ຣັຖມີລາຍໄດ້ ຈາກການໃຫ້ສັມປະທານບໍ່ແຮ່ ແຕ່ຜົລກະທົບ ຕົກຢູ່ກັບສິ່ງແວດລ້ອມ-ສັງຄົມ

ສຸພັດຕາ
2023.11.09
ຣັຖມີລາຍໄດ້ ຈາກການໃຫ້ສັມປະທານບໍ່ແຮ່ ແຕ່ຜົລກະທົບ ຕົກຢູ່ກັບສິ່ງແວດລ້ອມ-ສັງຄົມ ໂຕຢ່າງ: ການຂຸດຄົ້ນແຮ່ເຫຼັກ ຢູ່ແຂວງພາກກາງ ຂອງລາວ (ຊ້າຍ) ແລະ ການສົ່ງແຮ່ເຫຼັກ ໄປຊາຍແດນ ວຽດນາມ (ຂວາ) ປີ 2021.
ນັກຂ່າວ ພົລເມືອງ

ນັບແຕ່ປີ 2021 ຈົນມາຮອດເດືອນພຶສພາ ປີ 2023 ນີ້ ຣັຖບານລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນ ແລະສົ່ງອອກແຮ່ທາດ ແບບທົດລອງ ຮວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງນັກລົງທຶນຈີນ ແລະວຽດນາມ ເຖິງວ່າ ບໍຣິສັດເຫຼົ່ານັ້ນ ຈະມອບພັນທະໃຫ້ຣັຖບານລາວ ເປັນເງິນຈໍານວນ 97.07 ລ້ານໂດລ້າຣ໌ສະຫະຣັຖ ແລະ 548.84 ຕື້ກີບ ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ-ສັງຄົມ ກໍໜັກໜ່ວງຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະພາກສ່ວນທີ່ກ່ຽວຂ້ອງໃດ ກໍບໍ່ໄດ້ລົງຕິດຕາມ ກວດກາຢ່າງໃກ້ຊິດ ຈົນກາຍເປັນບັນຫາ ແລະນັບມື້ຈະຮຸນແຮງຂຶ້ນ.

ດັ່ງທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ກ່າວຣາຍງານ ຕໍ່ກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ພຶສຈິກາ ໃນຕອນນຶ່ງວ່າ:

ບັນຫາທີ່ຕ້ອງເອົາໃຈໃສ່ແກ້ໄຂ ທີ່ຮັດກຸມ ໃນການຕິດຕາມ ຄຸ້ມຄອງ ດໍາເນີນການຂຸດຄົ້ນໂຕຈິງ ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ ທັງກາຍເປັນຊ່ອງວ່າງ ເປີດທາງໃນການຕົກລົງ ຂຸດຄົ້ນບາງແຮ່ທາດແບບຊະຊາຍ ຈົນຄວບຄຸມບໍ່ໄດ້ ສ້າງຜົລກະທົບໃຫຍ່ຫຼວງ ຕໍ່ສິ່ງແວດລ້ອມ ຄຸມເຄືອຊັພຍາກອນ ທີ່ມີຄ່າຂອງຊາຕ ແລະສໍາຄັນ ແມ່ນເປັນການຍາກ ທີ່ຈະກໍານົດໄດ້ ເຖິງຜູ້ຮັັບຜິດຊອບ ຕໍ່ຜົລເສັຍຫາຍທີ່ເກີດຂຶ້ນ.”

ທ່ານກ່າວອີກວ່າ ສ່ວນຫຼາຍ ໂຄງການທີ່ໄດ້ຮັບອະນຸຍາດຂຸດຄົ້ນ ບໍ່ມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ, ບົດສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກ, ແຜນປິດ-ເປີດບໍ່ ແລະອື່ນໆ ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະຄວາມຮັບຜິດຊອບ ຕໍ່ຜົລໄດ້ຜົລເສັຍ ຂອງແຕ່ລະໂຄງການ ທີ່ເຮັດແບບທົດລອງ ເກືອບວ່າບໍ່ສາມາດກວດສອບໄດ້ ຕາມກົດໝາຍ.

ຕາມຂໍ້ມູນຈາການກວດກາ ເຫັນວ່າ ການຕິດຕັ້ງຊິງຊັ່ງນໍ້າໜັກແຮ່ທາດ ທີ່ເຄື່ອນຍ້າຍອອກຈາກປາກບໍ່ ແມ່ນບໍຣິສັດຜູ້ສັມປະທານ ເປັນຜູ້ຮັບຜິດຊອບ ໃນການຕິດຕັ້ງ, ຄວບຄຸມທາງດ້ານເຕັກນິກ, ສ່ວນຂແນງການເງິນ ແລະຂແນງພະລັງງານ ແລະບໍ່ແຮ່ ແມ່ນພຽງແຕ່ຕິດຕາມເບິ່ງ ໂຕເລຂການຊັ່ງນໍ້າໜັກ ທີ່ຜູ້ຮັບເໝົາສົ່ງໃຫ້ ເຊິ່ງບໍ່ສາມາດ ແລະບໍ່ທັນຮັບປະກັນວ່າ ນ້ໍາໜັກແຮ່ທາດທີ່ເຄື່ອນຍ້າຍອອກ ຖືກກັບໂຕເລຂແທ້ຫຼືບໍ່.

ຜົລກະທົບດ້ານລົບ ໃນການເຮັດທົດລອງຂຸດຄົ້ນ ແລະສົ່ງອອກແຮ່ທາດໃນຄັ້ງນີ້ ໃນໂຕຈິງ ເກີດຂຶ້ນໜັກໜ່ວງກວ້າງຂວາງ ດ້ານເສຖກິຈ-ສັງຄົມ ເຊັ່ນ ການຂົນສົ່ງແຮ່ທາດເກີນນໍ້າໜັກ ເຮັດໃຫ້ເສັ້ນທາງເປ່ເພ ເສັຍຫາຍໜັກໜ່ວງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກໍເຫັນຕຣົງກັນກັບຄໍາກ່າວ ຂອງທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ວ່າ ໃນ 2-3 ປີມານີ້ ມີຫຼາຍບໍຣິສັດ ຂອງນັກລົງທຶນຈີນ ທີ່ເຂົ້າມາຂຸດຄົ້ນແຮ່ທາດ ແຕ່ບໍ່ມີການສຶກສາຄວາມເປັນໄປໄດ້ ແລະບົດປະເມີນຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ເຊິ່ງເຮັດໃຫ້ໂຄງການເຫຼົ່ານັ້ນ ເກີດມີຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງໜັກ ເຊັ່ນ ການປ່ອຍນໍ້າເປື້ອນ-ນໍ້າເສັຍລົງສູ່ແຫຼ່ງນໍ້າທັມມະຊາຕ, ເຮັດໃຫ້ເສັ້ນທາງເປ່ເພ ແລະກວມເອົາທີ່ດິນທໍາການກະເສດ ຂອງຊາວບ້ານ ແລ້ວໃຫ້ເງິນຄ່າຊົດເຊີຍຕໍ່າ ໂດຍບໍ່ໄດ້ຮັບຟັງສຽງສະທ້ອນ ແລະຂໍ້ສເນີ ຂອງຊາວບ້ານໃນພື້ນທີ່ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶສຈິກາ ນີ້ວ່າ:

ອັນນີ້ ຍົກໂຕຢ່າງ ບໍຣິສັດເຈັ້ຍເນາະ ກໍບໍ່ທັນສົມບູນ ຣັຖບານເຮົາ ກໍອະນຸມັດເຮັດແລ້ວເດ້ ອັນນີ້ ປະຊາຊົນຍັງເວົ້າເຣື່ອງການ ນໍ້າເປື້ອນນີ້ນ່າ ມີແຕ່ລາຍຮັບ ແລ້ວບໍ່ເບິ່ງຈຸດເສັຍວ່າ ເອີ່...ປະຊາຊົນເນາະ ແລ້ວກໍ ຜົລສະທ້ອນຂອງສັງຄົມແບບໃດຫັ້ນນ່າ ບັນຫາໂຕນີ້ນີ້ແຫຼະ ມັນຕາມມາ.”

ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ເມືອງກາສີ ແຂວງວຽງຈັນ ກ່າວວ່າ ປັດຈຸບັນ ຢູ່ແຂວງວຽງຈັນ ມີການອະນຸຍາດໃຫ້ນັກລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ ເຂົ້າມາຂຸດຄົ້ນແຮ່ທາດ ເປັນຈໍານວນຫຼາຍ ໂດຍສະເພາະເຫຼັກ ແລະຫິນປູນ ແຕ່ບໍຣິສັດ ທີ່ຈະໄດ້ຮັບສັມປະທານນັ້ນ ຕ້ອງໄດ້ປະຕິບັດຕາມຄໍາແນະນໍາ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມຢ່າງລະອຽດ ເຖິງຈະໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ.

ສ່ວນການກໍານົດ ຂອບເຂດສັມປະທານ ກໍຈະກໍານົດໄວ້ຢ່າງຈະແຈ້ງ ວ່າເຂດໃດທີ່ຫວງຫ້າມ, ເຂດໃດທີ່ອະນຸຍາດໃຫ້ຂຸດຄົ້ນ ເພື່ອບໍ່ໃຫ້ເກີດບັນຫາຕໍ່ສິ່ງແວດລ້ອມ-ສັງຄົມຕາມມາ ແລະຫາກຈຸດໃດ ທີ່ມີຄວາມສ່ຽງສູງ ຕໍ່ສິ່ງແວດລ້ອມ-ສັງຄົມ ກໍຈະບໍ່ອະນຸຍາດໃຫ້ສັມປະທານ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກ່ຽວກັບບັນຫາເຣື່ອງ ການກໍານົດເປັນເຂດ ທີ່ມີການໃຫ້ຂຸດຄົ້ນ ຈຸດໃດທີ່ວ່າ ເພິ່ນຍັງສງວນໄວ້ ເປັນການເຊິງທ່ອງທ່ຽວເບາະ ແນວນັ້ນແນວນີ້ ເພິ່ນກະກໍານົດໄວ້ລະອຽດພໍສົມຄວນ ຜົລກະທົບນີ້ ກະຂຶ້ນກັບຈຸດໃດທີ່ມັນ ມີຜົລກະທົບໜ້ອຍທີ່ສຸດ ເຮົາກະເລືອກເອົາຈຸດນັ້ນກ່ອນ.”

ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງ ກ່າວວ່າ ນັບແຕ່ທ່ານ ສອນໄຊ ສີພັນດອນ ຂຶ້ນມາດໍາຣົງຕໍາແໜ່ງ ນາຍົກຣັຖມົນຕຣີ ກໍໄດ້ປ່ຽນລະບຽບການລົງທຶນໃໝ່ ກ່ອນໜ້ານີ້ ຈະພິຈາຣະນາໂຄງການສັມປະທານ ຂຸດຄົ້ນແຮ່ທາດ ເຖິງ 8 ຂັ້ນຕອນ ແຕ່ດຽວນີ້ ຕັດເຫຼືອພຽງ 2 ຂັ້ນຕອນເທົ່ານັ້ນ.

ເມື່ອຕັດຂັ້ນຕອນ ພິຈາຣະນາໄປແລ້ວ ກໍມີຫຼາຍບໍຣິສັດໃຫ້ຄວາມສົນໃຈທີ່ຈະລົງທຶນ ໂດຍສະເພາະຈາກຈີນ ທີ່ເຂົ້າມາຂຸດຄົ້ນແຮ່ທາດປະເພດຕ່າງໆ ເປັນຈໍານວນຫຼາຍ ຢູ່ໃນແຂວງອຸດົມໄຊ, ຊຽງຂວາງ, ຫົວພັນ ແລະໄຊສົມບູນ. ບັນຫາສໍາຄັນ ກໍຄືວ່າ ບໍຣິສັດເຫຼົ່ານັ້ນ ບໍ່ໄດ້ສຶກສາຄວາມເປັນໄປໄດ້ ແລະປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຂໍແຕ່ມີເງິນ ແລະມອບພັນທະໃຫ້ກັບຣັຖບານລາວ ກໍສາມາດດໍາເນີນກິຈການໄດ້ເລີຍ.

ນອກຈາກນີ້ ກໍມີອີກຫຼາຍບໍຣິສັດ ຂອງຄົນຈີນ ທີ່ເຂົ້າມາສັມປະທານຂຸດຄົ້ນແຮ່ທາດ ແຕ່ບໍ່ໄດ້ມີໂຮງຈັກ-ໂຮງງານ ເພື່ອປຸງແຕ່ງ ແລະແປຮູບແຮ່ທາດເຫຼົ່ານັ້ນ ຕາມລະບຽບການກໍານົດ ແຕ່ບໍຣິສັດຈີນຈໍານວນນຶ່ງນັ້ນ ຈະເຄື່ອນຍ້າຍເອົາແຮ່ທາດທີ່ຂຸດມາໄດ້ ອອກໄປປະເທດຈີນ ເພື່ອປຸງແຕ່ງ ແລະແປຮູບເປັນສິນຄ້າຕໍ່ໄປ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ປະຊາຊົນເວົ້າຢູ່ວ່າ ເອີ...ມັນຫຼາຍໆຫັ້ນນ່າ ກົນໄກໃໝ່ນີ້ ທີ່ຣັຖບານເປີດໃໝ່ ເຮົາຍົງບໍ່ຫຍັງວ່າ ເຂດນັ້ນວ່າ ມັນມີແຮ່ທາດໃດ ອີ່ຫຍັງຫັ້ນນ່າ ລະໄປລົງທຶນກ່ອນ ບາງບໍຣິສັດ ທີ່ເຈົ້າຢາກໄດ້ ກະວ່າໄປທັບເຂດຜູ້ອື່ນຫັ້ນນ່າ ຢູ່ລາວ ເຂົາເຮັດໂຮງງານນ້ອຍໆນີ້ນ່າ ຫຼາຍບໍຣິສັດກະບໍ່ມີໂຮງງານ ສ່ວນຫຼາຍ ມີແຕ່ຂະເຈົ້າເອົາອອກໄປ (ປຸງແຕ່ງ) ຢູ່ຈີນ.”

ຊາວລາວຜູ້ນຶ່ງ ໃນແຂວງຊຽງຂວາງ ກ່າວວ່າ ບໍ່ຢາກໃຫ້ມີການຂຸດຄົ້ນແຮ່ທາດແບບທົດລອງ ແລະຊະຊາຍໄປທົ່ວປະເທດ ເພາະແຕ່ລະໂຄງການ ກໍຈະກວມເອົາເນື້ອທີ່ສັມປະທານ ກວ້າງຂວາງຫຼາຍສົມຄວນ ແລະເປັນກັງວົນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ເນື່ອງຈາກ ຈະມີປ່າໄມ້, ທີ່ດິນ ແລະແຫຼ່ງນໍ້າທັມມະຊາຕ ຈະຫຼຸດໜ້ອຍລົງໄປເລື້ອຍໆ.

ນອກຈາກນີ້ ຜົລກະທົບຈາກໂຄງການຂຸດຄົ້ນແຮ່ທາດ ເຊັ່ນ ສຽງດັງ, ກິ່ນເໝັນຂິວ ແລະການປ່ອຍນໍ້າເປື້ອນ-ນໍ້າເສັຍ ລົງສູ່ແຫຼ່ງນໍ້າທັມມະຊາຕ ອາຈສົ່ງຜົລກະທົບຕໍ່ສຸຂພາບ ຂອງຊາວບ້ານ ແລະສັດລ້ຽງໃນພື້ນທີ່ໂຄງການ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຈັ່ງວ່າ ອັນຕາມຫາງເສັຍປະຊາຊົນ ເຂົາກະວ່າ ຊິມີຜົລກະທົບ ສະທ້ອນຫຼາຍແນວເຂົາວ່າຊັ້ນ ມັນກະແຕະຕ້ອງເຖິງສຸຂພາບເນາະ ແຕະຕ້ອງເຖິງວິຖີຊີວິດ ຂອງຄົນເຮົາ ແລ້ວກະຊັບສິນເນາະ ຊັບສິນນີ້ກະ ງົວ-ຄວາຍ.”

ຍານາງ ຂັນກາບ ໄຊຍະກຸມານ ສະມາຊິກສະພາແຫ່ງຊາຕ ແຂວງໄຊສົມບູນ ກໍໄດ້ກ່າວສເນີ ຕໍ່ກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 1 ພຶສຈິກາ ວ່າ ຢາກໃຫ້ຣັຖບານລາວ ທົບທວນຄືນ ເຣື່ອງການອະນຸຍາດໃຫ້ນັກລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ ສັມປະທານຂຸດຄົ້ນແຮ່ທາດ ໂດຍບໍ່ໄດ້ຜ່ານການສຶກສາ ຄວາມເປັນໄປໄດ້ ແລະຜ່ານບົດປະເມີນ ຕໍ່ສິ່ງແວດລ້ອມ-ສັງຄົມລະອຽດ ເນື່ອງຈາກ ຜົລກະທົບທີ່ເກີດຂຶ້ນ ຈາກການຂຸດຄົ້ນແຮ່ທາດນັ້ນ ຂ້ອນຂ້າງໜັກໜ່ວງ ແລະສ້າງຄວາມເສັຍຫາຍຫຼາຍ ຕໍ່ສິ່ງແວດລ້ອມ-ສັງຄົມ.

ດັ່ງຍານາງ ກ່າວໃນຕອນນຶ່ງວ່າ:

ຢາກສເນີຕໍ່ຣັຖບານຕື່ມ ພິຈາຣະນາກ່ຽວກັບ ການຊອກຫາຄໍາຕົກຂ້ອນຫັ້ນ ຢູ່ໄຊສົມບູນ ພວກເຮົາມີບ້ານທີ່ວ່າ ຖືກຜົລກະທົບໜັກ ໂຕຢ່າງບ້ານທິດນູນ ແລ້ວຊົດເຊີຍຫັ້ນ ມີຕັ້ງແຕ່ຕົ້ນກ້ວຍ ຕົ້ນນຶ່ງ 5 ພັນກີບ ໂຕຢ່າງ 5 ພັນກີບ ຂະເຈົ້າຈະໄດ້ຫຍັງ ບາງຄອບຄົວ ບໍ່ມີດິນທໍາການຜລິດເລີຍ ຫຼ້າສຸດ ແມ່ນຢູ່ນາໝໍ້ ສາຍນາໝໍ້ນີ້ ຖືວ່າ ປາຕາຍຫຼັ່ງໄຫຼລົງມາ ຮອດຕອນນີ້ ປະຊາຊົນຍັງ ບໍ່ສາມາດໃຊ້ນໍ້າໄດ້ເທືື່ອ ເຮົາເສັຍຫາຍໄປຫັ້ນ ຈະແກ້ໄຂ ແລະຊົດເຊີຍຕໍ່ປະຊາຊົນ ຄືແນວໃດ.”

ກ່ຽວກັບແຜນການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ຢູ່ເທດລາວນີ້ ທ່ານໂພໄຊ ໄຊຍະສອນ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ກ່າວຊີ້ແຈງຕໍ່ກອງປະຊຸມສໄມສາມັນ ເທືີ່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 8 ພຶສຈິກາ ວ່າ ອີງໃສ່ຈໍານວນບໍຣິສັດ ທີ່ອະນຸຍາດ ແລະຄາດຄະເນຂໍ້ມູນທີ່ຈະໄດ້ຮັບ ຈາກການສໍາຣວດ ເຫັນວ່າ ບໍ່ຄວນພິຈາຣະນາອະນຸຍາດຕື່ມ ເພື່ອປະສິດທິພາບໃນການຄຸ້ມຄອງ ຂອງຂແນງການ ແລະຄວນສຸມໃສ່ ການສຶກສາລະອຽດຢ່າງຮອບດ້ານ ເພື່ອໃຫ້ມີຄວາມສາມາດ ໃນການຄຸ້ມຄອງ ຢ່າງມີປະສິດທິພາບ ໂດຍຂໍ້ມູນທີ່ຕ້ອງໄດ້ລົງເລິກ ແລະມີຄວາມເຂົ້າໃຈຢ່າງລະອຽດ ຄື: ກົນໄກຕລາດ, ລາຄາ ແລະການນໍາໃຊ້ແຮ່ທາດຫາຍາກ.

ສ່ວນບັນຫາສໍາຄັນ ໃນການຄຸ້ມຄອງໂຄງການໃນປັດຈຸບັນ ຄື ການປະຕິບັດສັນຍາ ໃນການສນອງເງິນກູ້, ການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ, ການໃຫ້ຂໍ້ມູນ ແລະຄວາມຮູ້ ແກ່ພະນັກງານ ຜູ້ໄປປະຈໍາໂຄງການ, ການສ້າງແຜນວຽກກິຈກັມຕ່າງໆ ມີຄວາມຊັກຊ້າ, ການໄລ່ລຽງລາຄາແຮ່ທາດ ເພື່ອເປັນພື້ນຖານ ໃນການເກັບຄ່າຊັພຍາກອນ-ພັນທະທີ່ຕິດພັນ ແລະແຜນການ ປິດບໍ່ແຮ່ທາດຫາຍາກ.

ອີງຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ໃນເດືອນກັນຍາ ປີ 2023 ນີ້ ລະບຸວ່າ ມາຮອດປັດຈຸບັນນນີ້ ສປປລາວ ມີໂຄງການລົງທຶນຂຸດຄົ້ນແຮ່ທາດ ແລະກິຈການ ໂຮງງານປຸງແຕ່ແຮ່ທາດ ຈໍານວນ 1,143 ບໍຣິສັດ ມີ 1,336 ໂຄງການ ກະຈາຍຢູ່ທົ່ວປະເທດ, ປັດຈຸບັນ ປະເທດລາວ ມີແຮ່ທາດຕ່າງໆ ຫຼາຍເຖິງ 570 ຈຸດ ໃນເນື້ອທີ່ ເຖິງ 162,104 ກິໂລຕາແມັດ ຫຼືເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ.

ສໍາລັບແຮ່ທາດ ທີ່ຣັຖບານລາວ ອະນຸຍາດໃຫ້ມີການລົງທຶນຂຸດຄົ້ນ ຫຼາຍທີ່ສຸດ ຄື ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫິນ, ຫິນກາວ, ເຫຼັກ, ແກ້ວປະເສີດ, ເກືອກາລີ, ສັງກະສີ, ຫິນປູນ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.