ຊາວບ້ານ ຂໍຄ່າຊົດເຊີຍ ທີ່ເປັນທັມ ຈາກໂຄງການ ໂລຈິສຕິກສ໌ ພາຣ໌ກ

0:00 / 0:00

ຊາວ​ບ້ານ​ຊຽງ​ດາ ເມືອງ​ໄຊ​ເສດ​ຖາ ນະ​ຄອນ​ຫລວງວຽງ​ຈັນ ຮຽກ​ຮ້ອງ​ຄ່າ​ຊົດ​ເຊີຍ​ທີ່​ດິນ ຢ່າງເປັນ​ທັມ​ຈາກການ​ຂ​ຍາຍ​ເຂດ ​ໂຄງ​ການ​ພັ​ທ​ນາ ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ. ໂຄງ​ການ​ພັ​ທ​ນາ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ທີ່​ຈະ​ຂ​ຍາຍ​ເພີ່ມ​ເຕີມ ຈະ​ກວມ​ເອົາ​ທີ່​ດິນ​ ຂອງ​ຊາວ​ບ້ານອີກປະ​ມານ 50 ເຮັກ​ຕ້າຣ໌ ເຊິ່ງ​ໂຄງດັ່ງ​ກ່າວ ​ເຊື່ອມ​ຕໍ່ໃສ່ ​ຣົ​ຖ​ໄຟ​ລາວ-ຈີນ.

ມາ​ເຖິງ​ປັດ​ຈຸ​ບັນ ຊາວ​ບ້ານ​ຫຼາຍ​ຄົນ​ເຫັນ​ວ່າ ຄ່າ​ຊົດ​ເຊີຍ ທີ່​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ບໍ​ຣິ​ສັດ ໄດ້​ສ​ເນີ ມາ​ນັ້ນ ຍັງ​ບໍ່​ເປັນ​ທີ່​ໜ້າ​ພໍ​ໃຈ ຍ້ອນ​ວ່າ ຈະ​​ພຽງ​ແຕ່ຊົດ​ເຊີຍ ສິ່ງ​ປຸກ​ສ້າງ​ເທົ່າ​ນັ້ນ ແຕ່ຊາວ​ບ້ານ ຢາກ​ໄດ້​ຄ່າ​ຊົດ​ເຊີຍ ​ດິນ​ນານຳ​ດ້ວຍ.

ຊາວ​ບ້ານ​ກ່າວ​ວ່າ: ຈຳ​ນວນ​ຄອບ​ຄົວ​ທີ່​ຖືກ​ໂຄງ​ການ ກວມ​ເອົາ​ທີ່​ດິນ ມີ​ປະ​ມານ 1,000 ຄອບ​ຄົວ. ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ​ຊາວ​ບ້ານບໍ່​ມີ​ໃບ​ຕາ​ດິນ​ຖາ​ວອນ ຫຼື ໃບ​ຂອບ​ຄຳ ແລະ ມີ​ພຽງສິທໃຊ້​ທີ່​ດິນ ພ້ອມ​ກັບການ​ເສັຽ​ພາ​ສີ​ທຸກ​ປີ, ແຕ່​ໂຄງ​ການ ກໍ​ໄດ້​ຂໍ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ອ​ອ​ກ​ໃບ​ຕາ​ດິນ​ຖາ​ວອນໃຫ້​ຕົນເອງ.

ເມື່ອບໍ່​ດົນ​ມານີ້ ໂຄງ​ການ​ໄດ້​ມາ​ໂອ້​ລົມ ​ໃຫ້​ຊາວ​ບ້ານເຂດ​ດັ່ງ​ກ່າວ ບໍ່​ໃຫ້​ຕໍ່​ເຕີມ​ເຮືອນ ຫຼື ເຮັດ​ສິ່ງ​ປຸກ​ສ້າງ​ຂຶ້ນ​ໃໝ່​ອີກ ໃນ​ເຂດ​ທີ່​ຈະ​ຂ​ຍາຍ​ຕໍ່​ໂຄງ​ການ.

ຊາວ​ບ້ານຊຽງ​ດາ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ກໍ​ຣະ​ກະ​ດາ ວ່າ:

"ມີ ຂັ້ນ ເມືອງ ຂັ້ນ ບ້ານເນາະ ທີ່ ວ່າ ມາ ເປັນ ໂຕ ແທນ ຣັ ແລະ ເຈົ້າ ຂອງ ໂຄງ ການ ທີ່ ວ່າມາ ຫັ້ນ ນ່າ ມາ ປະ ຊຸມ ກັບ ປະ ຊາ ຊົນລະ ເວົ້າ ວ່າ ດິນບໍ່ ມີ ການ ຊົດ ເຊີຍ ຊົດ ເຊີຍ ແຕ່ ສິ່ງ ປຸກ ສ້າງ ປັດ ຈຸ ບັນ ນີ້ ກະ 3 ປີ ເນາະ ເພິ່ນບໍ່ ມີກ ານ ຊົດ ເຊີຍ ແຕ່ ຍັງ ບໍ່ ເອົາ ດິນ ເທື່ອ ກະ ຍັງ ປັ່ນ ປ່ວນ ກະ ຄື ວ່າ ບໍ່ ໃຫ້ ປຸກ ບໍ່ ໃຫ້ ສ້າງ ."

ຍາ​ນາງ ກ່າວ​ຕື່ມວ່າ ເຈົ້າ​ໜ້າ​ທີ່​ຂັ້ນ​ບ້ານເອງ ​ກໍ​ບໍ່​ສະ​ດວກ​ທີ່​ຈະ​ເຮັດ​ເອກ​ສານ​ຕ່າງໆ ທາງ​ດ້ານ​ທີ່​ດິນ ໃຫ້​ແກ່​ຊາວ​ບ້ານ ເປັນ​ຕົ້ນ ບໍ່​ເຊັນ​ເອກ​ສານ​ໂອນ​ສິທ ​ການ​ນຳ​ໃຊ້​ທີ່​ດິນ ແລະ ອື່ນໆ ໃນ​ຂະ​ນະ​ດຽວ​ກັນ ​ຫ້ອງ​ການ​ໄຟ​ຟ້າ ແລະ ນ້ຳ​ປະ​ປາ ກໍ​ບໍ່​ໃຫ້​ຊາວ​ບ້ານ​ເຂດ​ດັ່ງ​ກ່າວ ຕິດ​ຕັ້ງ​ກົງ​ເຕີໄຟ​ຟ້າ ແລະ ນຳ​ປະ​ປາ ສ່ວນ​ວ່າ ນ້ຳ​ປະ​ປາ ຫຼື ໄຟ​ຟ້າ ກໍ​ມາ​ບໍ່​ເປັນ​ປົກ​ຕິ ໂດຍບໍ່​ຮູ້​ສາ​ເຫດ. ຊາວ​ບ້ານ ​ຕ້ອງ​ການ​ຄ່າ​ຊົດ​ເຊີຍທີ່​ດິນ ແລະ ສິ່ງ​ປຸກ​ສ້າງ ທີ່​ເໝາະ​ສົມ ຕາມ​ລາ​ຄາ​ທ້ອງ​ຕ​ລາດ.

ຊາວ​ບ້ານ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ເປັນ ໄປ ໄດ້ ກະ ຢາກ ໃຫ້ ເພິ່ນ ມາ ຄັນ ວ່າ ຊິ ເອົາ ກະ ມາ ຊົດ ເຊີຍດິນ ແລ້ວ ກະ ຄ່າ ປຸກ ສ້າງ ທີ່ ຖືກ ນີ້ ແຫຼະ ຄັນ ຊິ ເອົາ ດິນ ລ້າໆ ໃຜ ກະ ບໍ່ ຢາກ ໃຫ້ ຫັ້ນ ແຫຼະ ຖ້າ ສາ ມາດ ຊົດ ເຊີຍ ໄດ້ ເຂົາ ເຈົ້າ ເອົາ ດິນ ເອົາ ເຮືອນ ເລີຍ ."

ໄລ​ຍະ​ຜ່ານ​ມາ ຊາວ​ບ້ານ ກໍ​ໄດ້​ໄດ້​ຂໍ້​ສ​ເນີ ຄ່າ​ຊົດ​ເຊີຍ​ສິ່ງ​ປຸກ​ສ້າງ ຍ້ອນ​ວ່າ ຍັງ​ບໍ່​ເໝາ​ສົມ ສະ​ນັ້ນ ​ຫຼາຍ​ຄົນ​ຈຶ່ງບໍ່​ຍອມ​ເອົາ​ຄ່າ​ຊົດ​ເຊີຍ.

ຊາວ​ບ້ານ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ອັນ ນີ້ໆ ມັນ ກະ ຂໍ້ ມູນ ເພີ່ມບໍ່ຕ ຣົງ ນ່າ ເຮືອນ ນ້ອຍໆ ເຮືອນ ຕູບ ລາວ ໃຫ້ ຮອດ 400-500 ລ້ານ ບາງ ຫຼັງ ໃຫຍ່ໆ ໃຫ້ 200 ລ້ານ ບໍ່ ອີ່ ຕົນ ກັນ ເລີຍ ປະ ຊາ ຊົນ ເຂົາ ບໍ່ ຍອມ ຖ້າ ວ່າ ເຈົ້າ ຊິ ເອົາ ແທ້ໆ ກະ ມື້ ໃດ ເຈົ້າ ຊິ ເອົາ ມື້ ໃດ ເຂົາ ຊິ ລົງ ມື ມື້ ໃດ ເຂົາ ຊິ ຊົດ ເຊີຍ ຊົດ ເຊີຍນີ້ ປະ ຊາ ຊົນ ກໍ ຍອມ ແຕ່ ວ່າ ຊົດ ເຊີຍ ໃຫ້ ມັນ ເໝາະ ສົມ ທັງ ດິນ ທັງ ເຮືອນ ."

ກ່ຽວ​ກັບ​ເຣື່ອງນີ້ ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ​ຫ້ອງ​ການ​ບ້ານ ບ້ານຊຽງ​ດາ ແລະ ຫ້ອງ​ການ​ປົກ​ຄອ​ງ ​ເມືອງ​ໄຊ​ເສດ​ຖາ ເພື່ອ​ຖາ​ມຣາຍ​ລະ​ອຽດ​ ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຊົດ​ເຊີຍ, ແຕ່ບໍ່​ມີ​ເຈົ້າ​ໜ້າ​ທີ່​ໃດ ສາ​ມາດ​ໃຫ້​ສັມ​ພາດ​ໄດ້. ໂຄງ​ການ​ດັ່ງ​ກ່າວ ມີ​ກໍ​າ​ນົດ​ການ​ເຣີ່ມ​ລົງ​ມື ກໍ່​ສ້າງ​ໃນ​ປີນີ້.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ຕາມ ແຜນ ການ ເພິ່ນ ເຣີ່ມ ທ້າຍ ປີນີ້ ແຫຼະ ຖ້າບໍ່ ມີ ຫຍັງ ປ່ຽນ ແປງ ຈະ ເປັນ ເຂດ ເມືອງ ອຸ ສາ ຫະ ກັມ ໂຮງ ແຮມ, ໂຮງ ຈັກ - ໂຮງ ງານ ເຮົາ ກຳ ລັງ ສ້າງ ຂົວ ເພື່ອ ເຊື່ອມ ຈອດ ໂຕ ນັ້ນ ຢູ່ ."

ທ່ານ​ກ່າວ​ຕື່ມ​ອີກວ່າ ສຳ​ລັບ​ຣາຍ​ລະ​ອຽດ ທີ່​ກ່ຽວ​ກັບ​ການ​ຊົດ​ເຊີຍ​ ໃຫ້​ແກ່​ຊາວ​ບ້ານ ໃນ​ເຂດ​ດັ່ງ​ກ່າວ ກໍ​ມີ​ຄະ​ນະ​ເຈົ້າ​ໜ້າ​ທີ່ ​ກ່ຽວ​ຂ້ອງອີກ​ພາກ​ສ່ວນ​ນຶ່ງ ເປັນ​ຜູ້​ຮັບ​ຜິດ​ຊອບ ແຕ່ ຄະ​ນະ​ດັ່ງ​ກ່າວກໍບໍ່​ໄດ້​ເປີດ​ເຜີຍ ​ເຖິງ​ຄວາມ​ຄືບ​ໜ້າ.

ໃນ​ຂະ​ນະ​ດຽວ​ກັນ ກໍ​ຍັງ​ມີ​ຊາວ​ບ້ານ​ດົງ​ໂພ​ສີ ແລະ ບ້ານ​ໃກ້​ຄຽງ ຢູ່​ເຂດ​ເມືອງ​ຫາດ​ຊາຍ​ຟອງ ອີກ​ຈຳ​ນວນ​ຫຼາຍ​ຄອບ​ຄົວ ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ ຈາກ​ໂຄງ​ການ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ເຖິງວ່າ ເຂົາ​ເຈົ້າ​ຈະ​ເສັຽດິນ​ໄປ​ແລ້ວ​ກໍ​ຕາມ.

ໃນ​ເບື້ອງຕົ້ນ ໂຄງ​ການເຂດ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່​ລວມ​ທັງ​ໝົດປະ​ມານ 400 ເຮັກ​ຕ້າຣ໌ ຢູ່​ເມືອງ ຫາດ​ຊາຍ​ຟອງ ໂດຍ ເຂດ​ໂລ​ຈິສ​ຕິກສ໌ ມີ​ເນື້ອ​ທີ່ 300 ປາຍ​ເຮັກ​ຕ້າຣ໌ ແລະ ເຂດ ທ່າ​ບົກ-ທ່າ​ນາ​ແລ້ງ ມີ​ເນື້ອ​ທີ່​ເກືອບ 100 ເຮັກ​ຕ້າຣ໌.

ເຂດ​ໂລ​ຈິສ​ຕິກສ໌ ເຣີ່ມກໍ່​ສ້າງ​ແຕ່​ເດືອນ​ພຶສ​ຈິ​ກາ ປີ 2020 ແລະ ເປີດ​ໃຊ້​ໃນ​ເດືອນ ທັນ​ວາ 2021 ເປັນ​ຕົ້ນ​ມາ ສ່ວນ​ວ່າ ເຂດ​ທ່າບົກ-ທ່າ​ນາ​ແລ້ງ ປັດ​ຈຸ​ບັນ ກໍ່​ສ້າງ​ສຳ​ເລັດ​ໄປ​ແລ້ວ 90 ເປີ​ເຊັນ ແລະ ຄາດ​ວ່າ ຈະ​ສຳ​ເຣັດ ໃນ​ອີກ 3 ເດືອນ​ຕໍ່​ໜ້າ .

ສ່ວນ​ວ່າ ການ​ຂ​ຍາຍ​ເຂດ ໂຄງ​ການ​ພັ​ທ​ນາ ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິສ​ຕິກສ໌ ພາຣ໌ກ ມີ​ເນື້ອ​ທີ່ 50 ເຮັກ​ຕ້າຣ໌ ນັ້ນ ຢູ່ ​ເມືອງ​ໄຊ​ເສດ​ຖາ, ແຕ່ ຍັງ​ບໍ່​ມີ​ກຳ​ນົດ​ເວ​ລາ​ຄັກ​ແນ່​ວ່າ ຈະກໍ່​ສ້າງ​​ສຳ​ເຣັດ​ເມື່ອ​ໃດ.