ອ່າງເກັບນ້ຳຢູ່ເຂື່ອນແຕກ ຊັພສິນ ເສັຽຫາຍ

ອຸ່ນແກ້ວ ສຸກສະຫວັນ
2017.09.18
F-nam-out ຝຸງໝູ່ປາຕາຍ ໄຫຼມານໍານໍ້າຂີ້ຕົມ
Courtesy tholakhong

ກໍຣະນີ ອ່າງເກັບນ້ຳ ຂອງເຂື່ອນນ້ຳເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ແຕກໃນວັນທີ 11 ກັນຍາ ເຮັດໃຫ້ນ້ຳຂີ້ຕົມຈຳນວນ 5 ແສນ ແມັດກ້ອນ ໄຫຼລົງມາ ສ້າງຄວາມເສັຽຫາຍ ໃຫ້ປະຊາຊົນ ຢູ່ເຂດ ເມືອງ ທ່າໂທມ ແຂວງ ໄຊສົມບູນ.

ກ່ຽວກັບຜົນເສັຍຫາຍທີ່ເກີດຂຶ້ນ ໃນຄັ້ງນີ້ ບໍຣິສັດ ຕ້ອງຮັບຜິດຊອບ ຕາມກົດໝາຍ, ດັ່ງ ທ່ານ ຄໍາມະນີ ອິນທິລາດ ຣັຖມົນຕຼີ ກະຊວງ ພລັງງານ ແລະບໍ່ແຮ່ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 12 ກັນຍາ ວ່າ:

“ແນ່ນອນແຫລະ ກະຕ້ອງດໍາເນີນການ ຕາມລະບຽບກົດໝາຍ ດຽວນີ້ທາງແຂວງ ເຂົາເຈົ້າກໍາລັງ ດໍາເນີນງານຢູ່ ກວດກາຜົນກະທົບ ທັງໝົດ ຫັ້ນແຫລະ.”

ສ່ວນຫາເຫດໃນຄັ້ງນີ້ ທ່ານ ຄຳມະນີ ກ່າວວ່າ:

“ມັນກະເປັນນໍາເຕັກນິກ ການກໍ່ສ້າງເຂົາຫັ້ນແຫລະ. ມັນບໍ່ດີ ມັນກໍແຕກ ເຮັດບໍ່ໄດ້ມາຕຖານ ມັນກະແຕກ ແລະອັນທີສອງກໍແມ່ນຝົນຕົກ ຫລາຍແດ່.”

ອັນນັ້ນເປັນການຢືນຢັນຂອງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີກະຊວງພລັງງານແລະບໍ່ແຮ່. ມາຮອດປັດຈຸບັນບໍຣິສັດ Bothong Inter Group ຊຶ່ງເປັນ ເຈົ້າຂອງໂຄງການ ກໍໄດ້ ຮັບຜິດຊອບສ້ອມແປງລະບົບນ້ຳລິນ ແລະລະບົບໄຟຟ້າ ທີ່ເສັຽຫາຍ ໃນເບື້ອງຕົ້ນ. ດັ່ງ ທ່ານ ສົມບູນ ສອນລິດທິເດດ ເຈົ້າເມືອງທ່າໂທມ ແຂວງໄຊສົມບູນ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 17 ກັນຍາ ວ່າ:

"ທາງບໍຣິສັດ ເຂົາເຈົ້າກະໄດ້ໄປສົມທົບ ກັບທາງເມືອງ ໄປຊ່ວຍແກ້ໄຂ ຈຳນວນນຶ່ງເປັນຕົ້ນແມ່ນ ລະບົບນ້ຳລິນ ແລະ ໄຟຟ້າ ຈັ່ງຊີ້ນະ ລໍຖ້າແຕ່ຂໍ້ມູນ ເລື້ອງເປັນນາບໍ ເປັນໜອງປູ ໜອງປາ ເບາະ ກະຊິລໍຂໍ້ມູນ ລາຍລະອຽດລະ ຊິປຶກສາລືກັນ ຕາມຫລັງ".

ຈຸດທີ່ແຕກນັ້ນ ເປັນຄັນຄູກັ້ນອ່າງເກັບນ້ຳ ສຳລັບເອົານ້ຳເຂົ້າເຮືອນຈັກ ຜລິດກະແສໄຟຟ້າ ທີ່ເປັນອ່າງເກົ່າ, ດັ່ງ ທ່ານ ສົມບູນ ສອນລິດ ທິເດດ ໄດ້ກ່າວຕໍ່ ເອເຊັຍເສຣີ ອີກວ່າ:

"ໂຕນີ້ ມັນເປັນອ່າງເກົ່ານະລະຂະເຈົ້າ ອັນໜ້າຍັງບໍ່ທັນ ເຮັດສໍາເລັດນະ ອ່າງເກົ່າລະມັນ ຈະມີໜອງທຳມະຊາດ ລະເຂົາເຈົ້າເອົາ ດິນໄປ ຖົມໃສ່ ເປັນຄັນຄູ ຕື່ມເສີມໃສ່ ຫັ້ນນ່າ ເວລາ ມັນຮັບນ້ຳໜັກນ້ຳ ເຂົ້າຫລາຍ ລະກະດິນຊຸດຕົວແລ້ວ ລະຖານພື້ນອາດຈະຍັງ ບໍ່ແນ່ນອນ ລາຍລະອຽດມີແຕ່ ເບື້ອງທາງຊຽງຂວາງ ເພິ່ນຈະລາຍງານ ຂະໜາດຂອງອ່າງ ບັນຈຸທໍ່ໃດ ທໍ່ໃດ ຫັ້ນນະ".

ເຫດການຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ ປະຊາຊົນ 8 ບ້ານ ທີ່ຂຶ້ນກັບ ເມືອງທ່າໂທມ ແຂວງໄຊສົມບູນ ຊຶ່ງໃນນັ້ນ ບ້ານຊຽງກົກ ໄດ້ຮັບກະທົບ ໝາຍທີ່ສຸດ ໂດຍ ສະເພາະຂີ້ຕົມ ໄດ້ໄຫຼລົງ ມາຖົມໄຮ່ນາ ຮົ້ວສວນ, ບ້ານເຮືອນ, ໜອງປາ, ນ້ຳລິນ, ລະບົບໄຟຟ້າ, ຖະໜົນຫົນທາງ ແລະ ອື່ນໆ ຂອງປະຊາຊົນ.

ເຂື່ອນໄຟຟ້ານ້ຳເອົ້າ ໄດ້ເລີ້ມກໍ່ສ້າງມາຕັ້ງແຕ່ປີ 2015 ໂດຍ ບໍຣິສັດ Bothong Inter Group ໄດ້ສ້າງສຳເລັດ ໄປແລ້ວປະມານ 85%, ຈະສ້າງສຳເຣັດ ໃນປີ 2017 ແລະ ຈະເປີດໃຊ້ ໃນຕົ້ນປີ 2018 ທີ່ຈະມາເຖິງນີ້ ມີກຳລັງການຜລິດ 15 ເມັກກາວັດ. ອີງຕາມຂໍ້ມູນ ຈາກ ທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.