ສັດປ່າຖືກລ້າຢູ່ປ່າ ຫວງຫ້າມ ບໍ່ຢຸດຢ່ອນ

ສິດນີ
2021.04.01
ສັດປ່າຖືກລ້າຢູ່ປ່າ ຫວງຫ້າມ ບໍ່ຢຸດຢ່ອນ ຈໍາພວກໝີນ້ອຍໂຕແມ່ ທີ່ ອົງການອະນຸຮັກ ປົກປ້ອງສັດປ່າ ນໍາມາລ້ຽງໄວ້ ໃນສວນສັດໃນປ່າ ແຂວງຫຼວງພຣະບາງ.
Photo credit: LPWS

ຂ່າວອັບເດດ (ເວລາ 5:25 ໂມງແລງ ວັນທີ 26 ກໍຣະກະດາ 2021 ຕາມເວລາ ໃນກຸງວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ)

ເມື່ອບໍ່ດົນມານີ້ ມີກຸ່ມຊາວບ້ານຈຳນວນນຶ່ງ ໃນເມືອງຫິນເຫີບ ແຂວງວຽງຈັນ ໄດ້ລັກລອບເຂົ້າໄປລ້າງົວກະທິງ ຫຼື ເມີຍໃນເຂດປ່າ ສງວນແຫ່ງຊາດ ພູມິດ-ພູສັນ ເຂື່ອນ ຊຶ່ງເປັນສັດສງວນ ແລະ ຫວງຫ້າມຂອງທາງການລາວ ແລະ ອົງການອະນຸຮັກສັດປ່າ ສາກົນ ໃນປັດຈຸບັນ ຊາວບ້ານກຸ່ມດັ່ງກ່າວ ຖືກເຈົ້າຫນ້າທີ່ ຄຸ້ມຄອງປ່າສງວນແຫ່ງຊາດ ແຂວງວຽງຈັນ ດຳເນີນຄະດີ ຕາມກົດຫມາຍແລ້ວ. ດັ່ງເຈົ້າຫນ້າທີ່ຄຸ້ມຄອງປ່າສງວນ ແຫ່ງຊາດ ແຂວງວຽງຈັນ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 25 ມິນາ ຜ່ານມາວ່າ:

“ເຂົາຈັບກັນແລ້ວ ກຳລັງດຳເນີນຄະດີ ເປັນກຸ່ມຊາວບ້ານທັມມະດານີ້ແຫຼະ ພວກນັກລ້ານີ້ມັນກະຈຸດຫລັກໆ ນີ້ມັນກະມາເວົ້າເຣື້ອງ ຊີ້ນມັນ ແລ້ວກະຄັນຖ້າວ່າມັນມີ ພວກກຸ່ມທີ່່ບໍ່ດີ ມັນກະຊຸຸກຍູ້ສົ່ງເສີມ ເອົາບີມັນຫ້ັນ”

ທ່ານກ່າວຕື່ມວ່າ ຈາກການສອບປາກຄຳ ກຸ່ມຄົນລ້າສັດປ່າ ບອກວ່າ ເປັນພຽງກຸ່ມຊາວບ້່ານທັມມະດາ ທີ່ອາສັຍຢູ່ເຂດປ່າສງວນ ແລະໄດ້ເຂົ້າໄປລັກລອບລ້າສັດປ່າ ເພື່ອນຳມາກິນ ເອງແລະຂາຍ ໃຫ້ຄົນທ້ອງຖິ່ນ ແຕ່ເຈົ້າຫນ້າທີ່ປ່າສງວນ ເຫັນຮູບພາບການ ລ້າສັດປ່າ ໃນກ້ອງວົງຈອນປິດ ທີ່ໃຊ້ໃນການເບິ່ງສັດປ່າ ຈຶ່ງພາກກັນໄປຕິດຕາມ ກຸ່ມຄົນດັ່ງກ່າວໄດ້ທັນເວລາ ແລະບໍ່ມີສັດປ່າ ຊນິດໃດຖືກຂ້າ.

ເປົ້າຫມາຍຂອງກຸ່ມລ້າສັດປ່າ ເທື່ອນີ້ ຄື; ງົວກະທິງ ຊຶ່ງເປັນສັດປ່າ ທີ່ລ້ຽງລູກດ້ວຍນ້ຳນົມ ທີ່ຖືກຈັດເຂົ້າໃນບັນຊີສັດປ່າ ທີ່ສງວນ ແລະຫວງຫ້າມຂອງທາງການລາວ ແລະ ສາກົນ ແຕ່ຮູບລັກສນະ ຂອງກະທິງກໍຄ້າຍກັບຄວາຍ ຫລື ງົວ ສ່ວນຫລາຍຊາວບ້ານ ຈະລ້າເອົາຊີ້ນ ແລະ ບີ ໄປກິນ ແລະແບ່ງພູດຂາຍໃຫ້ຄົນທ້ອງຖິ່ນ ຈະບໍ່ເອົາໄປຂາຍໃນຕລາດໃຫຍ່ ຍ້ອນຜິດກົດຫມາຍ.

ປັດຈຸບັນປ່າສງວນ ພູມິດ-ພູສັນ ເຂື່ອນ ມີງົວກະທິງທີ່ຖືກຄົ້ນພົບປະມານ 5 ໂຕ ຄາດວ່າຈະມີຫຼາຍກວ່ານັ້ນ ແຕ່ຍັງບໍ່ທັນພົບເຫັນ ທາງການເວົ້າວ່າ ໃນອະນາຄົດ ອາດຈະພົບເຫັນ ຫລາຍກວ່ານັ້ນ ພ້ອມທັງສັດປ່າ ທີ່ຫວງຫ້າມປະເພດອື່ນໆ ຍ້ອນວ່າ ເຈົ້າຫນ້າທີ ປ່າສງວນ ຈະເຂົ້າໄປຕິດກ້ອງວົງຈອດປິດ ຕາມຈຸດຕ່າງໆ ໃນປ່າສງວນແຫ່ງນີ້ ເພີ້ມຂື້ນ.

ກ່ຽວກັບເຣື້ອງນີ້ ຊາວບ້ານຜູ້ນຶ່ງ ຢູ່ເມືອງຫິນເຫີບ ແຂວງວຽງຈັນກ່າວວ່າ ສັດປ່າມີຂາຍຫຼາຍໃນໄລຍະນີ້ ເພາະຄົນນິນົມ ຊີື້ກິນຍ້ອນ ຣາຄາຖືກກວ່າຊີ້ນ ສັດທັມມະດາໃນຕລາດ ແຕ່ ສັດປ່າ ທີ່ເອົາມາຂາຍ ຈະຂາຍຕາມຕລາດນ້ອຍ ແລະຕາມແຄມທາງ ໃຫ້ຄົນທີຮູ້ ຈັກກັນເທ່ົານັ້ນ ຈະບໍ່ຂາຍໃນຕລາດໃຫຍ່ ຍ້ອນຢ້ານຖືກເຈົ້າຫນ້າທີ່ຈັບ.

“ກະມີແຕ່ຕລາດນ້ອຍຫັ້ນແຫຼະ ທີ່ຂະເຈົ້າຂາຍສັດປ່າ ກະຊື້ຫັ້ນແຫຼ້ວ ຂະເຈົາກະຊື້ກິນປູບໍ ຫມູ່ປ່າໂລລະ 50 ພັນກີບ ຊີ້ນງົວໂລ 80 ພັນກີບ ໂຕກະຮອກ ກະໂຕລະ 35 ພັນກີບ”

ຊາວບ້ານອີກຜູ້ນຶ່ງ ຢູ່ ເມືອງກາສີ ແຂວງວຽງຈັນເວົ້າວ່າ ຄົນລາວນິຍົມກິນຊີ້ນສັດປ່າ ຫລາຍກວ່າສັດບ້ານ ຖ້າຫາກມີຊີ້ນສັດປ່າຂາຍ ໃນຕລາດຄົນກໍພາກັນຊື້ຫມົດບໍ່ເຫຼືອ ສ່ວນຊີ້ນ ກະທິງ ຫາຊື້ຍາກ ເພາະເປັນສັດປ່າສງວນ ແລະປົກປ້ອງ ບໍ່ມີຂາຍໃນຕລາດໃຫຍ່ ຍົກເວັ້ນ ຈະມີຄົນລັກມາຂາຍ ຫຼາຍປີຜ່ານມາ ມີຄົນເອົາຊີ້ນກະທິງ ມາຂາຍຊີ້ນກະຄ້າຍຄືກັນ ກັບຊີ້ນງົວ ຫລືຄວາຍ ສາມາດເອົາມາ ປຸງແຕ່ງເປັນອາຫານກິນໄດ້ເໝືອນກັນ.

“ເອີ! ກິນເຂົາກິນ ມັນມີແລ້ວເຂົາກິນແຫລະ ສູ່ມື້ນີ້ນະ ຄົນມີຕລາດເຂົາຊື້ກິນດອກ ຄັນບໍ່ມີໃນຕລາດເຂົາກະບໍ່ຊື້ ມັນກະຄືໂຕງົວ ໂຕ ຄວາຍຄືກັນຫັ້ນແຫຼະ ໂຕຫມູກະຄືກັນຫັ້ນແຫຼະ.”

ເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງເວົ້າວ່າ ການລ່າສັດປ່າເປັນອາຫານ ຫລື ເອົາໄປຂາຍຂອງຊາວບ້ານ ເປັນເຣື້ອງປົກກະຕິໃນເຂດ ດັ່ງກ່າວ ແຕ່ການລ້າສັດປ່າ ທີ່ປົກປ້ອງແລະຫວງຫ້າມ ທີ່ຊາວບ້ານບໍ່ຮູ້ ເປັນຕົ້ນກະທິງ ກວາງ ໂອ່ງ ມັ່ງ ແລະນົກ ບາງຊນິດ ຈະເກີດບັນຫາໃຫ້ແກ່ຂະເຈົ້າ ຊຶ່ງໃນປັດຈຸບັນທາງການ ກໍໄດ້ລົງໄປໃຫ້ຂໍ້ມູນ ແກ່ຊາວບ້ານໃນການລ້າສັດປ່າ ເພື່ອບໍ່ໃຫ້ຖືກເຈົ້າ ຫນ້າທີ່ຈັບແລະລົງໂທດ ແຕ່ກໍຍັງມີຄົນລັກເຂົ້າໄປລ້າ ຢູ່ຍ້ອນຄວາມທຸກຍາກບໍ່ມີອາຫານການກິນ ແລະຣາຍໄດ້ລ້ຽງຄອບຄົວ.

ນອກຈາກແຂວງວຽງຈັນ ແລ້ວ ທີ່ມີຊາວບ້ານເຂົ້າໄປລັກລ້າສັດປ່າຖືກຈັບ, ໃນປີ 2020 ທີ່ ແຂວງອຸດົມໄຊ ເຈົ້າຫນ້າທີ່ກໍໄດ້ກວດ ຍຶດຊີ້ນສັດປ່າຈຳນວນ 414 ຊິ້ນສ່ວນ ນ້ຳຫນັກ ປະມານ 155 ກິໂລກຣາມ ໃນນັ້ນ ເປັນຊິ້ນສ່ວນສັດປ່າ ປະເພດຫວງຫ້າມ ໃນບັນຊີ 1ແລະ 2 , ບັນຊີ 1 ແມ່ນ ຊິ້ນສ່ວນ ກວາງ ລິງລົມ ແລະ ບ່າງ ແລະບັນຊີສອງ ແມ່ນຟານ ນົກ ເຈັຽ ຫມູປ່າ ນອກຈາກນັ້ນ ກໍມີຊິ້ນສ່ວນສັດປ່າ ຊນິດອື່ນປະມານ 107 ຊິ້ນສ່ວນ ທັງຫົມດຖືກລ້າ ມາກິນແລະຂາຍ.

ປັດຈຸບັນ ສປປລາວ ມີ ກົດຫມາຍມາດຕຣາ 24 ວ່າດ້ວຍການຫ້າມລ້າສັດນ້ຳ ແລະສັດປ່າ ທີ່ກຳນົດໄວ້ຢ່າງຈະແຈ້ງ ຊຶ່ງສັດນໍ້າ ແລະສັດປ່າທີ່ກຳນົດໄວ້ ໃນບັນຊີ 1 ນັ້ນ ຫ້າມລ້າ ເດັດຂາດ ຍົກເວັ້ນແຕ່ກໍຣະນີ ຈຳເປັນເພື່ອການຄົ້ນຄວ້າ ແລະ ຂຍາຍພັນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກທາງການກ່ອນ ແລະໃນກໍຣະນີ ທີ່ສັດປ່າເຂົ້າມາລຸກລານ ຊາວບ້ານເປັນຕົ້່ນ ຊ້າງປ່າທີ່ເປັນ ອັນຕະຣາຍ ຕໍ່ຊິວິດ ແລະ ຊັບສິນ ຂອງປະຊາຊົນ ກໍໃຫ້ຣາຍງານຕໍ່ເຈົ້າຫນ້າທີ່ກ່ຽວຂ້ອງ ເຂົ້່າໄປແກ້ໄຂຫ້າມທຳລາຍ ຫລືຂ້າສັດປ່າ ດັ່ງກ່າວ.

ນັກອະນຸຮັກສັດປ່າ ກັງວົນຕໍ່ສະພາບການລ້າສັດປ່າໃນລາວ ທີ່ສົ່ງຜົລໃຫ້ສັດປ່າ ຫຼາຍຊນິດມີຄວາມສ່ຽງຕໍ່ການສູນພັນ. ຈາກຂໍ້ມູນ ການຣາຍງານຂອງເຈົ້າໜ້າທີ່ອະນຸຮັກປ່າ ຫຼາຍເຂດໃນລາວ ຍັງພົບວ່າແຕ່ລະມື້ ມີປະຊາຊົນເຂົ້າໄປຫາກິນໃນປ່າ ທັມມະຊາດ ທັງລ້າສັດ ແລະ ຊອກເຄື່ອງປ່າຂອງດົົງ ເພື່ອມາລ້ຽງຄອບຄົວ ແລະ ສ້າງຣາຍໄດ້ ເພາະການ ຫາກິນ ໃນປ່າເປັນຄວາມເຄີຍຊິນ ທີ່ສືບຕໍ່ກັນມາ ແຕ່ບັນພະບຸຣຸດ.

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ການຣາຍງານຂອງມູລນິທິ ອະນຸຮັກສັດປ່າ ໃນລາວພົບວ່າປີ 2020 ສັດປ່າບາງຊນິດໃນລາວ ໃກ້ຈະສູນພັນ ເປັນຕົ້ນ ໝີ, ທະນີ ແລະ ຄ່າງ ສ່ວນໃນປີ 2021 ຄາດວ່າ ໝີ, ທະນີ ແລະ ຄ່າງ ຈະບໍ່ຖືກປະຊາຊົນ ລ້າຕື່ມ ຍ້ອນພວກມັນມີ ຈຳນວນຫຼຸດລົງຫຼາຍ ແລະຫາຍາກໃນປ່າ.

ປັຈຈຸບັນມູລນິທິ ອະນຸຮັກສັດປ່າ ຍັງຂາດງົບປະມານ ໃນການເຮັດວຽກ, ອັດຕຣາການກິນຂອງ ພະນັກງານ ແລະ ການໂຄສະນາ ປະຊາສັມພັນ ໃຫ້ປະຊາຊົນເຂົ້າໃຈ ເຖິງຜົລຮ້າຍ ຂອງການລ້າ ສັດປ່າ ກໍຂາດເຂີນແລະບໍ່ພຽງພໍ.

ການຂາດງົບປະມານ ສົ່ງຜົລກະທົບ ຕໍ່ການອຸນັກຮັກສັດປ່າ ໃນປ່າສງວນແຫ່ງຊາດ ຫຼາຍແຫ່ງ ເຈົ້າໜ້າຜແນກກະສິກັມ ແລະ ປ່າໄມ້ແຂວງຫຼວງນໍ້າທາ ເວົ້າວ່າບໍ່ມີ ງົບປະມານຈ້າງ ພະນັກງານ ລາດຕະເວນກວດກາ ບໍຣິເວນຂອບເຂດບ້ານ ທີ່ມີການລ້າ ສັດປ່າ. ໃນຫລາຍພື້ນທີ່ໃນແຂວງ ຈຶ່ງເຮັດໃຫ້ການລັກລອບລ້າສັດປ່າ ບໍ່ຖືກປາບປາມແລະຈັບກຸມ. ແຕ່ໃນບາງ ກະໍຣະນີ ກໍສາມາດຈັບໄດ້ ເປັນຕົ້ນ ໃນຕລາດນ້ອຍ ແລະໃນແຄມທາງທີ່ປະຊາຊົນເອົາມາຂາຍ.

ທ່ານກ່າວຕື່ມວ່າ ໃນປີ 2020 ເຈົ້າໜ້າທີ່ ສາມາດຍຶດຕີນໝີ ໄດ້ຫຼາຍຕີນ. ຫົວງົວ ກະທິງ ບໍ່ມີເຂົາ 7 ຫົວ ແລະ ຊ້າງປ່າຖືກຍິງຕາຍ ສອງເຊືອກ. ເຈົ້າຫນ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງເວົ້າວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ທາງການໄດ້ກຳນົດຂອບເຂດ ຢ່າງຈະແຈ້ງ ຫ້າມ ບໍໃຫ້ຊາວບ້ານເຂົ້າໄປລ້າສັດໃນປ່າສງວນ ແລະປ່າປົກປ້ອງ ຮ່ວມດ້ວຍການເຜີຍແຜ່ ຄວາມຮູ້ ທາງດ້ານກົດຫມາຍ ເພື່ອໃຫ້ຊາວບ້ານ ເຂົ້າໃຈ ຄວາມຜິດໃນການລ້າສັດປ່າ ທີ່ຫວງຫ້າມແລະປົກປ້ອງ ຈາກທາງການແລະສາກົນ.

“ເພາະມັນໃກ້ບ່ອນຫາຢູ່ຫາກິນ ຂອງປະຊາຊົນຫັ້ນນ່າເນາະ ເຮົາຕ້ອງໄດ້ລົງທຶນ ໃຫ້ຂະເຈົາເຮັດນັ້ນເຮັດນີ້ ບໍ່ໃຫ້ຂະເຈົ້າເຂົ້າໄປໃນ ປ່າຫຼາຍ ຂນາດເຂດທີເຮົາອະນຸຮັກ ປະຊາຊົນ ກະຍັງເຂົ້າໄປເນາະ ບາງເທື່ອກະດາຍ ບໍ່ຢາກໃຫ້ຂະເຈົາເຂົ້າໄປ ຄັນເຂົ້າໄປເຮົາ ຕ້ອງໄດ້ວາງ ຣະບຽບກົດຫມາຍໄວ້ການຈັດຕ້ັງບ້ານແລ້ວເດ”

ທີ່ແຂວງຊຽງຂວາງ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ເມືອງໜອງແຮັດ ແຂວງຊຽງຂວາງກ່າວວ່າ ການລ້າສັດປ່າໄດ້ຫຼຸດລົງ ແດ່ແລ້ວ ເປັນຕົ້ນແມ່ນຟານ ເນື່ອງຈາກປະຊາກອນ ຟານຫຼຸດລົງຫຼາຍ ແລະ ຜ່ານມາທາງການ ກໍເຂັ້ມງວດກ່ຽວກັບເຣື້ອງນີ້ ໃນການລາດຕະເວັນ ເຈົ້າໜ້າທີ່ກໍໄດ້ຍຶດອາວຸດ ລ້າສັດຂອງປະຊາຊົນ.

ປັຈຈຸບັນຊນິດພັນສັດປ່າ ທີ່ມີຢູ່ໃນລາວ ໂດຍສະເພາະສັດປ່າ ປະເພດຫວງຫ້າມ ຫຼືຂຶ້ນບັນຊີ 1 ເປັນບັນຊີແດງ ແມ່ນສັດປ່າທີ່ຫາ ຍາກແລະໃກ້ຈະສູນພັນ ຂອງອົງການ IUCN ແລະສົນທິສັນຍາ ສາກົນ CITES ທີ່ລາວ ເປັນສະມາຊິກ ເຊັ່ນ: ຊ້າງ, ງົວປ່າ, ເສື່ອໂຄ່ງ, ໂອງ-ມັ່ງ, ທະນີ, ນົກຂຽນ, ເສົາຫຼາ ແລະ ຂະຍຸ.

ເມື່ອເດືອນພຶສພາປີ 2018 ຫ້ອງການສຳນັກງານ ນາຍົກຣັຖມົນຕຼີ ໄດ້ອອກຄຳສັ່ງເລກທີ 5 ກ່ຽວກັບການຈັດການ, ການກວດກາ ສັດປ່າ ແລະພືດປ່າຕ້ອງຫ້າມເຊິ່ງຄຳສັ່ງດັ່ງກ່າວ ໄດ້ເພີ່ມບົດລົງໂທດ ກ່ຽວກັບການຣະເມີດສັດປ່າ ໃຫ້ມີການລົງໂທດແຮງຂຶ້ນ. ພ້ອມທັງໃຊ້ ມາຕການຄຸ້ມຄອງສັດປ່າ ຢ່າງເຂັ້ມງວດ.

ຢ່າງໃດກໍຕາມປັຈຈຸບັນ ຣັຖບານລາວ ມີກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ເພື່ອໃຊ້ສຳລັບລົງໂທດ ຜູ້ກະທໍາຜິດກ່ຽວກັບສັດປ່າ ເຊິ່ງ ຢູ່ໃນ ມາດຕຣາ 71 ຂອງກົດໝາຍ ວ່າດ້ວຍບຸກຄົນ ໃດມີຄວາມຜິດ ທາງອາຍາ ກ່ຽວກັບການລ້າສັດນໍ້າ-ສັດປ່າ ທີ່ຫາຍາກແລະ ຕ້ອງຫ້າມ ຈະຖືກດຳເນີນຄະດີອາຍາ ມີໂທດຈຳຄຸກຕັ້ງແຕ່ 3 ເດືອນ ຫາ 5 ປີ ແລ້ວແຕ່ກໍຣະນີ. ສັດປ່າໃນລາວຫລາຍຊນິດ ສ່ຽງຕໍ່ການສູນພັນ ຖ້່າບໍ່ມີການອະນຸຮັກແລະປົກປ້ອງ.

ຂໍ້ຄວາມຈາກບັນນາທິການ: ຮູບພາບທໍາອິດ ທີ່ໃຊ້ປະກອບໃນບົດຄວາມນີ້ ໄດ້ໃຫ້ເຄຣດິດເຈົ້າຂອງຮູບຜິດພາດໄປ ຈຶ່ງໄດ້ຖືກປ່ຽນ ອອກແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.