ປັດຈຸບັນ ທະຫານລາວ ຍັງປະຈຳການ ຢູ່ເທິງ ຣົດໂດຍສານ ໂດຍສະເພາະ ຣົດໂດຍສານ ສາຍເຫນືອ ຫຼາຍຄັນ ເພື່ອປ້ອງກັນ ຄວາມ ປອດພັຍ ສຳລັບ ຜູ້ໂດຍສານ ແລະ ນັກທ່ອງທ່ຽວ ທີ່ຈະເດີນທາງ ຈາກ ນະຄອນຫຼວງວຽງຈັນ ໄປ ແຂວງຫຼວງພຣະບາງ ຫລືເປັນບາງ ສາຍ ໃນເຂດພາກເຫນືອ ບ່ອນທີ່ມີ ການລັດຍິງຣົດ ເປັນບາງຄັ້ງ ບາງຄາວ ໃນຣະຍະ ຜ່ານມາ ຊຶ່ງເປັນນະໂຍບາຍ ຂອງກົມ ຂົນສົ່ງ ຮ່ວມມືກັບ ກະຊວງ ປ້ອງກັນ ປະເທດ. ດັ່ງເຈົ້າຫນ້າທີ່ ກົມຂົນສົ່ງ ທ່ານນຶ່ງ ກ່າວໃນວັນທີ 10 ມິນາ ນີ້ວ່າ:
"ໂດຍສານສະເພາະ ນະຄອນຫຼວງ ຫາ ແຂວງພາກເຫນືອນີ້ ຈະມີໂຕນີ້ ເພິ່ນປະຈຳ ມາແຕ່ດົນແລ້ວ ທີ່ແລ່ນ ສາຍພາກເຫນືອ ທີ່ໄດ້ ພົວພັນກັບ ກະຊວງ ກະຖືວ່າເພິ່ນ ສັນຍາຮ່ວມກັນ ເພື່ອຮັກສາ ຄວາປອດພັຍ".
ທ່ານກ່າວຕື່ມວ່າ ການມີທະຫານ ປະຈຳຢູ່ເທິງ ຣົດໂດຍສານ ນັ້ນມີມາແຕ່ປີ 2000 ບໍ່ແມ່ນມີຂຶ້ນ ຫລັງຈາກເກີດເຫດ ຄົນຮ້າຍ ລັດຍິງຣົດ ໂດຍສານ ຣະຫວ່າງ ວຽງຈັນ ຫາ ຫຼວງພຣະບາງ ແລະແຂວງ ໄຊສົມບູນ ແຕ່ຢ່າງໃດ, ທ່ານວ່າ ຣົດໂດຍສານ ທີ່ມີທະຫານ ປະຈຳຢູ່ນັ້ນ ບໍ່ແມ່ນ ຫມົດທຸກຄັນ ພຽງແຕ່ ຣົດໂດຍສານ ຂນາດໃຫຍ່ ເທົ່ານັ້ນ.
ທ່ານວ່າ ນອກຈາກນັ້ນ ກົມຂົນສົ່ງ ຍັງໄດ້ອອກຄຳສັ່ງ ໃຫ້ຣົດ ໂດຍສານສາຍ ເຫນືອບໍ່ໃຫ້ ຮັບເອົາ ຜູ້ໂດຍສານ ຣະຫວ່າງທາງ ສາມາດ ຮັບເອົາແຕ່ຜູ້ໂດຍສານ ຕາມສະຖານີ ຕ່າງໆເທົ່ານັ້ນ ຖ້າຜູ້ໃດ ຝ່າຝຶນ ຈະຖືກປັບໃຫມ ລົງໂທດ.
ສ່ວນຄວາມຄືບຫນ້າ ທີ່ທະຫານເຮັດປືນ ລັກລັ່ນໃສ່ກັນ ໃນເຂດເມືອງພູຄູນ ໃນວັນທີ 16 ກຸມພາ ຜ່ານມານັ້ນ ເທົ່າເຖິງ ປັດຈຸບັນ ກໍຍັງ ບໍ່ຮູ້ວ່າ ສາມາດຈັບຜູ້ ຕ້ອງສົງໃສ ໄດ້ຫລືບໍ.
