ຄົນງານ ຍ້າຍຖິ່ນ ຈາກຜົລກະທົບ ເຂື່ອນນ້ຳຂອງ

0:00 / 0:00

ປະ​ຊາ​ຊົນ ຢູ່​ແຂວງ​ພາກ​ໃຕ້​ຂອງ​ລາວ ທີ່​ເຄີຍ​ຫາ​ປາ​ເປັນ​ອາ​ຊີພ​ຫຼັກ ປັດ​ຈຸ​ບັນ ເຂົາ​ເຈົ້າ​ຕ້ອງ​ໄດ້​ຢຸດ​ເຊົາ ​ອາ​ຊີບ​ດັ່ງ​ກ່າວ ແລ້ວ​ຫັນ​ໄປ​ເຮັດ​ວຽກ ​ເປັນ​ກັມ​ມະກອນ ​ຢູ່​ປະ​ເທດ​ໄທ​ຍແທນ. ຊາວ​ໜຸ່ມ ຫຼື ຄົນ​ທີ່​ຢູ່​ໃນ​ວັຍ ເຮັດ​ວຽກ ສ່ວນ​ຫຼາຍ ຈະ​ໄປ​ເຮັດ​ວຽກ​ ເປັນ​ກັມມະ​ກອນ ​ຢູ່​ປະ​ເທດ​ໄທ​ຍ ແລະ ຈະ​ປະ​ແຕ່​ຜູ້​ເຖົ້າ ໄວ້​ກັບ​ເດັກ​ນ້ອຍ ຢູ່​ບ້ານ ຍ້ອນ​ວ່າ ເຂົາ​ເຈົ້າບໍ່​ສາ​ມາດ ​ຫາ​ປາ​ໄດ້​ອີກ​ຕໍ່​ໄປ ຫຼັງ​ຈາກ​ທີ່​ມີການສ້າງ​ເຂື່ອນ.

ຊາວ​ເມືອງໂຂງ​ ​ແຂວງ ​ຈຳ​ປາສັກ ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

“ເຂົາ​ບໍ່​ສູ້​ລົງ ມີ​ແຕ່​ໄປ​ເຮັດ​ວຽກ​ ເປັນ​ກັມມະ​ກອນ ຢູ່​ເມືອງ​ໄທ​ຍ​ ສ່ວນ​ຫຼາຍ ແຕ່​ກ່ອນນີ້​ກະ​ເຮັດ​ນາ​ ຫາ​ປາ ພວກ​ຊາວດອນ ບາດນີ້​ກະ​ເຫຼືອ​ຢູ່ ​ປະ​ມານ 20%.”

ສ​ະ​ເລັ່ຽ​ແລ້ວ ຊາວ​ບ້ານທີ່​ຍັງ​ຍຶດ​ອາ​ຊີພ​ຫາ​ປາ​ຢູ່ ປະ​ມານ 20% ສ່ວນ​ທີ່​ເຫຼືອ ໄປ​ເຮັດ​ວຽກ ​ຢູ່​ປະ​ເທດ​ໄທ. ປະ​ຊາ​ຊົນ ຢູ່​ເຂດ​ເມືອງ​ໂຂງ ຈາກ​ທີ່​ເຄີຍ​ຫາ​ປາ​ກິນ ແຕ່ປັ​ດ​ຈຸ​ບັນ ໄດ້​ຊື້​ປາ​ກິນ ແລະ ປາ​ນ້ຳ​ຂອງ ​ກໍ​ເຣີ່ມ​ຫາ​ຍາກ ແລະ ແພງກວ່າ​ແຕ່​ກ່ອນ.

ຊາວ​ເມືອງ​ໂຂງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ມັນ​ບໍ່​ມີ​ປາ​ໃຫ້​ຫາ​ແລ້ວ ສ່ວນ​ຫຼາຍ​ມັນ​ບໍ່​ມີ​ດອກ ປາ​ເຄິງ​ໂລ​ ລະແສນ​ກີບ ປາ​ຫັ້ນ​ມັນ​ປັບ​ສະ​ພາບ ບໍ່​ທັນ​ດອກ ເຮັດ​ນາ​ແລ້ວ ກະ​ມີ​ແຕ່​ລູກ​ໄປ​ໄທ​ຍ ມີ​ແຕ່​ອາ​ໄສວ່າ ໄປ​ຂາຍ​ແຮງ​ງານ​ກິນ ​ຢູ່​ໄທ​ຍ ຄົນ​ເຖົ່າ​ຫັ້ນ​ແມ່ນ​ເຝົ້າ​ຫຼາຍ ພໍ່​ແມ່​ເຂົາ​ໄປ​ທັມ​ງານ.”

ປະ​ຊາ​ຊົນທີ່​ອາ​ສັຍ ​ການ​ຫາ​ປາ​ຢູ່​ນ້ຳ​ຂອງ ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ເຂື່ອນ ​ຢູ່​ແມ່​ນ້ຳ​ຂອງ ສ່ວນໃຫຍ່ຕ້ອງ ໄດ້​ພາ​ກັນ​ໜີ​ ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ​ຍ. ນອກ​ຈາກນີ້ ເຂດ​ພາກ​ກາງ ​ຂອງ​​ປະ​ເທດ​ລາວ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ​ເຊັ່ນ​ດຽວ​ກັນ ຈາກຈຳ​ນວນ​ປາ​ລົດ​ລົງ​ຫຼາຍ ແລະ ປະ​ຊາ​ຊົນ ທີ່​ເຮັດ​ອາ​ຊີບພ ຫາ​ປາ​ກໍ ໄດ້​ຮັບ​ຜົ​ລ​ກະ​ທົບ.

ເວບ​ໄຊຕ໌ ​ຂ່າວ​ທີ່​ຊື່​ວ່າ ແມ່ຂອງ ອ່າຍ (Mekong Eye) ຫຼື​ແປ​ເປັນ​ພາ​ສາ​ລາວວ່າ ເບິ່ງ​ແມ່​ນ້ຳ​ຂອງ ໄດ້​ຣາຍ​ງານ​ວ່າ:

“ຈຳ​ນວນ​ປາ​ ຢູ່​ແມ່​ນ້ຳ​ ທີ່​ເປັນ​ສາ​ຂາ​ ແມ່​ນ້ຳ​ຂອງ ຫຼຸດ​ລົງ ແລະ​ ປະ​ຊາ​ຊົນ​ ທີ່​ອາ​ສັຍ ​ຢູ່​ແຄມ​ນ້ຳ​ຂອງ​ ຢູ່​ປະ​ເທດ​ໄທຍ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ຈຳ​ນວນ​ປາ​ ທີ່​ຫຼຸດ​ລົງ ຍ້ອນ​ການ​ສ້າງ​ເຂື່ອນ​ ໃສ່​ແມ່​ນ້ຳ​ຂອງ​ ສາຍ​ຫຼັກ.”

ໂຕ​ຢ່າງ​ ປະ​ຊາ​ຊົນ ທີ່​ຢູ່​ແຂວງ​ນະ​ຄອນ​ພະ​ນົມ ປະ​ເທດ​ໄທ​ຍ ຊຶ່ງຢູ່​ກົງ​ຂັ້ນ​ຂ້າມ​ກັບ ແຂວງ​ຄຳ​ມ່ວນ​ ປະ​ເທດ​ລາວ. ລຸງ ວິ​ຈິດ ພົງ​ລາດ ອາ​ຍຸ 73 ປີ ຊາວ​ແຂວງ​ນະ​ຄອນ​ພະ​ນົມ ທີ່​ມີ​ອາ​ຊີພ ​ຫາ​ປາ ຢູ່ ແມ່​ນ້ຳ​ສົງ​ຄ​ຣາມ (Songkhram) ທີ່​ເປັນ​ສາ​ຂາ ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ວ່າ:

“ປັດ​ຈຸ​ບັນນີ້ ປາ​ເຣີ່ມ​ຫາ​ຍາກຢູ່​ໃນ​ແມ່​ນ້ຳ ພັນ​ປາ​ບາງ​ຊະ​ນິດ ສູນ​ຫາຍ​ໄປຈາກ​ແມ່​ນ້ຳ ແລະ ພວກ​ເຮົາ​ບໍ່​ສາ​ມາດ​ຮັກ​ສາ​ວິ​ຖີ​ຊີ​ວິດ ການ​ຫາ​ປາ​ໄວ້​ໃຫ້​ຄົງ​ຢູ່ອີກ.”

ຢູ່​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ເຊັ່ນ​ດຽວ​ກັນ ໃນ​ຍາມ​ແລ້ງ ນ້ຳ​ກໍ​ບົກ​ລົງ​ຫຼາຍ ຊາວ​ບ້ານ​ຈະ​ສັງ​ເກດ​ເຫັນ​ຫາດ​ຊາຍ ຫຼື ດອນ​ຢູ່​ກາງ​ແມ່​ນ້ຳ​ຂອງ ເປັນ​ບໍ​ຣິ​ເວ​ນ​ກ້​ວາງ ກວ່າ​ແຕ່ກອນ ຈະ​ມີ​ການ​ສ້າງ​ເຂື່ອນ​ ໃສ່​ແມ່​ນໍ້​າ​ຂອງ ອີງ​ຕາມ​ຂໍ້​ມູ​ນ ຈາກ​ປະ​ຊາ​ຊົນ ຢູ່​ນະ​ຄອນ​ຫລວງວຽງ​ຈັນ.

ຢູ່​ເຂດ​ພາກ​ເໜືອ​ຂອງ​ລາວ ໂດຍສະ​ເພາະ ​ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ​ເຊັ່ນ​ດຽວ​ກັນ, ປະ​ຊາ​ຊົນຫາ​ປາບໍ່​ໄດ້ ຍ້ອນ​ວ່າ ຫຼັງ​ຈາກ​ສ້າງ​ເຂື່ອນ​ ຢູ່​ບາງ​ຈຸດ ທີ່​ເຄີຍ​ຫາປາ, ນ້ຳ​ກໍຫຼາຍ ບາງ​ຈຸດ​ກໍ​ນ້ຳ​ໜ້ອຍ ແລະ ສ​ລຸບ​ລວມ​ແລ້ວ ເຂົາ​ເຈົາ​ຫາ​ປາບໍ່​ໄດ້ ຄື​ແຕ່​ກ່ອນ.

ຊາວ​ແຂວງ​ໄຊ​ຍະ​ບູຣີ ທ່ານນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ

“ເຂົາ​ຫາ​ປາບໍ່​ໄດ້ ມັນ​ເປັນ​ນ້ຳ​ຍຶ່ງ​ຫັ້ນ​ນ່າ ແຕ່ກີ້​ຫັ້ນມັນ​ຈະ​ເປັນ​ແບບ​ວ່າ ນ້ຳ​ມັນ​ໄຫຼ​ເນາະ ເຂົາ​ຫາ​ປູ​ຫາ​ປາ​ມັນ​ງ່າຍ​ເນາະ ດຽວນີ້ ຫັ້ນ​ຫາບໍ່​ໄດ້.”

ການສ້າງ​ເຂື່ອນ ​ໃສ່​ແມ່​ນ້ຳ​ຂອງ ເຮັດ​ໃຫ້​]ະ​ບົບ​ນິ​ເວດ ​ແມ່​ນ້ຳ​ຂອງມີ​ການ​ປ່ຽນ​ແປງ ແລະ ເສັຽ​ຫາຍ. ອາຈານ ໄຊນະຣົງ ເສດຖະເຊື້ອ ຈາກ ຄະນະມະນຸສສາຕ ແລະ ສັງຄົມສາຕ ມະຫາວິທຍາໄລ ມະຫາສາລະຄາມ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຄວາມ​ແຫ້ງ​ແລ້ງນີ້ ມັນ​ຈະ​ເປັນ​ບັນ​ຫາ​ໃຫຍ່ ສຳ​ລັບ​ລຸ່ມ​ແມ່​ນ້ຳ​ຂອງ, ປະ​ການ​ທີ​ສອງ​ຄື ລະ​ບົບ​ນິ​ເວດ​ແມ່​ນ້ຳ​ຂອງ ພັງ​ທະ​ລາຍ ​ເພາະ​ວ່າ ປົກ​ຕິ​ແລ້ວ ລະ​ບົບ​ແມ່​ນ້ຳ​ຂອງ​ ມັນ​ຈະ​ຂຶ້ນ​ລົງ ຕາມ​ທັມ​ມະຊາຕ ໃນ​ຍາມ​ຝົນ​ກໍ​ມີ​ນ້ຳ​ຫຼາຍ ໃນ​ຍາ​ແລງ ນ້ຳ​ກໍ​ລົງ ແຕ່ ບໍ່​ໄດ້​ແຫ້ງ​ຄື​ຕອນ​ມີ​ເຂື່ອນ.”

ການ​ສ້າງ​ເຂື່ອນ ເຮັດ​ໃຫ້​ການ​ຂຶ້​ນ​-ລົງ ​ຂອງ​ປາ ຜິດ​ຣະ​ດູ ແລະ ປາ​ບາງ​ຊະ​ນະ ​ບໍ່​ສາ​ມາດ​ຂຶ້ນ​ໄປ​ວາງ​ໄຂ​ໄດ້.

ອາ​ຈານ ​ໄຊ​ນະ​ຣົງ ໄດ້​ກ່າວ​ວ່າ:

“ການ​ທີ່​ນ້ຳ​ໃນ​ແມ່​ນ້ຳ​ຂອງ ໃນ​ຍາມ​ຝົນ​ບໍ່​ຫຼາຍ​ຄື​ເກົ່າ ກໍ​ຈະ​ເຮັດ​ໃຫ້​ປາ ​ທີ່​ອົ​ພ​ຍົບຂຶ້ນ​ໄປ​ວາງ​ໄຂ່ ຢູ່​ແມ່​ນ້ຳ​ສາ​ຂາ ກໍ​ບໍ່​ສາ​ມາດ​ຂຶ້ນ​ໄປ​ວາງ​ໄຂ​ໄດ້ ນອກ​ຈາກ​ນັ້ນ ເຂື່ອ​ນ​ທີ່​ເຮັດ​ໃຫ້​ນ້ຳ​ຂຶ້ນໆ​ລົງໆ ກໍ​ເຮັດ​ໃຫ້​ປາ​ອົ​ພ​ຍົບ​ຜິດ​ຣະ​ດູ​ການ.”

ອາ​ຈານ ​ໄຊ​ນະ​ຣົງ ຍັງ​ກ່າວ​ວ່າ:

“ບັນ​ຫາ​ໃຫຍ່​ ທີ່​ຕາມ​ມາ​ກໍ​ຄື ເຣື່ອງ​ຂອງຄວາມ​ໝັ້ນ​ຄົງ​ ຂອງ​ອາ​ຫານ ບັນ​ຫາ​ເຣື່ອງ Foods Security ນີ້ ມັນ​ຈະ​ເກີດ​ທົ່ວ​ພູ​ມີ​ພາກ​ ລຸ່ມ​ແມ່​ນ້ຳ​ຂອງ ທັງ​ໂຕ​ແມ່​ນ້ຳ​ຂອງ ທັງ​ຊຸມ​ຊົນ​ຢູ່​ຕາມ​ຝັ່ງ​ແມ່​ນໍ້າ​ຂອງ ແລະ ແມ່​ນ້ຳ​ສາ​ຂາ. ເຮົາ​ມາ​ເບິ່ງ​ແຕ່​ກ່ອນ ຕາມ​ເມື່ອງໃຫຍ່ໆ ຢູ່​ຄາມ​ແມ່ນ້ຳ​ຂອງ ເຂົາ​ບໍ​ຣິ​ໂພກ​ປາ. ດຽວນີ້​ປາ​ນ້ຳ​ຂອງ​ຫາ​​ຍາກ.”

ນອກ​ຈາກນີ້ ບັນ​ຫາ​ອີກ​ຢ່າງ​ນຶ່ງ​ກໍ​ຄື ປະ​ຊາ​ຊົນທີ່​ຍົກ​ຍ້າຍ​ ອອກ​ຈາກ​ໂຄງ​ການ​ເຂື່ອນ ກໍ​ຍັງ​ທຸກ​ຄື​ເກົ່າ. ນັກ​ສິ່ງ​ແວດ​ລ້ອມ​ລາວ ທ່ານນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ກະ​ຖື​ວ່າ​ດີ​ຫັ້ນ​ແຫຼະ ການ​ຊົດ​ເຊີຍ ແຕ່​ວ່າ​ມາ​ເບິ່ງ​ໄລ​ຍະ​ຍາວ​ ກະ​ຄື​ວ່າ ຫັ້ນ​ແຫຼະ ຂັ້​ນ​ໝົດ​ຊ້ວງ​ກະ ເຂົາ​ອອກ​ໄປ​ ກະ​ທຸກ​ຄື​ເກົ່າ.”

ຊາວ​ບ້ານ​ ທີ່​ຖືກ​ຍົກ​ຍ້າຍ​ ອອກ​ຈາກ​ໂຄງ​ການ​ເຂື່ອນນັ້ນ ບໍ່​ຄຸ້ນ​ເຄີຍ​ ກັບການ​ຢູ່​ບ້ານ​ຈັດ​ສັນ ເພາະ​ວ່າ ມີ​ເນື້ອ​ທີ່​ຄັບ​ແຄບ.

ນັກ​ສິ່ງ​ແວດ​ລ້ອມ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ອອກ​ຈາກ​ບ່ອນ​ເກົ່າ​ໄປ ​ສູ່​ບ່ອນ​ແບບ​ປັບ​ໂຕ ​ກະ​ຢາກ​ຍາກ​ຫັ້ນ​ແຫຼ​ເນາະ, ເຂົາ​ເຄີຍ​ຢູ່​ບ່ອນ​ໂລ່ງ ບ່ອນ​ແຈ້ງ ອາ​ກາດ​ສົດ​ຊື່ນ ມີ​ທົ່ງ​ນາ​ປ່າ​ໄມ້ ​ກວ້າງ​ຂວາງ ພັດ​ມາ​ຢູ່​ຄັບ​ແຄບ ມີ​ທໍ່​ໃດ 40 ເບາະ 1 ໄລ່​ເບາະ ເຄິ່ງ​ໄລ່​ເບາະ ຂະ​ເຈົ້າ​ເຮັດ​ໃຫ້​ລະ​ມີ​ເຮືອນ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົາ​ໜ້າ​ທີ່​ກະ​ຊວງ​ພະ​ລັງານ ແລະ ບໍ່​ແຮ່ ກໍ​ກ່າ​ວ່າ ສາ​ເຫດ​ນ້ຳ​ຂອງແຫ້ງ ບໍ່​ແມ່ນ​ເປັນ​ຍ້ອນ​ການ​ສ້າງ​ເຂື່ອນ ແຕ່ ມັນ​ເປັນ​ຍ້ອນ​ພັຍ​ແຫ້ງ​ແລ້ງ ຕາມ​ຣະ​ດູ​ການ.

ເຂື່ອນ​ນ້ຳ​ຂອງ ​ທີ່​ສ້າງ​ສຳ​ເຣັດ​ແລ້ວ ລວມ​ມີ ເຂື່ອນ​ໄຊ​ຍະ​ບູ​ຣີ ແລະ ເຂື່ອນດອນ​ສະ​ໂຮງ ສ່ວນ​ວ່າ ເຂື່ອນ​ທີ່​ມີ​ແຜນ​ ການ​​ກໍ່​ສ້າງ ແມ່ນເຂື່ອນປາກ​ແບງ, ເຂື່ອນ​ຫຼວງ​ພ​ຣະ​ບາງ, ເຂື່ອນ​ປາກ​ລ​າຍ, ເຂື່ອນ​ຊະ​ນະ​ຄາມ, ເຂື່ອນ​ປາກ​ຊົມ, ເຂື່ອນ​ບ້ານ​ກຸ່ມ, ແລະ ເຂື່ອນ​ພູ​ງອຍ.