ນາເຂົ້າ, ແຫລ່ງນໍ້າຊຸມຊົນ ແລະ ຄວາຍ ຂອງຊາວບ້ານແກ້ງໃຫຍ່ ເມືອງໄຊເຊດຖາ ແຂວງອັດຕະປື ຖືກຜົລກະທົບ ຈາກການປ່ອຍນໍ້າເປີະເປື້ອນ ແລະການຖິ້ມຂີ້ເຫຍື້ອສະຊາຍ ຈາກໂຮງງານແສ່ລ້າງ ອນາມັຍຂອງ ບໍຣິສັດ ທາໂກ້ ນິຍົມສີ່ ເຂດນາເລົ້າຫລວງ ຂອງນັກລົງທຶນຊາວວຽດນາມ.
ສະເພາະນາຂອງ 2 ຄອບຄົວ ໄດ້ສົ່ງຄຳຮ້ອງຮຽນໄປຫາ ສະພາປະຊາຊົນ ແລະຫ້ອງວ່າການປົກຄອງເມືອງ, ເມືອງໄຊເຊດຖາ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ປະສານກັບບໍຣິສັດວຽດນາມ ຂຸດຮ່ອງຣະບາຍນໍ້າ ໂດຍບໍ່ໃຫ້ນໍ້າເປື້ອນນັ້ນໄຫລລົງສູ່ພື້ນຮ່ອງນາແຊງ ຂອງຊາວບ້ານເນື່ອງຈາກວ່າ ໃກ້ຈະຮອດຣະດູເຮັດນາປີແລ້ວ ກັງວົນວ່າຜົລຜລິດ ຈາກການເຮັດນາປີຈະບໍ່ໄດ້ດີ ຍ້ອນນໍ້າປົນເປື້ອນສານເຄມີ ຈາກໂຮງງານກ້ວຍນີ້. ຫາກຂຸດຮ່ອງຣະບາຍນໍ້າບໍ່ໄດ້ ກໍໃຫ້ບໍຣິສັດດັ່ງກ່າວສູບນໍ້າເປື້ອນນັ້ນ ອອກຈາກນາເຂົ້າຂອງຊາວນາແທນ.
ດັ່ງເຈົ້າຂອງນາ ຜູ້ຖືກຜົລກະທົບກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 12 ເມສານີ້ວ່າ:
“ກ່ຽວກັບບໍຣິສັດ ອັນນ່າປູກກ້ວຍໄປປ່ອຍນໍ້າເສຍ ນໍ້າລ້າງກ້ວຍໃສ່ນາປະຊາຊົນ 2 ຄອບຄົວຫັ້ນ ຢູ່ນາເລົ້າຫລວງຫັ້ນ ທຳການຜລິດມັນຊິບໍ່ໄດ້ຜົລດີ ຄັນມີບ່ອນຣະບາຍອອກ ກໍຣະບາຍອອກເລີຍ ເພາະເພິ່ນຣະບາຍນໍ້າບໍ່ໃຫ້ເຂົ້າຫັ້ນກໍເປັນໄປໄດ້ ແຕ່ວ່າກໍສເນີຫລາຍເທື່ອແລ້ວແຕ່ ບໍຣິສັດບໍ່ເຫັນປະຕິບັດ.”
ນໍ້າເປີະເປື້ອນ ຈາກສານເຄມີຈາກໂຮງງານແສ່ລ້າງ ອນາມັຍກ້ວຍຂອງບໍຣິສັດວຽດນາມ ຍັງໄຫລລົງສູ່ແຫລ່ງນໍ້າຊຸມຊົນ ຫລືຄົນໃນທ້ອງຖິ່ນຮ້ອງວ່າຫ້ວຍນໍ້າໃຫຍ່ ເຮັດໃຫ້ມີປະກົດການປາຟູນໍ້າຕາຍ ໃນໄລຍະຜ່ານມາ. ຫາງສຽງຂອງຊາວບ້ານ ພາຍໃນບ້ານກໍຢາກໃຫ້ບໍຣິສັດຂຸດຂຸມ ບຳບັດນໍ້າເປື້ອນກ່ອນ ປ່ອຍອອກສູ່ທັມມະຊາດ ເນື່ອງຈາກວ່າມັນເປັນການທຳລາຍສິ່ງແວດລ້ອມ ໂດຍຮວມຍ້ອນນໍ້າເປື້ອນ ໄຫລລົງສູ່ຫ້ວຍນໍ້າໃຫຍ່ ຈາກນັ້ນມັນກໍໄຫລລົງສູ່ນໍ້າເຊກະໝານ ຊຶ່ງເປັນສາຍນໍ້າໃຫຍ່ຕໍ່ໄປ.
ດັ່ງຊາວບ້ານ ຢູ່ບ້ານແກ້ງໃຫຍ່ ເມືອງໄຊເຊດຖາ ແຂວງອັດຕະປື ຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ສວນກ້ວຍໄຫລລົງໃສ່ຫ້ວຍ ຫ້ວຍແລ້ວລົງເຊກອງ-ເຊກະໝານມັນເປັນຫ້ວຍ ມັນກໍລົງເລີຍຫັ້ນແລ້ວ ທາງເຈົ້າເມືອງເຂົາກໍລົງແລ້ວ ກ່ຽວກັບວ່ານໍ້າເປີະເປື້ອນຫັ້ນ ຕ້ອງໃຫ້ຣະບາຍຕ່າງຫາກ ເຂົາກໍໄດ້ເວົ້າວ່າບາງຄັ້ງ ເຂົາກໍຕົວະແລ້ວວ່າຊັ້ນ ມັນກັກບໍ່ໄດ້ເຂົາກໍໄຫລລົງເຊ ມັນຊິໄຫລໄປໃສມັນກໍໄຫລ.”
ຂີ້ເຫຍື້ອຈາກໂຮງງານ ແສ່ລ້າງອນາມັຍກ້ວຍວຽດນາມນີ້ ຍັງສ້າງຜົລກະທົບຕໍ່ສັດລ້ຽງ ຂອງຊາວບ້ານຄືຄວາຍ ນຳດ້ວຍ. ໂດຍໃນປີ 2021 ທີ່ຜ່ານມາຊາວບ້ານປ່ອຍຄວາຍອອກໄປຫາກິນ ຕາມທັມມະຊາດຈາກນັ້ນຄວາຍ 3 ໂຕພັດໄປກິນຂີ້ເຫຍື້ອຄືກ້ວຍ ຕາມຮ່ອງຣະບາຍນໍ້າທີ່ປົນເປື້ອນ ສານເຄມີຂອງສວນກ້ວຍແຫ່ງນີ້ ເກີດມີອາການຫຍື່ງທ້ອງ ແລະຕາຍ 3 ໂຕ. ທາງຊາວ ບ້ານຈຶ່ງຢາກໃຫ້ບໍຣິສັດ ຂຸດຂຸມຖິ້ມຂີ້ເຫຍື້ອ ບຳບັດນໍ້າເປື້ອນຄັກແນ່.
ດັ່ງຊາວບ້ານ ຜູ້ຖືກຜົລກະທົບກັບຜູ້ດຽວກັນ ຂ້າງຕົ້ນກ່າວວ່າ:
"ເອີ ! ມີຫາງສຽງ ມີແຕ່ວ່າເພິ່ນຖິ້ມກ້ວຍຫັ້ນ ຖິ້ມຕາມເປີະນໍາຫ້ວຍນໍຮ່ອງໄຫລ ໃສ່ເຊ ໃສ່ຫ້ວຍຫັ້ນນ່າ ສິ່ງທີ່ບໍ່ດີ ເພາະວ່າປະຊາຊົນໄດ້ສເນີຫລາຍ ໝາກກ້ວຍເພິ່ນບໍ່ໄດ້ ເປັນວ່າຂຸດ ເປັນບຳບັດໝາກກ້ວຍ ເພິ່ນທີ່ບໍ່ໄດ້ຣະດັບຫັ້ນນ່າ ມັນກໍຖິ້ມໄປຕາມເປີະກໍ ມັນກໍຖິ້ມສະຊາຍ ບາດນີ້ອັນທີນຶ່ງ ມັນກໍຄວາຍຂອງປະຊາຊົນ ໄປກິນຫັ້ນ ມັນກໍຫຍື່ງທ້ອງອີ່ສັງ ມັນກໍຕາຍຫລາຍເຕີບ. "
ນອກນັ້ນ ຊາວບ້ານຍັງຮ້ອງຂໍໃຫ້ບໍຣິສັດແຫ່ງນີ້ ເອົາໃຈໃສ່ຄຸ້ມຄອງກັມກອນແຮງງານ ຂອງໂຕເອງ ເນື່ອງຈາກຜ່ານມາມີປະກົດການຫຍໍ້ທໍ້ ຂີ້ລັກງັດແງະອຸປກອນ ພາຍໃນໂຮງຮຽນເປັນຕົ້ນ ພັດລົມ, ສາຍໄຟ, ປົ່ມນໍ້າ, ສັດລ້ຽງ, ຜັກສວນຄົວ ເປັນຕົ້ນໄກ່, ໝາກເຜັດ, ໝາກເຂືອ, ຂອງຊາວບ້ານ.
ດັ່ງຊາວບ້ານຢູ່ບ້ານແກ້ງໃຫຍ່ ອີກຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ໂຕນີ້ນີ້ກໍບາງເທື່ອ ມັນກໍບໍ່ປົກກະຕິເນາະ ແຕ່ລະປີມັນມີການຂີ້ລັກງັດແງະ ມັນກໍຢູ່ໃນໂຮງຮຽນ ຫັ້ນມີເນາະ ເປັນຕົ້ນພັດຫລອກ ພັດລົມ. ປື້ມສໍກໍກາ ມັນຈະບໍ່ເອົາດອກ ມັນເອົາແຕ່ຊອກຫາວັດຖຸ ທີ່ມີຄຸນຄ່າຊິໄປຂາຍໄດ້ຫັ້ນແລ້ວ ວ່າຊັ້ນສາ. ຄັນວ່າບ່ອນໃດເຂົາເຮັດດີ ເຮັດງາມແລ້ວເປັນອັນນັ້ນ ຄວາມປອດພັຍແລ້ວກໍບໍ່ສູ້ເສຍ ຢູ່ໄຮ່ຢູ່ນາເຂົາກໍເຝົ້າວ່າຈັ່ງຊັ້ນສະ.”
ເມື່ອວັນທີ 5 ເມສາ 2022 ທີຜ່ານມາ ການນຳຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງກວດກາບັນຫາດ່ັງກ່າວ ຢູ່ບ້ານແກ້ງໃຫຍ່ພ້ອມໄດ້ປະສານງານ ກັບບໍຣິສັດ ຢຸດຖິ້ມຂີ້ເຫຍື້ອສະຊາຍພ້ອມຂຸດຂຸມບຳບັດຂີ້ເຫຍື້ອ ແລະນໍ້າປົນເປື້ອນ ຊຶ່ງທາງບໍຣິສັດ ກໍຮັບປາກວ່າຈະປະຕິບັດຕາມ ໃຫ້ໄດ້ໂດຍທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະລົງຕິດຕາມ ກວດກາຢ່າງຕໍ່ເນື່ອງ ວ່າບໍຣິສັດຈະເຮັດໄດ້ຕາມ ທີ່ຮັບປາກໄດ້ ຫລືບໍ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊເຊດຖາ ແຂວງອັດຕະປື ກ່າວໃນມື້ດຽວກັນີ້ວ່າ:
“ເຮັດກ່ຽວກັບການຖິ້ມສະຊາຍ ຂອງນໍ້າເປື້ອນບ່ອນເປື້ອນຫັ້ນເນາະ ທາດສານເຄມີຕ່າງໆ ຫັ້ນເຮົາກໍສັ່ງໃຫ້ຢຸດແລ້ວ ເພິ່ນກໍຮັບປາກເຮົາແນວນັ້ນຫັ້ນແລ້ວ ມີບຳບັດບ່ອນນໍ້າເສຍອີ່ຫຍັງໝົດຫັ້ນເນາະ ເພິ່ນກໍຮັບປາກເຮົາແລ້ວ ພວກເຮົາຊິກວດເບິ່ງເນາະ ຫລັງຈາກເພິ່ນຮັບປາກເຮົາເນາະ ໃນການເກັບສິ່ງເສດເຫລືອຕ່າງໆ ບໍ່ໃຫ້ນໍາເປື້ອນອອກ ມີອ່າງບຳບັດເພິ່ນເວົ້າໃຫ້ຟັງແລ້ວ.”
ບໍຣິສັດ ທາໂກ້ ນິຍົມສີ່ ເຂດນາເລົ້າຫລວງ ຂອງນັກລົງທຶນຊາວວຽດນາມ ລົງທຶນປູກກ້ວຍແຕ່ປີ 2019 ແລະ ມີໂຮງງານແສ່ລ້າງອນາມັຍກ້ວຍໃນປີ 2020 ສວນກ້ວຍ ແລະໂຮງງານກ້ວຍ ຂອງບໍຣິສັດນີ້ຕັ້ງຢູ່ ໄກຈາກເຂດຊຸມຊົນປະມານ 8-9 ກິໂລແມັດ ແຕ່ນາເຂົ້າຂອງຊາວບ້ານ 2 ຄອບຄົວໄດ້ຮັບຜົລກະທົບ ຈາກການປ່ອຍນໍ້າເປີະເປື້ອນນັ້ນ ກໍຍ້ອນວ່ານາເຂົ້າຂອງພວກເຂົາເຈົ້າ ຢູ່ມາກ່ອນສວນກ້ວຍ ແລະໂຮງງານກ້ວຍຈະມີ. ອີກທັງພວກເຂົາເຈົ້າ ບໍ່ມີເນື້ອທີ່ດິນບ່ອນອື່ນ ທີ່ຈະເຮັດການຜລິດໄດ້ຕື່ມ ຈຶ່ງໄດ້ຂໍຄວາມຊ່ອຍເຫລືອ ຈາກຂັ້ນເທິງຕາມທີ່ໄດ້ກ່າວມາຂ້າງຕົ້ນນັ້ນ.