ໃນປີ 2022 ທາງການລາວ ໄດ້ເຊັນອະນຸມັດ ສັມປະທານ ໂຄງການຂຸດຄົ້ນບໍ່ແຮ່ ໃຫ້ 62 ບໍຣິສັດ ໃນຮູບແບບທົດລອງ ເຊິ່ງກວມເອົາເນື້ອທີ່ 24,000 ເຮັກຕ້າຣ໌ ໃນທົ່ວປະເທດ, ແຕ່ ໂຄງການຂຸດຄົ້ນດັ່ງກ່າວ ປັດຈຸບັນ ໄດ້ກໍ່ໃຫ້ເກີດບັນຫາ ຂໍ້ຂັດແຍ່ງທີ່ດິນ, ການຊົດເຊີຍຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ບໍ່ເໝາະສົມ, ບາງໂຄງການຍັງເຮັດໃຫ້ ທາງຫຼວງແຫ່ງຊາຕ ແລະ ທາງຊົນບົດ ເປ່ເພ-ເສັຽຫາຍ.
ຊາວແຂວງຈຳປາສັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 16 ທັນວາ ວ່າ:
" ສັມ ປະ ທານ ຈົນ ວ່າ ດິນ ບໍ່ ມີ ນ່າ ບາດ ຜົ ລ ສຸດ ທ້າຍມາ ລາວ ເຮົາ ມັນ ຊິ ກຸ້ມ ຄ່າບໍ່ ໄປ ເບິ່ງ ເສັ້ນ ທາງ ຫັ້ນ ທາງ ບໍ ຣິ ສັດ ເຂົ້າ ມານີ້ ຍັງ ບໍ່ ສ້ອມ - ບໍ່ ແປງ ບາດ ເມືອ ເວ ລາ ເຂົ້າ ໄດ້ ແລ້ວລະ ເຈົ້າ ຊິ ວ່າ ຈັ່ງ ໃດ ແມ່ນ ໃຜ ເປັນ ຜູ້ ເຊັນ ຮັບ ຮອ ງ ຫັ້ນ ນ່າ ."
ຊາວບ້ານເຫັນວ່າ ການອຸນະມັດໂຄງການໃດກໍຕາມ ຕ້ອງມີການຊັ່ງຊາ ຜົລໄດ້ ຜົລເສັຽ. ຊາວແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
" ໂຄງ ການ ມັນ ເກີດ ຂຶ້ນ ມາ ຜົ ລ ໄດ້ - ຜົ ລ ເສັຽ ແນວ ໃດ ຕ້ອງ ເບິ່ງ ແດ່ ບາດນີ້ ການ ແກ້ ໄຂ - ການ ຮ່ວມ ໄມ້ ຮ່ວມ ມື ຕ້ອງ ສົມ ມາ ພາ ຄວນ ແບບ ວ່າ ມັນ ຕ້ອງ ໄດ້ ເໝາະ ສົມ ໃຫ້ ຊຸມ ຊົນ ໄດ້ ເຂົ້າ ເຖິງ ແຫຼ່ງ ຂ້ຳ ມູນຂອງ ໂຄງ ການ ."
ຊາວແຂວງອັດຕະປື ທ່ານ ນີ້ ກ່າວຕື່ມອີກວ່າ ກ່ອນຈະອະນຸຍາດ ໃຫ້ບໍຣິສັດໃດກໍຕາມ ເຂົ້າມາສຳຣວດ ແລະ ຂຸດຄົ້ນແຮ່ທາດ ຄວນຈະມີການສຶກສາ-ສຳຣວດ ແລະ ປະມານຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ແຕ່ ຖ້າຜົລສົ່ງຜົລກະທົບ ຮຸນແຮງ ແລະ ບໍ່ກຸ້ມຄ່າ ຕໍ່ການພັທນາເສຖກິຈ ກໍບໍ່ຄວນອະນຸຍາດ ໃຫ້ຂຸດຄົ້ນ.
ຊາວບ້ານເຫັນວ່າ ມັນສຳຄັນທີ່ຈະຕ້ອງຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ເພື່ອບໍ່ໃຫ້ເຂົ້າເຈົ້າອັບປໂຍດ ແລະ ໃຫ້ມີການສຶກສາ ຢ່າງຮອບດ້ານ ຢູ່ເຂດທີ່ມີການຂຸດຄົ້ນ.
ຊາວແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
" ຂຸດ ຄົ້ນ ບໍ່ ແຮ່ນີ້ ກະ ຢາກ ໃຫ້ ຊ່ວຍ ເບິ່ງ ສະ ເພາະ ການ ຊົດ ເຊີຍນີ້ ຫັ້ນ ນ່າ ເພາະ ວ່າ ປະ ຊາ ຊົນ ຄື ວ່າ ບໍ່ ຢາກ ເຂົ້າ ໃຈ ປານ ໃດ ບໍ ຣິ ເວນ ຂຸດ ຄົ້ນ ແທ້ ກະ ເຮັດ ໃຫ້ ດິນ ເຊາະ ເຈື່ອນ ຜົ ລ ກະ ທົບ ອັບ ປ ໂຍດ ໃຫ້ ປະ ຊາ ຊົນ ນີ້ ນ່າ ."
ສະມາຊິກສະພາແຫ່ງຊາຕ ໄດ້ຕັ້ງຂໍ້ສັງເກດວ່າ ສາເຫດມາຈາກ ມີບາງບໍຣິສັດ ບໍ່ໄດ້ຊ່ຽວຊານເຣື່ອງການຂຸດຄົ້ນແຮ່ທາດ ເພືອປຸງແຕ່ງ ຫຼື ສົ່ງອອກ ແຕ່ເຂົ້າມາສັມປະທານ ຈັບຈອງເອົາທີ່ດິນ ຂອງຣັຖເທົ່ານັ້ນ ແລະ ບໍຣິສັດ ເຫຼົ່ານັ້ນ ກໍບໍ່ໄດ້ເສັຽອາກອນໃຫ້ຣັຖ.
ຍັງມີເຈົ້າຂອງໂຄງການ ທີ່ໄດ້ຮັບສັມປະທານແລ້ວ ພັດສວຍໂອກາດຫາຜົລປໂຍດ ໃຫ້ໂຄງການໂຕເອງ ໂດຍ ບໍ່ປະຕິບັດຕາມ ລະບຽບກົດໝາຍ.
ທ່ານ ຈັດຕະວາ ແກ້ວຄຳເພັດ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູຣີ ໄດ້ກ່າວຢູ່ໃນກອງຊຸມສໄມ ສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາແຫ່ງຊາຕ ໃນວັນທີ 8 ທັນວາ ທີ່ຜ່ານມາ ວ່າ:
" ແລ້ວ ບັ ນ ຫາ ທີ່ ເກີດ ຂຶ້ນທັງ ໝົດ ນີ້ ເຮົາ ຈະ ເຫັນ ຢູ່ ແລ້ວ 1. ບໍ່ ໄດ້ ສຳ ຣວດ , ຈຸດ 2. ບໍ່ ໄດ້ ມີ ຄ່າ ຊົດ ເຊີຍ ເວ ລາ ເຮົາ ເຊັນ ສັນ ຍາ ກ່ຽວ ກັບ ເຣື່ອງ ທົດ ລອງ ກ່ຽວ ກັບ ເຣື່ອງ ຂຸດ ຄົນ ເພິ່ນ ເຮັດ 3 ປີ ເບາະ ຫຼື ເພິ່ນ ເຮັດ 10 ປີ ຂ້າ ພະ ເຈົ້າ ຂໍ ໃຫ້ ຣັ ຖ ບານ ໄດ້ ດຳ ເນີນ ການ ໃຫ້ ມັນ ສອດ ຄ່ອງກັນ ຕາມ ກົດ ໝາຍ ໃນ ການ ຈັດ ຕັ້ງ ປະ ຕິ ບັດ ວຽກ ໂຕ ຈິງ ."
ນອກຈາກນີ້ ທ່ານ ຈັດຕະວາ ແກ້ວຄຳເພັດ ຍັງສເນີ ໃຫ້ຣັຖບານ ພິຈາຣະນາຢ່າງລະອຽດ ໃນການຂຸດຄົ້ນແຮ່ທາດ ໃນຮູບແບບທົດລອງ ຍ້ອນວ່າ ຫຼາຍໂຄງການທີ່ເຊັນສັນຍາໄວ້ ບໍ່ສາມາດປະຕິບັດໄດ້ ຕາມກົດໝາຍ.
ກ່ຽວກັບເຣື່ອງນີ້ ທ່ານ ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວຢູ່ກອງປະຊຸມສະພາແຫ່ງຊາຕ ໃນວັນທີ 8 ທັນວາ ວ່າ ທຸກໂຄງການພັທນາ ທາງດ້ານແຮ່ທາດ ແມ່ນໄດ້ຜ່ານການສຶກສາ-ສຳຣວດ ຄວາມເປັນໄປໄດ້, ການປະເມີນຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ແລະ ບົດສຶກສາເສຖກິຈ-ເທັກນິກ ຢ່າງລະອຽດ ແລະ ຮອບດ້ານ ຈຶ່ງຈະໄດ້ຮັບການເຊັນສັນຍາ ຈາກຣັຖບານ.
ຣັຖບານເຫັນວ່າ ການຂຸດຄົ້ນແຮ່ທາດ ເປັນທ່າແຮງສຳຄັນ ທີ່ສ້າງລາຍຮັບ ໃຫ້ປະເທດລາວ ເປັນຈຳນວນຫຼາຍໃນແຕ່ລະປີ ແລະ ຈະຍັງສືບຕໍ່ທຸກໂຄງການ ແຕ່ ຈະຈັດຕັ້ງໃຫ້ມີປະສິດທິຜົລ ຫຼາຍຂຶ້ນກວ່າເກົ່າ.
ທ່ານ ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ:
" ສະ ນັ້ນ ແລ້ວ ຂ ແນງ ການບໍ່ ແຮ່ນີ້ ກະ ເປັນ ເຣື່ອງ ກະ ເປັນ ນຶ່ງ ໃນ ຂ ແນງ ການ ທີ່ ວ່າ ມີ ທ່າ ແຮງ ທີ່ ຈະ ສ້າງ ລາຍ ຮັບ ໄວ ໃນ ການ ແກ້ ໄຂ ສະ ພາບ ວິ ກິ ຈ ເສ ຖ ກິ ຈ ຂອງ ຣັບ ຖບານ ຊຸດນີ້ ໄດ້ ປະ ເຊີນ ໜ້າ ຢູ່ ."
ມີ 62 ບໍຣິສັດ ທີ່ໄດ້ສັມປະທານ ໂຄງການຂຸດຄົ້ນແຮ່ທາດ ແບບທົດລອງ ກວມເອົາເນື້ອທີ່ 24,000 ເຮັກຕ້າຣ໌ ໃນທົ່ວປະເທດ ເຊິ່ງໃນນັ້ນໄດ້ແບ່ງອອກເປັນ:
- 37 ບໍຣິສັດ ທີ່ຂຸດຄົ້ນແຮ່ເຫຼັກ ກວມເອົາເນື້ອທີ່ 12,359 ເຮັກຕ້າຣ໌ ຢູ່ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ໄຊຍະບູຣີ, ຫລວງພຣະບາງ, ວຽງຈັນ, ຄຳມ່ວນ ແລະ ສວັນນະເຂດ.
- 2 ບໍຣິສັດ ຂຸດຄົ້ນຫິນມາຣ໌ໂບ້ ກວມເອົາເນື້ອທີ່ 384 ເຮັກຕ້າຣ໌ ຢູ່ ແຂວງຫົວພັນ ແລະ ຫລວງພຣະບາງ.
- 4 ບໍຣິສັດ ຂຸດຄົ້ນແຮ່ຄຳເຄົ້າ ກວມເອົາເນື້ອທີ່ 8,660 ເຮັກຕ້າຣ໌ ຢູ່ ແຂວງຊຽງຂວາງ, ບໍລິຄຳໄຊ, ສວັນນະເຂດ ແລະ ອັດຕະປື.
- 14 ບໍຣິສັດ ຂຸດຄົ້ນຄຳຕົກຂ້ອນ ກວມເອົາເນື້ອທີ 48 ເຮັກຕ້າຣ໌ ຢູ່ແຂວງບໍ່ແກ້ວ, ຫລວງພຣາບາງ, ໄຊຍະບູຣີ, ວຽງຈັນ, ນະຄອນຫລວງວຽງຈັນ ແລະ ສວັນນະເຂດ.
- 6 ບໍຣິສັດ ຂຸດຄົ້ນແຮ່ຫາຍາກ (ແຮ່ເອີດ) ກວມເອົາເນື້ອທີ່ 2,680 ເຮັກຕ້າຣ໌ ຢູ່ ແຂວງຫົວພັນ, ຊຽງຂວາງ ແລະ ເຊກອງ.
