ອອກມາດຕະການໃຫ້ບໍລິສັດຈີນ ຂຸດຄົ້ນແຮ່ຫາຍາກ ເຮັດບົດລາຍ ປະເມີນຜົນສິ່ງແວດລ້ອມ

0:00 / 0:00

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງຫົວພັນໄດ້ປະຊຸມປຶກສາຫາລື ກັນກ່ຽວກັບແຜນການຄຸ້ມຄອງ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການຂຸດຄົ້ນແຮ່ທາດຫາຍາກ ໃນເນື້ອທີ່ 500 ເຮັກຕາ ຢູ່ເຂດບ້ານສົບຊາຍ ບ້ານເຜິ້ງ ເມືອງຊຳເໜືອ ແຂວງຫົວພັນ ຫລັງຈາກເດືອນກຸມພາ ຜ່ານມາ ບໍ ລິສັດດັ່ງກ່າວ ໄດ້ປ່ອຍສານເຄມີລົງໃສ່ຫ້ວຍຕະບຸ້ນ, ຫ້ວຍມັນ ຫ້ວຍແວ່ນແລະຫວ້ຍຊຳ ເມືອງຊຳເໜືອ ເຮັດໃຫ້ຊາວບ້ານຈຳນວນ 36 ບ້ານໄດ້ຮັບຜົລກະທົບ ຈົນບໍ່ກ້າໃຊ້ນ້ຳແລະຫາປາມາກີນໃນເວລານັ້ນ. ດ່ັງເຂົ້າໜ້າທີ່ສິ່ງແວດລ້ອມ ເມືອງຊຳເໜືອທ່ານນຶ່ງກ່າວໃນວັນທີ 31 ຕຸລາ 2024 ວ່າ-

“ບັນຫານັ້ນກໍຖືວ່າແກ້ໄຂແລ້ວເນາະ ເຂົາກໍລົງນ້ຳ ໃຊ້ປົກກະຕິ ນ້ຳກໍນອງ ຫຼາຍແລ້ວເດ ໂຕມື້ເພີ່ນປະຊຸມ ເປັນການຄຸ້ມຄອງດ້ານສິ່ງແວດລ້ອມຄຸ້ມຄອງແນວໃດ ຈະບໍ່ໃຫ້ເກີດຜົນກກະທົບຕໍ່ໜ້າຫັ້ນນ່າ ບໍລິສັດຕ້ອງໄດ້ຮັບຮູ້ແລະກໍຕ້ອງປະຕິບັດຕາມແຜນການຄຸ້ມຄອງສິ່ງແວດລ້ອມ.”

ໃນປັດຈຸບັນນີ້ ສາຍນ້ຳດັ່ງກ່າວທີ່ເຄີຍປົນເປື້ອນດ້ວຍສານເຄມີ ກໍມີສະພາບດີຂຶ້ນ ເຮັດໃຫ້ຊາວບ້ານກັບມາຫາປູຫາປາຄືເກົ່າ, ໃຊ້ອາບແລະດື່ມເປັນປົກກະຕິ ຈາກທີ່ພາກັນຢ້ານກ່ອນໜ້ານີ້.ແຕ່ກະຍັງມີຊາວບ້ານຈຳນວນນຶ່ງ ຮູ້ສຶກຢ້ານຄືເກົ່າແລະບໍ່ກ້າຫາປາມາກີນຕາມປົກກຕິເໝືອນແຕ່ກອ່ນ ຊາວບ້ານເມືອງຊຳ ເໜືອ ທ່ານນຶ່ງເວົ້າວ່າ

“ເພາະຫຼັງຈາກຮູ້ຂ່າວນັ້ນທຳອິດນັ້ນ ຖືວ່າ ບໍ່ມີໃຜກ້າ ໃຜລົງກໍເປັນຕຸ່ມ ເປັນຄັນ ເປັນຜີ່ນຫັ້ນນ່າ ເດັກນ້ອຍໄປອາບກໍເປັນຄັນ ເປັນຜີ່ນແດງຂຶ້ນມາຫັ້ນນ່າ ແຕ່ດຽວນີ້ມັນກັບມາປົກກະຕິແລ້ວບໍ່ມີບັນຫາແລ້ວ ເຂົາໄປອາບ ໄປຫຍັງປູປານານ້ຳ ກະຢູ່ກະກີນກັນໝົດແລ້ວ ແຕ່ວ່າບາງຄົນເຂົາກໍບໍ່ທັນກີນ.”

ຊາວບ້ານເມືອງຊຳເໜືອອີກຄົນນຶ່ງໃຫ້ການຢືນຢັນວ່າສາຍນ້ຳທີ່ປົນເປື້ອນດ້ວຍສານເຄມີກ່ອນຫານີ້ ກໍເຂົ້າສູ່ປົກກະຕິແລ້ວ ຊາວບ້ານສ່ວນໃຫຍ່ ກໍພາກັນໃຊ້ນ້ຳແລະຫາປູຫາປາຕາມເດີມ.

“ໂອຕອນນີ້ຄືນສູ່ປົກກະຕິ ຕອນນີ້ນ່າ ບໍມີຫຍັງແລ້ວ ມັນໄດ້ແລ້ວຕອນນີ້ ກິນໄດ້ແລ້ວ.”

ເຖິງຢ່າງໃດກໍຕາມ ທ່ານພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດສິ່ງແວດລ້ອມ ກໍໄດ້ເນັ້ນໃຫ້ບໍລິສັດລາວ-ຈີນ ພັດທະນາແຮ່ທາດຫາຍາກຊຳເໜືອ 2 ຈຳກັດ ເອົາໃຈໃສ່ ໃນຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂດຍລະອຽດ ແລະໃຫ້ໜ່ວຍງານນຳສົ່ງມາຍັງກະຊວງຊັບພະກອນທຳມະຊາດແລະສິ່ງແວດລ້ອມ ເພື່ອອອກໃບຍັ້ງຢືນກ່ຽວກັບສິ່ງແວດລ້ອມແລະກຳຊັບໃຫ້ທາງໂຄງການປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ເພື່ອຫຼີກລຽງຜົນກະທົບທີ່ຈະເກີດຂຶ້ນຕາມມາໃນຕໍ່ໜ້າ.