MRC ຕ້ອງມີສຽງ ບໍ່ຄວນ ງຽບ

ມະນີຈັນ
2015.06.19
F-MRC ອົງການ ຄນະກັມມາທິການ ແມ່ນໍ້າຂອງ MRC
MRC

ຫົວຂໍ້ ປຶກສາ ຫາລື ຮີບດ່ວນ ທີ່ສຸດ ໃນ ກອງ ປະຊຸມ ປະຈໍາປີ, ຂອງ ຄນະ ກັມການ ຮ່ວມ ຄນະ ກັມມາທິການ ແມ່ນໍ້າຂອງ MRC, ທີ່ ປະກອບ ດ້ວຍ ຜູ້ ຕາງໜ້າ ຈາກ ຣັຖບານ 4 ປະເທດ ລຸ່ມ ແມ່ນໍ້າຂອງ, ລາວ, ໄທ, ກັມພູຊາ ແລະ ວຽດນາມ, ໃນ ວັນທີ 22 ມິຖຸນາ ທີ່ ນະຄອນ ຫຼວງ ວຽງຈັນ ຄວນ ກ່ຽວຂ້ອງ ກັບ ເຂື່ອນ ດອນ ສະໂຮງ ເຂື່ອນ ແຫ່ງ ທີ 2 ທີ່ ມີແຜນ ສ້າງ ໃສ່ ແມ່ນໍ້າຂອງ. ຕາມ ຖແລງການ ຂອງ ເຄືອຂ່າຍ ແມ່ນໍ້າ ສາກົລ ໃນ ວັນທີ 18 ມິຖຸນາ 2015 ນີ້.

ນັບແຕ່ ກອງ ປະຊຸມ ຄັ້ງ ຫລ້າສຸດ ຂອງ ຄນະ ກັມການ ຮ່ວມ, ເມື່ອ ເດືອນ ມົກຣາ ຜ່ານມາ ຊຶ່ງ ມີ ມະຕິ ໃຫ້ ໂຈະ ການ ພິຈາຣະນາ ໂຄງການ ອອກໄປ ຈົນກວ່າ ຈະມີ ກອງ ປະຊຸມ ຣະດັບ ຣັຖມົນຕຣີ MRC ຍັງ ມິດງຽບ, ອັນ ເຮັດໃຫ້ ຫລາຍໆ ຄໍາຖາມ ກ່ຽວກັບ ອະນາຄົດ ຂອງ ໂຄງການ ນັ້ນ ບໍ່ໄດ້ ຮັບ ຄໍາຕອບ.

ແລະ ເຖິງ ຈະຍັງ ບໍ່ມີການ ລົງ ມະຕິ, ກ່ຽວກັບ ຂະບວນການ ປຶກສາ ຫາລື ລ່ວງໜ້າ ຂອງ MRC ການ ກໍ່ສ້າງ ໃນເຂດ ເຂື່ອນ ນັ້ນ ຍັງສືບ ຕໍ່ ແລະ ການ ເຈຣະຈາ ກ່ຽວກັບ ສັນຍາ ໂຄງການ ກໍ ປະກົດ ວ່າ ຈະຄືບໜ້າ ຕໍ່ໄປ.

ຍານາງ ພຽນພອນ ດີເທດ ຜູ້ ປະສານງານ ເຄືອຂ່າຍ ແມ່ນໍ້າ ສາກົລ ໃນ ໄທ, ກ່າວວ່າ MRC ຕ້ອ ງຍຸຕິ ຄວາມ ມິດງຽບ, ກ່ຽວກັບ ຂັ້ນຕອນ ຕໍ່ໄປ ໃນ ການ ຕັດສິນ ໃຈ ເຣື່ອງ ເຂື່ອນ ດອນສະໂຮງ. ແລະວ່າ MRC ຕ້ອງ ຮັບ ຜິດຊອບ, ຮັບປະກັນ ບໍ່ໃຫ້ ຄວາມ ກັງວົນ ຂອງ ກັມພູຊາ, ໄທ, ແລະ ວຽດນາມ ຖືກ ເອົາໄປ ເຊື່ອງໄວ້ ຢູ່ ກ້ອງພົມ.

ພ້ອມດຽວ ກັນ ຍານາງ Ame Trandem ຜູ້ ອໍານວຍການ ໂຄງການ ເຄືອຂ່າຍ ແມ່ນໍ້າ ສາກົລ ປະຈຳ ເຂດ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ເວົ້າ ວ່າ ສປປລາວ ປະກົດ ວ່າ ຕັ້ງໃຈ ສວຍໃຊ້ ຄວາມ ມິດງຽບ ຂອງ MRC ເພື່ອ ດໍາເນີນ ໂຄງການ ເຂື່ອນ ດອນສະໂຮງ, ໂດຍ ບໍ່ສົນໃຈ ນຳ ຄໍາ ຮຽກຮ້ອງ ຂອງ ປະເທດ ເພື່ອນບ້ານ ແລະ ບໍ່ມີ ຄວາມ ຮັບຜິດ ຊອບ ຕໍ່ ຂໍ້ ຕົກລົງ ກ່ຽວກັບ ແມ່ນໍ້າຂອງ ປີ 1995.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.