ເຂດພັທນາ ສີທັນດອນ ຍັງກວມເອົາດິນ ຂອງຊາວບ້ານ

ອຸ່ນແກ້ວ
2022.08.03
ເຂດພັທນາ ສີທັນດອນ ຍັງກວມເອົາດິນ ຂອງຊາວບ້ານ ການກໍ່ສ້າງ ຕຶກອາຄານ ໂຮງແຮມ, ບ້ານພັກ, ໃນໂຄງການພັທນາ ສີທັນດອນ ຂອງບໍຣິສັດຈີນ, ຢູ່ ເມືອງໂຂງ ແຂວງຈໍາປາສັກ
ນັກຂ່າວ ພົລເມືອງ

ເຂດ​ພັ​ທ​ນາ​ເສ​ຖ​ກິຈໃໝ່ ສີ​ທັນ​ດອນ ຂອງ​ນັກ​ລົງ​ທຶນ​ຈີນ ໄດ້​ເປີດໂຕ​ໂຄງ​ການ ໂຮງ​ແຮມ​ແຄນ​ຄູ່ ແລະ ໂຄງ​ການ​ສາງ ຄ່ຽນຖ່າຍ​ສິນຄ້າ, ແຕ່ທັງ​ສອງ​ໂຄງ​ການຈະ​ກວມ​ເອົາ​ທີ່​ດິນ ​ຂອງ​ຊາວ​ບ້ານຈຳ​ນວນ​ນຶ່ງ.

ການເປີດ​ສອງ​ໂຄງ​ການດັ່ງ​ກ່າວ ມີ​ຂຶ້ນ​ໃນ​ວັນ​ທີ 27 ກໍ​ຣະ​ກະ​ດາ ເຊິ່ງ​ປະ​ກອບ​ມີ  ໂຄງ​ການ​ໂຮງ​ແຮມ​ແຄນ​ຄູ່ ທີ່​ມີ​ຄວາມ​ສູງ 240 ແມັດ ແລະ ໂຄງ​ການ​ສາງ ​ຄ່ຽນຖ່າຍ​ສິນ​ຄ້າ ໜອງ​ນົກ​ຂຽນ ທີ່​ຕັ້ງຢູ່​ ​ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ທ່ານນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ສິງ​ຫາ ວ່າ:  

ທາດ່ານຊາຍແດນ ລາວ-ກັມພູຊາ ເພິ່ນກຳລັງຊິເຮັດ ສາງຄ່ຽນຖ່າຍສິນຄ້າ ຄ່ຽນຖ່າຍສິນຄ້າ ຈະເຮັດດ່ວນ ແຕ່ວ່າ ໂຕບໍຣິສັດ ມະຫານະທີ ສີທັນດອນນີ້ແມ່ນ ສ້າງຕຶກນີ້ຈະໄດ້ໃຊ້ເວລາ ເພາະວ່າ ສັມປະທານແລ້ວ ເຊັນກັນຍາວເນາະ.”

ທ່ານ ກ່າວ​ຕື່ມ​ວ່າ ໂຄງ​ການ​ຖ່າຍ​ຄ່ຽນ​ສິນ​ຄ້າ ໜອງ​ນົກ​ຂຽນ ຢູ່​ຫ່າງ​ຈາກ​ຊາຍ​ແດນ ​ລາວ-ກັມ​ພູ​ຊາ ປະ​ມານ 3 ກິ​ໂລ​ແມັດ ເຊິ່ງໃນ​ໄລ​ຍະ​ທຳ​ອິດ ຂອງ​ໂຄງ​ການ ກວມ​ເອົາ​ເນື້ອ​ທີ່ 120,000 ຕາ​ແມັດ ແລະ ເນື້ອ​ທີ່​ສ້າງ​ປະ​ມານ 22,000 ຕາ​ແມັດ ແລະ ຫຼັງ​ຈາກ​ສ້າງ​ສຳ​ເຣັດແລ້ວ ກໍ​ຈ​ະຍົກ​ລະ​ດັບ​ ໃຫ້​ເປັນ​ເຂດ​ໂລ​ຈິ​ສ​ຕິກສ໌ ລະ​ຫວ່​ງລາວ, ໄທ ແລະ ກັມ​ພູ​ຊາ.

ສ່ວນ​ໂຄງ​ການ​ ໂຮງ​ແຮມ​ແຄນ​ຄູ່ ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ ການ​ສຳ​ຣວດ ທໍ​ຣະ​ນີ​ສາ​ຕ ແລະ ມີ​ກຳ​ນົດການ​ຈະ​ວາງ​ສີ​ລາ​ເຣິກ ​ຫຼັງ​ຈາກ​ລະ​ດູ​ຝົນປີນີ້ ແຕ່ທັງ​ສອງ​ໂຄງ​ການ ຍັງ​ບໍ່​ກຳ​ນົດ​ເວ​ລາ ຈະ​ສ້າງ​ສຳ​ເຣັດ​ເມື່ອ​ໃດ.

ການ​ໃຫ້​ນັກ​ລົງ​ທຶນ ​ເຂົ້າ​ມາ​ສັມ​ປະ​ທານ​ ເຮັດ​ໂຄງ​ການພັ​ທ​ນາ ຢູ່​ໃນ​ເຂດ​ດັ່ງ​ກ່າວ ກໍ​ເຮັດ​ໃຫ້​ເກີດ​ທັງ​ຜົ​ລ​ດີ ແລະ ຜົ​ລ​ເສັຽ.

ຊາວ​ບ້ານ ​ຢູ່​ເຂດ​ໃກ້​ຄຽງ​ ໄດ້​ກ່າວ​ວ່າ:

ໄດ້ຍິນວ່າ ເຂົາເຈົ້າເຮັດພວກອອຟີ ຍັງເຂົາແລ້ວໝົດແລ້ວ. ໂອ! ມັນກະໄດ້ 2 ແບບເນາະ, ມັນກະທັງດີ, ທັງຮ້າຍ ນຳກັນຫັ້ນແຫຼະ. ມັນກະທັມດາ ມັນກະແນ່ນອນແຫຼະ ນັກລົງທຶນມັນກະຕ້ອງມີຜົໂຍດ ມັນຈຶ່ງເຮັດເນາະ ຖ້າມັນເວົ້າເຣື່ອງໂລກທ່ອງທ່ຽວນີ້ ຈີນເຂົາກະຢູ່ແຕ່ເຂົາໃດ໋.”

ຢູ່​ໃນ​ເຂດ​ພັ​ທ​ນາ ຍັງ​ບໍ່​ມີ​ໂຄງ​ການ​ຫຍັງ ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ນອກ​ຈາກ​ແຫຼ່ງ​ທ່ອງ​ທ່ຽວ​ທັມ​ຊາຕ ເດີມ​ທີ່​ມີ​ຢູ່​ແລ້ວ. ຜູ້​ປະ​ກອບ​ການ​ທ່ອງ ຢູ່​ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ວ່າ:

ສີທັນດອນບໍ່ ກະບໍ່ປານໃດ ມີແຕ່ເຮົາຊິໄປເບິງຫົວຣົໄຟ ແລ້ວກະຫຼີ່ຜີ ສ່ວນຫຼາຍເຮົາກະເບິ່ງວິວເບິ່ງຫຍັງຢູ່ຫັ້ນແຫຼະ ກະຍັງຄືເກົ່າ ມີແຕ່ໂຮງແຮມຫຍັງເພິ່ນເຮັດໃໝ່ ມີຊິບປິ້ງຫຍັງນຳ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຂ​ຍາຍ​ເນື້ອ​ທີ່​ ຂອງ​ໂຄງ​ການ​ດັ່ງ​ກ່າວ ໄດ້​ໄປ​ກວມ​ເອົາ​ທີ່​ດິນ ​ຂອງ​ຊາວ​ບ້ານຈຳ​ນວນ​ນຶ່ງ ແຕ່ໂຄງ​ການ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ເຣື່ອງນີ້.

ຊາວ​ບ້ານ​ທີຢູ່​ໃກ້​ຄຽງ ໂຄງ​ການ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ມີຢູ່ເຂົາເຈົ້າ ສ້າງຢູ່ຝັ່ງຄອນພະເພັງ ເຮັດຕຶກເຮັດຫຍັງຫຼາຍ ເພິ່ນກະຊົດເຊີຍຢູ່ ໄດ້ຊົດເຊີຍ ແຕ່ວ່າ ກະບໍ່ແມ່ນດິນຂ້ອຍ. ຂ້ອຍບໍ່ໄດ້ຢູ່ຫັ້ນ​​ນ່າ. ເຫັນປະຊາຊົນ ເຂົາເຈົ້າເວົ້າຢູ່ວ່າ ທາງໂຄງການ ຖືວ່າຊົດເຊີຍຢູ່ ບໍ່ຮູ້ວ່າ ມັນໜ້ອຍຫຼາຍສ່ຳໃດ.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ​ຕິດ​ຕໍ່ ​ຫາ​ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ການ​ຂ​ຍາຍ ​ໂຄ​ງການ​ໃໝ່​ນີ້ ເພື່ອ​ຖາມ​ກ່ຽວ​ກັບ​ ຈຳ​ນວນ​ເນື້ອ​ທີ່​ດິນ ທີ່​ເຂົາ​ເຈົ້າ​ຈະ​ເສັຽ​ໃຫ້​ ແກ່​ໂຄງ​ການ, ແຕ່ ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ກຳ​ລັງ​ວັດ​ແທກ ແລະ ປະ​ເມີນເຣື່ອງ​ຜົ​ລ​ກະ​ທົບ​ຢູ່ ເຮັດ​ໃຫ້​ປະ​ຊາ​ຊົນຢູ່​ເຂດ​ໃກ້​ຄຽງ​ ໂຄງ​ການ ມີ​ຄວາມ​ກັງ​ວົນວ່າ ຈະ​ເສັຽ​ທີ່​ດິນ.

ຊາວ​ບ້ານ​ຢູ່​ເມຶອງ​ໂຂງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ມັນມາອັນນີ້ ປະຊາຊົນຫຼາຍ ຈະເອົາທີ່ນາ ກຳລັງມີການຍາຍເນື້ອທີ່ ຕອນນີ້ ເພິ່ນກະຍັງແທກ ຍັງປະເມີນວ່າ ຈັກເຮັດຕ້າຣ໌, ຈັກໄລ່. ຄັນເພິ່ນເອົາກະຕ້ອງໄດ້ຍ້າຍ ກະຕ້ອງໄດ້ຊົດເຊີຍ ຢ່າມະຫານສານ ຄັນວ່າ ບໍ່ຄົບກະບໍ່ຢາກໄປຫັ້ນແຫຼ.”

ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ​ຕິດ​ຕໍໍ່ຫາ​ ຫ້ອງ​ການ​ປົກ​ຄອງ​ເມືອງ​ໂຂງ ເພື່ອ​ຖາມ​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ຈຳ​ນວນ​ຊາວ​ບ້ານ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ການ​ຂ​ຍາຍ​ເນື້ອ​ທີ່ ​ໂຄງ​ການ ແຕ່ບໍ່​ມີ​ໜ່ວຍ​ງານ​ໃດ ສາ​ມາດ​ເປີດ​ເຜີຍ​ຂໍ້​ມູນ​ໄດ້.

ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ບໍ​ຣິ​ສັດ ມະ​ຫາ​ນະ​ທີ​ ສີ​ທັນ​ດອນ ຈຳ​ກັດ ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ໂຄງ​ການ ​ດັ່ງ​ກ່າວ ໄດ້​ຣາຍ​ງານ​ວ່າ ມີ​ແຜນ​ຈະ​ສືບ​ຕໍ່​ພັ​ທ​ນາ​ ໂຄງ​ສ້າງ​ພື້ນ​ຖານ ແລະ ຈະ​ທົດ​ແທນ​ຄືນ​ທີ່​ດິນ​ ຈໍ​າ​ນວນ 1,000 ເຮັກ​ຕ້າຣ໌ ໃຫ້​ແກ່​ຊາວ​ບ້ານ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ພາຍ​ໃນ​ປີນີ້.

ນອກ​ຈາກນີ້ ບໍ​ຣິ​ສັດ​ດັ່ງ​ກ່າວ ຍັງ​ສືບ​ຕໍ່​ສ້າງກັນ​ຕາ​ຝັ່ງ​ເຈື່ອນ ​ແຄມ​ແມ່​ຂອງ ແລະ ປັບ​ປຸງ​ເຂດ​ທ່ອງ​ທ່ຽວ ​ນ້ຳ​ຕົກ​ຄອນ​ພະ​ເພັງ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ໜັງ​ສື​ພິມ​ປະ​ຊາ​ຊົນ.

ໂຄງ​ການ ​ເຂດພັ​ທ​ນາເສ​ຖ​ກິ​ຈໃໝ່​ ສີ​ທັນ​ດອນ ຂອງ​ບໍ​ຣິ​ສັດ ລາວ​ມະ​ຫາ​ນະ​ທີ ສີ​ທັນ​ດອນ ຈຳ​ກັດ ຂອງ​ຈີນ ມີ​ມູນ​ຄ່າ​ການ​ລົງ​ທຶນ​ ປະ​ມາ​ນ 9 ຕື້ ໂດ​ລ້າຣ໌ ແລະ ຈ​ະ​ໃຊ້​ເນື້ອ​ທີ່​ທັງ​ໝົດເກືອບ 10,000 ເຮັກ​ຕ້າຣ໌.

ໂຄງ​ການ​ດັ່ງ​ກ່າວ ​ເຣີ່ມດຳ​ເນີນ​ການມ​າ​ ແຕ່​ປີ 2018 ປະ​ກອບ​ມີ ການກໍ່​ສ້າງ ໂຄງ​ສ້າງ​ພື້ນ​ຖານ, ແຫຼ່ງ​ທ່ອງ​ທ່ຽວ, ທະ​ນາ​ຄານ ແລະ ສ​ຖາ​ບັນ​ການ​ເງິນ, ໂຄງ​ສ້າງ​ພື້ນ​ຖານ ​ດ້ານ​ການ​ສຶກ​ສາ, ສາ​ທາ​ຣະ​ນະ​ສຸ​ຂ, ພັ​ທ​ນາ​ບຸກ​ຄະ​ລາ​ກອນ ແລະ ສີ​ມື​ໂຮງ​ງານ ລວມ​ທັງ​ໂຄງ​ການ ​ແຫຼ່​ງ​ທ່ອງ​ທ່ຽວ, ແຫຼ່ງ​ບັນ​ເທິງ, ຄາ​ຊິ​ໂນ ແລະ ອື່ນໆ.

ສື່ມວນ​ຊົນ​ລາວ ໄດ້​ຣາຍ​ງານ​ວ່າ ໃນ​ປີ 2022 ບໍ​ຣິ​ສັດ ມະ​ຫາ​ນະ​ທີ​ ສີ​ທັນ​ດອນ ຈຳ​ກັດ ມີ​ແຜນ​ເປີດ​ພື້ນ​ທີ່​ 66 ເຮັກ​ຕ້າຣ໌ ໃຫ້​ນັກ​ລົງ​ທຶນ ໃນ​ໄລ​ຍະ​ທຳ​ອິດ ເຊິ່ງ​ນອກ​ຈາກ ໂຄງ​ການ​ໂຮງ​ແຮມ​ແຄນ​ຄູ່ ແລະ ສາງ​ຄ່ຽນ​ສິ​ນ​ຄ້າແລ້ວ ຍັງ​ມີ​ໂຄງ​ການ ​ສ້າງ​ສ​ນາມກອລ໌​ຟ​ ຂ​ນາດ 36 ຫລຸມ ແລະ ໂຄງ​ການ​ລ້ຽງ​ປາ 20,000 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.