ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊ ແຂວງ ອຸດົມໄຊ ໄດ້ ອອກກວດກາ ແລະ ຍຶດ ຊີ້ນສັດປ່າ ທີ່ ພວກແມ່ຄ້າ ນຳມາຂາຍ ຢູ່ຕາມຕລາດ ໃນວັນທີ 29 ກຸມພາ 2016, ໃນນັ້ນມີທັງ ຊີ້ນໝູປ່າ, ຊີ້ນກວາງ, ຊີ້ນຟານ ແລະ ໄກ່ປ່າ ຮວມນ້ຳໜັກ ໄດ້ກວ່າ 40 ກິໂລກຣາມ.
ເຈົ້າໜ້າທີ່ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວວ່າ:
"ໃນລະຍະຜ່ານມາ ພວກເຮົາກໍ່ໄດ້ ມີການອອກ ແຈ້ງການ ຕິດປ້າຍ ໂຄສະນາ ຕ່າງໆ ໃນການຫ້າມຊື້ ຫ້າມຂາຍສັດປ່າ ປະເພດ ຕ່າງໆ ແຕ່ວ່າ ເຂົາກະຍັງ ບໍ່ຟັງ ພາກັນ ຂາຍ ແບບບໍ່ຢ້ານ ເຈົ້າໜ້າທີ່ ດຽວນີ້ ພວກເຮົາໄດ້ ເອົາຈິງ ໃນເລື້ອງ ການປາບປາມ ກວດກາ ຍຶດ ຂອງກາງ ເພື່ອ ມາທຳລາຍ".
ແຂວງ ອຸດົມໄຊ ຍັງເປັນ ແຂວງນື່ງ ທີ່ມີການ ຊື້ຂາຍ ສັດປ່າ ຕາມຕລາດ ຢ່າງເປີດແປນ ໂດຍ ບໍ່ເກງກົວ ເຈົ້າໜ້າທີ່. ສັດປ່າ ບາງຊນິດ ຄົນຈີນ ຄົນລາວ ນິຍົມ ນໍາມາ ບໍຣິໂພກ, ເອົາມາປຸງ ເປັນຢາ ປົວພຍາດ ຫຼື ຊູກໍາລັງ. ເຈົ້າໜ້າທີ່ ຈຶ່ງ ອອກກວດກາ ຍຶດ ຊີ້ນ ສັດປ່າ ໄປທໍາລາຍ ພ້ອມທັງເອົາ ພວກແມ່ຄ້າ ມາຕັກເຕືອນ.
