ບ້ານຈັດສັນເຂື່ອນນໍ້າອູ 4 ສ່ຽງຕໍ່ ດິນເຈື່ອນ

0:00 / 0:00

ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນນໍ້າອູ 4 ຫາກໍ່ໂຍກຍ້າຍເຂົ້າໄປຢູ່ ບ້ານຈັດສັນ ທີ່ໂຄງການຈັດເປັນທີ່ຢູ່ຖາວອນໄດ້ ພຽງ 6 ເດືອນ ເທົ່ານັ້ນ ຈຸດດັ່ງກ່າວ ກໍ່ເກີດເຫດດິນເຈື່ອນ ຍັບເຂົ້າໃກ້ຈະຮອດ ເຮືອນປະຊາຊົນແລ້ວຍັງເຫຼືອພຽງ 1 ແມັດເທົ່ານັ້ນ. ດັ່ງ ປະຊາຊົນເຂດບ້ານຕາງກົກ ທີ່ຍ້າຍເຂົ້າມາຢູ່ບ້ານຈັດສັນ ເຂື່ອນນໍ້າອູ 4 ໄດ້ກ່າວຕໍ່ RFA ໃນວັນທີ 13 ສິງຫາ ວ່າ:

"ດຽວນີ້ແລ້ວແມ່ນເຈື່ອນ ມັນເຈື່ອນຫຼາຍໃດ໋ ເຂົ້າໃນເຮືອນໃດ ແມັດນຶ່ງກໍ່ບໍ່ຮອດແລ້ວນະ ຈາກແຄມເຮືອນເລີຍນ່າ ດຽວນີ້ບາດຝົນໃສ່ ມັນ ກໍລົງໂອ້ ຍຸບໂອ ມັນດິນຂີ້ຄວາຍ ແຫຼະທຳອິດແລ້ວເຂົາວ່າ ດິນທຳມະຊາດໝົດ ເຂົາຕົວະເຮົາເນາະ ເຂົາວ່າແມ່ນດິນ ທຳມະຊາດໝົດ ສຳລັບດິນເຮືອນນີ້ ດິນທຳມະຊາດໝົດດິນດີໝົດ ຕົວະເຮົາເນາະ."

ຊາວບ້ານຕື່ມວ່າບັນຫາດິນເຈື່ອນ ສົ່ງຜົລກະທົບຕໍ່ 2 ເຂດພາຍໃນບ້ານຈັດສັນ ເຂື່ອນນໍ້າອູ 4 ເຊັ່ນເຂດບ້ານຈັດສັນ ຂອງປະຊາຊົນທີ່ຍ້າຍ ມາຈາກບ້ານຕາງກົກ ແລະ ບ້ານຫ້ວຍລີກ ຮວມແລ້ວປະມານ 100 ປາຍຄອບຄົວ.

ນັບແຕ່ເດືອນມິຖຸນາ ປີ 2019 ເປັນຕົ້ນມາ ດິນກໍ່ເຣີ້ມເຈື່ອນຮອດແຄມເຮືອນ ຂອງປະຊາຊົນຈົນເຮືອນປະຊາຊົນ ໃກ້ຈະຕົກພູແລ້ວ ສ່ວນ ສາເຫດດິນເຈື່ອນນັ້ນ ກໍຍ້ອນຄນະຈັດສັນເຂື່ອນ ເລືອກພື້ນທີ່ລົ່ມຫຼືດິນ ບໍ່ແຂງມາສ້າງເຮືອນ.

ຕໍ່ບັນຫານີ້ປະຊາຊົນບ້ານຫ້ວຍລີກ ເຊິ່ງຢູ່ໃນເຂດທີ່ກຳລັງປະສົບບັນຫາ ດຽວກັນກໍກ່າວວ່າ ພວກເຮົາເຄີຍໄປຮຽກຮ້ອງ ໃຫ້ບໍຣິສັດມາຊ່ອຍ ແກ້ໄຂ ແລ້ວແຕ່ກໍ່ມິດງຽບ ດຽວນີ້ມັນມີຄວາມສ່ຽງຫຼາຍ:

"ຜູ້ອອກບໍຣິສັດວຽກການ ຈັດສັນນີ້ແຫຼະ ບໍ່ມາເບີ່ງເລີຍ ບໍ່ມາເບີ່ງເລີຍມັນແຮງຈະຍຸບ ໄປດຽວນີ້ນ່າມັນເປັນຄວາມສ່ຽງ ໝົດດຽວນີ້ນ່າ ດິນ ແຄມບ້ານນັ້ນມັນມີບ້ານຕາກົກເນາະ ທີ່ເຫັນ ແລະບ້ານຫ້ວຍລີກເປັນຕາຢ້ານໂອ."

ຕໍ່ບັນດັ່ງກ່າວ ເຈົ້າໜ້າທີ່ຫ້ອງການພລັງງານ ແລະບໍ່ແຮ່ເມືອງຂວາ ແຂວງຜົ້ງສາລີ ໄດ້ກ່າວຕໍ່ນັກຂ່າວ RFA ວ່າ ຈະໃຫ້ພະນັກງານລົງໄປ ກວດກາ ໃນອາທິດນີ້ ຖ້າບັນຫາດິນເຈື່ອນ ເປັນຄວາມຈິງຈະປະສານໃຫ້ທາງບໍຣິສັດ ຊ່ອຍແກ້ໄຂໃຫ້ປະຊາຊົນ.

ເຂື່ອນນໍ້າອູ 4 ຂນາດ 132 ເມກາວັດ ເປັນຂອງບໍຣິສັດຊີໂນໄຮໂດຣ ຂອງຈີນ ຕາມຜແຜນການຈະເຣີ້ມທົດລອງຜລິດໄຟຟ້າ ໃນເດືອນ ຕຸລາ ປີ 2020 ຈະສ້າງສຳເຣັດໃນປີ 2021 ເຂື່ອນນໍ້າອູ 4 ມີປະຊາຊົນ 5 ບ້ານຢູ່ເມືອງຂວາ ຕ້ອງຍ້າຍມາຢູ່ບ້ານ ຈັດສັນ ແລະຫາກໍ ຍ້າຍສຳເຣັດ ໃນທ້າຍປີ 2019 ນີ້.