ຂ.ອັດຕະປື ແຫ້ງແລ້ງ

0:00 / 0:00

ຊາວ ກະສິກອນ ໃນແຂວງ ອັດຕະປື ປະສົບກັບ ຄວາມແຫ້ງແລ້ງ ຂອງລໍານໍ້າ ເຊກອງ.

ເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ແຂວງ ອັຕຕະປື ເປີດເຜີຍວ່າ ປັຈຈຸບັນ ຊາວກະສິກອນ ໃນແຂວງ ທາງພາກໃຕ້ ຂອງລາວ ກໍາລັງປະສົບ ບັນຫາ ພັຍແຫ້ງແລ້ງ ເນື່ອງຈາກ ຂາດແຄນນໍ້າ ສໍາລັບ ການກະເສດ ແລະ ຍັງປະສົບ ບັນຫາ ຄຸນະພາບນໍ້າ ຍ້ອນ ນໍ້າເຊກອງ ທີ່ເປັນສາຍຫລັກ ກາຍເປັນ ນໍ້າຂຸ່ນ ຍ້ອນການສ້າງເຂື່ອນ ໃນຕອນເທິງ. ດັ່ງເຈົ້າໜ້າທີ່ ລາວ ກ່າວວ່າ:

“ເວົ້າເຣືອງ ການຜລິດ ຣະດູແລ້ງນີ້ ບໍ່ວ່າ ນອກເຂດ ຊົລປະທານ ຫຼືວ່າ ເຂດ ຊົລປະທານ ດຽວນີ້ ກໍມີຜົນກະທົບ ເນາະ ນໍ້າກໍຂຸ່ນ ຄຸນນະພາບ ນໍ້າເຊກອງ ບໍ່ດີ ດຽວນີ້ ກໍອີງໃສ່ ການ ກໍ່ສ້າງ ເຂື່ອນ ຫຍັງນັ້ນ ແຫລະ”.

ເຈົ້າໜ້າທີ່ ທ່ານ ນີ້ ກ່າວຕໍ່ໄປວ່າ ຫລັງຈາກ ເຂົ້າສູ່ຣະດູ ແລ້ງ ນໍ້າໃນ ລໍານໍ້າ ຕ່າງໆ ໃນແຂວງ ອັຕຕະປື ຖືວ່າ ຫລຸດລົງ ຢ່າງຫລວງຫລາຍ ປະກອບກັບ ຣະບົບ ຊົລປະທານ ທີ່ ທາງການ ຈັດສັນໃຫ້ ບາງແຫ່ງ ກໍເປ້ເພ ແລະ ສ້ອມແປງບໍ່ດີ ຈຶ່ງກະທົບ ຕໍ່ການ ສນອງນໍ້າ ໃຫ້ຊາວ ກະສິກອນ ບໍ່ແມ່ນ ສະເພາະ ຊາວນາ ທີ່ປູກເຂົ້າ ເທົ່ານັ້ນ ແຕ່ຍັງສົ່ງ ຜົນກະທົບ ເຖິງການ ປູກພຶດພັນ ຊະນິດອື່ນໆ ນໍາອີກ.

ກ່ຽວກັບ ບັນຫາ ນໍ້າຂຸ່ນນັ້ນ ຊາວບ້ານ ເມືອງ ສະມັກຄີໄຊ ຜູ້ນືຶ່ງ ເປິດເຜີຍວ່າ ສະພາບ ນໍ້າເຊກອງ ເຣີ້ມຂຸ່ນ ຫລັງຈາກ ມີການລົງມື ສ້າງເຂື່ອນ ໃນນໍ້າເຊກອງ ສອງແຫ່ງຄື ເຂື່ອນເຊກອງ3 ແລະ4 ຊຶ່ງຊາວເມືອງ ເຄີຍຮ້ອງຮຽນ ໄປຍັງ ຫ້ອງການ ການປົກຄອງ ເມືອງ ແລ້ວ ແຕ່ບັນຫານີ້ ຍັງບໍ່ໄດ້ຮັບ ການແກ້ໄຂ ເທື່ອ ຕໍ່ບັນຫານີ້ ບໍ່ພຽງແຕ່ ສົ່ງຜົນ ສະທ້ອນ ຕໍ່ ປະຊາຊົນ ລາວ ໃນແຂວງ ເຂກອງ ແລະ ແຂວງ ອັຕຕະປື ເທົ່ານັ້ນ, ເມື່ອເດືອນ ກັນຍາ ປີ 2012 ມີນັກ ສິ່ງແວດລ້ອມ ກໍພູຊາ ກ່າວ ຕໍ່ເອເຊັຍ ເສຣີ ວ່າແຂວງ ຣັຕຕະນະສີຣີ ທີ່ ຕິດກັບ ແຂວງ ອັຕຕະປື ທີ່ ໃຊ້ນໍ້າ ເຊກອງ ຮ່ວມກັນນັ້ນ ກໍໄດ້ຮັບ ຜົນກະທົບ ຈາກ ຄຸນນະພາບ ນໍ້າທີ່ໄຫລ ຄ່ອຍລົງ ເຊັ່ນກັນ.