ຊາວບ້ານທີ່ອາສັຍ ຢູ່ໃກ້ກັບໂຮງງານຊິເມັນ 1 ແລະ 2 ທາງເຂດໃຕ້ຂອງ ເມືອງວັງວຽງ ແຂວງວຽງຈັນ, ເປັນຕົ້ນ ບ້ານຂັນໝາກ ບ້ານ ໂພນສູງ ແລະ ບ້ານຫ້ວຍງາມ ທີ່ຢູ່ຕິດ ກັບໂຮງງານນັ້ນ ຍັງໄດ້ຮັບ ຜົລກະທົບ ຈາກການປ່ອຍຄວັນ ຂອງໂຮງງານ ເຮັດໃຫ້ຊາວບ້ານ ເຈັບເປັນຫລາຍຄົນ ແຕ່ກໍຍັງ ບໍ່ທັນຮູ້ສາເຫດ ຄັກແນ່ວ່າ ຜົລກະທົບ ນັ້ນເຮັດໃຫ້ ຄົນເຈັບເປັນ ຍ້ອນຫລືບໍ່ ເພາະໝໍ ກວດພົບວ່າ ຄົນ ເຈັບນັ້ນ ເປັນໄຂ້ຍຸງ. ດັ່ງຊາວບ້ານຫ້ວຍງາມ ກ່າວຕໍ່ RFA ໃນວັນທີ 23 ມິນາ ນີ້ວ່າ:
"ກະສິກະທົບຫັ້ນເບາະ ຫຼືວ່າບໍ່ໄດ້ກະທົບ ອັນນີ້ກະບໍ່ທັນເຂົ້າໃຈ ເພາະວ່າທ່ານໝໍເຂົ້າມາຢັ້ງຢືນ ເກີດຈາກໄຂ້ຍຸງໝໍລົງມາຢູ່ ກວດພື້ນທີ່ ນໍາປະຊາຊົນ ທາງປະຊາຊົນຍຶດຊີວິດ ຂ້າງກາຍໝໍ ກະຢັ້ງຢືນແບບນັ້ນ ແຕ່ກະບໍ່ມີຜົລກະທົບ ວ່າເກີດຈາກຝຸ່ນລະອອງຈາກໂຮງງານ".
ອາການເຈັບເປັນ ຂອງຊາວບ້ານຫ້ວຍງາມ ເກີດຂຶ້ນເປັນປະຈໍາ ຫລັງຈາກ ໂຮງງານຊິເມັນ ໄດ້ຖືກສ້າງຂຶ້ນ ແລະດໍາເນີນການຜລິດ ຊຶ່ງຊາວບ້ານ ກໍຍັງບໍ່ຮູ້ ຄັກແນ່ວ່າ ການ ເຈັບເປັນນັ້ນ ຍ້ອນຫຍັງກັນແທ້ ເພາະວ່າ ບໍ່ມີການກວດກາ ຄັວນ ຫລືບໍ່ມີ ນັກວິຊາການ ເວົ້າເຖິງເຣື່ອງ ຄວາມປອດພັຍ ກໍຣະນີ ທີ່ມີບ້ານເຮືອນ ຢູ່ຕິດກັບ ໂຮງງານໃຫຍ່ ທີ່ ປ່ອຍຄວັນ ຫລາຍແບບນີ້.
ທີ່ຜ່ານມາໂຮງງານຊິເມັນ 1 ແລະ 2 ໄດ້ປ່ອຍຄວັນ ແລະຝຸ່ນລະອອງ ກະຈາຍໄປທົ່ວ ບໍຣິເວນໃກ້ຄຽງ ໂຮງງານ ໂດຍສະເພາະ ແມ່ນ ຍາມເຊົ້າ ແລະຍາມແລງ ສົ່ງຜົລກະທົບ ໃສ່ຕາ ເປັນຕົ້ນ ໃນຍາມຣົດແລ່ນ ເຂົ້າ-ອອກ ໂຮງງານ.
ສໍາລັບການສ້າງໂຮງງານຊິເມັນ 4 ຊຶ່ງຕັ້ງຢູ່ຣະຫວ່າງ ໂຮງງານ ຊິເມັນ 1 ແລະ 2 ນັ້ນປັດຈຸບັນ ມີເຈົ້າໜ້າທີ່ ໂຮງງານ ນັກວິຊາການ ແລະ ເຈົ້າໜ້າທີ່ແຂວງວຽງຈັນ ສໍາຣວດພື້ນທີ່ ທີ່ຈະສ້າງ ໃນເດືອນມິນາ ປີ 2016 ຜ່ານມາ ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ໄດ້ມີ ການສ້າງ ໂຮງງານຊິເມັນ 4 ນັ້ນເທື່ອ. ໂຮງງານນີ້ ເປັນໂຮງງານ ຮຸ້ນສ່ວນຣະຫວ່າງ ຣັຖບານລາວ ກັບບໍຣິສັດ ຈາກ ປະເທດຈີນ.
