ໄຟໄໝ້ປ່າຢູ່ເຂດ ພູຫຍ້າຄາ ຫລັກ 32 ທີ່ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງໄຊ ແຂວງອຸດົມໄຊ ໃນມື້ວັນທີ 3 ວັນທີ 4 ມິນາ 2021 ນີ້. ປັດຈຸບັນໄຟໄດ້ມອດໝົດແລ້ວ ແຕ່ຍັງບໍ່ຮູ້ວ່າໄຟໄໝ້ນັ້ນ ເກີດຍ້ອນຫຍັງກັນແທ້, ດັ່ງເຈົ້າໜ້າທີ່ເມືອງໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 9 ມິນາ ນີ້ວ່າ:
”ວັນທີ 3 ວັນທີ 4 ນີ້ແຫຼະ ມອດແລ້ວ ກໍຫຼາຍຢູ່ ເພາະວ່າມັນເປັນປ່າຫຍ້າຄານໍ້, ຖ້າຖືກໄຟໜິດນຶ່ງມັນກໍໄໝ້ໄປເບິດເລີຍ ເພາະວ່າ ອາກາດມັນຮ້ອນໂພດ ແລ້ວກໍແຖວໃກ້ໆເຂົາເຈົ້າ ເຮັດສວນຢູ່ໃກ້ໆ ລາມໄປເບາະ.”
ປະຊາຊົນ ຢູ່ເມືອງໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຫດການໄຟໄໝ້ ຄືແນວນີ້ເກີດຂຶ້ນຫຼາຍເທື່ອແລ້ວ ໃນໄລຍະຣະດູແລ້ງ ຊຶ່ງຕົນເອງກໍຮູ້ສຶກເສັຽໃຈນໍາ:
“ແຕ່ລະປີມັນກໍມີຢູ່ ປາກົດການນີ້ ອັນນີ້ກໍທັມດາຢູ່ແລ້ວ ມັນກໍຕ້ອງມີຄວາມວິຕົກກັງວົນ ແລ້ວກໍເປັນຫ່ວງກ່ຽວກັບແຫຼ່ງທ່ອງທ່ຽວ ນີ້ເນາະ ທັມມະດາຫຍ້າຄາ ກໍຕ້ອງເປັນຫຍ້າ ກໍຕ້ອງ ເປັນຫຍ້າຄາສີຂຽວງາມ ປ່າໄມ້ກໍຕ້ອງເປັນປ່າໄມ້ ຂຽວສົດງົດງາມ ແຕ່ວ່າ ອັນນີ້ກໍເປັນ ເຫດສຸດວິສັຍ ມັນກໍຫ້າມບໍ່ໄດ້ເນາະ.”
ແລະປະຊາຊົນຢູ່ເມືອງໄຊ ອີກທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມິນາ ນີ້ວ່າ ຮູ້ສຶກເສັຽໃຈ ທີ່ແຫຼ່ງທ່ອງທ່ຽວທາງ ທັມມະຊາດ ຖືກໄຟໄໝ້:
“ມັນໄປໄໝ້ແຫຼ່ງທ່ອງທ່ຽວ ແບບນີ້ ພວກເຮົາກໍຮູ້ສຶກເສັຽດາຍ ກໍຮູ້ສຶກເສັຽໃຈແຫຼະ ທີ່ວ່າເຂດໄປຕັ້ງແຄັມນີ້ ຖືວ່າໄໝ້ເກືອບໝົດເຈົ້າ, ມັນເປັນພູທີ່ວ່າໄກຈາກໝູ່ບ້ານ ເກືອບ 10 ກິໂລ ຈະບໍ່ມີຄົນທີ່ວ່າ ອາສັຍຢູ່ເຂດນັ້ນຫັ້ນ ມີແຕ່ເຂົາເຈົ້າລ້ຽງງົວ ລ້ຽງຄວາຍ.”
ປະຊາຊົນຢູ່ເມືອງໄຊ ອີກທ່ານນຶ່ງ ກໍເວົ້າວ່າ ພື້ນທີ່ປ່າແຖວນີ້ ເກີດໄຟໄໝ້ຫຼາຍເທື່ອແລ້ວ, ເມື່ອປີກາຍກໍເກີດໄຟໄໝ້ ຢູ່ຝັ່ງເມືອງຫຼາ ແຂວງອຸດົມໄຊ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິນາ 2021 ນີ້ວ່າ:
”ປີກາຍນີ້ມັນກໍໄໝ້ ຢູ່ອີກມຸມນຶ່ງຂອງພູ ຝັ່ງເມືອງຫຼາ ເມື່ອກ່ອນມັນບໍ່ມີແຫຼ່ງທ່ອງທ່ຽວ ຄົນກໍບໍ່ໄດ້ສົນໃຈປານໃດ ຫຼາຍພາກສ່ວນບໍ່ມີ ແບບແຜນຄຸ້ມຄອງທີ່ດີ.”
ກ່ຽວກັບ ກໍຣະນິດັ່ງກ່າວ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ຖາມໄປຍັງ ຜແນກກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ອີງຕາມການລາຍງານ ຂອງສື່ທ້ອງຖິ່ນ ຢູ່ປະເທດລາວ ໃນວັນທີ 8 ມິນາ 2021, ໄດ້ມີໄຟໄໝ້ປ່າ ລາມໄປເຖິງພູຫຍ້າຄາ ຫລັກ 32.
ເມື່ອປີ 2020 ທີ່ຜ່ານມາ ແຕ່ເດືອນມິນາ ຫາ ເດືອນເມສາ ໄດ້ເກີດໄຟໄໝ້ປ່າສງວນ ຢູ່ແຂວງອຸດົມໄຊ ເຮັດໃຫ້ເນື້ອທີ່ປ່າໄມ້ ເສັຽຫາຍຫຼາຍກວ່າ 42,000 ເຮັກຕາ ຊຶ່ງໃນນັ້ນ ຢູ່ເມືອງໄຊ ເສັຽຫາຍຫຼາຍກວ່າ 18,000 ເຮັກຕາ ແລະ ຢູ່ເມືອງງາ 9,700 ປາຍເຮັກຕາ.
ທາງການລາວເວົ້າວ່າ ສາເຫດທີ່ເຮັດໃຫ້ມີໄຟໄໝ້ປ່າ ນັ້ນແມ່ນເກີດຈາກການຈູດໄຮ່ ຈູດສວນ ຂອງປະຊາຊົນ ແລະວ່າ ເມື່ອຈູດແລ້ວ ກໍບໍ່ໄດ້ມອດໄຟ ຫລື ມອດກໍມອດບໍ່ເບິດ ຫລືຍ້ອນການຈູດປ່າເພື່ອລ່ ເນື້ອ.