ເຂື່ອນເຊກະໝານ1 ຍັງຂາດນໍ້າ

0:00 / 0:00

ເຂື່ອນ ເຊກະໝານ1 ຢູ່ເມືອງສານໄຊ ແຂວງອັດຕະປື ຍັງບໍ່ມີການ ເປິດທົດລອງໃຊ້ ຢ່າງເປັນທາງການ ຫລັງຈາກເຂື່ອນ ແຫ່ງນີ້ ສ້າງ ສໍາເຣັດ ໃນຕົ້ນປີ 2016 ຍ້ອນ ນໍ້າໃນເຂື່ອນ ມີປະຣິມານຫນ້ອຍ. ຕາມການເປິດເຜີຍ ຂອງ ເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ:

“ເປິດທົດລອງໜ້ອຍນຶ່ງ ບາງເຄື່ອງ ບໍ່ທັນໄດ້ເປິດໝົດ ກໍທົດລອງນໍ້າ ອ່າງນໍ້າ ບໍ່ທັນເຕັມ ທີ່ຂັງນໍ້າບໍ່ທັນເຕັມ”.

ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ເຂື່ອນເຊກະໝານ ມີເຄື່ອງຈັກ ຜລິດກະແສໄຟຟ້າ ທັງໝົດ 3 ໜ່ວຍ, ປັຈຈຸບັນສາມາດ ເປິດທົດລອງໃຊ້ ໄດ້ພຽງໜ່ວຍດຽວ, ຕັ້ງແຕ່ ເຂື່ອນເຊກະໝານ1 ສ້າງສໍາເຣັດ ກໍຍັງບໍ່ມີການທົດລອງ ໃຊ້ເຄື່ອງຈັກ ຜລິດໄຟຟ້າທັງ 3 ໜ່ວຍພ້ອມກັນ, ຊຶ່ງ ເຂື່ອນເຊກະໝານ1 ແຫ່ງນີ້ ເປັນເຂື່ອນ ແຫ່ງທໍາອິດ ທີ່ສ້າງໃສ່ ນໍ້າເຊກອງ ພາຍໃຕ້ ໂຄງການສົ່ງໄຟຟ້າ ພາກໃຕ້ ລາວ-ວຽດນາມ ແຕ່ ປັຈຈຸບັນ ຍັງບໍ່ມີ ການຜລິດໄຟຟ້າ ຈາກເຂື່ອນ:

”ບໍ່ໄດ້ທໍາການຜລິດ ທໍາການຜລິດ ມັນກໍຕ້ອງຜລິດ ທັງ 3 ໜ່ວຍ ພ້ອມກັນ ຍັງບໍ່ໄດ້ຜລິດ ເປັນທາງການ ເຮັດທົດລອງຊື່ໆ”.

ເຂື່ອນເຊກະໝານ1 ຜ່ານມາມີກໍານົດ ເປິດການທົດລອງໃຊ້ ຕັ້ງແຕ່ ເດືອນມິນາ ປີ 2016 ແຕ່ຖືກເລື່ອນກໍານົດ ການເປິດໃຊ້ ຢ່າງບໍ່ມີ ກໍານົດ, ຈົນຮອດປັຈຈຸບັນ ເນື່ອງຈາກວ່າການຜລິດ ຕ້ອງອາໃສນໍ້າ ຈາກແຫລ່ງນໍ້າ ທັມມະຊາດເທົ່ານັ້ນ ຊຶ່ງໃນລະຍະນີ້ ກໍເປັນຣະດູແລ້ງ ເຮັດໃຫ້ນໍ້າ ມີໜ້ອຍກວ່າເກົ່າ.

ເຂື່ອນ ເຊກະໝານ1 ເປັນນຶ່ງໃນເຂື່ອນ ຂອງໂຄງການ ສົ່ງໄຟຟ້າ ລາວ-ວຽດນາມ ເພື່ອສົ່ງໄຟຟ້າ ຈາກເຂື່ອນທາງພາກໃຕ້ ຂອງລາວ ຈໍານວນ 8 ແຫ່ງໄປຂາຍໃຫ້ ໄທແລະວຽດນາມ. ເຖິງຢ່າງໃດກໍດີ ໂຄງການ ເຂື່ອນເຊກະໝານ1 ໄດ້ສ້າງ ຜົນກະທົບ ໃຫ້ແກ່ ປະຊາຊົນ ທີ່ຢູ່ອ້ອມຂ້າງ 2 ບ້ານ, ຄື:ບ້ານຫິນດໍາ ແລະບ້ານດອນເຄນ.

ໃນກາງເດືອນທັນວາ ປີ 2016 ເຂື່ອນເຊກະໝານ3 ຢູ່ເມືອງດັກຈຶ້ງ ແຂວງເຊກອງ ຊຶ່ງເປັນເຂື່ອນ ໂຄງການດຽວກັນ ກໍຖືກປິດ ຢ່າງບໍ່ມີ ກໍານົດ ຍ້ອນວ່າ ອຸໂມງສົ່ງນໍ້າແຕກ, ແຕ່ປະຊາຊົນ ອ້ອມຂ້າງ ກໍໄດ້ຮັບ ຜົນກະທົບ ພຽງເລັກນ້ອຍ, ອີງຕາມຣາຍງານ.