ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ກວດກາ ການໃຊ້ທີ່ດິນຣັຖ ຢ່າງເຂັ້ມງວດ

0:00 / 0:00

ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ແນະນໍາໃຫ້ເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກວດກາການນໍາໃຊ້ທີ່ດິນ ຢ່າງເຂັ້ມງວດ; ສະເພາະໂຄງການສັມປະທານທີ່ດິນຂອງຣັຖທີ່ບໍ່ເກີດຜົລ ຕ້ອງໃຫ້ຢຸດ ຫລື ຍົກເລີກ. ທ່ານກ່າວຕໍ່ກອງປະຊຸມ ສລຸບການຈັດຕັ້ງປະຕິບັດ ວຽກງານຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ປະຈໍາປີ 2023 ໃນມື້ວັນທີ 17 ມົກກະຣານີ້.

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ເຂົ້າຮ່ວມກອງປະຊຸມນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມົກກະຣານີ້ວ່າ ທຸກໂຄງການລົງທຶນ ຕ້ອງໄດ້ກວດກາຄືນໝົດ; ໂຄງການໃດເຮັດຖືກຕ້ອງ, ໂຄງການໃດເຮັດບໍ່ຖືກຕ້ອງ ກໍຕ້ອງໄດ້ກວດກາ.

" ຄັນວ່າແມ່ນທຸກໂຄງການທີ່ລົງທຶນ ຕ້ອງໄດ້ກວດໝົດ ອີງໃສ່ຂແນງການຂອງໃຜຂອງມັນເນາະ. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຫັ້ນແຫລະ ເພາະວ່າ ທຸກໂຄງການເຮົາຈະໄດ້ກວດກາຄືນ. ແມ່ນທີມງານຂອງການນໍາ ຂອງແຂວງ. 2 ມາ ກໍໄດ້ເບິ່ງຄືນບັນດານິຕິກັມ ທີ່ໄດ້ອະນຸຍາດ ໂຕໄດມັນໝົດ. ໂຕໃດບໍ່ທັນໄດ້ເຮັດ ໂຕຢ່າງຈັ່ງຊີ້ ໃຫ້ປະກອບຄືນໄປຕາມກົດໝາຍ ຂອງສົ່ງເສີມການລົງທຶນ ແຕ່ວ່າຄັນລັກ ໃຊ້ຄືນຣັຖດໍາເນີນທຸຣະກິຈ ນີ້ກໍ. ກໍບໍ່ຄ່ອຍໄດ້ຍິນດອກ ມີແຕ່ວ່າເບື້ອງຣັຖອະນຸຍາດ ແລ້ວ ການເສັຽພັນທະ ຊິບໍ່ຕໍ່ເນື່ອງຫັ້ນນ່າ. "

ທ່ານກ່າວຕື່ມວ່າ ສໍາລັບບໍຣິສັດໃດ ຫລືໂຄງການໃດ ທີ່ໄດ້ລົງທຶນໄປແລ້ວ ແຕ່ບໍ່ເສັຍພັນທະໃຫ້ ຣັຖບານນັ້ນ ຈະຕ້ອງໄດ້ຈ່າຍຄືນ ຕາມລະບຽບການ, ຖ້າບໍ່ຈ່າຍ ກໍຈະຖືກຍົກເລີກ ໃຫ້ຜູ້ອື່ນສໍາປະທານຕໍ່.

" ບໍຣິສັດໃດທີ່ໄດ້ລົງທຶນແລ້ວເນາະ ບໍ່ໄດ້ຈ່າຍຫລືວ່າບໍ່ໄດ້ເສັຽພັນທະຕ່າງໆ ຫັ້ນແຫລະເນາະ. ມັນຕ້ອງໄດ້ຈ່າຍຄືນ ຕາມລະບຽບການຫລືວ່າ ໂຄງການໃດບໍ່ເຮັດເຂົາກໍຍົກເລີກຫັ້ນແຫລະ. ສົ່ງໃຫ້ຣັຖຄືນ ດິນຫັ້ນກໍເພື່ອໃຫ້ຜູ້ອື່ນເຊົ່າຕໍ່ ໃຫ້ເຂົາສັມປະທານຕໍ່. "

ທີ່ດິນຂອງຣັຖ ທີ່ຖືກບຸກຄົນ ຫລື ນິຕິບຸກຄົນ ນໍາໃຊ້ເພື່ອຜົລປໂຍດສ່ວນໂຕ ໂດຍສະເພາະ ການລັກຂຸດຄົ້ນແຮ່ທາດ ໃນທີ່ດິນຂອງຣັຖ ຊຶ່ງຢູ່ນອກເຂດ ທີ່ໄດ້ຮັບອະນຸຍາດນັ້ນ ເປັນບັນຫາທີ່ຍັງເກີດຂື້ນຢູ່ຫລາຍ ແຕ່ພາກສ່ວນທີ່ກ່ຽວຂ້ອງໄດ້ຫັນດິນນັ້ນ ເປັນດິນ 3 ປະເພດປ່າ ຄືປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

" ມີການຂຸດຄົ້ນແຮ່ທາດ ເບື້ອງຣັຖບານອະນຸຍາດ ທົດລອງອີ່ຫຍັງຕ່າງໆຫັ້ນ ຈໍານວນໜ້ອຍ ມີ 2-3 ໂຄງການນ່າໂດຍສະເພາະ ຫັນເຂົ້າສູ່ລະບົບເຣື່ອງ 3 ປະເພດປ່າຫັ້ນ. ເນັ້ນໜັກອັນນີ້ ເຮົາກໍໄດ້ເອກພາບກັບພາກສ່ວນທີ່ກ່ຽວຂ້ອງ ແລ້ວກໍສະພາປະຊາຊົນ ຖືກຜົລກະທົບປາສະຈາກບໍ່ໄດ້ແລ້ວ. ເຣື່ອງໂຄງການ ບໍ່ຖືກຫລາຍ ກໍຖືກໜ້ອຍ. ຈໍານວນນຶ່ງໄທເຮົາກໍໄດ້ມີມາຕການຄຸ້ມຄອງເນາະ. ປະຈໍາຢູ່ສນາມຫັ້ນ ໄດ້ຕິດຕາມກວດກາ ຖ້າຫາກວ່າ ໄດ້ອະນຸຍາດໄປແລ້ວ ຖ້າຫາກດໍາເນີນກິຈການ ໄປຫັ້ນນ່າ ບໍຣິສັດກໍໄດ້ປະສານກັບໄທເຮົາ ຫລືຈະເປັນເສຖກິຈບໍ່ ຫລືບໍ່ ເປັນເສຖກິຈ ມັນກໍຂໍປັບປຸງ ຫລືວ່າ ຂໍຂຍາຍຕື່ມອັນນັ້ນການກວດກາ ເປັນລະບົບ ບໍ່ແມ່ນເຮັດໄປທົ່ວທີບເດ້. "

ການກວດກາ ການນໍາໃຊ້ທີ່ດິນ ຂອງຣັຖ ບໍ່ໄດ້ເວົ້າເຖິງແຕ່ເຣື່ອງໂຄງການສັມປະທານທີ່ດິນ ຂອງຣັຖເທົ່ານັ້ນ ແຕ່ກວມເອົາທັງການກວດກາ ສິດນໍາໃຊ້ທີ່ດິນຂອງຣັຖ ຂອງປະຊາຊົນນໍາດ້ວຍ.

ໃນກອງປະຊຸມດັ່ງກ່າວ ນາຍົກຣັຖມົນຕຣີ ຍັງໄດ້ກ່າວເຖິງ ການຂຶ້ນທະບຽນອອກໃບຕາດິນ ໃນຂອບເຂດທົ່ວປະເທດ ທີ່ຍັງບໍ່ທັນແລ້ວນັ້ນນໍາດ້ວຍ.

ການຂຶ້ນທະບຽນ ໃບຕາດິນ ຊັກຊ້າ ກໍຍ້ອນວ່າ ຢູ່ນະຄອນຫລວງວຽງຈັນ ມີບາງເມືອງ ທີ່ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃຊ້ອໍານາດ, ໜ້າທີ່ ເຊັນຊື້-ຂາຍ ທີ່ດິນຂອງຣັຖ ໃຫ້ປະຊາຊົນຕ່າງແຂວງ ຈົນເຮັດໃຫ້ຜູ້ທີ່ຊື້ດິນຂອງຣັຖ ອັບປໂຍດ ຍ້ອນບໍ່ສາມາດ ເປັນເຈົ້າຂອງທີ່ດິນ ຢ່າງຖາວອນໄດ້, ພຽງແຕ່ໄດ້ເປັນຜູ້ຖືກັມມະສິດທີ່ດິນຊົ່ວຄາວ ເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນະຄອນຫລວງວຽງຈັນ ກ່າວໃນມື້ວັນທີ 23 ມົກກະຣານີ້ວ່າ:

" ເຂົາເຈົ້າແບບຊື້ຂາຍກັນແບບ ພາກຣັຖເຮົາອອກແຈ້ງການໄວ້ແລ້ວ ແຕ່ການຈັດຕັ້ງບ້ານກໍໄປເຊັນຊື້ເຊັນຂາຍໃຫ້ເຂົາຢູ່ ເປັນຕົ້ນໄປຂາຍໃຫ້ປະຊາຊົນແຫລະ. ປະຊາຊົນເຂົາໄປຊື້ກັນເນາະ. ຊື້ກັນໃນນາມເຂົາເຂົ້າໄປຈັບຈອງດິນຣັຖ. ດິນຫລວງ ຊື້ກັນໃນນາມ ເຂົາເຂົ້າໄປຈັບຈອງດິນຣັຖດິນຫລວງ ແລ້ວກໍໂດຍຍຶດຖືວ່າເປັນກັມສິດ ຈັ່ງຊີ້ນ່າ ສວຍໃຊ້ສິດຂອງໂຕເອງກໍໄປຫລອກລວງຂາຍໃຫ້ຄົນອື່ນ ລົງໂຊຊຽລ ຄົນຢູ່ຕ່າງແຂວງມາຊື້ແລ້ວກໍອັບປໂຍດ ຈັ່ງຊີ້ແຫລະ. ອ້າງລາຄາຖືກໆ ບຸກຄົນຢູ່ຕ່າງແຂວງ ເຂົາເຈົ້າກໍຢາກມາຢູ່ນະຄອນຫລວງເນາະ. ເຫັນລາຄາຖືກກໍເອົາເງິນໄປຈໍາ ຈໍາແລ້ວກໍຊ່ວຍກັນບໍ່ໄດ້. ເຂົາຮ້ອງວ່າຕົກນໍ້າແລ້ວກະຂຶ້ນຍາກ ກໍໄດ້ກວດກາເປັນປົກກະຕິລະເນາະ. ເຮົາກໍອີງໃສ່ແຈ້ງການຕ່າງໆ ທີ່ຜ່ານມາ. "

ຢູ່ເມືອງທ່າແຕງ ແຂວງເຊກອງ ຍ້ອນຊາວບ້ານ ຕ້ອງການພື້ນທີ່ທໍາກິນ ຈຶ່ງໄດ້ປູກກາເຟ ໃນທີ່ດິນຂອງຣັຖ ເຂດປ່າສງວນ ຈໍານວນຫລາຍຄອບຄົວ. ໃນນັ້ນ ຈໍານວນນຶ່ງ ກໍໄດ້ຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປັບໄໝ,​ ສຶກສາອົບຮົມ ໃຫ້ເຂົ້າໃຈ ບໍ່ໃຫ້ບຸກລຸກທີ່ດິນຕື່ມອີກ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ຢູ່ເມືອງທ່າແຕງ.

" ມີເທື່ອນຶ່ງກໍປັບໄໝຢູ່ປະມານ 10 ປາຍຄອບຄົວ ແຕ່ວ່າເຂົາກໍບໍ່ເຊົ່າ ຄົນອື່ນຍັງບໍ່ເຊົ່າ ເຂົາກໍເຮັດຕໍ່ອີກຫັ້ນນ່າ. ເອີ ບໍ່ມີບ່ອນເຮັດເພິ່ນອ້າງອີງ ເງື່ອນຢູ່ບ່ອນດຽວຫັ້ນ. ບໍ່ມີບ່ອນເຮັດມັນບໍ່ແມ່ນ ເຂົາກໍມີພື້ນຖານແລ້ວ ມີທົ່ງນາແລ້ວກໍມີດິນຫລາຍບ່ອນອື່ນ ຫລາຍຕອນແລ້ວ. ມີທົ່ງໄຮ່ນາເປັນພື້ນຖານແລ້ວ ທົ່ງໄຮ່ທົ່ງນາຫັ້ນນ່າ ຄັນບໍ່ມີສິບໍ່ວ່າ. "

ເວົ້າເຖິງການຂຶ້ນທະບຽນ ອອກໃບຕາດິນ ຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວຕໍ່ກອງດັ່ງກ່າວວ່າ ການຈັດຕັ້ງປະຕິບັດໂຕຈິງ ແຕ່ປີ 2021​ເຖິງປີ 2023 ສາມາດຂຶ້ນທະບຽນ ອອກໃບຕາດິນ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 395,350 ຕອນ ເທົ່າກັບ 24.70% ຂອງແຜນການ 5 ປີ (2021-2025).

ຂະນະທີ່ແຜນການ 5 ປີ ທີ່ວາງຄາດໝາຍສູ້ຊົນນັ້ນ ລະບຸວ່າ ຈະອອກໃບຕາ ດິນ ໃຫ້ສໍາເຣັດເພີ່ມຕື່ມອີກ 1.6 ລ້ານຕອນ ຈາກສໍາມະໂນຕອນດິນ ທີ່ເກັບກໍາໄດ້ທັງໝົດ ໃນທົ່ວປະເທດ 3 ລ້ານປາຍຕອນ. ສ່ວນທີ່ເຫລືອອີກ 1.5 ລ້ານປາຍຕອນ ແມ່ນຂຶ້ນທະບຽນ ອອກໃບຕາດິນສໍາເຣັດແລ້ວ, ອີງຕາມຄໍາເວົ້າຂອງຍານາງ ບຸນຄໍາ ວໍລະຈິດ ຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອວັນທີ 6 ພຶສຈິກາ 2023 ທີ່ຜ່ານມາ.