ມີບໍຣິສັດຈີນອື່ນ ມາເຊົ່າດິນນາຂອງປະຊາຊົນ ປູກໝາກໂມຣະດູແລ້ງ, ເຊົ່າດິນນາໃນໄລຍະ 6 ເດືອນພຽງ 4 ລ້ານ 5 ແສນກີບຕໍ່ເຮັກຕ້າຣ໌. ເງິນຈໍານວນນີ້ ເປັນທັງຄ່າເຊົ່າ ແລະຄ່າອະນາໄມຂີ້ເຫຍື້ອ ແລະຄ່າໄຖດິນນໍາ ຊຶ່ງມັນເປັນຈໍານວນເງິນທີ່ບໍ່ຄຸ້ມຄ່າ. ມາປີນີ້ ຜູ້ເປັນເຈົ້າຂອງດິນນາ ຈຶ່ງຂໍຄ່າເຊົ່າດິນ ນໍາບໍຣິສັດ ຈູນລຽນໄຊນາ-ລາວຈໍາກັດຕື່ມ ຄືດັ່ງທີ່ເວົ້າມາຂ້າງຕົ້ນ. ຕັ້ງແຕ່ກາງເດືອນຕຸລາ 2023 ມາຮອດມື້ນີ້ ທາງບໍຣິສັດຈີນ ໄດ້ອະນາໄມຄອງເໝືອງສໍາເຣັດ. ການກຽມດິນ ແລະຂຶ້ນໜານສໍາເຣັດໄປແລ້ວ 40%, ການປູກກໍໄດ້ 20% ໃນເນື້ອທີ່ທັງໝົດ 149 ເຮັກຕ້າຣ໌ ແລະຄາດວ່າ ການປູກນັ້ນ ຈະສໍາເຣັດໃນທ້າຍເດືອນທັນວາ 2023 ນີ້, ອີງຕາມຂໍ້ມູນເວັບໄຊຕ໌ ຂ່າວເສຖກິຈການຄ້າ ວັນທີ 22 ພຶສຈິກາ 2023 ນີ້.
ເຈົ້າຂອງດິນນາ ຈາກບ້ານພຽງງາມ ເວົ້າໃນມື້ດຽວກັນນີ້ວ່າ ເຖິງແມ່ນ ການປູກໝາກຖົ່ວເຫລືອງຝັກສົດ ຈະໄດ້ສໍາເຣັດໄປຈໍານວນນຶ່ງ ຢູ່ບ້ານຂອນນັ້ນ ແຕ່ເຈົ້າຂອງດິນນາສ່ວນຫລາຍ ໂດຍສະເພາະບ້ານເພັຍງາມ ແມ່ນຍັງບໍ່ທັນໄດ້ຮັບຄ່າເຊົ່າ ເຮັກຕ້າຣ໌ ລະ 6 ລ້ານກີບ ຕາມທີ່ຮ້ອງຂໍໄປນັ້ນເທື່ອ ແລະມີຂໍ້ມູນບໍ່ເປັນທາງການວ່າ ເຈົ້າຂອງດິນນາ ຢູ່ບ້ານເພັຍງາມ ອາດໄດ້ຮັບຄ່າເຊົ່າ ຫລັງຈາກບໍຣິສັດຈີນ ກຽມດິນ ແລະຂຶ້ນໜານ ຢູ່ບ້ານນັ້ນແລ້ວກ່ອນ.
" ຂັ້ນເມືອງຕົກຕໍ່າ ຖືວ່າໃຫ້ຈີນເຊົ່າເລີຍ ທໍາອິດເຂົາມາຕົກລົງໃຫ້ເມືອງຫັ້ນ ເຂົາວ່າ 5 ລ້ານກີບເຂົາມາລົງຢູ່ບ້ານເພັຽງາມ ຫັ້ນເຂົາຕົກລົງກັນວ່າ 6 ລານກີບ ຈັ່ງຊີ້ຍັງບໍ່ທັນຈ່າຍຈ່າຍເງິນເທື່ອ ຕາມເຂົາເວົ້ານີ້ ບໍຣິສັດເວົ້ານີ້ ຄື. "
ແລະວ່າ ຄ່າເຊົ່າທີ່ດິນ 6 ລ້ານກີບຕໍ່ເຮັກຕ້າຣ໌ ທີ່ປະຊາຊົນສເນີໄປນັ້ນ ເປັນທີ່ສົມເຫດສົມຜົລ ເນື່ອງຈາກດິນນາຢູ່ເຂດອື່ນ ທີ່ບໍຣິສັດຈີນເຊົ່າປູກພືດຣະດູແລ້ງ ຢູ່ທີ່ 6 ລ້ານກີບຕໍ່ເຮັກຕ້າຣ໌.
ກ່ອນທີ່ບໍຣິສັດຈີນ ຈະລົງມືອະນາໄມຄອງເໝືອງ, ກຽມດິນ ແລະຂຶ້ນໜານຢ່າງທີ່ເຫັນໃນທຸກມື້ນີ້ ແມ່ນພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມກັບເຈົ້າຂອງດິນນາ ໃຫ້ຍອມຮັບໂຄງການປູກໝາກຖົ່ວເຫລືອງຝັກສົດນີ້ ເຖິງແມ່ນວ່າເຈົ້າຂອງດິນ ບໍ່ຢາກຍົກດິນໃຫ້ບໍຣິສັດຈີນເຊົ່າ ເນື່ອງຈາກທັງກັງວົນເຣື່ອງຜົລກະທົບຕໍ່ດິນ ທີ່ອາດເກີດຂຶ້ນ ຄືກັນກັບໂຄງການ ປູກໝາກໂມຂອງບໍຣິສັດຈີນ ຜ່ານມາ ທີ່ເຮັດໃຫ້ການຜລິດເຂົ້ານາປີ ບໍ່ໄດ້ເຕັມເມັດເຕັມໜ່ວຍ ແລະການກວດຂີ້ເຫຍື້ອ, ການປັບໜ້າດິນ ກຽມປູກເຂົ້ານາປີ ພົບຄວາມຫຍູ້ງຍາກ.
ດັ່ງຊາວບ້ານຈາກບ້ານຂອນ ຜູ້ນີ້ເວົ້າວ່າ:
" ຮ້ອງເອົາແຕ່ລະບ້ານໄປປະຊຸມ ແລ້ວກໍວ່າຢາກໃຫ້ພໍ່ແມ່ປະຊາຊົນເຮົານີ້ເອົາເນື້ອທີ່ນາຫັ້ນ ໃຫ້ບໍຣິສັດຫັ້ນເຊົ່າປູກ ແລ້ວທາງເຈົ້າຂອງນາກໍຊິມີລາຍຮັບ ເຮົາກໍມີວຽກເຮັດງານທໍາ ບໍ່ໃຫ້ຂັດໃຫ້ຂືນ ດິນເຮົາຢູ່ ແຕ່ວ່າກັມສິດມັນກໍຂຶ້ນກັບພາກຣັຖ ພາກຣັຖແລ້ວບາດນີ້ ໝາກອອກມາມັນບໍ່ກົມເລີຍນ່າ ເຂົ້ານ່າ ບໍ່ໄດ້ຮັບຜົລປານໃດ ເຣື່ອງເຂົ້າຫັ້ນເຣື່ອງງາມນີ້ ງາມສຸດໃຈເວລາຕອນເຮົາຄາດປູກເຂົ້າຫັ້ນ ມັນຣົຖມັນຊຶມຫັ້ນລະ ບໍ່ຢາກໃຫ້ເຮັດ ມັນບໍ່ໄດ້ ເຮົາໄປຄາດຫັ້ນທີ່ວ່າ ເຮົາເຮັດທຸກປີ ມື້ນີ້ຈັ່ງຊີ້ມັນກາຍເປັນ 2 ມື້ 2 ມື້ປາຍນ່າ. "
ອີງຕາມຂໍ້ມູນເວັບໄຊຕ໌ ຂ່າວເສຖກິຈການຄ້າ ວັນທີ 22 ພຶສຈິການີ້, ໂຄງການປູກໝາກຖົ່ວເຫລືອງຝັກສົດ ຣະດູແລ້ງ ຂອງບໍຣິສັດຈີນນີ້ ເປັນປີທໍາອິດ ໃນຮູບແບບເຊົ່າດິນນາ ຂອງປະຊາຊົນ ທີ່ຊຸກຍູ້ສົ່ງເສີມວຽກງານກະສິກັມ ໃຫ້ເປັນຂະບວນກວ້າງຂວາງ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນພາຍໃນເມືອງນີ້ຕື່ມ.
ໃນຂະນະດຽວກັນ ຊາວບ້ານເພັຍງາມ ມີຄວາມເຫັນວ່າ ຫາກບໍ່ມີໂຄງການທີ່ວ່ານີ້ ຊາວບ້ານຜູ້ເປັນເຈົ້າຂອງດິນນາ ຈະໄດ້ປູກຜັກສວນຄົວ ຫລືຢາສູບຣະດູແລ້ງ ຢູ່ຕາມແຄມນາ ຫລືຢູ່ໃນດິນນາ ດັ່ງທີ່ເຄີຍປະຕິບັດກັນມາ, ແຕ່ເມື່ອມີໂຄງການນີ້ແລ້ວ ຊາວບ້ານບໍ່ໄດ້ປູກຄືເກົ່າ, ມີແຕ່ໄດ້ປູກຜັກສວນຄົວ ຢູ່ຕາມແຄມນາ.
" ຊາວນາຊາວສວນຣະດູແລ້ງ ເຂົາຈະເຮັດຢູ່ຕາມແຄມທົ່ງໄຮ່ທົ່ງນາ ປູກຢູ່ດິນນາແດ່ ເພິ່ນຈະປູກຢາສູບບໍ່ ປູກຜັກທຽມຜັກບົ່ວນີ້ນ່າ ເຂົາກໍປູກຢູ່ ປູກຢູ່ແຄມຫັ້ນ ບ່ອນທີ່ຈີນບໍ່ເອົາ ຜູ້ທີ່ດຸໝັ່ນກໍຖືວ່າ ເຂົາກໍສືບຕໍ່ເຮັດຂອງເຂົາເນາະ. "
ເມື່ອກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາ ໂຄງການເຊົ່າທີ່ດິນນາຂອງປະຊາຊົນ 7 ບ້ານ ຢູ່ເມືອງເງິນ ແຂວງໄຊຍະບູຣີ ປູກໝາກຖົ່ວເຫລືອງຝັກສົດຣະດູແລ້ງ ເປັນສິນຄ້າສົ່ງອອກໄປຈີນ ໃນມື້ວັນທີ 9 ພຶສພາ ທີ່ຜ່ານມາ ຊຶ່ງເປັນການປະຕິບັດ ຕາມຂໍ້ຕົກລົງຂອງເຈົ້າເມືອງ ເມືອງເງິນ ທີ່ອະນຸຍາດໃຫ້ບໍຣິສັດ ຈູນລຽນໄຊນາ-ລາວ ຈໍາກັດ ປູກໃນກໍານົດ 6 ເດືອນ ນັບແຕ່ເດືອນຕຸລາ 2023 ຫາເດືອນມີນາ 2024, ອີງຕາມຂໍ້ມູນ ຈາກໜັງສືພິມລາຍວັນ ວຽງຈັນໃໝ່ ວັນທີ 22 ພຶສພາ ທີ່ຜ່ານມາ.
ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງເງິນ ແຂວງໄຊຍະບູຣີ, ແຕ່ບໍ່ສາມາດຕິດຕໍ່ໄດ້.