ສືບເນື່ອງຈາກ ຫຼາຍບັນຫາ ການເຮັດນາ ປີນີ້ ຈຶ່ງຫຼ້າຊ້າ

0:00 / 0:00

ຫຼັງເກັບກ່ຽວຜົລຜລິດ ຣະດູແລ້ງແລ້ວ ຊາວນາຢູ່ເມືອງລາວ ກໍຈະເຣີ່ມກຽມເຮັດນາຣະດູຝົນ ໂດຍສະເພາະເຂົ້ານາປີ ແຕ່ມາຮອດປັດຈຸບັນ ການກຽມຕົກກ້າ ກໍຍັງຖືວ່າຫຼ້າຊ້າຫຼາຍ ຍ້ອນຝົນບໍ່ຕົກຕາມຣະດູການ ແລະ ຝົນຕົກໜ້ອຍ.

ດັ່ງ ຊາວນາ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ມີຖຸນາ ນີ້ວ່າ:

“ເຂົາກໍາລັງເຣີ່ມຊິເອົາແລ້ວເດ້. ເຣີ່ມຊິຕົກກ້າແລ້ວ. ເຣີ່ມໃສ່ນ້ໍາຫັ້ນນ່າ ກໍາລັງເຣີ່ມມື້ວານນີ້ (ແຕ່) ຊ້າກ່ວາປີກາຍ. ປີນີ້ມັນແລ້ງ, ແລ້ງດົນ ຜູ້ເຖົ້າເຂົາເວົ້າເດືອນ 8 ສອງຫົນ, ມັນຊິແລ້ງຫັ້ນນ່າ. ແລ້ງກ່ວາປີກາຍ ແລ້ງດົນ ມັນຊິແລ້ງຫຼາຍກວ່າຝົນ ຄັນເຮົາເອົາໄປຫົວປີຫັ້ນນ່າ ຢ້ານມັນແລ້ງ ຕ້ອງເອົາຫລ້າໆ.”

ຍານາງກ່ວາຕື່ມວ່າ ນອກຈາກເຂົ້າແລ້ວ ໄດ້ປູກຜັກອື່ນໆນໍາ ເປັນຊາລາຣີ (Celery) ຜັກກາດດອກ,ຫອມປ້ອມ ເຊິ່ງທັງໝົດ ເປັນພືດຜັກທີ່ໃຊ້ນ້ໍາ ໃນການຜລິດໜ້ອຍກ່ວາເຂົ້າ.

ສ່ວນຊາວບ້ານ ທີ່ປູກເຂົ້າ ແລະ ມັນຕົ້ນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ ນາງໄດ້ເຮັດນາຂອງຕົວເອງແລ້ວ ຍ້ອນມີແຫຼ່ງເກັບນ້ໍາຢູ່ ແຕ່ກໍຍັງເຫັນເຖິງສັນຍານ ຄວາມແຫ້ງແລ້ງ ເພາະໃນໄລຍະທີ່ຜ່ານມາ ຝົນຕົກບໍ່ຫຼາຍ ຫລື ບໍ່ຕົກເລີຍ.

ດັ່ງ ຍານາງກ່າວວ່າ:

“ມີ ຝົນບໍ່ຕົກເນາະ ແມ່ນ ປີກາຍນີ້ ຝົນຕົກຫັ້ນຫຼາຍກວ່າປີນີ້, ປີກາຍເບິ່ງຊ່ວງໄລຍະເຮົາປູກມັນຕົ້ນເນາະ ປູກເດືອນ 3 ແລ້ວກໍມີຝົນໃສ່ ມັນກໍໄດ້ຮັບຜົລ ປີນີ້ປູກເດືອນ 2 ບໍ່ມີຝົນໃສ່ ຈົນເຂົ້າເດືອນ 5 ເດືອນ 6 ຍັງບໍ່ຝົນ ມັນກໍເສັຍຫາຍ.”

ຂະນະທີ່ຊາວນາ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ ການເຮັດເຂົ້ານາປີຢູ່ເຂດບ້ານປີນີ້ ໄດ້ເຣີ່ມປັກດໍາ ໄປເຄິ່ງນຶ່ງແລ້ວ ແຕ່ໂດຍລວມ ຖືວ່າຍັງເຣີ່ມຊ້າກວ່າປີກາຍ ຍ້ອນຟ້າຝົນບໍ່ອໍານວຍ.

ດັ່ງ ທ່ານກວ່າວ່າ:

“ປີນີ້ຫຼ້າຊ້າກວ່າປີກາຍ ຟ້າຝົນບໍ່ອໍານວຍແດ່ເນາະ ອາດຈະໄດ້ດູດນ້ໍາຂຶ້ນໃສ່ດິນນາ ແຕ່ລະບ່ອນເນາະ ຖ້ານ້ໍາບໍ່ພໍ ເຮົາກໍຕ້ອງໄດ້ໃຊ້ພະລັງງານເນາະ ຊື້ເຄື່ອງຈັກ ດູດຂຶ້ນເນາະ ວິທີແກ້ໄຂກໍມີແບບນີ້ ເພາະມັນມີແມ່ນ້ໍາຢູ່ໃກ້ແດ່.”

ມາຮອດປັດຈຸບັນ ທັງແຂວງຊຽງຂວາງ ສາມາດຕົກກ້າໄດ້ແລ້ວ 59% ເຊິ່ງຖືວ່າຫລ້າຊ້າກວ່າປີກາຍ ເພາະນ້ໍາຝົນບໍ່ພຽງພໍໃຫ້ເຮັດ ໄດ້ຕາມຣະດູການ ແລະ ຕອນນີ້ຍັງບໍ່ໄດ້ມີການແນະນໍາ ໃຫ້ຊາວນາປູກພືດທົດແທນເທື່ອ ຍ້ອນຕ້ອງລໍອີກໄລຍະນຶ່ງວ່າ ສະພາບອາກາດຈະເປັນແນວໃດ.

ດັ່ງ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຊຽງຂວາງ ທ່ານນຶ່ງກ່ວາວ່າ:

“ແມ່ນແລ້ວ ຊ້າກວ່າປີກາຍ ດິນຟ້າອາກາດ ບໍ່ອໍານວຍ ບໍ່ມີນ້ໍາ ຕົກກ້າ ເຮົາໄດ້ 59% ທົ່ວແຂວງ ຖ້າຈະທຽບໃສ່ປີກາຍ ມັນກໍຊ້າ ເພາະວ່າເດືອນ 6 ແລ້ວເນາະເດືອນນີ້ ບໍ່ ເຮົາບໍ່ທັນໄດ້ແນະນໍາເຂົ້າເຈົ້າເນາະ ຍັງລໍຖ້າເບິ່ງ ຖ້າເບິ່ງອີກໄລຍະນຶ່ງເນາະ ຖ້າວ່າບໍ່ມີນ້ໍາເຮັດນາແທ້ໆ ເຮົາກໍຊິ ແນະນໍາກະເສດຕະກອນ ປູກພືດອື່ນທົດແທນບໍ່ ສ່ວນຫຼາຍກໍເປັນຖົ່ວ ສາລີບໍ່ ກໍທົດແທນໄປສິນ່າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຈໍາປາສັກ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່ວາວ່າ ຝົນປີນີ້ໜ້ອຍກວ່າ ແຕ່ເຣີ່ມຕົກແລ້ວ ເຮັດໃຫ້ຕອນນີ້ແຂວງຈໍາປາສັກ ຕົກກ້າໄດ້ແລ້ວ ປະມານ 50% ແລະ ບາງບ້ານ ເຣີ່ມປັກດໍາແລ້ວ.

ດັ່ງທ່ານ ກວ່າວ່າ:

“ຢູ່ນີ້ ຝົນຊິນ້ອຍກວ່າເດີ້ ດຽວນີ້ມາຫຼາຍແລ້ວ ເຂົາເຣີ່ມຕົກກ້າຫຼາຍແລ້ວເດືອນ 4 ເດືອນ 6 ນີ້ ຫຼາຍບ້ານໄດ້ກ້າແລ້ວ ໃນເຂດແຂວງຈໍາປາສັກນີ້ຫັ້ນນ່າ ໄດ້ກ້າ 50% ວ່າຈັງຊີ້ສາ.”

ນັບແຕ່ເດືອນ ມົກກະຣາ ຫາ ເດືອນ ພຶສພາ ປີນີ້ ຄ່າສເລັ່ຍປະຣິມານ ນ້ໍາຝົນຢູ່ລາວ ເກືອບທຸກພາກ ຖືວ່ານ້ອຍກວ່າປີກາຍ ຈົນຮອດເດືອນ 6 ຈຶ່ງເຣີ່ມມີຝົນຕົກຫຼາຍຂຶ້ນ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ກົມ ອຸຕຸນິຍົມ ແລະ ອຸທົກກະສາດ ຊຶ່ງຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງກວ່າວ່າ:

“ມາຮອດປັດຈຸບັນນີ້ ກໍຖືວ່າຝົນຫລຸດຢູ່ເນາະ ຍັງນ້ອຍກວ່າປີກາຍ ກໍຄືໄລຍະແຕ່ເດືອນ 1 ຫາເດືອນ 5 ທົ່ວທຸກພາກມີຝົນ ສົ່ງທຽບໃສ່ເກນສະເລັ່ຍຫັ້ນນ່າ ກໍຖືວ່າມັນຍັງຕ່ໍາ ຕ່ໍາກວ່າໃສ່ເກນສະເລັ່ຍ ຫຼາຍເກືອບທຸກພາກຫັ້ນນ່າ ຮອດເດືອນຫ້າເດ້.”

ໃນວັນທີ 8 ມີຖຸນາ ທີ່ຜ່ານມາ ນັກວິທະຍາສາດ ຈາກ ສູນພະຍາກອນ ສະພາບອາກາດ ຂອງອົງການ ບໍຣິຫານ ມະຫາສະມຸດ ແລະ ຊັ້ນບັນຍາກາດ ແຫ່ງຊາຕ ຂອສະຫະຣັຖ ອາເມຣິກາ (NOAA) ປະກາດເປັນປະເທດທຳອິດ ວ່າ ປາກົດການ ແອວລ໌ ນິໂຍ (EL Nino) ໄດ້ເຣີ່ມຂຶ້ນແລ້ວ ໃນມະຫາສມຸດແປຊີຟິກ ໂດຍ ປາກົດການນີ້ ນ້ໍາອຸ່ນຈະເຄື່ອນຕົວມາໃກ້ຜິວນ້ໍາ ແລະ ແຜ່ຄວາມຮ້ອນ ກະຈາຍໄປທົ່ວ ມະຫາສມຸດ ເຮັດໃຫ້ ບັນຍາກາດໂລກຮ້ອນຂຶ້ນ.

ປັດຈຸບັນ ກົມ ອຸຕຸນິຍົມ ແລະ ອຸທຸກກະສາດ ຂອງລາວ ໄດ້ຕິດຕາມ ປະກົດຕະການ ເອວລ໌ນິໂຍ (El Nino) ທີ່ຈະເກີດຂຶ້ນ ໃນປີນີ້ຢ່າງຕໍ່ເນື່ອງ ເພື່ອຄາດການວ່າ ສະພາບອາກາດຢູ່ລາວປີນີ້ ຈະເປັນແນວໃດ ແລະ ຄວນຮັບມືແນວໃດ ໂດຍຕອນນີ້ຖືວ່າ ຢູ່ໃນຊ່ວງເຣິ່ມຕົ້ນ ຂອງປາກົດການ ເອວລ໌ນິໂຍ ແລ້ວ ແລະ ມີຄວາມຮຸນແຮງຂຶ້ນ ໃນເດືອນ 8 ຫາເດືອນ 9 ແລະ ອາດຈະໄປສິ້ນສຸດ ໃນຕົ້ນປີ ຫາກາງປີໜ້າ.

ດັ່ງ ເຈົ້າໜ້າທີ່ ຄົນດຽວກັນກັບຂ້າງເທິງ ກວ່າຕື່ມວ່າ:

“ພວກເຮົາກໍໄດ້ຕິດຕາມ ໂດຍສເພາະປາກົດການຂອງ ເອວລ໌ນິໂຍ ຫັ້ນນ່າ ທີ້ຫຼາຍໆ ປະເທດກໍາລັງເຝົ້າຕິດຕາມຢູ່ ໃນທາງທິສະດີ ຖ້າມັນເກີດປີ ເອວລ໌ນິໂຍ ປີໃດ ສະພາບແຫ້ງແລ້ງ ຝົນມັນຈະໜ້ອຍນະ ຢູ່ລາວ ໂດຍສເພາະແມ່ນແຖວພາກເໜືອ ຝົນມັນຈະໜ້ອຍເນາະ.”

ໃນມື້ວັນທີ 6 ມີຖຸນາ ສໍານັກຂ່າວປະຊາຊົນ ຣາຍງານວ່າ ການຕົກກ້າ ຢູ່ເມືອງເງິນ ແຂວງໄຊຍະບູຣີ ກໍຫລ້າຊ້າ ຄືກັນ ຍ້ອນພັຍແລ້ງ ຝົນຕົກບໍ່ສມ່ໍາສເມີ. ປັດຈຸບັນຊາວນາ ຕົກກ້າສໍາເຣັດແລ້ວ 45% ແລະຄາດວ່າ ຈະແລ້ວກາງເດືອນ ມິຖຸນາ ໂດຍປີນີ້ ເມືອງເງິນ ຕັ້ງເປົ້າໝາຍປູກເຂົ້ານາປີ ໃຫ້ໄດ້ 720 ເຮັກຕ້າຣ໌.

ໃນວັນທີ 9 ມີຖຸນາ ສໍານັກຂ່າວງານ KPL ຣາຍງານວ່າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາຕ ຫລື FAO ຮ່ວມກັບກະຊວງແຮງງານ ແລະ ສວັສດິການ ສັງຄົມ ຈັດງານຝຶກຈໍາລອງ ການແຈກຈ່າຍເງິນຊ່ວຍເຫລືອ ໃຫ້ປະຊາຊົນຢູ່ 2 ບ້ານ ໃນເມືອງປາກແຊງ ແຂວງຫຼວງພຣະບາງ 4 ມື້ ເພື່ອທົດສອບ ປະສິດທິພາບ ການແຈກຈ່າຍເງິນຊ່ວຍເຫລືອ ໃຫ້ກໍຣະນີ ທີ່ມີພັຍແລ້ງເກີດຂຶ້ນ ເຊິ່ງໃນປີກ່ອນຫນ້າ ປະຊາຊົນ ໃນເຂດບ້ານ ບໍ່ສາມາດ ເກັບກ່ຽວເຂົ້າໄດ້ພຽງພໍ ຍ້ອນພັຍແຫ້ງແລ້ງ.

ໃນປີນີ້ ຊ່ວງເດືອນ ເມສາ ທີ່ຜ່ານມາ ປະເທດໃນເອເຊັຽ ຕະວັນອອກຊ່ຽງໃຕ້ ລວມເຖິງລາວ ຕ່າງໄດ້ຮັບຜົລກະທົບ ຈາກຄື້ນຄວາມຮ້ອນ, ອາກາດຮ້ອນ ແລະ ຜົລກະທົບ ຈາກການປ່ຽນແປງ ຂອງສະພາບອາກາດ ທີ່ຮຸນແຮງຂຶ້ນ. ປາກົດການ ເອວລ໌ນິໂຍ ຈະເຮັດໃຫ້ສະພາບອາກາດ ຮ້ອນຫຼາຍຂຶ້ນກວ່າເກົ່າ ແລະ ສ້າງຜົລກະທົບ ຮຸນແຮງຂຶ້ນ.