ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ

ຈຳປາທອງ
2023.07.12
ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ ໂຄງການ ເຂື່ອນຫຼວງພຣະບາງ, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ໄດ້ເຣີ່ມກໍ່ສ້າງ ຢ່າງເປັນທາງການແລ້ວ ຫລັງຈາກໄທຍ ເຊັນສັນຍາຊື້-ຂາຍໄຟຟ້າ, ຢູແນັສໂກ ຮັບຜ່ານບົດປະເມີນຜົລກະທົບຕໍ່ ເມືອງມໍຣະດົກໂລກ ແລະບໍຣິສັດເຈົ້າຂອງໂຄງການ ໄດ້ສ້າງຖານຂອງເຂື່ອນສໍາເຣັດແລ້ວ. ປັດຈຸ ບັນກໍາລັງສ້າງແນວກັ້ນເຂື່ອນ ແລະໂຕເຂື່ອນ ຊຶ່ງມີກໍານົດວ່າ ຈະສ້າງໃຫ້ແລ້ວພາຍໃນປີ 2028.

ສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນນີ້ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫລື EGAT ຊຶ່ງເປັນຣັຖວິສາຫະກິຈໄຟຟ້າ ຂອງໄທຍ ໄດ້ສົ່ງຈົດໝາຍ ລົງວັນທີ 9 ມິນາ 2023 ແຈ້ງໃຫ້ເຄືອຂ່າຍຊາວໄທຍ ທີ່ຢູ່ແຄມແມ່ນໍ້າຂອງຊາບວ່າ ສັນຍານີ້ EGAT ໄດ້ເຊັນແລ້ວ ແຕ່ເດືອນພຶສຈິກາ 2022.

ສໍາລັບອົງການ ຢູແນັສໂກ, ທ່ານ Thomas Mallard ໂຄສົກຢູແນັສໂກ ໄດ້ຕອບຄໍາຖາມ ຂອງວິທະຍຸເອ ເຊັຽ ເສຣີ ທາງອີແມລ ໃນມື້ວັນທີ່ 5 ກໍຣະກະດາ 2023 ນີ້ວ່າ ສປປ ລາວ ໄດ້ສົ່ງບົດປະເມີນຜົລກະທົບ ຂອງເຂື່ອນຫລວງພະບາງ ທີ່ອາດຈະເກີດຂຶ້ນຕໍ່ເມືອງມໍຣະດົກໂລກ ນະຄອນຫລວງພຣະບາງ (HIA) ໃຫ້ແກ່ຢູແນັສໂກ ຫລາຍສະບັບ ໃນປີ 2021 ແລະ ປີ 2022 ແລະພາຍຫລັງໄດ້ຫາລືກັນລະຫວ່າງ ສປປ ລາວ, ຢູແນັສໂກ ແລະອົງການອະນຸຮັກ ສະຖານທີ່ສາກົລ (ICOMOS), ສປ ປລາວ ໄດ້ສົ່ງບົດປະເມີນຜົລ ກະທົບສະບັບໃໝ່ ໃຫ້ ຊຶ່ງບົດປະເມີນໃໝ່ນີ້ ໄດ້ຮັບການສຶກສາ ສຳຣວດຜົລກະທົບດ້ວຍນັກຊ່ຽວຊານ ທາງດ້ານມໍຣະດົກ ວັທນະທັມ ທີ່ເປັນເອກກະຣາຊ ແລະຖືກຕ້ອງກັບ ມາດຕະຖານສາກົລ ແລະຄຳແນະນຳ ຂອງຢູແນັສໂກ ທຸກຢ່າງ, ແຕ່ເຖິງຢ່າງໃດກໍຕາມ ຢູແນັສໂກ ຍັງເປັນຫ່ວງ ແລະຍັງຈະຕິດຕາມເບິ່ງ ການປົກປັກຮັກສາ ນະຄອນຫລວງພຣະບາງ ຕໍ່ໃນກອງປະຊຸມຄັ້ງທີ່ 45 ໃນເດືອນກັນຍາ 2023 ນີ້ຕື່ມ."

ເຈົ້າໜ້າທີ່ ກະຊວງຖແລງຂ່າວ, ວັທນະທໍາ ແລະທ່ອງທ່ຽວ ຂອງລາວທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກໍຢືນຢັນຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ກໍຣະກະດານີ້ວ່າ ເຈົ້າຂອງໂຄງການ ໄດ້ຈ້າງນັກຊ່ຽວຊານ ອິສຣະ ເຮັດບົດປະເມີນຜົລກະທົບໃໝ່ແລ້ວ.

ກ່ຽວກັບບົດປະເມີນ ຕໍ່ມໍຣະດົກໂລກ ຂອງເຂື່ອນຫລວງພຣະບາງ ເຂົາໄດ້ວ່າຈ້າງ ຜູ້ຊ່ຽວຊານອິສຣະ ຕາມການແນະນໍາ ຂອງຢູແນສໂກ ຫັ້ນ ມາປະເມີນຄືນແລ້ວ. ກະບໍ່ຊັດເຈນປານໃດ ເພາະວ່າມັນ ຂໍ້ມູນມັນຕ້ອງໄດ້ອັບເດດ ຕລອດຫັ້ນນ່າ. ຂອງສູນມໍຣະດົກໂລກ.”
ຢູແນັສໂກ ກັງວົນວ່າ ເຂື່ອນໄຟຟ້າຫລວງພຣະບາງ ຈະເຮັດໃຫ້ສະພາບແວດລ້ອມ, ທິວທັດ, ວິຖີຊີວິດ ແລະວັທນະທັມ ໃນເມືອງມໍຣະດົກໂລກ ຄ່ອຍໆຈາງຫາຍໄປ, ການທອງທ່ຽວຫລຸດລົງ, ດິນແຄມແມ່ນໍ້າຂອງເຈື່ອນ ຊຶ່ງເຈົ້າຂອງໂຄງການເຂື່ອນ ຈະຕ້ອງໄດ້ສຶກສາ ແລະປະເມີນຄືນເລື້ອຍໆ. ເມືອງມໍຣະດົກໂລກນີ້ ເປັນເມືອງທີ່ມີຜູ້ຄົນຢູ່ຫລາຍ ແລະອາໄສແມ່ນໍ້າຂອງ ໃນການສັນຈອນ ແລະສ້າງລາຍໄດ້ ທັງການຄ້າຂາຍ, ການທ່ອງທ່ຽວ, ຫາປາ ແລະທໍາການສະເສດ ຊຶ່ງເປັນວິຖີຊີວິດ ຂອງຄົນນະຄອນຫລວງພຣະບາງ. ຖ້າຫາກມີການສ້າງເຂື່ອນ ຫລວງພຣະບາງຂຶ້ນ ກໍອາດເຮັດໃຫ້ສິ່ງດັ່ງກ່າວເກີດການປ່ຽນແປງໄປ.

ເມື່ອເດືອນມິຖຸນາທີ່ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ໄປສັງເກດເບິ່ງການກໍ່ສ້າງເຂື່ອນໄຟຟ້າ ຫລວງພຣະບາງ ທີ່ກໍາລັງກໍ່ສ້າງ ແລະໄດ້ແນະນໍາ ໃຫ້ຣັຖບານລາວ ແລະເຈົ້າຂອງໂຄງການເອົາໃຈໃສ່ ຕໍ່ຂໍ້ກັງວົນຕ່າງໆ ໂດຍສະເພາະເຣື່ອງປາ, ການໄຫລຂອງຝຸ່ນຕົມຂນາດນ້ອຍ ຫລືຕະກອນ ແລະຄວາມປອດພັຍ ຂອງເຂື່ອນ ທີ່ຈະຕ້ອງໄດ້ມີການຕິດຕາມ ກວດກາຢ່າງລະອຽດ ໃນທຸກຂັ້ນຕອນ ເພື່ອປ້ອງກັນຜົລກະທົບ ທີ່ອາດເກີດຂຶ້ນ ດັ່ງທີ່ທ່ານ ອານຸສັກ ກິດຕິຄຸນ ຫົວໜ້າສໍານັກງານ ເລຂາທິການຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ກ່າວໃນລະຫວ່າງການລົງພື້ນທີ່ ໃນມື້ວັນທີ 22 ມິຖຸນາຜ່ານມານັ້ນວ່າ:

“ເຮົາມາທີ່ນີ້ (ເຂື່ອນຫລວງພຣະບາງ) ເພື່ອຫາລືກັບຣັຖບານ ແລະຜູ້ພັທນາໂຄງການ ກ່ຽວກັບຂໍ້ກັງວົນສໍາຄັນບາງປະການ ກ່ຽວກັບໂຄງການນີ້ ເຊັ່ນ ປາ, ການໄຫລຂອງຝຸ່ນຕົມ ຂນາດນ້ອຍ ຫລື ຕະກອນ, ຄວາມປອດພັຍ ຂອງເຂື່ອນ.”

ຕໍ່ຄວາມກັງວົນດັ່ງກ່າວ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ເວົ້າວ່າ ໃນລະຫວ່າງທີ່ມີການກໍ່ສ້າງເຂື່ອນນັ້ນ ກໍຈະມີຂໍ້ກັງວົນນໍາຫລາຍເຣື່ອງ ຈາກອົງການຕ່າງໆ ໂດຍສະເພາະທາງດ້ານເຕັກນິກ ການກໍ່ສ້າງ ຊຶ່ງທາງກະຊວງ ພວກທ່ານຈະເປັນຜູ້ຕິດຕາມກວດກາ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ:

ມັນມີຂໍ້ກັງວົນ ກັງວົນຫັ້ນມັນມີຫລາຍຫົວຂໍ້ ແລະກັງວົນທາງດ້ານກໍ່ສ້າງເຕັກນິກ ກະຊວງພະລັງງານ ແລະບໍ່ແຮ່ ຈະເປັນຜູ້ຢັ້ງຢືນ ໃຫ້ແລ້ວກະແກ້ໄຂ.”
ອີງຕາມບົດວິພາກ ທາງເສຖກິຈ ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ສົ່ງຜົລກະທົບ ຕໍ່ປະຊາຊົນທັງໝົດ 23 ບ້ານ, 2,130 ປາຍຄອບຄົວ, ປະມານ 10,000 ປາຍຄົນ ຢູ່ເມືອງຈອມເພັດ, ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ປະຊາຊົນຈະຖືກໂຍກຍ້າຍ, ສູນເສັຍທີ່ດິນ ແລະສູນເສັຍອາຊີບ.
ປະຊາຊົນທີ່ໄດ້ເສັຍດິນ ແລະຖືກໂຍກຍ້າຍຜູ້ນຶ່ງ ຢູ່ເມືອງຈອມເພັດເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ ພາຍຫລັງທີ່ໄດ້ໂຍກຍ້າຍ ໄປຢູ່ເຮືອນຈັດສັນ ໄດ້ປະມານ 6 ເດືອນປາຍ ກໍຍັງບໍ່ມີຊີວິດດີຂຶ້ນ ຫາກທຽບໃສ່ເມື່ອກ່ອນ, ຊໍ້າບໍ່ໜໍາ ການຫາຢູ່ຫາກິນ ແມ່ນຍາກຂຶ້ນ ເພາະປ່າໄມ້ ແລະທົ່ງພຽງຖືກໂຄງການເຂື່ອນ ກວມເອົາໝົດ. ທາງເຈົ້າຂອງໂຄງການ ໄດ້ມອບເງິນເບັ້ຍລ້ຽງ ໃຫ້ຊາວບ້ານ 412,000 ກີບຕໍ່ຄົນຕໍ່ເດືອນ, ສ່ວນຜູ້ທີ່ມີອາຍຸຕໍ່າກວ່າ 15 ປີລົງມາ ໄດ້ຮັບ 300,000 ກີບຕໍ່ເດືອນ ເພື່ອຊື້ເຂົ້າ, ອາຫານ ແລະເຄື່ອງໃຊ້ ທີ່ຈໍາເປັນ ໃນກໍານົດ 3 ປີ ນັບຕັ້ງແຕ່ມື້ໄດ້ໂຍກຍ້າຍໄປ.

ກະຢູ່ໄປຕາມການຈັດສັນ ຂອງບໍຣິສັດ. ອັນບໍ່ສະດວກຫັ້ນ ມັນບໍ່ສະດວກຢູ່ບ່ອນວ່າ ການທໍາມາຫາກິນຂອງພວກເຮົານີ້ ມັນລ້ວນແລ້ວແຕ່ວ່າເຮົາຫາຢູ່ນໍາປ່າ ນໍາດົງເນາະ. ດຽວນີ້ໂຄງການເຂົ້າມາແລ້ວມັນເພິ່ນໄດ້ມາບຸກເບີກນ່າ ກະທົບບ່ອນເຮົາຫາຢູ່ຫາກິນຫັ້ນ. ເຮົາກະໄດ້ຊື້ໄດ້ຈ່າຍ ກິນກະນີ້ແຫລະ.”

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງງາ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບຄືກັນນັ້ນ ກໍເວົ້າວ່າ ການສ້າງເຂື່ອນໄຟຟ້າຫລວງພຣະບາງ ໄດ້ເຣີ່ມໄປແລ້ວ ແຕ່ຜົລກະທົບ ແລະຄວາມກັງວົນຕ່າງໆ ຂອງຊາວບ້ານ ຍັງບໍ່ໄດ້ຮັບການແກ້ໄຂເທື່ອ ໂດຍສະເພາະເຣື່ອງທີ່ຢູ່ ອາໄສ, ຂນາດເຮືອນຈັດສັນ, ເງິນຊົດເຊີຍ, ທີ່ດິນທໍາກິນ.

ດັ່ງທີ່ທ່ານກ່າວວ່າ:

ເຂົາບໍ່ພໍໃຈຫັ້ນ ກະເຣື່ອງທີ່ຢູ່ອາໄສນີ້ ກະເວົ້າເຣື່ອງດິນທົ່ງດິນນານີ້ ລະການຊົດເຊີຍໃຫ້ມັນສົມມາພາຄວນ ໃຫ້ຂະເຈົ້າຂໍຮ້ອງໃຫ້ທາງໂຄງການນັ້ນ ກະຢາກໃຫ້ເພິ່ນເຮັດສົມໜ້າ ງາມຕາ. ສົມມາພາຄວນ.”

ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ ຕັ້ງຢູ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ, ເປັນໂຄງການຮ່ວມທຶນຂອງ ບໍຣິສັດ ພີທີ ຈໍາກັດ 38%, ບໍຣິສັດ PetroVietnam Power (ຂອງວຽດນາມ) 10%, ບໍຣິສັດ ໄຊຍະບູຣີ ພາວເວີ 42% ແລະ ບໍຣິສັດ ຊ.ການຊ່າງ (ຂອງໄທຍ) 10%. ໄດ້ ຮ່ວມກັນຈັດຕັ້ງ ບໍຣິສັດຫລວງພຣະບາງ ພາວເວີຈໍາກັດ ຫລື LPBP.

ໂຄງການນີ້ ມີມູນຄ່າ 3,000 ລ້ານໂດລ້າຣ໌ສະຫະຣັຖ. ໄຟຟ້າທີ່ຜລິດໄດ້ ຈະສົ່ງຂາຍໃຫ້ໄທຍ ແລະວຽດນາມ ຕາມແຜນໃນປີ 2030. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.