ຢູ່ນະຄອນຫລວງວຽງຈັນ ແລະແຂວງຫລວງພຣະບາງ ມີໂຈນປຸ້ນຈີ້ ແລະຄົນຂີ້ລັກງັດແງະຫລາຍ, ເປັນບັນຫາຊໍາເຮື້ອ ທີ່ທາງການລາວຍັງບໍ່ສາມາດ ແກ້ໄຂໃຫ້ຕົກໄປໄດ້ ຍ້ອນຄວາມທຸກຍາກ ແລະບໍ່ມີວຽກເຮັດ.
ເວົ້າສະເພາຢູ່ນະຄອນຫລວງວຽງຈັນ ອໍານາດການປົກຄອງກຸ່ມບ້ານໜອງດ້ວງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ສເນີໃຫ້ສະມາຊິກສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຊ່ອຍຫາທາງແກ້ໄຂບັນຫາດັ່ງກ່າວ ຮວມທັງບັນຫາຄົນເລ້ລ້ອນ ທີ່ວ່າງງານ ແລະເສບຢາເສບຕິດ, ລັກເອົາເຄື່ອງຂອງປະຊາຊົນໄປຂາຍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກຸ່ມບ້ານໜອງດ້ວງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ ທີ 7 ກັນຍານີ້.
" ຄົນຕ່າງ ແຂວງມາເລ່ລ້ອນ ກິນຢາໝອກຢາມ້າຫັ້ນແຫລະ ກາງຄໍ່າກາງຄືນ ກໍຍ່າງຊອດແຈ້ງຫັ້ນແຫລະ ເລາະຕາມ ບ້ານນີ້ ກອງຫລອນໄລ່ໜີແລ້ວກໍໄປທາງອື່ນ ແລ້ວກໍກັບຄືນມາອີກ ມັນກໍບໍ່ແມ່ນວ່າລັກເລັກຂໂມຍນ້ອຍ ຮອດແອຣ໌ພຸ້ນແຫລະມັນເອົາ ຮອດຮົ້ວເຫລັກທີ່ຢູ່ແຖສທົ່ງນາ ເຂົາບໍ່ຢູ່ ແບບວ່າ ເປັນເຮັດໜອງປູໜອງປາ ເຮັດສວນ ມີຕະປູຮົ້ວເຫລັກອີ່ຫຍັງຫັ້ນນ່າ ມັນກໍທຸບກໍມ້າງ ເອົາໝົດ. "
ທ່ານກ່າວຕື່ມວ່າ ພວກຄົນເລ້ລ້ອນທີ່ເສບຢາ ເສບຕິດທີ່ວ່ານັ້ນ ທໍາອິດເປັນກັມມະກອນແບກປູນ ແບກຊີເມັນ ໃຫ້ບໍຣິສັດເອກຊົນ, ໄດ້ເງິນມາເທົ່າໃດ ກໍເອົາໄປຊື້ຢາເສບຕິດເສບ ແລະ ເຈົ້າຂອງບໍຣິສັດກໍບໍ່ເອົາເປັນຄົນງານຂອງຕົນຕໍ່ໄປ.
ໃນກຸ່ມບ້ານໜອງດ້ວງ ເມືອງສີໂຄດຕະບອງ ມີ 10 ບ້ານ ແລະເກືອບວ່າ ທັງ 10 ບ້ານ ນັ້ນ ມີພັຍສັງຄົມຄືດັ່ງກ່າວໝົດ, ມີການປຸ້ນຈີ້ ຊິງຊັພ ແລະລັກເຄື່ອງຂອງປະຊາຊົນ ແລະ ລ້າສຸດນີ້ ຄືໃນກາງຄືນຂອງວັນທີ 16 ພຶສພາທີ່ຜ່ານມາ ມີຜູ້ຊາຍ 5 ຄົນເອົາ ປືນຈີ້ແມ່ຄົນນຶ່ງ ອາຍຸ 30 ປີ, ບັງຄັບໃຫ້ເມືອເຮືອນ ຢູ່ຮ່ອມ 3 ບ້ານດົງນາໂສກເໜືອ ເມືອງສີໂຄດຕະບອງ ແລະບັງຄັບໃຫ້ບອກລະຫັດໄຂຕູ້ເຊັບ ແລ້ວກວດເອົາຊັພສິນອັນມີຄ່າໄປ. ແລະຢູ່ ເຂດຫ້ອງແຖວ ກໍຖືກຄົນລັກຣົຖຈັກໄປ ຊຶ່ງສ່ວນຫລາຍ ເຈົ້າໜ້າທີ່ຕໍາຣວດບໍ່ສາມາດຕິດ ຕາມຈັບໂຈນ ແລະຄົນຂີ້ລັກໄດ້.
ດັ່ງຊາວບ້ານບ້ານດົງນາໂຊກເໜືອ ເວົ້າໃນມື້ດຽວກັນນັ້ນ ວ່າ:
" ດຶງກະປອກກະເປົ໋າ ກໍເກີດມີແຫລະນີ໋ ຣົຖຈັກແມ່ນຈຸດໜັກ ລະແມ່ນຫ້ອງແຖວ ເວລາເຂົາມາແຕ່ວຽກຈັ່ງຊີ້ ກັບເຂົ້າໄປປະຕູ ຈອດຣົຖໄວ້ແກ້ເຄື່ອງແກ້ຂອງ ບໍ່ທັນໄດ້ ເອົາຣົຖເຂົ້າ ກໍຫລອຍ ມາເອົາໄປ ສ່ວນຫລາຍກໍບໍ່ໄດ້ຫັ້ນແຫລະ ແລ້ວລັກ 10 ຄັນ ກໍຊິໄດ້ຢູ່ຄັນນຶ່ງ ຢູ່ກຸ່ມໜອງດ້ວງ ຢູ່ເຂດໜອງດ້ວງ, ຢູ່ 10 ບ້ານເກືອບວ່າທຸກບ້ານມີໝົດ. "
ເພື່ອແກ້ໄຂບັນຫາດັ່ງກ່າວ ຊາວບ້ານຢູ່ກຸ່ມບ້ານໜອງດ້ວງ ຂໍໃຫ້ເຈົ້າໜ້າທີ່ຕໍາຣວດຕິດຕາມ ຈັບພວກຜູ້ຮ້າຍຊາຍໂຈນ ຮວມທັງປາບປາມ ພວກເລ້ລ້ອນລັກເຄື່ອງຂອງ ປະຊາຊົນຢ່າງຈິງຈັງ ເພື່ອເຮັດໃຫ້ພວກທີ່ວ່ານີ້ໝົດໄປ. ເຫດການທີ່ວ່ານັ້ນ ສ່ວນຫລາຍແມ່ນເກີດຂຶ້ນຢູ່ໃນຕົວເມືອງ ທີ່ມີຄົນຫລາຍ ເປັນຕົ້ນເມືອງຈັນທະບູຣີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະເມືອງໄຊເສດຖາ ທີ່ມີການດຶງກະເປົ໋າ, ລັກຣົຖຈັກ ແລະອື່ນໆ ທີ່ເຮັດໃຫ້ຊາວບ້ານມີຊີວິຕຢູ່ຍາກຂຶ້ນ, ຕ້ອງໄດ້ລະມັດລະວັງຕົວຫລາຍຂຶ້ນ.
ດັ່ງປະຊາຊົນບ້ານນາແຄ ເມືອງໄຊທາ ນີ ເວົ້າໃນມື້ວັນທີ 7 ກັນຍານີ້ວ່າ:
" ດຶງກະເປົານີ້ສ່ວນຫລາຍ ມັນຢູ່ໃນເມືອງ ກຸ່ມໃນວ່າຊັ້ນສາໄປ ຄົນຈໍານວນ ຫລາຍ ແລ້ວມັນຄົນແອອັດ ມັນສວຍໂອກາດດຶງກະເປົາແລ້ວ ມັນໄປໄດ້ງ່າຍເດ໋ ມັນຫລີກໄດ້ງ່າຍ ຢູ່ຍາກ ປາກົດການຫຍໍ້ທໍ້ ຄິດວ່າຕໍ່ໄປຕ້ອງໄດ້ລະວັງໄດ້ລະແວງອີ່ຫຍັງຕ່າງໆ ຢູ່ຍາກໄປຍາກມາຍາກ. "
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ກໍເວົ້າວ່າ ໃນຕົວເມືຶອງຕ່າງໆ ຢູ່ນະຄອນຫລວງວຽງຈັນ ມີໂຈນປຸ້ນຈີ້ ຊິງຊັພ ແລະມີຄົນລັກເຄື່ອງຂອງແທ້ ແຕ່ບໍ່ຫລາຍ ເນື່ອງຈາກ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຣວດກຸ່ມບ້ານ ສຸມໃສ່ແກ້ໄຂບັນ ຫາດັ່ງກ່າວ ແລະທັງໄດ້ໂຄສະນາ ສຶກສາອົບຮົມ ຄົນຕິດຢາເສບຕິດໃຫ້ເລີກ ແລະອອກ ກວດກາລາດຕະເວນ ຈຸດທີ່ຫລໍ່ແຫລມ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
" ໂຕເມືອງທີ່ວ່າ ປະຊາຊົນຖືວ່າໜາແໜ້ນ ແຕ່ປາກົດການຫຍໍ້ທໍ້ ມັນກໍເກີດມີ ມັນກໍຫລາຍ ຄືວ່າ ບໍ່ຫລາຍດອກໂຕນີ້ ກໍລົງເຄື່ອນໄຫວຢູ່ເນາະ ເປັນ ຕົ້ນແມ່ນວຽກງານຮາກຖານນີ້ ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆນີ້ແຫລະ ການຂີ້ລັກງັດແງະ ການໂຄສະນາສຶກສາອົບຮົມ ແລ້ວກໍໃຫ້ກຸ່ມເນາະ ອອກກວດກາລາຕເວນ ຕາມຈຸດສຸມທີ່ຫລໍ່ແຫລມ. "
ແລະຢູ່ແຂວງຫລວງພຣະບາງ ປີທີ່ຜ່ານມາ ມີໂຈນປຸ້ນຮ້ານຂາຍຄໍາຢູ່ຕລາດ ແລະຄົນລັກ ພຣະພຸທຮູບເກົ່າແກ່ ທີ່ມີຄຸນຄ່າສູງຢູ່ຕາມສະຖານທີ່ທ່ອງທ່ຽວ, ແຕ່ໃນປີນີ້ ຍັງບໍ່ມີການປຸ້ນຈີ້, ມີແຕ່ຄົນລັກຣົຖຈັກ ແລະລັກເລັກຂະໂມຍນ້ອຍ, ເຈົ້າໜ້າທີ່ຕໍາຣວດແຂວງ ແລະຕໍາຣວດທ້ອງຖິ່ນ ກວດກາເຣື່ອງນີ້ຢ່າງຕໍ່ເນື່ອງ.
ດັ່ງເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
" ບໍ່ມີເວົ້າເຣື່ອງຈີ້ ແຕ່ວ່າເຣື່ອງຂີ້ລັກຂໂມຍນ້ອຍນີ້ ກໍປາກົດຢູ່ ປົກຕິຢູ່ ເຣື່ອງຣົຖ ຈັກນີ້ຖືວ່າ ເກີດໄປຊັ້ນແຫລະ ມາແຕ່ກີ້ພຸ້ນ ສ່ວນຫລາຍລັກກໍແມ່ນວ່າ ສືບສວນຖາມ ເຂົາກໍກິນອັນນີ້ ແຫລະ ກິນຢາບ້າ. "
ເພື່ອແກ້ໄຂບັນຫາ ຄົນເລ້ລ້ອນຢູ່ລາວ ທີ່ຜ່ານມາ ກະຊວງແຮງງານ ແລະສວັດິການສັງຄົມ ກໍໄດ້ຈັດລະບຽບ ແລະການຊ່ອຍແກ້ໄຂ ເຣື່ອງຄົນເລ້ລ້ອນ, ແຕ່ໃນປັດຈຸບັນ ບໍ່ເຫັນການຈັດລະບຽບ ແລະຊ່ອຍເຫລືອນັ້ນແລ້ວ ຍ້ອນບໍ່ມີງົບປະມານ ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມ ທີ່ບໍ່ຂຶ້ນກັບຣັຖບານ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ກັນຍານີ້ວ່າ:
" ປັດຈຸບັນນີ້ ມັນກໍຮອດເຣື່ອງງົບປະມານເນາະ ຂອງພັກ-ຣັຖ ຍົກຕົວຢ່າງວ່າ ຄັນເຮົາເກັບຄົນເລ່ລ້ອນໄປ ບາງຄົນກໍສຸຂພາບດີ ບາງຄົນກໍສຸຂພາບບໍ່ດີ. ບາດນີ້ເຮົາໄປເກັບກັກຂັງເຂົາ ຕ້ອງໄດ້ກິນໄດ້ຢູ່ ສຸຂອະນາມັຍຕ່າງໆ ບາດນີ້ເຂົາເຈົ້າເປັນຫຍັງມາ ຜູ້ຮັບຜິດຊອບນ່າຢາກໜັກ. ເອົາໄປ, ເອົາມາແລ້ວ ເປັນໂທດຕໍ່ຄອບຄົວ ຂອງຜູ້ຖືກເລ່ລ້ອນຫັ້ນນ່າ ສົມມຸດວ່າເຂົາຕາຍນໍ໋ ເຮົາເກັບເຂົາເຈົ້າເຂົ້າ ມາຢູ່ໃນສູນ ເຂົາກໍຕ້ອງໃສ່ໂທດ ເພື່ອຢາກໄດ້ຄ່າຫົວ ອັນນີ້ສັນນິຖານເບິ່ງ. "
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ທ່ານດຽວກັນນີ້ແລ້ວ ແມ່ນວ່າ ອົງການຈັດຕັ້ງທາງສັງຄົມ ກໍໄດ້ເຮັດວຽກການພັທນາ ສັງຄົມຈຳນວນນຶ່ງ, ຮ່ວມມືກັບກະຊວງປ້ອງກັນຄວາມສງົບ ໃນການສຶກສາຄົ້ນຄວ້າ ກ່ຽວກັບທີ່ມາຂອງຢາເສບຕິດ, ຜົລຮ້າຍຂອງຢາເສບຕິດ ແລະອື່ນໆ ເພື່ອຊ່ອຍສັງຄົມ ໃຫ້ປອດຢາເສບຕິດ, ຊ່ອຍຊອກຫາວຽກເຮັດງານທຳ ໃຫ້ຜູ້ທີ່ເຄີຍຕິດຢາເສບຕິດເຮັດ.
