ເກີດເຫດ ຜູ້ໂດຍສານ ຄ້າງຢູ່ໃນຣົຖໄຟ ລາວ-ຈີນ ຫຼາຍຊົ່ວໂມງ

0:00 / 0:00

ຣົຖໄຟລາວ-ຈີນ ຖ້ຽວ 13:30 ໂມງ ທີ່ແລ່ນອອກຈາກສະຖານີ ແຂວງຫລວງ ພຣະບາງ ໄປຫານະຄອນຫລວງວຽງຈັນ ໃນມື້ວັນທີ 7 ມິນານີ້ ໄດ້ຢຸດລະຫວ່າງທາງຫລາຍເທື່ອ ເສັຍເວ ລາ 8 ຊົ່ວໂມງ ຄືໄດ້ຈອດບ່ອນນຶ່ງປະມານ 1 ຫາ 2 ຊົ່ວໂມງຈຶ່ງໄດ້ໄປຕໍ່ ຍ້ອນລົມພະຍຸ ແລະຝົນຕົກໜັກ ເຮັດໃຫ້ການເດີນ ທາງລ້າຊ້າ ຊຶ່ງຕາມປົກກະຕິແມ່ນໃຊ້ເວລາພຽງ 1 ໂມງກັບ 40 ນາທີ, ອີງຕາມຄໍາເວົ້າຂອງຄົນໂດຍສານຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 8 ມິນານີ້.

" ຢູ່ລາວຝົນຕກໜັກ ພະຍຸເຂົ້າ ແລ້ວເຮັດໃຫ້ຣົຖໄຟເກີດມີບັນຫາບໍ່ ຫລືວ່າຈັ່ງໃດກະບໍ່ແນ່ໃຈ ມີແຕ່ທາງເຈົ້າໜ້າ ທີ່ເພິ່ນແຈ້ງວ່າ ທາງຂ້າງໜ້າມັນມີພະຍຸແຮງ ບໍ່ສາມາດໄປໄດ້ ອາຈເປັນທາງມື່ນບໍ່ ຫລືວ່າຈັ່ງໃດກະບໍ່ຮູ້ ຄືກັນ. "

ຜູ້ໂດຍສານອີກຄົນນຶ່ງ ທີ່ຢູ່ໃນຂະບວນຣົຖໄຟດັ່ງກ່າວ ກໍເວົ້າວ່າ ໃນໄລຍະທີ່ຜູ້ ໂດຍສານຫລາຍຄົນຄ້າງຢູ່ໃນຣົຖນັ້ນ ຢາກດື່ມນໍ້າກໍບໍ່ມີໃຫ້ດື່ມ, ຢາກກິນເຂົ້າກໍບໍ່ໄດ້ກິນ, ເຮັດໃຫ້ຜູ້ໂດຍສານທີ່ຄ້າງຢູ່ໃນຣົຖເປັນເວລາຫລາຍຊົ່ວໂມງ ບໍ່ພໍໃຈຍ້ອນຫິວນໍ້າ ຫິວເຂົ້າ.

" ຈອດບ່ອນນຶ່ງແລ້ວຈອດຮອດຊົ່ວໂມງປາຍພຸ້ນນະ 9 ໂມງເຄິ່ງຕອນຄໍ່າຈັ່ງສິມາຮອດຢູ່ນະຄອນຫລວງ. ຂອງກິນຫັ້ນຂະເຈົ້າບໍ່ມີເລີຍ ຂະເຈົ້າກະບໍ່ໃຫ້ອອກນອກ ລະກະບໍ່ມີຫຍັງຂາຍ. ທີ່ຈິງຢູ່ໃນຣົຖຫັ້ນຂະເຈົ້າມີນໍ້າກິນຢູ່ນ່າ. ແຕ່ວ່າໄດ້ຖາມຂະເຈົ້າແລ້ວ ຂະເຈົ້າກໍຕອບວ່າບໍ່ມີນໍ້າກິນເລີຍ ມັນຕິດຂັດດົນໂພດເດ໋ ຜູ້ໂດຍສານກະຫິວຫລາຍ. "

ທ່ານກ່າວຕື່ມວ່າ ຫລັງເກີດເຫດການນັ້ນ ຕົນກໍບໍ່ຢາກໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຊົດເຊີຍຫຍັງຍ້ອນຄວາມລ່າຊ້ານັ້ນແນວໃດ, ແຕ່ຢາກໃຫ້ທາງບໍຣິສັດອອກມາຊີ້ແຈງ ເຖິງສາເຫດທີ່ເຮັດໃຫ້ການເດີນທາງລ່າຊ້າ ແລະຢາກໃຫ້ບໍຣິສັດ ປັບ ປຸງລະບົບການແລ່ນຣົຖໄຟໃຫ້ດີຂຶ້ນ, ບໍ່ໃຫ້ເກີດເຫດການຂັດຂ້ອງ ຫລືການເດີນທາງລ່າຊ້າແບບນີ້ອີກ ແລະກໍຄວນມີການບໍຣິການນໍ້າດື່ມ ແລະອາຫານໃຫ້ຜູ້ໂດຍສານທຸກຊັ້ນແບບເທົ່າທຽມກັນ ໃນຂະນະທີ່ຣົຖໄຟແລ່ນ.

ແລະຄົນລາວອີກຜູ້ນຶ່ງ ທີ່ເດີນທາງໄປກັບຄອບຄົວ ຢູ່ໃນຣົຖໄຟຂະບວນດັ່ງກ່າວ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 8 ມິນານີ້ວ່າ ຕົນກໍຮູ້ສຶກກັງວົນຫລາຍເຣື່ອງ ຄວາມປອດພັຍຂອງຄົນໃນຄອບຄົວ ຍ້ອນເຫດການທີ່ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ເກີດບັນຫາດ້ານສຸຂພາບ ຕໍ່ຜູ້ໂດຍສານ ໂດຍສະເພາະຜູ້ມີໂຣກປະຈໍາຕົວ ຍ້ອນຕ້ອງໄດ້ອົດເຂົ້າ ອົດນໍ້າເປັນເວລາຫລາຍຊົ່ວໂມງ ແລະກໍອາດໄປໂຮງໝໍບໍ່ທັນ ຫາກເກີດລົ້ມປ່ວຍແບບກະທັນຫັນ.

" ໄປນໍາຫັ້ນສົມມຸດວ່າ ຜູ້ສູງອາຍຸຫລືວ່າຜູ້ມີໂຣກປະຈໍາຕົວເນາະ ຫິວເຂົ້າຫຍັງຫັ້ນນະ ບໍ່ມີອັນຢູ່ອັນກິນຢູ່ໃນຣົຖໄຟຫັ້ນນ່າ ສິເຮັດໃຫ້ຄົນເສັຽຊີວິດບໍ່ ຫລືວ່າສຸຂພາບອ່ອນເພັຽບໍ່ອີ່ຫຍັງຫັ້ນນ່າ ມັນບໍ່ມີຄວາມຮັບຜິດຊອບຫັ້ນນ່າ ເຂົ້າບໍ່ມີນໍ້າບໍ່ມີເນາະ ມີແຕ່ວ່າເອົາສ່ວນຕົວໄປຂອງໃຜຂອງລາວ. "

ທ່ານເວົ້າຕື່ມວ່າ ຕົນຢາກໃຫ້ບໍຣິສັດທາງຣົຖໄຟ ອອກມາຖແລງຂ່າວຊີ້ແຈງເຖິງສາເຫດຣົຖໄຟຂັດຂ້ອງໃນມື້ນັ້ນ ເພາະເປັນເຣື່ອງໃຫຍ່ ຊຶ່ງຜູ້ໂດຍສານຈໍາເປັນຕ້ອງໄດ້ຮັບຮູ້ ເພື່ອສ້າງຄວາມເຊື່ອໝັ້ນໃຈໃຫ້ແກ່ຜູ້ໂດຍສານ ທີ່ມີແຜນຈະໃຊ້ບໍຣິການຣົດໄຟ ແລະພ້ອມດຽວກັນນັ້ນ ກໍຢາກໃຫ້ປັບປຸງການບໍຣິການນໍາດ້ວຍ.

ໃນຂະນະດຽວກັນ ຄົນໂດຍສານຈໍານວນນຶ່ງ ກໍເຫັນວ່າ ການທີ່ຣົຖໄຟຢຸດພັກຄືແນວນັ້ນ ເປັນເຣື່ອງປົກກະຕິ ເພື່ອຄວາມປອດພັຍ ຍ້ອນເກີດພັຍທັມມະຊາດ. ຜູ້ໂດຍສານຄົນນຶ່ງເວົ້າວ່າ ຢູ່ຫລວງພຣະບາງຝົນຕົກໜ້ອຍນຶ່ງ ບໍ່ມີບັນຫາຫຍັງ.

" ພະຍຸເຂົ້າຢູ່ຫລວງພຣະບາງ ເຮົາກໍບໍ່ຮູ້ສຶກຫຍັງ ເພາະວ່າຢູ່ຫລວງພຣະບາງຝົນມັນຍິບໆ ຫັ້ນນ່າ ກໍບໍ່ມີບັນຫາຫຍັງ ເຈົ້າ ເພາະວ່າເຮົາບໍ່ມີບັນຫາຫຍັງປານໃດຫັ້ນນ່າ. "

ຕໍ່ເຫດການເກີດຂຶ້ນທີ່ວ່ານີ້ ເຈົ້າໜ້າທີ່ຄຸ້ມຄອງທາງຣົຖໄຟເວົ້າວ່າ ສາເຫດທີ່ເຮັດໃຫ້ຣົຖໄຟຖ້ຽວດັ່ງກ່າວ ຕ້ອງໄດ້ຢຸດຄ້າງຢູ່ຫລາຍບ່ອນ ແລະມີຄວາມລ້າຊ້ານັ້ນ ຍ້ອນເກີດພະຍຸ ແລະຝົນຕົກໜັກ, ຢ້ານອາຈເກີດຄວາມບໍ່ປອດພັຍຕໍ່ລະບົບເຕັກ ນິກຂອງຣົຖໄຟ.

" ສາເຫດກະຈາກທັຊາດຫັ້ນແຫລະ ພະຍຸເຂົ້າຍ້ອນສາຍຝົນ ຍ້ອນເຕັກນິກ ມັນເກີນຄ່າຄວາມສາມາດຂອງຮັຖ ຕ້ອງໄດ້ຢຸດ ເວລາຝົນຕົກແຮງສິມີຜົນກະທົບຫຍັງບໍ່ ໂຕນີ້ບໍ່ສະເພາະແຕ່ຢູ່ລາວດອກ. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ບໍຣິສັດ ທາງ ຣົຖໄຟລາວ-ຈີນ ເພື່ອຂໍ້ຮູ້ລາຍລະອຽດກ່ຽວກັບສາເຫດ ແລະແນວທາງແກ້ໄຂ, ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດຊີ້ແຈງ ແລະໃຫ້ຄວາມເຫັນໄດ້.

ໃນມື້ດຽວກັນນັ້ນ ຄົນໂດຍສານຣົຖໄຟ ທີ່ເດີນທາງ ອອກຈາກນະຄອນຫລວງວຽງຈັນ ໄປແຂວງຫລວງພຣະບາງ ໄດ້ເວົ້າທາງສື່ສັງຄົມອອນລາຍວ່າ ຣົຖໄຟໄດ້ອອກຈາກ ນະຄອນຫລວງວຽງຈັນເວລາ 16:00 ໂມງ ກໍມີຄວາມລ້າຊ້າ ແລະໄດ້ຢຸດຢູ່ຫລາຍບ່ອນຄືກັນ ຍ້ອນມີພະຍຸ ແລະຝົນຕົກໜັກ, ໄປຮອດສະ ຖານີຫລວງພຣະບາງ ເວລາ 21:00 ໂມງປາຍ.

ກ່ຽວກັບເຫດການທີ່ເກີດຂຶ້ນກັບຣົຖໄຟ ລາວ-ຈີນ ຄັ້ງນີ້ ຄົນໂດຍສານຈໍານວນນຶ່ງ ໄດ້ເວົ້າຜ່ານສື່ສັງຄົມອອນລາຍວ່າ ເຫດການຄັ້ງນີ້ບໍ່ເປັນຄັ້ງທໍາອິດ ທີ່ຣົຖໄຟນີ້ຢຸດຄ້າງລະຫວ່າງທາງ ຊຶ່ງກ່ອນໜ້ານີ້ກໍເຄີຍເກີດເຫດຣົຖໄຟຢຸດຄ້າງຢູ່ບາງບ່ອນ ແບບບໍ່ຮູ້ສາເຫດຄັກແນ່.