ຊາວຊຽງຣາຍເດືອດຮ້ອນ ຍ້ອນຄວັນຈູດປ່າ

0:00 / 0:00

ການຈູດປ່າ ເຮັດໄຮ່ ໃນແຂວງ ພາກເໜືອ ຂອງລາວ ສົ່ງ ຄວັນ ໄປເຖິງຊາວໄທ ໃນແຂວງ ຊຽງຣາຍ.

ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ກ່າວຕໍ່ RFA ໃນວັນທີ 12 ເມສາ ນີ້ວ່າ ມີການ ຖາງ ແລະ ຈູດປ່າ ຢູ່ແຂວງ ພາກເໜືອ ຂອງລາວ ໃນຊ່ວງນີ້ ເພາະເປັນ ຣະດູ ເລີ້ມການ ປູກຝັງ ເຮັດໄຮ່ ຊຶ່ງເປັນການ ຍາກ ທີ່ຈະແກ້ໄຂ ບໍ່ໃຫ້ມີ ຄວັນໄຟ ຈາກ ການຈູດໄຮ່ ຈົນສ້າງ ຄວາມເດືອດຮ້ອນ ໄປຮອດ ຊາວໄທ ໃນແຂວງ ຊຽງຣາຍ ທີ່ຕ້ອງພາກັນ ອອກມາ ຮ້ອງຮຽນ ໃຫ້ ຊ່ວຍແກ້ໄຂ:

"ກໍແມ່ນແລ້ວ ຣະຍະນີ້ ແມ່ນຣະຍະ ການກະກຽມ ໄຮ່ຜລິດ ຂອງ ພໍ່ແມ່ ປະຊາຊົນ ຄືວ່າແຫລະ ມັນມີແຂວງ ຫລວງພຣະບາງ ແຂວງ ອຸດົມໄຊ ສ່ວນຫລາຍແທ້ ຈັງຫວະນີ້ ມັນກໍໄດ້ ມີການຈູດໄຮ່ ຈູດສວນ ແຫລະເນາະ ແມ່ນຖາງປ່າ ເຜົາປ່າ ຂະເຈົ້າ ກໍຖາງກໍຈູດ ໄປຕາມນັ້ນ ມັນກໍເຮັດ ໃຫ້ອາກາດດີໆ ມືດຄື້ມໄປ".

ເມື່ອວັນທີ 10 ເມສາ 2013 ນີ້ ມີຊາວບ້ານ ໃນ ເມືອງຊຽງແສນ ແຂວງຊຽງຣາຍ ໄດ້ອອກມາ ຮຽກຮ້ອງ ໃຫ້ ທາງການໄທ ແລະ ທາງການລາວ ຊ່ວຍແກ້ໄຂ ບັນຫາ ຄວັນໄຟ ດັ່ງກ່າວ ຊຶ່ງ ຊາວເມືອງ ຊຽງແສນ ໄດ້ ຮັບເດືອດຮ້ອນ ຢ່າງໜັກໜ່ວງ ຈາກ ການຈູດປ່າ ໃນ ໄທເອງ ແລະ ໃນລາວ ຮວມເຖິງ ໃນພະມ່າ ນໍາດ້ວຍ.

ໃນບັນຫາ ໝອກຄວັນ ເຈົ້າໜ້າທີ່ລາວ ເວົ້າວ່າ ບໍ່ແມ່ນສະເພາະ ແຂວງບໍ່ແກ້ວ ເທົ່ານັ້ນ ທີ່ເປັນບັນຫາ ຍ້ອນວ່າ ຫລາຍແຂວງ ໃນພາກເໜືອ ເຊັ່ນ ຫລວງພຣະບາງ ອຸດົມໄຊ ຫລວງນໍ້າທາ ແລະ ໄຊຍະບູຣີ ກໍມີການ ຈູດໄຮ່ ໃນຊ່ວງ ຣະດູ ຕຣຽມການຜລິດ ປະຊາຊົນ ຖາງໄຮ່ ຈູດໄຮ່ ເພື່ອຕຽມ ການປູກຝັງ ໃນຣະດູຝົນ.

ບັນຫາ ໝອກຄວັນ ຈາກ ການຈູດປ່າ ຈູດໄຮ່ ນີ້ ຣັຖບານ ລາວແລະໄທ ໄດ້ຍົກຂຶ້ນ ຫາຣືກັນ ໃນກອງປະຊຸມ ຄະນະ ກັມມາທິການ ຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 18 ເມື່ອວັນທີ 31 ມີນາ ຫາທີ 3 ເມສາ ຜ່ານມານີ້. ແລະວ່າ ມາຕການ ແກ້ໄຂ ບັນຫາ ໃນ ເບື້ອງຕົ້ນນີ້ ທາງ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ໄດ້ສົ່ງ ເຈົ້າໜ້າທີ່ ລົງກວດກາ ເພື່ອຄວບຄຸມ ບໍ່ໃຫ້ການ ຈູດປ່າ ຈູດໄຮ່ ລຸກລາມ ຈົນກາຍ ເປັນໄຟ ໃໝ້ປ່າ ໃນຂອບເຂດ ກວ້າງ ທັງຍັງຈະບໍ່ໃຫ້ ມີການບຸກລຸກ ເຂົ້າຈູດ ໃນເຂດ ປ່າປ້ອງກັນ ອີກດ້ວຍ.