ທາງການຕິດຕາມສາເຫດ ເສືອຕາຍ 3 ໂຕ

0:00 / 0:00

ເຈົ້າຫນ້າທີ່ກ່ຽວຂ້ອງ ທີ່ແຂວງຄຳມ່ວນ ຈະທຳການສືບສວນສາເຫດ ເສືອສາມໂຕ ຖືກຂ້າຕາຍ ໃນເຂດບໍຣິເວນ ເຂື່ອນໄຟຟ້າ ນ້ຳເທີນສອງ ເມືອງຍົມມະລາດ ຄາດວ່າຈະໃຊ້ເວລາສືບສວນ ຢ່າງນ້ອຍສອງເດືອນ ເພາະຖືວ່າເປັນຄະດີໃຫຍ່ ແລະສຳຄັນ ຊຶ່ງ ອົງການປົກປ້ອງ ສັດປ່າ ສາກົນ ຢາກໃຫ້ທາງການລາວ ສືບສວນໃນເຣື້ອງນີ້ ຢ່າງລະອຽດ ເພື່ອຣາຍງານຕໍ່ກອງປະຊຸມສາກົນ ວ່າດ້ວຍການປົກປ້ອງສັດປ່າໃນກາງປີ ນີ້. ດັ່ງເຈົ້າຫນ້າທີ່ ຄຸ້ມຄອງສັດປ່າ ກະຊວງກະສິກັມແລະປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມົກຣານີ້ວ່າ:

"ຊາກສັດເປັນຈຳນວນໃຫຍ່ແບບນີ້ຄິດວ່າ ໃຊ້ເວລາດົນຢູ່ ກ່ອນຈະມີການທຳລາຍ ຫລືເຮັດວິທີໃດ ອັນນີ້ຈຸດທີ່ພົບ ພັດໄປພົບທີ່ຍົມມະລາດ ຄິດວ່າຄັນເດົາເນາະ ເປັນຄົນທ້ອງຖິ່ນ ໄດ້ມາກໍແມ່ນເປັນປ່າສງວນ ໃນສັນເຂື່ອນໄຟຟ້າ ຫັ້ນເນາະ ຄັນວ່າເປັນ ຫລືວ່າ ຟານ ຢູ່ໃນແຂວງ ນັ້ນເອງ ຊິແມ່ນຂົນສົ່ງໄປ ອາດຈະເປັນຮ້ານອາຫານ ຢູ່ວຽດນາມ ຫລືວ່າເປັນເຄືອຂ່າຍ ຂອງຂະເຈົ້າຢູ່ວຽດນາມ ເພາະວ່າອອກເສັ້ນນັ້ນ ສິອອກໄປວຽດນາມ 2 ດ່ານເດ້."

ທ່ານກ່າວຕື່ມວ່າ ເບື້ອງຕົ້ນເຈົ້າຫນ້າທີ່ ແຂວງຄຳມ່ວນສັນນິຖານວ່າ ເສືອສາມໂຕ ທີ່ຖືກຂ້ານັ້ນອາດເພື່ອລັກລອບສົ່ງໄປວຽດນາມ ໂດຍຜ່ານ ດ່ານປະເພນີ ຫລື ດ່ານທ້ອງຖິ່ນ ທີ່ມີຢູ່ສອງດ່ານໃນເຂດນັ້ນ ສ່ວນແຫລ່ງທີ່ມາ ຂອງເສືອນັ້ນ ອາດລັກອອກມາ ຈາກ ຟາມລ້ຽງເສືອ ຂອງ ເອກຊົນ ຫລືເປັນເສືອປ່າ ໃນເຂດປ່າສງວນແຫ່ງຊາດ ນາກາຍ-ນ້ຳເທີນ.

ອົງການປົກປ້ອງສັດປ່າຫລື WWF ປະຈຳລາວ ລາຍງານວ່າ ໃນລາວມີຟາມລ້ຽງເສືອ ຢູ່ 3 ແຫ່ງຄື ຢູ່ເມືອງທ່າແຂກ ແຂວງຄຳມ່ວນ, ຢູ່ແຂວງ ບໍຣິຄຳໄຊ ແລະຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄຳ ຊື່ງມີຈຳນວນເສືອ ໂດຍຮວມທັງຫມົດ ປະມານ 500 ໂຕ ຈາກຟາມ ສາມແຫ່ງນີ້. ສຳລັບຢູ່ໃນປ່າສງວນໃນລາວນັ້ນ ໃນປັດຈຸບັນ ຄາດວ່າ ຍັງມີເສືອເຫລືອ ຢູ່ປະມານ 25 ໂຕ.