ໄທຍເຊັນສັນຍາ ຊື້ໄຟຟ້າ ເຂື່ອນປາກແບງ, ຜູ້ຖືກຜົລກະທົບ ຮ້ອນໃຈ

ໄຊຍາ
2023.09.18
ໄທຍເຊັນສັນຍາ ຊື້ໄຟຟ້າ ເຂື່ອນປາກແບງ, ຜູ້ຖືກຜົລກະທົບ ຮ້ອນໃຈ ແມ່ນ້ຳຂອງ ບໍຣິເວນ ທີ່ຈະມີການສ້າງເຂື່ອນ ປາກແບງ, ວັນທີ 15 ເດືອນຕຸລາ ປີ 2022.
RFA

ທັງຄົນລາວ ແລະ ຄົນໄທຍ ກັງວົນວ່າ ພາຍຫຼັງທີ່ທາງການໄທຍ ໄດ້ໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ທີ່ເປັນຣັຖວິສາຫະກິຈໄຟຟ້າໄທຍ ເຊັນສັນຍາຊື້ໄຟຟ້າ ຈາກເຂື່ອນໄຟຟ້າ ປາກແບງ ເຊິ່ງເປັນເຂື່ອນແມ່ນໍ້າຂອງຕອນລຸ່ມ ທີ່ຈະສ້າງໃສ່ແມ່ນໍ້າຂອງຢ່າງເປັນທາງການ ໃນວັນທີ 13 ກັນຍາ 2023 ນີ້.

ນຶ່ງໃນຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ແລະ ຖືກໂຍກຍ້າຍ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າຮູ້ສຶກວິຕົກ ແລະ ກັງວົນໃຈຫຼາຍ ເພາະບໍ່ຢາກໂຍກຍ້າຍອອກ ຈາກພື້ນທີ່ໄປຢູ່ບ່ອນໃໝ່ ແລະ ທີ່ສຳຄັນເຣື່ອງຄ່າທົດແທນ ຕ່າງໆ ທັງເງິນຄ່າຊົດເຊີຍ, ທີ່ດິນທຳການກະເສດ ແລະ ເຮືອນຈັດສັນກໍເກີດຄວາມກັງວົນວ່າ ຈະໄດ້ຮັບໜ້ອຍ ບໍ່ສົມເຫດສົມຜົລ.

ດັ່ງຊາວບ້ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ກັນຍາ ນີ້ວ່າ:

ພວກເຮົາກາກັງວົນຢູ່ ໄດ້ຍິນຂະເຈົ້າວ່າ ຢູ່ແຕ່ວ່າບໍ່ຮູ້ວ່າ ມັນຊິເປັນແນວໃດເນາະ ຖັດຈາກຮ້ານໄປຫັ້ນປະມານ 10 ກິໂລແມັດນີ້ແຫຼະ ກາຍັງບໍ່ຮູ້ເທື່ອວ່າເພິ່ນຊິເຮັດແນວໃດ ຍັງບໍ່ຮູ້ເທື່ອກາມີຄວາມກັງວົນຢູ່ເພາະວ່າ ຖ້າວ່າໄດ້ຍ້າຍຮ້ານມັນກາຊິ ເປັນແນວໃດ.

ຊາວລາວອີກທ່ານນຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ບໍ່ຢາກໃຫ້ມີການສ້າງເຂື່ອນໃສ່ແມ່ນໍ້າຂອງ ອີກເພາະເຂື່ອນໄຟຟ້າ ບໍ່ໄດ້ຊ່ອຍໃຫ້ປະຊາຊົນລາວ ແລະ ຄົນໃນພື້ນທີ່ໂຄງການ ກໍ່ສ້າງມີຄຸນນະພາບຊີວິດ ການເປັນຢູ່ທີ່ດີຂຶ້ນ. ນອກຈາກນີ້ຍັງສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຂ້ອນຂ້າງຮຸນແຮງ ທັງການແລ່ນເຮືອທ່ອງທ່ຽວ, ການຫາປາ ຂອງປະຊາຊົນ, ພື້ນທີ່ການກະເສດ ແລະ ການໂຍກຍ້າຍຖີ່ນຖານທຸກສິ່ງຢ່າງ ຈະເກີດການປ່ຽນແປງໄປເລື້ອຍໆ .

ດັ່ງຊາວບ້ານ ທ່ານນີ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກາໄດ້ຍິນຂ່າວວ່າ ເຂົາເຊັນແລ້ວເຣື່ອງຄ່າທົດແທນນີ້ນ່າ. ປະຊາຊົນເຂົາບໍ່ມີບ່ອນທຳມາຫາກີນຫັ້ນນ່າ ຄັນເຮັດເຂື່ອນຫຼາຍແລ້ວ ປະຊາຊົນຊິໄດ້ໃຊ້ໄຟຖືກກາບໍ່ແມ່ນແຮງແພງຂຶ້ນ ອີກເຮັດໃຫ້ປະຊາຊົນທຸກຍາກກ່ວາເກົ່າຫັ້ນ. ໂອ້ຍ ຜູ້ທຸກແຮງທຸກພວກແລ່ນເຮືອນ ກາແຮງຍາກ ແຫຼະປານໍ້າຂອງ ກາບໍ່ມີແລ້ວ ຕໍ່ໄປກາຢາກຍາກແລ້ວ.

ອີງຕາມການຣາຍງານ ການປະເມີນຜົລກະທົບດ້ານ ສິ່ງແວດລ້ອມ ແລະ ສັງຄົມໂຄງການເຂື່ອນໄຟຟ້າປາກແບງ ລະບຸວ່າ ຈະມີຊາວບ້ານໄດ້ຮັບຜົລກະທົບໂດຍກົງ ແລະ ທ້າງອ້ອມຈຳນວນ 26 ບ້ານໃນ 3 ແຂວງຄື ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 3 ບ້ານ ແລະ ເມືອງຄອບແຂວງໄຊຍະບູຣີ 2 ບ້ານ. ໂດຍໃນຈຳນວນ 26 ບ້ານທີ່ຈະຖືກຜົລກະທົບ ຈາກໂຄງການດັ່ງກ່າວ ຈະມີພຽງ 7 ບ້ານ, 923 ຄອບຄົວ ປະຊາຊົນ ປະມານ 4,700 ປາຍຄົນ ຈະສູນເສັຍທີ່ດິນ ແລະ ຖືກໂຍກຍ້າຍອອກຈາກພື້ນທີ່ ປະກອບມີ ບ້ານກ້ອນຕື່ມ ເມືອງປາກທາ ແຂວງບໍ່ແກ້ວ 223 ຄອບຄົວ, ບ້ານຄອບ ເມືອງຄອບ ແຂວງໄຊຍະບູຣີ 139 ຄອບຄົວ,  ບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 132 ຄອບຄົວ, ບ້ານຫ້ວຍຄູນ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 150 ຄອບຄົວ, ບ້ານຫຼວງຕົງ ເມືອງປາກແບງ ແຂວງອຸດົມໄຊ 68 ຄອບຄົວ, ບ້ານຫອມໄຊ ເມືອງປາກແບງ ແຂວງອຸດົມໄຊ 144 ຄອບຄົວ ແລະ ບ້ານໂຄກກະເມືອງປາກແບງ ແຂວງອຸດົມໄຊ 67 ຄອບຄົວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວກ່າວວ່າ ຫຼັງຈາກທີ່ໂຄງການເຂື່ອນໄຟຟ້າ ປາກແບງໄດ້ມີການເຊັນສັນຍາ ຊື້-ຂາຍ ໄຟຟ້າ ຫຼື PPA ຢ່າງເປັນທາງການແລ້ວນັ້ນ ບໍຣິສັດຜູ້ພັທນາໂຄງການ ສາມາດດຳເນີນການ ກໍ່ສ້າງໄດ້ໃນທັນທີ.

ຄຽງຄູ່ກັນນີ້ ບໍຣິສັດ ພັທນາໂຄງການ ກໍຈະເຮັດວຽກຮ່ວມກັນກັບທາງການລາວ ເພື່ອດໍາເນີນການຊອກຫາເນື້ອທີ່ ບຸກເບີກເພື່ອສ້າງບ້ານຈັດສັນ, ບຸກເບີກພື້ນທີ່ທຳການກະເສດ ແລະ ຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ເຊິ່ງຈະຊ້າ ຫຼື ໄວກໍຂຶ້ນຢູ່ກັບບໍຣິສັດ ຜູ້ພັທນາໂຄງການ.

ດັ່ງເຈົ້າໜ້າທີ່ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກາຖືວ່າສາມາດກໍ່ສ້າງ ໄດ້ແລ້ວຕ້ອງໄປເຮັດຄຽງຄູ່ກັນໄປ ເພາະວ່າໄປເຮັດໂຕນຶ່ງ ສຳເຣັດແລ້ວ ມັນຈະຖ້າດົນເນາະ (ແຈ້ງຂໍ້ມູນຕໍ່ຊາວບ້ານ) ບ້ານທີ່ຖືກພື້ນທີ່ ນໍ້າຖ້ວມກາຫຼັກໆ ຂະເຈົ້າຈັດຕັ້ງປະຕິບັດ ກໍ່ສ້າງໄປນຳເລີຍຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ກະຊວງພະລັງງານ ຂອງໄທຍກ່າວວ່າ ໄດ້ມີການເຊັນສັນຍາ ຊື້-ຂາຍ ໄຟຟ້າໂຄງການເຂື່ອນໄຟຟ້າ ປາກແບງຢ່າງເປັນທາງການ ໃນວັນທີ 13 ກັນຍາ 2023 ຜ່ານມາ. ຫຼັງຈາກນີ້ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ຈະດຳເນີນການສຶກສາ ຣາຍລະອຽດ ກ່ຽວກັບແຜນການປະຕິບັດງານ ຂອງບໍຣິສັດຜູ້ພັທນາໂຄງການ ທັງເຣື່ອງການປະມານເມີນຜົລກະທົບ ຂ້າມຊາຍແດນ, ການຈັດຕັ້ງກອງທຶນ ເພື່ອທົດແທນຜົລກະທົບ ແລະ ຄວາມຄືບໜ້າ ຂອງໂຄງການກໍ່ສ້າງ ຫາກບໍ່ມີຂໍ້ກັງວົນ ຫຼື ການສຶກສາຜົລກະທົບ ເພີ່ມການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ກໍຈະສົ່ງໃຫ້ບໍຣິສັດຜູ້ພັທນາ ໂຄງການເຣີ່ມກໍ່ສ້າງເຂື່ອນໄຟຟ້າ ປາກແບງໃນທັນທີ.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ຂອງໄທຍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ໄທຍ) “ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ (ກຝຜ) ໄດ້ລົງນາມສັນຍາ ຊື້-ຂາຍ ໄຟຟ້າແລ້ວ ແຕ່ວ່າເຂົາ (ບໍຣິສັດຜູ້ພັທນາໂຄງການ) ຈະຕ້ອງສົ່ງພວກຣາຍງານຜົລກະທົບ ຂ້າມພົມແດນກັບແນວທາງການຈັດຕັ້ງ ກອງຢຽວຢາຜົລກະທົບ ໃຫ້ແລ້ວກ່ອນຈຶ່ງຈະເຣີ້ມດຳເນີນການໄດ້ ເຊິ່ງເຂົາຈະຕ້ອງຈັດສົ່ງໃຫ້ ກຟຜ ກ່ອນໃຫ້ຄົບທັງໝົດ.”

ເຈົ້າໜ້າທີ່ ບໍຣິສັດ Gulf Energy Development ປະເທດໄທຍ ເປັນນຶ່ງໃນບໍຣິສັດ ຜູ້ພັທນາໂຄງການຂອງໂຄງການ ເຂື່ອນໄຟຟ້າ ກ່າວວ່າ ສັນຍາ ຊື້-ຂາຍ ໄຟຟ້າ ຂອງໂຄງການເຂື່ອນໄຟຟ້າ ປາກແບງໄດ້ມີການເຊັນສັນ ຍາກັນແລ້ວ ແຕ່ບໍ່ຣິສັດບໍ່ສາມາດເປີດເຜີຍຣາຍລະອຽດ ຂອງສັນຍາໄດ້ ແຕ່ຫຼັງຈາກນີ້ບໍຣິສັດ ຈະເຂົ້າໄປດຳເນີນການກໍ່ສ້າງ ເຂື່ອນໄຟຟ້າປາກແບງ ທັນທີ.

ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ໄທຍ) “ຄືປົກກະຕິສັນຍາ ຊື້-ຂາຍ ໄຟຟ້າ ຫຼື PPA ມັນຈະບໍ່ໄດ້ມີໃຫ້ປະຊາຊົນ ສາມາດເຂົ້າໄປອ່ານສັນຍາໄດ້ ຢູ່ແລ້ວ.

ພາກປະຊາຊົນສົງຄົມໄທຍ ນຳໂດຍກຸ່ມຮັກຊຽງຂອງ ຮ່ວມກັບເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງ ໄດ້ເຮັດໜັງສືດ່ວນເຖີງ ທ່ານ ເສດຖາ ທະວີສິນ, ນາຍົກຣັຖມົນຕຣີໄທຍ ແລະ ທ່ານ ພີຣະພັນ ສາລີຣັດວິພາກ, ຣັຖມົນຕຣີ ກະຊວງພະລັງງານ ຂອງໄທຍ ເພື່ອຂໍໃຫ້ທົບທວນ ຫຼື ຍົກເລີກສັນຍາ ຊື້-ຂາຍ ໄຟຟ້າ ຂອງໂຄງການເຂື່ອນໄຟຟ້າ ປາກແບງ ກັບບໍຣິສັດຜູ້ພັທນາ ໂຄງການກໍຄືບໍຣິສັດ ປາກແບງພາວເວີ້ຣ໌ ຈຳກັດ.

ດັ່ງຜູ້ຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ໄທຍ) “ເຮົາກາເຫັນວ່າເປັນຫຍັງ ຈຶ່ງຮີບດ່ວນຂນາດນັ້ນ ທັງທີ່ຫຼາຍໆ ໜ່ວຍງານຍັງຈະຕ້ອງປຶກສາ ຫາລືກັນເນາະອັນນີ້ເປັນເຣື່ອງໃຫຍ່ ມັນກະທົບຕໍ່ເຂດແດນ ແລະ ອະທິປະໄຕ ເຊິ່ງມັນເປັນເຣື່ອງລະອຽດ ອ່ອນຢູ່ໆ. ກາຕັດສິນໃຈໄປແບບນັ້ນ ຊາວບ້ານກາຫວັ່ນວິຕົກຢູ່ແລ້ວ ໃນເຣື່ອງນີ້ມັນເປັນເຈົ້າໜ້າທີ່ ຂອງຣັຖ (ໄທຍ) ທີ່ເຂົາເຮັດຜິດ, ຜິດຂັ້ນຕອນ, ຜິດຂະບວນການ. ເຂົາຈະຕ້ອງຖອຍ. ເຂົາຈະຕ້ອງຮື້(ຂະບວນການ)ໃໝ່.

ໜັງສືທີ່ສົ່ງເຖິງຣັຖບານໄທຍ ລະບຸວ່າ ໂຄງການເຂື່ອນໄຟຟ້າ ປາກແບງ ໄດ້ມີການຈັດຕັ້ງ ກອງປະຊຸມຕາມຂະບວນການແຈ້ງການ ປຶກສາຫາລືລ່່ວງໜ້າ ແລະ ຂໍ້ຕົກລົງ ຫຼື PNPCA ຕາມ ຂໍ້ຕົກລົງແມ່ນໍ້າຂອງ ເມື່ອວັນທີ 20 ທັນວາ 2015 ເຖີງວັນທີ 19 ມິຖຸນາ 2016 ລວມໄລຍະ 6 ເດືອນຕາມລະບຽບໂດຍປະຊາຊົນໄທຍ ມີຄວາມກັງວົນ ຕໍ່ກັບໂຄງການດັ່ງກ່າວ ຢ່າງໜ້ອຍ 7 ບັນຫາ ສຳຄັນເປັນຕົ້ນຜົລກະທົບ ຈາກພາວະນໍ້າເພີ່ມສູງຂຶ້ນ ຈາກອ່າງເກັບນໍ້າຂອງເຂື່ອນປາກແບງ ໃນເຂດຊາຍແດນໄທຍ ຢູ່ເມືອງວຽງແກ່ນ, ເມືອງຊຽງຂອງ ແລະ ເມືອງຊຽງແສນ ແຂວງຊຽງຮາຍ.

ຜົລກະທົບສະສົມ ຈາກເຂື່ອນຈິ່ງຫົງທີ່ຕັ້ງຢູ່ ໃນເຂດປະເທດຈີນ ທາງຕອນເທີງ ແມ່ນໍ້າຂອງ ຫ່າງຈາກຊາຍແດນ ໄທຍ-ລາວ-ພະມ້າ ປະມານ 200 ກິໂລແມັດ ເປັນເຫດໃຫ້ສົ່ງຜົລກະທົບ ຕໍ່ລະບົບນິເວດ ແລະ ປະຊາຊົນໄທຍ ທີ່ຢູ່ທ້າຍນໍ້າໃນແຂວງຊຽງຮາຍ ຫຼາຍກ່ວາ 20 ປີໂດຍບໍ່ມີການແຈ້ງເຕືອນ ລ່ວງໜ້າແລະ ບໍ່ມີມາຕການບັນເທົາຜົລກະທົບ.

ນອກຈາກນີ້ຍັງມີຜົລກະທົບ ຕໍ່ການອົບພະຍົບຂອງປາ ແລະ ການປະມົງ ຂອງຊຸມຊົນ ແຄມແມ່ນໍ້າຂອງ ຜົລກະທົບຕໍ່ການເກັບໄຄ ແມ່ນໍ້າຂອງ ໃນໄລຍະຣະດູແລ້ງ ທີ່ເປັນສີນຄ້າເສຖກິຈ ທ້ອງຖີ່ນຂອງຄົນທັງ 3 ເມືອງ ໃນແຂວງຊຽງຮາຍ ແລະ ຜົລກະທົບຕໍ່ເສັ້ນເຂດແດນ ໄທຍ-ລາວ ທີ່ມີເກາະດອນ ເປັນຈໍານວນຫຼາຍ ອາດຈະເສັຍດິນແດນ ທາງອະທິປະໄຕ ຈາກກໍຣະນີພາວະນໍ້າເພີ່ມສູງຂຶ້ນ ຕລອດທັງປີ.

ສໍາສັບໂຄງການ ເຂື່ອນປາກແບງ ມີກໍາລັງການຕິດຕັ້ງ 912 ເມກະວັດ ຕັ້ງຢູ່ບ້ານປາກເງີຍ

ເມືອງປາກແບງ ແຂວງອຸດົມໄຊ ໂດຍມີບໍຣິສັດ China Datang Oversea Investment ປະເທດຈີນເປັນຜູ້ພັທນາ ແລະ ຮັບເໝົາກໍ່ສ້າງ, ມູນຄ່າການລົງທຶນປະມານ 1,880 ລ້ານໂດລ້າຣ໌ສະຫະຣັຖ. ສ່ວນໄຟຟ້າ ທີ່ຜລິດຈາກໂຄງການເຂື່ອນປາກແບງ ຕາມແຜນຈະສົ່ງຂາຍໃຫ້ປະເທດໄທຍ 95% ແລະ ຣັຖວິສາຫະກິຈ ໄຟຟ້າລາວ 5%.

ໂຄງການເຂື່ອນໄຟຟ້າ ປາກແບງ ມີບໍຣິສັດ China Datang Oversea Investment ປະເທດຈີນຖືຮຸ້ນ 51% ແລະ ບໍຣິສັດ Gulf Energy Development ຂອງປະເທດໄທຍ ຖືຮຸ້ນ 49%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.