ການຄົ້ນຫາເສົາຫຼາຕົວສຸດທ້າຍ ຢູ່ລາວ

ຈໍາປາທອງ
2015.04.01
F-Saola ເສົາຫລາ(Asian Unicorn) ຢູ່ເຂດ ຊົນນະບົດ ແຂວງ ບໍຣິຄໍາໄຊ ທີ່ ຊາວບ້ານພົບເຫັນ ຈຶ່ງຈັບມາຂັງໄວ້ ແຕ່ກໍຕາຍໃນເວລາ ບໍ່ດົນຕໍ່ມາ
courtesy of: Bolikhamxay Provincial Conservation Unit/PA

ທ່ານ William DeBuys ນັກຂຽນ ກ່ຽວກັບ ເຣຶ່ອງ ທັມມະຊາດ ທີ່ ພຍາຍາມ ຊອກຫາ ໃຫ້ພົບ ເສົາຫລາ ໂຕ ຫລ້າສຸດ ຢູ່ ປະເທສ ລາວ ໄດ້ຮ່ວມ ກັບ ທ່ານ William Robichaud ນັກ ຊີວະວິທຍາ, ກໍາລັງ ຢູ່ໃນ ຣະຫວ່າງ ການ ເດີນທາງ ຜ່ານ ປ່າດົງ ແລະ ແຫລ່ງ ນໍ້າ ຢູ່ ພາກກາງ ຂອງລາວ ເພື່ອ ຄົ້ນຫາ ຫລັກຖານ ຂອງ ສັດ ທີ່ ຫາຍາກ ທີ່ສຸດ ຊຶ່ງ ເອີ້ນວ່າ ເສົາຫລາ ນັ້ນ. ຕາມ ຣາຍງານ ຂອງ ອົງການ ຂ່າວ ເອພີ.

ນັກ ວິທຍາສາດ ຄົ້ນພົບ ໂຕ ເສົາຫລາ ໃນລາວ ຄັ້ງ ທໍາອິດ ເມື່ອປີ 1992, ຕໍ່ມາ ນັກ ວິທຍາສາດ ກວດ DNA ຂອງ ສັດ ທີ່ວ່າ ແປກປະຫລາດ ດັ່ງກ່າວ ຈຶ່ງ ຮູ້ວ່າ ເສົາຫລາ ເປັນ ສັດ ທີ່ ຫາຍາກ ບໍ່ມີ ຢູ່ບ່ອນໃດ ອີກ ໃນໂລກ ແລະ ໃກ້ຈະ ສູນ ພັນ ໄປແລ້ວ.

ນັກ ວິທຍາສາດ ຄົ້ນພົບ ເສົາຫລາ ທີ່ ຍັງ ຫລົງເຫລືອ ຢູ່ ຕາມ ບໍຣິເວນ ຊາຍເດນ ລາວ-ວຽດນາມ ໂດຍ ສະເພາະ ຢູ່ ບໍຣິເວນ ແຂວງ ບໍຣິຄໍາໄຊ ແລະ ແຂວງ ຄໍາມ່ວນ. ເສົາຫລາ ເປັນ ສັດປ່າ ທີ່ ຄ້າຍຄື ກັບ ກວາງ ຫລື ຟານ, ມີ ສອງເຂົາ ຍາວ ປະມານ 50 ເຊັນ, ສູງ ແລະ ຊື່ຂຶ້ນ ແລ້ວ ກົ່ງລົງ ທາງ ຫລັງ ເບິ່ງ ຄ້າຍຄື ກັນກັບ ເສົາຫລາ ເຂັນຝ້າຍ. ດັ່ງນັ້ນ ຊາວລາວ ທ້ອງຖິ່ນ ຈຶ່ງ ເອີ້ນວ່າ ເສົາຫລາ.

ຫລ້າສຸດ ນັກ ປົກປ້ອງ ສັດປ່າ ຣາຍງານ ວ່າ ເສົາຫລາ ເກືອບ ສູນພັນ ໄປແລ້ວ. ເມື່ອ 5 ປີ ກ່ອນ ມີ ຂ່າວວ່າ ຊາວລາວ ຈັບ ເສົາຫລາ ໄດ້ ໂຕນຶ່ງ ແລະ ອົງການ ປົກປ້ອງ ສິ່ງ ແວດລ້ອມ ກໍໄດ້ ຂໍໃຫ້ ຊາວບ້ານ ຮັກສາ ມັນ ໄວ້ ຢ່າງດີ ບໍ່ໃຫ້ ຂ້າ ກິນ ແຕ່ ປາກົດ ວ່າ ຕໍ່ມາ ມັນ ກໍຕາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.