ບໍຣິສັດຂຸດຄຳຈ່າຍຄ່າ ເສັຽຫາຍ

0:00 / 0:00

ເຈົ້າໜ້າທີ່ ຫ້ອງການ ກະສິກັມ ເມືອງ ວິລະບູລີ ແຂວງ ສວັນນະເຂດ ເວົ້າວ່າ ບໍຣິສັດ ລ້ານຊ້າງ ມິເນໂຣ ຜູ້ ສຳປະທານ ບໍ່ຄຳ ເຊໂປນ, ຕົກລົງ ຈ່າຍເງິນ ຊົດເຊີຍ ໃຫ້ ປະຊາຊົນ ປະມານ 30 ຄອບຄົວ ທີ່ ໄດ້ຮັບ ຄວາມ ເສັຽຫາຍ ຍ້ອນ ນ້ຳ ແລະ ດິນ ຈາກ ການຂຸດຄຳ ໄຫລເຂົ້າ ຖົມໄຮ່ນາ, ຈົນເຮັດໃຫ້ ເຂົ້າຕາຍ ຈຳນວນ ນຶ່ງ:

"ຂະເຈົ້າ ກະໄລ່ ຄ່າ ຊົດເຊີຍ ໃຫ້ ຂະເຈົ້າ ກະເອົາ ເປັນເງິນ, ອີງຕາມ ຝົນ ຕົກ ລົມແຮງ ກະແບບ ມັນເຊົາ ເຈື່ອນ ລົງມາ ເດ້, ດິນ ເຈື່ອນ ນາ ຊາວບ້ານ ໄດ້ຮັບ ຜົນກະທົບ".

ທ່ານກ່າວ ອີກວ່າ ຈຳນວນ ເງິນ ຄ່າຊົດເຊີຍ ນັ້ນ ບໍ່ຮູ້ ຣາຍລະອຽດ, ແຕ່ ກໍເຫັນວ່າ ຊາວບ້ານ ມີ ຄວາມພໍໃຈ ແລະວ່າ ທາງ ບໍຣິສັດ ຂຸດຄົ້ນຄຳ ຈະສ້າງ ຄັນຄູ ປ້ອງກັນ ບໍ່ໃຫ້ ນ້ຳ ແລະ ດິນ ໄຫລເຈື່ອນ ລົງໃສ່ ນາ ຂອງ ປະຊາຊົນ, ຈະໄດ້ ຮັບ ຜົລ ຫລືບໍ່ ນັ້ນ ຍັງ ບໍ່ຮູ້ໄດ້ ເພາະ ຜ່ານມາ ບໍຣິສັດ ນີ້ ກໍໄດ້ ພຍາຍາມ ຫຼາຍເທື່ອ ແລ້ວ ແຕ່ ກໍບໍ່ໄດ້ ຜົລ ຈັກເທື່ອ.

ເມື່ອ ປະມານ 2 ເດືອນ ຜ່ານມາ ປະຊາຊົນ ທີ່ ໄດ້ຮັບ ຜົລກະທົບ ບໍ່ພໍໃຈ ຍ້ອນວ່າ, ນອກຈາກ ເຂົ້າຕາຍ ແລ້ວ ຍັງເຮັດໃຫ້ ດິນ ນາ ແຕກແຫງ, ເຖິງແມ່ນວ່າ ທາງການ ລາວ ຈະເວົ້າວ່າ ນ້ຳ ທີ່ໄຫລ ມາຈາກ ບໍ່ຄຳ ນັ້ນ, ບໍ່ມີ ສານເຄມີ ປົນຢູ່ນຳ ກໍຕາມ. ກ່ຽວກັບ ບັນຫາ ນີ້, ທາງ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ບໍຣິສັດ ລ້ານຊ້າງ ມິເນໂຣ ຫຼາຍເທື່ອ ເພື່ອ ຂໍ ຣາຍລະອຽດ, ແຕ່ກໍຍັງ ບໍ່ສາມາດ ຕິດຕໍ່ ໄດ້.

ການຂຸດຄົ້ນ ຄຳ ຢູ່ ເຊໂປນ ໄດ້ ດຳເນີນມາ ເປັນ ເວລາ 10 ກວ່າ ປີ, ໂດຍ ທີ່ ທາງ ບໍຣິສັດ ໄດ້ ກຳໄລ ໄປ ຢ່າງ ຫຼວງຫຼາຍ ຂນະທີ່ ທາງການ ລາວ ໄດ້ ຣາຍຮັບ ຈາກ ບໍຣິສັດ ນີ້ ຈຳນວນ ນຶ່ງ ແລະ ທາງ ບໍຣິສັດ ກໍໄດ້ ປະກອບ ສ່ວນ ພັທນາ ເມືອງ ວິລະບູລີ, ເຊັ່ນ: ສ້າງ ສູນ ຝຶກອາຊີບ ແລະ ສູນ ວັທນະທັມ ແລະ ຈ້າງຄົນງານ ທ້ອງຖິ່ນ ເຂົ້າເຮັດວຽກ ໃນ ບໍຣິສັດ, ແຕ່ ເມື່ອປີກາຍ ໄດ້ ຫລຸດ ຈຳນວນ ຄົນງານ ລົງ ຈຳນວນ ນຶ່ງ ຍ້ອນ ໄດ້ປິດ ໂຮງງານ ກັ່ນ ຄຳ ໄປແລ້ວ ບາງສ່ວນ.