ການລັກຕັດໄມ້ ສົ່ງຜົລກະທົບ ທາງລົບ ຕໍ່ ສະພາບ ແວດລ້ອມ ໃນລາວ ຢ່າງໃຫຍ່ຫລວງ.
ຊາວລາວ ທີ່ ແຂວງ ສາຣະວັນ ທ່ານນຶ່ງ ເວົ້າວ່າ ສາເຫດ ສຳຄັນ ທີ່ເຮັດໃຫ້ ສະພາບແວດລ້ອມ ໃນລາວ ຊຸດໂຊມລົງ ກວ່າເກົ່າ ກໍຄື ການຕັດໄມ້ ທຳລາຍປ່າ ທີ່ເຮັດໃຫ້ ຕົ້ນໄມ້ ໃນປ່າ ຫລຸດລົງ ກວ່າແຕ່ກອ່ນ ຫລາຍ ໂດຍສະເພາະ ໃນແຂວງ ທາງພາກໃຕ້ ເຊັ່ນແຂວງ ສາຣະວັນ ແລະ ແຂວງອຶ່ນໆ. ນາງເວົ້າວ່າ:
"ຕັດໄມ້ ຜົລກະທົບ ແຕ່ກີ້ ປະເທດຂ້ອຍ ຍາມຫນາວ ກໍຫນາວ ຍາມຮ້ອນ ກໍຮ້ອນ ຄົນຫນ້ອຍ ເນື້ອທີ່ ກໍຫລາຍແຕ່ກີ້, ມັນຕັດໄມ້ຫລາຍ ເຖົ້າແກ່ໄມ້ ມີຣົຖຣາຄາ ສິບລ້ານບາດ ຕົ້ນໄມ້ເຂົາຕັດ ຫລາຍດຽວນີ້ ໄດ້ຍິນຂ່າວ ນ້ຳບໍ່ເຄີຍຖ້ວມ ກໍຖ້ວມ ຕັດໄມ້ນີ້ ວຽດຊື້ ຫລາຍຈີນ ຊື້ຫລາຍ".
ນາງເວົ້າ ຕໍ່ໄປວ່າ ນະໂຍບາຍ ປູກປ່າ ທົດແທນ ໄມ້ທີ່ຕັດ ໄປນັ້ນ ບໍ່ມີ ປະສິດທິພາບ ເທົ່າທີ່ຄວນ ຍ້ອນວ່າໄມ້ ທີ່ປູກນັ້ນ ຈະບໍ່ຈະເຣີນ ເຕີບໂຕທັນ ກັບໄມ້ ທີ່ຖືກຕັດໄປ ແລະ ໃນບາງບ່ອນ ກໍບໍ່ມີ ການປູກຕົ້ນໄມ້ ແທນຄືນ ຮ່ວມໄປຮອດ ການ ບໍ່ມີອາຊີບ ຄົງທີ່ ຂອງ ກຸ່ມ ຊາວເຜົ່າ ໃນບາງພື້ນທີ່ ຈຶ່ງເຮັດໃຫ້ ມີການລັກ ຕັດໄມ້ ຫລາຍຂຶ້ນ ແລະ ກໍຍາກ ທີ່ຈະແກ້ໄຂ ຫລື ປາບປາມໄດ້. ການຕັດໄມ້ ນອກຈາກ ສ້າງຄວາມ ເສັຽຫາຍ ໃຫ້ແກ່ປ່າໄມ້ ທັມມະຊາດ ແລ້ວ ຍັງສົ່ງ ຜົລກະທົບ ທາງລົບ ຕໍ່ຣະບົບ ນິເວດ ນຳອິີກ. ນາງເວົ້າວ່າ:
"ກໍເຣື້ອງການ ປ່ຽນແປງ ດິນຟ້າອາກາດ ເຮັດໃຫ້ລາວ ຖືກຜົລກະທົບ ຄືກັນ ຄືປີກາຍນີ້ ແມ່ນນ້ຳຖ້ວມ ເສັຽຫາຍຫລາຍ ເຣື້ອງ ຊົລປະທານບໍ ເຣື້ອງຖນົນ ຫົນທາງບໍ ຜົລເສັຽຫາຍ ຫນັກ ຢືນຢັນວ່າເປັນແນວນີ້ແທ້".
ທຸກມື້ນີ້ ສະພາບ ອາກາດ ຢູ່ລາວ ປ່ຽນແປງຫລາຍ ສ້າງຄວາມເສັຽຫາຍ ໃຫ້ແກ່ ປະຊາຊົນ ຊຶ່ງ ຄວາມເສັຽຫາຍ ດັ່ງກ່າວ ແມ່ນເກີດຈາກ ການຕັດໄມ້ ທຳລາຍປ່າ ໃນອະດີດ ແຕ່ໃນ ປັດຈຸບັນ ທາງການລາວ ກໍຍັງ ບໍ່ສາມາດ ຟື້ນຟູ ໄດ້ເທື່ອ.