ເກີດເຫດການ ຍິງປະທະກັນ ຣະຫວ່າງ ເຈົ້າໜ້າທີ່ ທະຫານລາວ ແລະ ກຸ່ມປະກອບ ອາວຸດ ທີ່ ບໍ່ຮູ້ຝ່າຍ ຢູ່ເສັ້ນທາງ ຕັດໃໝ່ ຣະຫວ່າງ ເມືອງກາສີ ແຂວງ ວຽງຈັນ ໄປຫາ ເມືອງ ນານ ແຂວງ ຫຼວງພຣະບາງ ໃນ ວັນທີ 6 ພຶສພາ ທີ່ ຜ່ານມາ, ເປັນເຫດ ເຮັດໃຫ້ ທະຫານ ເສັຽຊີວິດ 1 ຄົນ.
ທະຫານ ຜູ້ເສັຽຊີວິດ ມີຊື່ວ່າ ຮ້ອຍຕຣີ ສັນຕິ ເປັນທະຫານ ກອງ ບັນຊາການ ທະຫານ ເມືອງນານ. ອີງຕາມ ການບອກເລົ່າ ຂອງ ຍາດ ພີ່ນ້ອງ ຂອງ ຜູ້ເສັຽຊີວິດ ແລະ ກໍເລົ່າອີກວ່າ ຍັງມີຜູ້ ເສັຽຊີວິດ ອີກ ແຕ່ບໍ່ຮູ້ວ່າ ມີຈັກຄົນ, ແລະ ເປັນທະຫານ ຂອງຝ່າຍໃດ. ດັ່ງທ່ານ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ພຶສພາ ນີ້ວ່າ:
"ພີ່ນ້ອງທາງບ້ານ ເພິ່ນແຈ້ງວ່າ ຜູ້ນີ້ເສັຽຊີວິດ ລະເດີ ເຂົາເຈົ້າກໍໂພສລົງ ທາງອອນລາຍ ອີ່ຫຍັງຕ່າງໆ ຫັ້ນແຫຼະ ວ່າ ຍິງຢູ່ໃສ ຢູ່ໃສ, ຂະເຈົ້າ ຍິງທະຫານ ແມ່ນຫຍັງນີ້ນະ ແລະ ຜູ້ອື່ນແດ່ ເສັຽຊີວິດນຳ ແຕ່ເຮົາ ເກັບຂໍ້ມູນ ໄດ້ແຕ່ພີ່ນ້ອງ ຂອງເຮົາ ອັນຍິງ ຈັກຊົ່ວໂມງ ມີຈັກຄົນຕາຍ ເຮົາບໍ່ໄດ້ ເກັບກັບຂໍ້ມູນ ນະ".
ຈຸດທີ່ເກີດເຫດ ຍິງກັນແມ່ນ ຢູ່ເສັ້ນທາງ ຕັດໃໝ່ ຣະຫວ່າງ ເມືອງກາສີ ແຂວງ ວຽງຈັນ ຕໍ່ໃສ່ເມືອງນານ ແຂວງ ຫຼວງພຣະບາງ ຊຶ່ງເປັນ ເສັ້ນທາງ ດຽວກັນ ແລະ ບໍ່ຫ່າງຈາກ ຈຸດ ທີ່ມີການ ລັດຍິງ ລົດເມໂດຍສານ ຂອງຈີນ ແລະ ລົດ ກະບະ ໄທເກີ ໃນ ວັນທີ 23 ມິນາ ທີ່ ເຮັດໃຫ້ມີ ຜູ້ໂດຍສານ ຊາວຈີນ ໄດ້ຮັບບາດເຈັບ 6 ຄົນ ແລະ ຄົນລາວ 1 ຄົນ ເສັຽຊີວິດ.
ເຫດການ ຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ນັບແຕ່ເດືອນ ມົກກະຣາ ປີນີ້ ເປັນຕົ້ນມາ ມີດັ່ງນີ້:
• ວັນທີ 14 ມົກກະຣາ ມີກຸ່ມປະກອບ ອາວຸດ ລັດຍິງຣົດ ໂດຍສານ ວຽງຈັນ-ຫຼວງນໍ້າທາ ເຂດພູຄູນ ເມືອງກາສີ ແຂວງວຽງຈັນ ເຮັດໃຫ້ ຜູ້ໂດຍສານ ໄດ້ ຮັບບາດເຈັບ 1 ຄົນ.
• ວັນທີ 1 ມິນາ ມີການ ລັດຍິງຣົດເມ ໂດຍສານ ວຽງຈັນ- ຫຼວງພຣະບາງ ເຮັດໃຫ້ ຜູຸ້ໂດຍສານ ທີ່ ເປັນຄົນລາວ ໄດ້ຮັບບາດເຈັບ 5 ຄົນ, ແລະ ໃນ ມື້ດຽວກັນ ມີການລັດຍິງ ກໍາມະກອນ ຈີນ ທີ່ເຮັດວຽກ ຕັດໄມ້ ຢູ່ໜ້າ ເຂື່ອນ ນໍ້າງື່ມ 3 ເຮັດໃຫ້ ຄົນຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.
• ວັນທີ 7 ເມສາ, ມີຣາຍງານວ່າ ເຈົ້າໜ້າທີ່ ເມືອງແມດ ແຂວງ ວຽງຈັນ ໄດ້ຈັບ ກຸ່ມ ຜູ້ຕ້ອງສົງໄສ 30 ຄົນ ຊຶ່ງ ເຊື່ອກັນວ່າ ມີສ່ວນ ພົວພັນ ໃນການ ລັດຍິງ ຣົດ ກໍ່ກວນວຸ້ນວາຍ.