ຫຼາຍບັນຫາ ຈາກໂຄງການ ຂຸດແຮ່ທາດ ຍັງແກ້ໄຂບໍ່ໄດ້

ພອນ ພູມ​ມີ​ທອນ
2025.01.09
ຫຼາຍບັນຫາ ຈາກໂຄງການ ຂຸດແຮ່ທາດ ຍັງແກ້ໄຂບໍ່ໄດ້ ບໍລິສັດຈີນ ພວມໃຊ້ກົນຈັກໜັກ ຈົກດິນ ເພື່ອຫາແຮ່ຄຳ ບໍລິເວນກາງດອນ ໃນແມ່ນ້ຳຂອງ ເຂດເມືອງໝື່ນ ແຂວງວຽງຈັນ. (TS) ເດືອນພຶດສະພາ 2024
RFA

ປັດຈຸບັນ, ຍັງພົບເຫັນບັນຫາ ທີ່ເກີດຂຶ້ນ ຈາກໂຄງການ ຂຸດຄົ້ນແຮ່ທາດ ຫຼາຍໂຄງການ ທີ່ຍັງສືບຕໍ່ ສ້າງຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ວິຖີຊີວິດ ຂອງປະຊາຊົນ ໃນຫຼາຍເຂດ ທົ່ວປະເທດລາວ ແລະ ບໍ່ໄດ້ແກ້ໄຂ ຢ່າງເປັນຮູບປະທຳ ເປັນຕົ້ນ ເຂດບ້ານໝີ່ ແລະ ບ້ານມອນ ຢູ່ເມືອງແປກ ແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຂອງກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ຜູ້ດຽວ ຍ້ອນບໍລິສັດ ໄດ້ເອົາດິນ ຈາກການຂຸດຄົ້ນແຮ່ເຫຼັກ ໄປຖິ້ມໃສ່ຫ້ວຍນ້ຳ ເຮັດໃຫ້ນ້ຳ ກາຍເປັນສີແດງ ແລະ ເສດດິນ ຖົມໃສ່ນາປະຊາຊົນ ຈົນບໍ່ສາມາດໃຊ້ນາ ໄດ້ຄືເກົ່າ.

ນອກຈາກນີ້, ຍັງມີບັນຫາຂີ້ຝຸ່ນໄງ່ ຈາກການແລ່ນລົດ ຂອງລົດແກ່ແຮ່ ຂອງບໍລິສັດ ທີ່ເຮັດໃຫ້ການສັນຈອນ ໃນເຂດບ້ານ ລຳບາກນຳດ້ວຍ.

ແຕ່ມາຮອດປັດຈຸບັນ, ຊາວບ້ານ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ອີງຕາມຄຳເວົ້າ ຂອງຊາວບ້ານ ຢູ່ບ້ານໝີ່, ເມືອງແປກ ແຂວງຊຽງຂວາງ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມັງກອນ 2025 ນີ້ວ່າ:

“ຝົນແລ້ວນີ້, ຍັງບໍ່ແກ້ຫຍັງເນາະ ດິນກໍລົງມາ ນ້ຳແດງກໍລົງມາ. ນາຕົວນັ້ນ, ເຮັດບໍ່ໄດ້ເລີຍ ຄອບຄົວຂອງເຮົາ ມັນກໍຖືກຢູ່ ຍັງບໍ່ເຫັນວ່າ ຈະມາແກ້ແນວໃດ. ຄືເສັ້ນທາງ ປະຊາຊົນທຽວ ຢູ່ທຸກມື້, ລົດນ້ຳ ເຂົາເຈົ້າກໍບໍ່ໃສ່ໃຈ ເຮົາທຽວມາວຽກ ກໍຄົບລົດຍາວເດ້, ຕ້ອງຈອດລໍ 10-20 ນາທີ ຈຶ່ງໄປໄດ້. ຂີ້ຝຸ່ນໄງ່ຫັ້ນແຫຼະ.”

ເຫດການຄ້າຍກັນ ເກີດຂຶ້ນ ຢູ່ທີ່ບ້ານນາເກືອເໜືອ, ເມືອງແອດ ແຂວງຫົວພັນ ຍ້ອນມີການ ຂຸດຄົ້ນແຮ່ທາດ ຫຼາຍປະເພດ ໃນເຂດດັ່ງກ່າວ ເຮັດໃຫ້ເກີດ ເຫດດິນເຈື່ອນ ທັບໃນນາ ຂອງຊາວບ້ານນຳ. ດັ່ງ ຊາວບ້ານ ຢູ່ບ້ານນາເກືອເໜືອ ທ່ານໜຶ່ງ ກ່າວໃນມື້ດຽວກັນວ່າ:

“ເລີ້ມຂຸດຄົ້ນ ມາແຕ່ປີກາຍແລ້ວ, ຫັ້ນນ່າ. ແມ່ນ, ໄດ້ປີປາຍແລ້ວ ເລີ່ມຂຸດຄົ້ນ ເຂົາກໍເອົາມາຫຼາຍແລ້ວ ມັນມີຫຼາຍຢ່າງ, ຫັ້ນນ່າ. ມັນມີເຫຼັກ, ມີຄຳ ມີອີ່ຫຍັງ ມັນກໍແນ່ນອນຢູ່ແລ້ວ ມີດິນເຈື່ອນ ມາຖົມນາ ຖົມຫຍັງ ກໍຫຼາຍຢູ່.”

ກ່ອນໜ້ານີ້, ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 978/ຫສນຍ ລົງວັນທີ 22 ພຶດສະພາ 2024 ວ່າ ໃຫ້ຍຸຕິ ການພິຈາລະນາ ອະນຸມັດໃໝ່ ສຳລັບໂຄງການ ຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ການຂຸດຄົ້ນແຮ່ຊາຍ ທີ່ມີແຮ່ຕິດພັນ ຕາມສາຍນ້ຳຕ່າງໆ.

ເຖິງຢ່າງໃດກໍຕາມ, ກໍຍັງມີ ບໍລິສັດເອກະຊົນ ແລະ ເຈົ້າໜ້າທີ່ ພະນັກງານລັດ ຈຳນວນໜຶ່ງ ທີ່ໄດ້ສວຍໂອກາດ ລັກຂຸດຄົ້ນ ຄຳຕົກຂ້ອນ ຢູ່, ໂດຍປົກປິດ ກິດຈະກຳຂຸດຄົ້ນ ຄຳຕົກຂ້ອນ ບໍ່ໃຫ້ພາກລັດຮູ້ ຫຼື ຂໍຂຸດຄົ້ນ ແຮ່ທາດອື່ນ ແທນການຂຸດຄົ້ນຄຳ ເພື່ອຫຼີກລ່ຽງ ການເສຍອາກອນ ທີ່ສູງກວ່າ, ແຕ່ຕົວຈິງແລ້ວ ມີການລັກຂຸດຄຳ. ດັ່ງຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ນາງໜຶ່ງ ກ່າວໃນມື້ດຽວກັນວ່າ:

“ຄຳຕົກຂ້ອນນີ້ແຫຼະເນາະ, ແຕ່ວ່າ ມີວິທີປົກປິດວ່າ ບໍ່ແມ່ນຄຳຂຸດຂ້ອນ. ປັດຈຸບັນ, ຢູ່ເມືອງໝື່ນ ຍັງມີຢູ່ວ່າ 2 ບໍລິສັດ ທີ່ໄດ້ຮັບອະນຸຍາດເນາະ ແລ້ວເພິ່ນແມ່ນ ມີວິທີວ່າ ໃຫ້ເຮັດວ່າ ປົວແປງ, ຖົມດິນຄືນເນາະ ລັກສະນະວ່າ ອະນຸຍາດໃຫ້ແນວນັ້ນ, ແຕ່ຄວາມເປັນຈິງ ເຂົາເຈົ້າຂຸດຄົ້ນ ຫັ້ນແຫຼະເນາະ.”

ສ່ວນຢູ່ເມືອງປາກລາຍ ແຂວງໄຊຍະບູລີ ກໍຍັງມີຊາວບ້ານ ດຳເນີນການ ລັກສະນະດັ່ງກ່າວນຳ, ໂດຍມີການອອກ ເອກກະສານ ຂຸດຄົ້ນແຮ່ຊາຍ ຢູ່ແຄມແມ່ນ້ຳຂອງ, ແຕ່ຕົວຈິງ ພັດມີການຂຸດຄົ້ນ ແຮ່ຄຳຕົກຂ້ອນ ບໍ່ແມ່ນຂຸດຄົ້ນແຮ່ຊາຍ. ດັ່ງຊາວບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ທ່ານໜຶ່ງ ກ່າວວ່າ:

“ຫາກໍວ່າ ໃນເອກກະສານ ເຮົາລະບຸວ່າ ເປັນການຂຸດຄົ້ນ ຄຳຕົກຂ້ອນ ເຂົາຈະບໍ່ອະນຸມັດເນາະ. ເຮົາອອກເອກກະສານວ່າ ຂຸດຄົ້ນແຮ່ຊາຍ ແລະ ແຮ່ຕິດພັນ, ເຮົາອອກເອກກະສານ ຕົວນີ້ແລ້ວ ເຮົາຈຶ່ງສາມາດເຮັດໄດ້, ແຕ່ວ່າ ເຮົາກໍບໍ່ເຮັດຕົວນັ້ນ, ເຮົາກໍຂຸດຄົ້ນ ແຮ່ຄຳເລີຍ.”

ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 26 ພະຈິກ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກ່າວຕໍ່ກອງປະຊຸມ ວ່າ ລັດຖະບານ ຈະຍຸຕິ ການອະນຸມັດ ໂຄງການແຮ່ທາດ ແບບທົດລອງ ແລະ ໃຫ້ບັນດາ ໂຄງການທົດລອງ ທີ່ໄດ້ອະນຸມັດໄປແລ້ວ ເຂົ້າສູ່ການປະຕິບັດ ຕາມກົນໄກປົກກະຕິ, ຕາມຂັ້ນຕອນກົດໝາຍ ແລະ ລະບຽບການ ລວມເຖິງ ຈະຍຸຕິຖາວອນ ໂຄງການຂຸດຄົ້ນ ແຮ່ຄຳຕົກຂ້ອນ ນຳດ້ວຍ.

ຕໍ່ມາ, ໃນກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2024 ທີ່ຈັດຂຶ້ນ ໃນວັນທີ 6 ມັງກອນ ປີ 2025, ນາຍົກລັດຖະມົນຕີ ກໍໄດ້ມີການຍົກບັນຫາ ໂຄງການບໍ່ແຮ່ ເປັນໜຶ່ງໃນເນື້ອໃນ ກອງປະຊຸມ ທີ່ຕ້ອງໄດ້ຄົ້ນຄວ້າ, ປຶກສາຫາລື ເພື່ອຫາວິທີແກ້ໄຂ ຢ່າງຮອບດ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.