ສຳນັກຊັພຍາກອນ ນ້ຳແຫ່ງຊາດ ປະເທດໄທຍ, ເຈົ້າໜ້າທີ່ແຂວງເລີຍ ແລະ ອົງການພາກປະຊາສັງຄົມລຸ່ມແມ່ນ້ຳຂອງ ໄດ້ຈັດເວທີເສວະນາ ທີ່ມີຫົວຂໍ້ວ່າ “ລ້ອມວົງຄົນແຄມຂອງ” ກ່ຽວກັບໂຄງການເຂື່ອນຊະນະຄາມ ໃນປະເທດລາວ ທີ່ຈະສ້າງໃສ່ແມ່ນ້ຳຂອງຢູ່ ລະຫວ່າງ ເມືອງຊະນະຄາມຂອງລາວ ແລະ ແຂວງເລີຍ ປະເທດໄທຍ.
ໃນງານເສວະນາ ໃນວັນທີ 17 ທັນວາ, ຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ກໍສະແດງຄວາມກັງວົນຫຼາຍຢ່າງຕໍ່ການສ້າງເຂື່ອຊະນະຄາມ ຍ້ອນວ່າ ຈະເຮັດໃຫ້ຊາວລາວ ຫຼາຍຄອບຄົວ ຖືກຍົກຍ້າຍບ່ອນຢູ່ອາ ແລະສິ່ງແວດລ້ອມ ລວມທັງສັດນ້ຳ ຈະຖືກທຳລາຍ ອີກດ້ວຍ. ຜູ້ຊ່ວຍສາສດາຈານ ດຣ. ພີຣະທອນ ບຸນຍະຣັຕພັນ ຊ່ຽວຊານດ້ານເສຖກິຈ-ສັງຄົມ ຈາກມະຫາວິທຍາໄລນະເຣສວນ ປະເທດໄທຍ ໄດ້ກ່າວ ໃນວັນທີ 17 ທັນວາ ວ່າ:
"ຂໍ້ ມູນ ທີ່ ເຈົ້າ ຂອງ ໂຄງ ການ ດັ່ງ ກ່າວ ໄດ້ ສ ເນີ ຂຶ້ນ ມາ ແລ້ວ ມີ ການ ວິ ເຄາະ ໄດ້ ພົບ ວ່າ ຜົ ລກ ະ ທົບ ທີ່ ຈະ ເກີດ ຂຶ້ນ ກໍ ຈະ ເຮັດ ໃຫ້ ເກີດ ການ ຍົກ ຍ້າຍ ຖິ່ນ ຖານ ຄວາມ ສ່ຽງ ຕໍ່ ບັນ ຫາ ດ້ານ ສຸ ຂ ພາບ ແລະ ການ ປ່ຽນ ວິ ຖີ ຊີ ວິດ ຜົ ລ ກະ ທົບ ທີ່ ຮຸນ ແຮງ ຈະ ເກີດ ຂຶ້ນໃນ ລາວ ແຕ່ ເຈົ້າ ຂອງ ໂຄງ ການ ພັດ ຍັງ ບໍ່ ໄດ້ ລະ ບຸ ກ່ຽວ ກັບ ມາ ຕ ການ ຊົດ ເຊີຍຜົ ລ ກະ ທົບ ດັ່ງ ກ່າວ ເທື່ອ ."
ນອກຈາກນີ້ ຖ້າມີການສ້າງເຂື່ອນ ຈະສົ່ງຜົລກະທົບຕໍ່ສັດນ້ຳ ທີ່ອາໃສຢູ່ແມ່ນ້ຳຂອງ ຍ້ອນຜູ້ພັທນາເຂື່ອນ ຍັງບໍ່ມີຂໍ້ມູນລະອຽດວ່າ ຈະຈັດການບໍຣິຫານ້ຳແນວໃດ. ສາສດາຈານ ດຣ. ທວນທອງ ຈຸທາເກດ ອາຈານປະຈຳພາກວິຊາການປະມົງ ຈາກມະຫາວິທຍາໄລ ອຸບົນຣາຊທານີ ຂອງໄທຍ ໄດ້ກ່າວວ່າ:
" ສິ່ງ ທີ່ ສຳ ຄັນອີກ ຢ່າງ ນຶ່ງ ກໍ ຄື ນອກ ຈາກ ສູນ ເສັຽ ແຫ່ງ ຢູ່ ອາ ໃສ ແລ້ວ ກໍ ຈະ ເຮັດ ໃຫ້ ຝູງ ປາ ສູນ ເສັຽບ້ານ ຊຶ່ງ ປາ ບາງ ປະ ເພດ ສ່ວນ ໃຫຍ່ ຈະ ອາ ໃສ ຕາມ ແກ່ງຫີນ ແລະ ອາ ໃສ ຢູ່ໃນ ວັງ ນ້ຳລຶກ ໃນ ແມ່ ນ້ຳ ຂອງ ແຕ່ ຖ້າ ເຂື່ອນ ດັ່ງ ກ່າວ ບໍ ຣິ ຫານ ຈັດ ການ ນ້ຳ ແລ້ວ ບໍ່ ໄດ້ ປະ ເມີ່ນຜົ ລ ກະ ທົບ ໂຕນີ້ ກໍ ຈະ ເຮັດ ໃຫ້ ເກີດ ການ ສູນ ເສັຽ ໂຄງ ສ້າງຂອງ ແກ່ງ ຫີນ ແລະ ບໍ່ ສາ ມາດ ເປັນ ບ່ອນ ອາ ໃສ ຂອງ ປາ ໄດ້ ອີກ ຕໍ່ ໄປ ."
ທາງດ້ານເຈົ້າໜ້າທີ່ ໜ່ວຍເຮືອຮັກສາຄວາມສງົບ ຮຽບຮ້ອຍ ກໍມີຄວາມກັງວົນກ່ຽວກັບໂຄງການ ເຂື່ອນຊະນະຄາມ ເນື່ອງຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງໃນໄລຍະຜ່ານມາ ໄດ້ເຮັດໃຫ້ເກີດຜົລກະທົບຕໍ່ເຣື່ອງ ຄວາມໝັ້ນຄົງ ຍ້ອນເຮັດໃຫ້ລະດັບນ້ຳຂອງຫຼຸດລົງ ຈົນສົ່ງຜົລໃຫ້ການປະບັດໜ້າທີ່ ຂອງໜ່ວຍເຮືອຮັກສາສາຄວາມສງົບ ຮຽບຮ້ອຍ ເກີດບັນຫານຳດ້ວຍ ແລະບາງເທື່ອຊາວບ້ານ ກໍອາຈສວຍໂອກາດລັກຢ່າງຂ້າມຂອງໃນບໍລິເວນຕື້ນ ເພື່ອໄປມາຫາສູ່ ຫຼື ລັກຂົນຍ້າຍສິ່ງຜິດກົດໝາຍຂ້າມຊາຍແດນ.
ທ່ານ ນາວາເອກ ນິຣຸດ ມາທອງ ເຈົ້າໜ້າທີ່ໜ່ວຍຮັກສາຄວາມສງົບ ຮຽບຮ້ອຍ ຕາມລຳແມ່ນ້ຳຂອງ ປະຈຳແຂວງໜອງຄາຍ ກ່າວວ່າ:
" ຫຼັງ ຈາກ ມີ ການ ສ້າງ ເຂື່ອນ ສິ່ງ ທີ່ ເຫັນ ຊັດ ເຈນ ຄື ລະ ດັບ ນ້ຳ ເຮືອ ຂອງ ເຮົາ ຈະ ຄາ ບ່ອນ ນ້ຳ ຕື້ນ ຫຼື ບາງ ເທື່ອ ເຮັດ ໃຫ້ ເຮືອບໍ່ ສາ ມາດ ເຄື່ອນ ໄຫວໄດ້ ຕາມ ທັມ ຊາດ ແລະ ຊາວ ບ້ານ ທີ່ ອາ ໃສ ແຄມ ຂອງ ແທບ ຈະ ຢ່າງ ຂ້າມ ນ້ຳ ຂອງ ໄດ້ ເພາະ ສະ ນັ້ນ ການ ສ້າງ ເຂື່ອນບໍ່ ໄດ້ ກະ ທົບ ສ ເພາະ ຄວາມ ເປັນ ຢູ່ ຂອງ ຊາວ ບ້ານ ແຕ່ ຍັງ ກະ ທົບ ເຖິງ ເສັ້ນ ທາງ ເຂດ ຊາຍ ແດນ ແລະ ເກາະ ດອນ ຕ່າງໆ ."
ໃນຂະນະທີ່ ເຈ້າໜ້າທີ່ເມືອງຊຽງຄານ ແຂວງເລີຍ ທີ່ຢູ່ ກົງກັນຂ້າມກັບບ່ອນທີ່ຈະສ້າງເຂື່ອນ ຊະນະຄາມ ກໍເປັນຫ່ວງ ວ່າ ການສ້າງເຂື່ອນຊະນະຄາມ ຈະສົ່ງຜົລກະທົບຂ້າມຊາຍແດນ ຈົນເຮັດໃຫ້ເກີດບັນຫາ ຕໍ່ເຣື່ອງຄວາມສຳພັນ. ທ່ານ ທາຣິຕ ທະນະພັດນົບພົລ ຫົວໜ້າຝ່າຍຄວາມໝັ້ນຄົງເມືອງຊຽງຄານ ໄດ້ກ່າວວ່າ:
" ເຣື່ອງນຶ່ງ ທີ່ ຄວນ ຄໍ າ ນຶງ ກໍ ຄື ເຣື່ອງ ຂອງ ຄວາມ ສຳ ພັນ ລະ ຫວ່າງ ປະ ເທດ ເມືອງ ຊຽງ ຄານ ແຂວງ ເລີຍ ມີ ຊາຍ ແດນ ຕິດ ກັບ ແຂວງ ໄຊ ຍະ ບູ ຣີ ແລະ ແຂວງວຽງ ຈັນ ດັ່ ງ ນັ້ນ ເມື່ອ ເຂື່ອນ ໂຕນີ້ ສ້າງ ຂຶ້ນ ກໍ ຈະ ສົ່ງ ຜົ ລ ກະ ທົບ ແນ່ ນອນ ຕໍ່ 3 ແຂວງນີ້ ໃນ ຖາ ນະ ເປັນ ຫົວ ໜ້າ ດ້ານ ຄວາມ ໝັ້ນ ຄົງ ມີ ຄວາມ ສຳ ຄັນ ຢ່າງ ຍິ່ງ ທີ່ ຈະ ຕ້ອງ ມີ ຄວາມ ສຳ ພັນ ອັນ ດີ ກັບ ຫ້ອງ ວ່າ ການ ປົກ ຄອງ ເມືອງ ຊະ ນະ ຄາມ ແລະ ຫ້ອງ ການ ປົກ ຄອງ ເມືອງ ແກ່ນ ທ້າວ ."
ຊາວບ້ານທີ່ອາຢູ່ແຄມນ້ຳຂອງ ກໍມີຄວາມກັງວົນກ່ຽວກັບຈຳນວນປາຫຼຸດລົງ ຍ້ອນການສ້າງເຂື່ອນໃສ່ແມ່ນ້ຳຂອງ. ຊາວບ້ານທີ່ເປັນເຄື່ອຂ່າຍ ຈາກແຂວງບຶງການ ໄດ້ກ່າວວ່າ:
"ຂໍ້ ມູນ ໃນ ການ ນຳ ສ ເນີ ທີ່ ໄດ້ ເບິ່ງ ຜ່ານ ມາ ມັນ ໜ້ອຍ ຜົ ລ ກະ ທົບ ທີ່ ເກີດ ຂຶ້ນນີ້ ຫຼາຍ ອີ່ ຫຼືພີ່ ນ້ອງ ປະ ມົງ ປ່ຽນ ໄປ ປາ ໂຕ ໃຫຍ່ ທີ່ ເຄີຍ ກີນ ກໍ ບໍ່ ມີ ແລ້ວ ຊີ ວິດ ຂອງ ຊາວບ ປະ ມົງ ຊີ ວິດ ຂອ ງຊາວ ກະ ສິ ກອນ ກໍຫາຍ ໄປ ໝົດ ເຮົາ ຊິ ຊ່ວຍ ພີ່ ນ້ອງ ໄດ້ ຈັ່ງ ໃດ ມາ ສ້າງ ອາ ຊີບ ຫາ ອາ ຊີບ ເສີມ ໃຫ້ ພີ່ ນ້ອງ ທີ່ ປາ ຫາຍ ໄປ ."
ທັງສອງຝ່າຍ ລາວ ແລະໄທຍ ຈຳເປັນທີ່ຈະມີການປຶກສາຫາລືຮ່ວມກັນ ເພື່ອໃຫ້ມີການສະທ້ອນບັນຫາສອງດ້ານ. ຊາວບ້ານທີ່ເປັນໂຕແທນເຄືອຂ່າຍແມ່ນ້ຳຂອງ ແຂວງເລີຍ ໄດ້ກ່າວວ່າ:
" ການ ທີ່ ພວກ ເຮົາ ຈະ ເວົ້າ ແຕ່ ພຽງ ລຳ ພັງ ມັນ ເປັນ ໄປ ບໍ່ ໄດ້ ຈະ ຕ້ອງ ເອົາ ປະ ເທດ ເພື່ອນ ບ້ານ ເຂົ້າ ມາ ເວົ້າ ນໍາກັນ ເພື່ອ ທີ່ ຈະ ຫາ ຂໍ້ ສ ລຸບຮ່ວມ ກັນ ແລະຮັກ ສາ ຜົ ລ ປ ໂຍດຮ່ວມ ກັນ ເພື່ອ ທີ່ ຈະ ໃຫ້ ເກີດ ການ ພັ ທ ນາ ແບບ ຍືນ ຍົງ ."
ການໃຫ້ຂໍ້ມູນປະເມີນຜົລກະທົບຈາກການສ້າງເຂື່ອນຊະນະຄາມ ຍັງເປັນຂໍ້ມູນທີ່ເກົ່າຢູ່ ແລະ ບໍ່ທັນຄົບຖ້ວນ ແລະ ທາງຜູ້ພັທນາເຂື່ອນ ຈຳເປັນທີ່ຈະມີການປັບປຸງໃຫ້ທັນສະພາບການ. ທ່ານ ສຸຣະສີ ກິຕຕິມົນທົນ ເລຂາທິການ ສຳນັກຊັພຍາກອນນ້ຳແຫ່ງຊາດ ຂອງໄທຍ ໄດ້ກ່າວວ່າ:
" ເຣີ່ມແຕ່ ປີ 2019 ກໍ ມີ ການ ສົ່ງ ຂໍ້ ມູນ ໃຫ້ ກັບ ປະ ເທດ ໄທ ຍ ທາງ ພວກ ເຮົາ ກໍ ໄດ້ ກວດ ເບິ່ງ ຂໍ້ ມູນ ທີ່ ໄດ້ ເຮັດ ການ ສຶກ ສາ ຜົ ລ ກະ ທົບ ສິ່ງ ແວດ ລ້ອມ ຕ່າງໆ ພວກ ເຮົາ ກໍ ຢືນ ຢັນ ໄປ ວ່າ ຂໍ້ ມູນ ທີ່ ໄດ້ ມາ ຍັງ ບໍ່ ທັນ ຄົບ ຖ້ວນ ຍັງ ບໍ່ ມີ ຄວາມ ຊັດ ເຈນ ໃນ ບາງ ເຣື່ອງ ເຮົາ ຕ້ອງ ຂໍ ໃຫ້ ເພີ່ມ ຂໍ້ ມູນ ໃຫ້ ເຮົາ ."
ປັດຈຸບັນ ຂບວນການປຶກສາຫາລືລ່ວງໜ້າ ຫຼື PNPC ຂອງໂຄງການເຂື່ອນຊະນະຄາມ ຍັງບໍ່ທັນສໍາເລັດ ແລະ ຍັງບໍ່ທັນຮູ້ກຳນົດວ່າຈະສຳເລັດເມື່ອໃດ ຍ້ອນຜົລກະທົບຈາກການແຜ່ຣະບາດຂອງໂຄວິດ-19 ໄດ້ຮັດໃຫ້ຂັ້ນຕອນ ດັ່ງກ່າວມີຄວາມຊັກຊ້າ ແຕ່ ຕາມແຜນ ການກໍ່ສ້າງເຂື່ອນໃຫ້ສຳເລັດໃນປີ 2028. ໂຄງການເຂື່ອນ ຊະນະຄາມມີກຳລັງການຜລິດ 684 ເມກາວັດ ພັທນາ ໂດຍ ບໍຣິສັດ Datang (Lao) Sanakham Hyrdopower ຊຶ່ງເປັນບໍຣິສັດ ຍ່ອຍຂອງ ບໍຣິສັດ Datang International Power Generation ຂອງຈີນ ຊຶ່ງມີມູນຄ່າການກໍ່ສ້າງປະມານ 2 ຕື້ໂດລາຣ໌.
ອີງຕາມການຣາຍງານ ຜົລກະທົບສິ່ງແວດລ້ອມ ແລະສັງຄົມ ຂອງໂຄງການເຂື່ອນ ຊະນະຄາມ, ປະຊາຊົນ 267 ຄອບຄົວ ຫຼື 1,127 ຄົນ ຢູ່ 3 ບ້ານ ຄື ບ້ານ ດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ ມີຈຳນວນ 36 ຄອບຄົວ, ບ້ານຫ້ວຍລ້າ 81 ຄອບຄົວ ແລະບ້ານແຄ ມີ 150 ຄອບຄົວ ທັງ 2 ນີ້ ຂຶ້ນກັບ ເມືອງແກ່ນທ້າວ. ທັງ 3 ບ້ານດັ່ງກ່າວ ຈະໄດ້ຮັບຜົລກະທົບ 100 ເປີຣ໌ເຊັນ. ສ່ວນບ້ານທີ່ໄດ້ຮັບຜົລກະທົບບາງສ່ວນ ໂດຍຈະມີບາງຄອບຄົວທີ່ຖືກຍົກຍ້າຍ ຫຼືເສັຽທີ່ດິນ ຈຳນວນ 354 ຄອບຄົວ ປະກອບມີ:
- ເມືອງຊະນະຄາມ ແຂວງວຽງຈັນ ມີ 4 ບ້ານ ຄື ບ້ານດອນພຸງ ມີ 40 ຄອບຄົວ, ບ້ານໃໝ່ປາກທູນ 54 ຄອບຄົວ, ບ້ານຫ້ວຍເຕົ່າ 56 ຄອບຄົວ ແລະ ບ້ານ ໂຄກເຂົ້າດໍ 6 ຄອບຄົວ.
- ເມືອງແກ່ນທ້າວ ແຂວງໄຊຍະບູຣີ ມີ 3 ບ້ານ ຄື ບ້ານດອນເມນ 120 ຄອບຄົວ, ບ້ານນາຄຳ 19 ຄອບຄົວ, ບ້ານດອນສັ້ງ 17 ຄອບຄົວ.
- ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ຄື ບ້ານບຸ່ງມາ 10 ຄອບຄົວ, ບ້ານແກ້ງເສົາ 29 ຄອບຄົວ ແລະ ບ້ານນາສັກ 3 ຄອບຄົວ.