ເຈົ້າຂອງໂຮງງານເຄືອແຫມ ຈະຈ່າຍ ຄ່າເສັຽຫາຍ

ມະນີຈັນ
2019.06.14
F-Liana ສະພາບຂອງພື້ນທີ່ ໃນເຂດບ້ານທ່າລີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ເກີດຂຶ້ນຈາກເຫດ ອ່າງນໍ້າເປື້ອນ ໄຫລລົງໃສ່ຫ້ວຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າຂອງໂຮງງານເຄືອແຫມ ຈະຮັບຜິດຊອບຄວາມເສັຽຫາຍທຸກຢ່າງ ທີ່ເກີດຂຶ້ນຈາກເຫດອ່າງນໍ້າເປື້ອນ ໄຫລລົງໃສ່ຫ້ວຍຫາດ ເຂດ ບ້ານ ທ່າລີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ພ້ອມທັງຈະຖົມດິນຍົກຄູໃຫ້ສູງຂຶ້ນ ເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼ ອອກຈາກອ່າງ ແລະ ຈະນໍາປູນຂາວ ໄປໂຮຍ ໃນນໍ້າເປື້ອນ ທີ່ໄຫຼລົງຫ້ວຍ ເພື່ອຫຼຸດຜ່ອນກິ່ນເໝັນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ອຸດສາຫະກັມແລະການຄ້າ ແຂວງບໍລິຄໍາໄຊ ຕໍ່ RFA ໃນມື້ວັນທີ 13 ມິຖຸນາ ນີ້່.

"ທາງເຈົ້າຂອງໂຮງງານ ເພິ່ນຮັບຜິດຊອບຢູ່ ມັນບໍ່ໄດ້ຈ່າຍເງິນນະ ມັນບໍ່ໄດ້ມີຜົລເສັຽອິຫຍັງເດ໊ ສັດກໍຍັງບໍ່ໄດ້ຕາຍ ມີແຕ່ນໍ້າລົ້ນແລ້ວໄຫລ ລົງໃສ່ ຫ້ວຍຊື່ໆ ເພິ່ນກະຮັບຜິດຊອບ ເຣື່ອງສິຖົມເສດແຫັມນັ້ນເນາະ ສ່ວນໂຕນໍ້າເສັຽ ເພິ່ນກໍຈະເອົາປູນ ເອົາຫຍັງໃສ່ ໃຫ້ມັນລະເຫີຍ ຫັ້ນນ໋າ."

ໃນມື້ວັນທີ 12 ມິຖຸນາ ນີ້ເຈົ້າໜ້າທີ່ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ໄດ້ລົງໄປເອົາຕົວຢ່າງ ນໍ້າເປື້ອນໃນອ່າງ ຂອງໂຮງງານ ນັ້ນໄປກວດ ຕື່ມອີກເພື່ອຈະໄດ້ບໍາບັດ ນໍ້າເປື້ອນ ໃຫ້ໄດ້ມາຕຖານ ຫລັງຈາກນັ້ນ ຈຶ່ງຈະປ່ອຍນໍ້າອອກ ສູ່ຫ້ວຍ ເພື່ອ ຮັບປະກັນ ບໍ່ໃຫ້ມີ ຜົນກະທົບຕໍ່ສິ່ງແວດລ້ອມ:

"ອ່າງທີ່ເຂົາຖ່າຍນັ້ນບໍ່ແມ່ນວ່າ ເຂົາຖ່າຍສູ່ຄອງໂດຍກົງ ມັນຖ່າຍຢູ່ໃນອ່າງອັນນຶ່ງ ອັນສອງມາ ກ່ອນທີ່ນໍ້າມັນໄຫຼລົງ ມັນບໍ່ແມ່ນວ່າສິປ່ອຍ ລົງເລີຍ ຕ້ອງໄດ້ຜ່ານການບໍາບັດແລ້ວ ສາມາດປ່ອຍລົງສູ່ນໍ້າທັມມະຊາດໄດ້."

ທ່ານກ່າວຕື່ມວ່າທາງໂຮງງານ ເຄືອແຫມ ເຄີຍປ່ອຍນໍ້າເປື້ອນ ລົງສູ່ຫ້ວຍມາຄັ້ງນຶ່ງແລ້ວ ເມື່ອປະມານວັນທີ 15 ພຶສພາ ທີ່ຜ່ານມາຍ້ອນ ນໍ້າມີກິ່ນ ເໝັນແຮງ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ແລະເຈົ້າໜ້າທີ່ສັ່ງໃຫ້ປິດ ແລະໃຫ້ແກ້ໄຂ.

ການແກ້ໄຂຍັງບໍ່ແລ້ວ ກໍເກີດເຫດນໍ້າເປື້ອນໄຫລລົງສູ່ຫ້ວຍ ອີກເປັນເທື່ອທີສອງ ດັ່ງນັ້ນຈຶ່ງບໍ່ຮູ້ວ່າ ຈະອະນຸຍາດໃຫ້ເປີດໂຮງງານນັ້ນອີກ ຫລືບໍ່ ຂຶ້ນຢູ່ກັບການພິຈາຣະນາ ຂອງຂັ້ນເທິງ.

ຕາມຣາຍງານຂ່າວຂອງທາງການລາວ ໃນມື້ວັນທີ 12 ມິຖຸນານີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ເນັ້ນໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຮ່ວມກັນຕິດຕາມເຣຶ່ອງດັ່ງກ່າວ ຢ່າງໃກ້ຊິດ ຈົນກວ່າສະພາບນໍ້າເປື້ອນ ຈາກໂຮງງານນັ້ນ ຈະໄດ້ຮັບ ການປັບປຸງ ແກ້ໄຂໃຫ້ ໄດ້ມາຕຖານ. ສໍາລັບປະຊາຊົນ ແລະສັດລ້ຽງ ແມ່ນໃຫ້ຫລີກລ້ຽງການໃຊ້ ແລະກິນນໍ້າ ໃນຂອບເຂດ ບໍຣິເວນດັ່ງກ່າວໃນເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.